22/08/2026
🎯ບຸນສາດຈີນປີນີ້ເລີ່ມໄຫວ້ວັນທີ27 ເດືອນ8 ເຖິງ ວັນທີ10 ເດືອນ9 ປີ 2026 ຈັດໂຕະລາບໄຫວ້ບັນພະບູລຸດສາດຈີນແນວໃດໃຫ້ຄົບ, ເປັນລະບຽບ ແລະ ມີຄວາມໝາຍດີ 🏮
ການຈັດໂຕະໄຫວ້ສາດຈີນ ບໍ່ໄດ້ມີແຕ່ເລື່ອງຂອງ “ເຄື່ອງໄຫວ້ຄົບ” ເທົ່ານັ້ນ ແຕ່ການຈັດວາງໃຫ້ເປັນລະບຽບ ແລະ ເລືອກສິ່ງຂອງທີ່ມີຄວາມໝາຍມົງຄຸນ ກໍເປັນອີກສິ່ງໜຶ່ງທີ່ລູກຫຼານໃຫ້ຄວາມສໍາຄັນ
🐔 ໄກ່ຕົ້ມ
ສື່ເຖິງຄວາມກ້າວໜ້າ, ຄວາມສົມບູນ ແລະ ຄວາມຂະຫຍັນຂັນແຂ່ງ
🦆 ເປັດ
ໝາຍເຖິງຄວາມສົມບູນພ້ອມ, ຄວາມສາມາດຮອບດ້ານ ແລະ ຄວາມຣາບຣື່ນ
🐷 ໝູ
ສື່ເຖິງຄວາມອຸດົມສົມບູນ, ກິນດີຢູ່ດີ ແລະ ມີຄວາມມັ່ງຄັ່ງ
🐟 ປາ
ສື່ເຖິງ “ເຫຼືອກິນເຫຼືອໃຊ້”, ມີຊັບສິນເພີ່ມພູນ ແລະ ຄວາມອຸດົມສົມບູນ
🦐 ກຸ້ງ
ສື່ເຖິງຄວາມກ້າວໜ້າ, ຄວາມຮຸ່ງເຮືອງ ແລະ ຊີວິດທີ່ຈະເລີນຂຶ້ນ
🥬 ຜັກ ແລະ ອາຫານທີ່ມີສີຂຽວ
ສື່ເຖິງຄວາມຈະເລີນງອກງາມ, ຄວາມສົດຊື່ນ ແລະ ຄວາມອຸດົມສົມບູນ
🥟 ອາຫານທີ່ມີຮູບຊົງຄ້າຍຄືເງິນທອງ
ມັກສື່ເຖິງໂຊກລາບ, ເງິນທອງ ແລະ ຄວາມມັ່ງຄັ່ງ
🍡 ເຂົ້າໜົມເຂ່ງ (ເຂົ້າໜົມເຂັ່ງ)
ສື່ເຖິງຄວາມຈະເລີນກ້າວໜ້າ, ຄວາມໝັ້ນຄົງ ແລະ ຊີວິດທີ່ດີຂຶ້ນ
🕯️ ເຂົ້າໜົມທຽນ
ສື່ເຖິງຄວາມຣາບຣື່ນ, ຄວາມຮຸ່ງເຮືອງ ແລະ ຄວາມເປັນສິຣິມົງຄຸນ
🌸 ເຂົ້າໜົມຖ້ວຍຟູ
ສື່ເຖິງຄວາມເຟື່ອງຟູ, ຈະເລີນຮຸ່ງເຮືອງ ແລະ ກ້າວໜ້າໃນຊີວິດ
🍑 ຊິ່ວທໍ້
ສື່ເຖິງອາຍຸຢືນ, ສຸຂະພາບແຂງແຮງ ແລະ ຊີວິດທີ່ຍືນຍາວ
🥮 ເຂົ້າໜົມເປຍ
ສື່ເຖິງຄວາມພ້ອມພຣັ່ງ, ຄວາມສົມບູນ ແລະ ຄວາມສາມັກຄີຂອງຄອບຄົວ
🧧 ເຂົ້າໜົມທີ່ມີສີແດງ ຫຼື ສີທອງ
ມັກສື່ເຖິງໂຊກລາບ, ຄວາມເປັນສິຣິມົງຄຸນ ແລະ ຄວາມມັ່ງຄັ່ງ
🍊 ສົ້ມ
ສື່ເຖິງໂຊກລາບ, ຄວາມເປັນສິຣິມົງຄຸນ ແລະ ເງິນທອງ
🍎 ແອບເປິ້ນ
ໝາຍເຖິງຄວາມສະຫງົບສຸກ, ຄວາມຮົ່ມເຢັນ ແລະ ຄວາມປອດໄພຂອງຄົນໃນຄອບຄົວ
🍇 ອາງຸ່ນ (ໝາກອາງຸ່ນ)
ສື່ເຖິງຄວາມຈະເລີນງອກງາມ, ຄວາມອຸດົມສົມບູນ ແລະ ຄວາມກ້າວໜ້າ
🍌 ກ້ວຍ
ສື່ເຖິງຄວາມຈະເລີນກ້າວໜ້າ, ມີລູກຫຼານສືບຕໍ່ และ ຄວາມຣາບຣື່ນ
❤️ ທັບທິມ (ໝາກທັບທິມ)
ສື່ເຖິງລູກຫຼານຫຼວງຫຼາຍ, ຄວາມສາມັກຄີ ແລະ ຄວາມຈະເລີນຮຸ່ງເຮືອງຂອງຄອບຄົວ
🍍 ໝາກນັດ
ສື່ເຖິງໂຊກລາບທີ່ເຂົ້າມາ, ຄວາມມັ່ງຄັ່ງ ແລະ ຄວາມຈະເລີນຮຸ່ງເຮືອງ
🍐 ສາລີ່ (ໝາກສາລີ່)
ສື່ເຖິງຄວາມຣາບຣື່ນ, ຄວາມຄ່ອງຕົວ ແລະ ຄວາມເປັນສິຣິມົງຄຸນ
👉ນອກຈາກອາຫານມົງຄຸນເຫຼົ່ານີ້ແລ້ວ ຍັງສາມາດເພີ່ມອາຫານ ຫຼື ເຂົ້າໜົມທີ່ບັນພະບູລຸດມັກ ເພີ່ມເຕີມໄດ້ ບໍ່ວ່າຈະເປັນ ໄກ່ທອດ, ພິດຊ່າ, ຖົວລຽນ ແລະ ອື່ນໆ. ຂໍ້ຈໍາກັດດຽວຄື ຢ່າເປັນອາຫານທີ່ບູດ ຫຼື ເສຍງ່າຍ ເນື່ອງຈາກການໄຫວ້ໃຊ້ເວລານານ, ຄວນປະມັດປະມອງເລື່ອງສຸຂະອະນາໄມ ເພື່ອໃຫ້ເມື່ອໄຫວ້ເສັດແລ້ວຈະສາມາດນໍາມາກິນຕໍ່ໄດ້.
❤️ ແລ້ວຕ້ອງຈັດແນວໃດ?
ຈິງໆ ແລ້ວ ບໍ່ມີສູດດຽວທີ່ໃຊ້ກັບທຸກຄອບຄົວ, ບາງເຮືອນຈັດພຽງ ຊຸດເຈ້ຍໄຫວ້ ບັນພະບູຫລຸດ ເຈ້ຍຜີເລ້ລ້ອນ ພູເງິນ ພູທອງ ນ້ຳຊາ + ໝາກໄມ້ + ເຂົ້າໜົມ, ບາງເຮືອນເພີ່ມອາຫານຄາວຫຼາຍຢ່າງ, ແລະ ບາງເຮືອນຈັດໂຕະໃຫຍ່ຕາມທໍານຽມທີ່ສືບທອດກັນມາ. ສິ່ງສໍາຄັນຈຶ່ງບໍ່ແມ່ນ “ໂຕະຕ້ອງໃຫຍ່ປານໃດ” ແຕ່ ອາຫານໃນໂຕະ ຄືสิ่งທີ່ລູກຫຼານຕັ້ງໃຈກຽມໃຫ້ກັບຄົນທີ່ຍັງຢູ່ໃນຄວາມຊົງຈໍາ.
ສາດຈີນຈຶ່ງເປັນຫຼາຍກວ່າການຈັດເຄື່ອງໄຫວ້
ແຕ່ເປັນຊ່ວງເວລາທີ່ເຮົາໄດ້ຢຸດ ຣະລຶກເຖິງວ່າ ກວ່າທີ່ເຮົາຈະມີມື້ນີ້ ມີຄົນຮຸ່ນກ່ອນອີກຈັກຄົນທີ່ເຄີຍເບິ່ງແຍງຄອບຄົວຂອງເຮົາ 🏮❤️
✨ ເຄັດລັບ
ບໍ່ຈໍາເປັນຕ້ອງຈັດເຄື່ອງໄຫວ້ໃຫ້ຫຼາຍທີ່ສຸດ ແຕ່ຄວນເລືອກຂອງທີ່ມີຄວາມໝາຍດີ, ສົດໃໝ່ ແລະ ເໝາະກັບທໍານຽມຂອງຄອບຄົວ.
ເພາະสิ่งສໍາຄັນທີ່ສຸດຂອງການໄຫວ້ສາດຈີນ ຄື ຄວາມກະຕັນຍູ, ຄວາມຣະລຶກເຖິງບັນພະບູລຸດ ແລະ ຄວາມຕັ້ງໃຈຂອງລູກຫຼານ ❤️
🎯 ຮ້ານຕີຫຍູ໋ ຂາຍເຈ້ຍໄຫວ້ ຜະລິດ ຄົບທຸກຢ່າງ
ສົນໃຈໂທຮ☎️ 020 28384848