Fan Chanphew PS

Fan Chanphew PS Business Service

06/10/2022

ອັດຕາເງິນເຟີ້ໃນ ສປປ ລາວ ປະຈຳເດືອນກັນຍາ 2022 ຢູ່ທີ່ 34.05% ເຊິ່ງສູງຂຶ້ນຕື່ມຈາກເດືອນສິງຫາ ທີ່ຜ່ານມາ
ອີງຕາມທີ່ມາຈາກ ສູນສະຖິຕິແຫ່ງຊາດ
(ກ້ອງຄອມເມັ້ນ)

06/10/2022

ສະພາບອັດຕາເງິນເຟີ້ປະຈຳເດືອນ ກັນຍາ 2022

- ອັດຕາເງິນເຟີ້ລວມ ເດຶອນກັນຍາ 2022 ທຽບ ປີຕໍ່ປີ ຫຼືທຽບກັບເດືອນດຽວກັນຂອງປີຜ່ານມາ ແມ່ນຍັງມີທ່າອ່ຽງ ເພີ່ມຂຶ້ນຕໍ່ເນື່ອງ ຢູ່ໃນລະດັບ 34,0% (ເດືອນສິງຫາ 2022 ແມ່ນ 30,0). ເນື່ອງຈາກການເພີ່ມສູງຂຶ້ນທຸກຫມວດ ສິນຄ້າ ຂອງດັດຊະນີ ເປັນຕົ້ນແມ່ນ: ຫມວດສະບຽງອາຫານ ແລະເຄື່ອງດື່ມບໍ່ແມ່ນເຫຼົ້າ ເພີ່ມຂຶ້ນ 35,5% ໂດຍມາ ຈາກການເພີ່ມສູງຂຶ້ນຂອງລາຄາເຂົ້າສານ, ຊີ້ນປະເພດຕ່າງໆ ໂດຍສະເພາະແມ່ນຊີ້ນຫມູ, ສັດປີກ, ປາ ແລະອາຫານ ທະເລ, ໄຂ່, ນ້ໍາມັນພຶດ, ຫມາກໄມ້, ຜັກສົດ ເປັນຕົ້ນ. ເຫມວດຄົມມະນາຄົມ ແລະຂົນສົ່ງ ເພີ່ມຂຶ້ນ 51,7% ໂດຍ ສະເພາະລາຄານ້ໍາມັນເຊື້ອໄຟຍັງ ເພີ່ມຂຶ້ນເຖີງ 102,4%, ພາຫະນະການຂົນສົ່ງ ແລະອາໄຫລ່ລົດຍົນຍັງມີລາຄາເພີ່ມ ສູງ. ນອກນັ້ນ, ສິນຄ້າອຸປະໂພກ-ບໍລິໂພກອຶ່ນໆ ຍັງມີທ່າອ່ຽງເພີ່ມຂຶ້ນເຊັ່ນດຽວກັນ ເຊັ່ນ: ເຫຼົ້າ ແລະຢາສູບ, ເຄື່ອງນຸ່ງ ແລະເກີບ, ເຄື່ອງກໍ່ສ້າງ ແລະອຸປະກອນສ້ອມແປງເຮືອນ, ເຄື່ອງໃຊ້ໃນເຮືອນ, ຮັກສາສຸຂະພາບ ແລະຢາ, ການສຶກສາ,

ບັນເທິງພັກຜ່ອນ ແລະເຄື່ອງໃຊ້ສ່ວນຕົວ ຍ້ອນການອ່ອນຄ່າຂອງເງິນກີບ, ຂະນະດຽວກັນ ຄໍາຮູບປະພັນ ທຽບກັບ ໄລຍະດຽວກັນກັບເດືອນຜ່ານມາ ມີທ່າອ່ຽງຫຼຸດລົງເລັກນ້ອຍ -1,0%. • ປັດໄຈ ແລະສາຍເຫດຂອງອັດຕາເງິນເຟີ້ ເດືອນກັນຍາ 2022 ເພີ່ມສູງຂຶ້ນແມ່ນມາຈາກບາງປັດໄຈດັ່ງນີ້:

+ ປັດໃຈພາຍນອກ:
- ຜົນກະທົບການແຜ່ລະບາດ ຂອງ ໂຄວິດ-19 ທີ່ແກ່ຍາວ ແລະແພ່ລາມໄປທົ່ວໂລກ ສົ່ງຜົນເຮັດໃຫ້ລະບົບເສດຖະກິດຫຼາຍປະເທດມີລັກສະນະທົດຖອຍ;
- ສະພາບ ຄວາມບໍ່ສະຫງົບທາງດ້ານການເມຶອງ ແລະການຂັດແຍ່ງ ທາງການທະຫານ ຂອງປະເທດມະຫາອໍານາດໃນໂລກ ເຮັດໃຫ້ຫຼາຍປະເທດໄດ້ຮັບຜົນກະທົບທາງກົງ ແລະທາງອ້ອມ;
- ສະພາບການຂອງພາກພື້ນ ແລະ ສາກົນ ຍັງສືບຕໍ່ຜັນແປຢ່າງສັບສົນ ທີ່ຄາດຄະເນໄດ້ຍາກ ເຊິ່ງຈະສົ່ງຜົນກະທົບທາງກົງ ແລະທາງອ້ອມຕໍ່ສະພາບເສດຖະກິດ;

+ ປັດໃຈພາຍໃນ:
- ຖານການຜະລິດພາຍໃນປະເທດແມ່ນຍັງບໍ່ທັນເຂັ້ມແຂງ, ສ່ວນຫຼາຍແມ່ນນໍາເຂົ້າຈາກຕ່າງປະເທດ ເຮັດໃຫ້ມີ ຕົ້ນທຶນສູງຂຶ້ນ;
- ສະພາບອັດຕາແລກປ່ຽນ, ການອ່ອນຄ່າຂອງເງິນກີບທຽບໃສ່ເງິນຕາຕ່າງປະເທດແມ່ນຍັງອ່ອນຄ່າລົງ ສົ່ງຜົນໃຫ້ລາຄາສິນຄ້າປະເພດນໍາເຂົ້າມີລາຄາສູງຂຶ້ນ;
- ລາຄານ້ໍາມັນເຊື້ອໄຟ ແມ່ນຍັງມີການເຫນັງຕີງເພີ່ມສູງຂຶ້ນ ສົ່ງຜົນກະທົບໃສ່ຄ່າຄອງຊີບເພີ່ມຂຶ້ນສູງ ແລະ ເຮັດໃຫ້ຫມວດສິນຄ້າອື່ນໆເພີ່ມຂຶ້ນຍ້ອນຕົ້ນທຶນການຜະລິດສິນຄ້າ ແລະ ບໍລິການເພີ່ມຂຶ້ນ;
- ປັດໃຈອຶ່ນໆ ເຊັ່ນ: ການຜະລິດກະສິກໍາ ແມ່ນຢູ່ໃນຊ່ວງລະດູການທີ່ຜະລິດທີພົບບັນຫາຈາກໄພທໍາມະຊາດ(ຝົນຕົກ, ນ້ໍາຖ້ວມ)

ທີ່ມາ: ສູນສະຖິຕິແຫ່ງຊາດ

Address

Ban HatHience
Luang Phrabang
799

Telephone

+8562095433374

Website

Alerts

Be the first to know and let us send you an email when Fan Chanphew PS posts news and promotions. Your email address will not be used for any other purpose, and you can unsubscribe at any time.

Share