ກົດໝາຍ ວໍຊັນ ລາວ/Walson Law Firm Lao/华尊律师事务所

ກົດໝາຍ ວໍຊັນ ລາວ/Walson Law Firm Lao/华尊律师事务所 Walson Law Firm was established in Vientiane, Lao PDR, an international law firm committed to deeply integrating into the Lao market.

Weekly Legal Update | This is the latest notices that collect, where you can follow news about legal developments quickl...
23/06/2026

Weekly Legal Update | This is the latest notices that collect, where you can follow news about legal developments quickly, efficiently and completely. By following our page, please see more information in the images and text below the pictures.
-------------------
ອັບເດດກົດໝາຍປະຈຳອາທິດ | ກ່ຽວກັບແຈ້ງການ ທາງການດ້ານກົດໝາຍສະບັບລ່າສຸດ, ເຊິ່ງທ່ານສາມາດຕິດຕາມຂ່າວສານກ່ຽວກັບການພັດທະນາທາງດ້ານກົດໝາຍໄດ້ຢ່າງວ່ອງໄວ, ມີປະສິດທິພາບ ແລະ ຄົບຖ້ວນໄດ້ ຜ່ານການຕິດຕາມເພຈຂອງພວກເຮົາ ກະລຸນາເບິ່ງຂໍ້ມູນເພີ່ມເຕີມທີ່ຮູບພາບ ແລະ ຂໍ້ຄວາມດ້ານລຸ່ມເອກະສານ

🏢 ຫົວຂໍ້: ບໍລິສັດ ກົດໝາຍ ວໍຊັນ (Walson Law Firm) ເປີດໂຕການກະກຽມສ້າງຕັ້ງຫ້ອງການຢູ່ ປະເທດ ມຽນມາ ເພື່ອຂະຫຍາຍການບໍລິການໃນພາກ...
19/06/2026

🏢 ຫົວຂໍ້: ບໍລິສັດ ກົດໝາຍ ວໍຊັນ (Walson Law Firm) ເປີດໂຕການກະກຽມສ້າງຕັ້ງຫ້ອງການຢູ່ ປະເທດ ມຽນມາ ເພື່ອຂະຫຍາຍການບໍລິການໃນພາກພື້ນອາຊີຕາເວັນອອກສຽງໃຕ້ ແລະ ອາຊີໃຕ້.

ໃນວັນທີ 18 ມິຖຸນາ 2026, ຢູ່ທີ່ນະຄອນຊຽງໄຮ້, ໃນກອງປະຊຸມສຸດຍອດ "ການແລກປ່ຽນການລົງທຶນ ແລະ ການຄ້າ ມຽນມາ-ຈີນ", ບໍລິສັດ ກົດໝາຍ ວໍຊັນ (Walson Law Firm) ໄດ້ລົງນາມໃນບົດບັນທຶກຄວາມເຂົ້າໃຈ (MOU) ຢ່າງເປັນທາງການຮ່ວມກັບຄູ່ຮ່ວມງານມຽນມາ ເພື່ອເລີ່ມຕົ້ນການກະກຽມສ້າງຕັ້ງຫ້ອງການ ປະຈຳປະເທດ ມຽນມາ.

ການລົງນາມໃນບົດບັນທຶກຄວາມເຂົ້າໃຈຄັ້ງນີ້ ສະແດງໃຫ້ເຫັນວ່າ ຫຼັງຈາກທີ່ ບໍລິສັດ ກົດໝາຍ ວໍຊັນ ໄດ້ດຳເນີນທຸລະກິດ ແລະ ຝັງຮາກຖານຢ່າງເລິກເຊິ່ງໃນຕະຫຼາດລາວມາເປັນເວລາ 8 ປີ, ທາງບໍລິສັດໄດ້ເລີ່ມຕົ້ນບຸກຕະຫຼາດມຽນມາຢ່າງເປັນທາງການ ແລະ ຍັງເປັນການຍູ້ແຮງການສ້າງຕັ້ງການບໍລິການໃນພາກພື້ນອາຊີຕາເວັນອອກສຽງໃຕ້ ແລະ ອາຊີໃຕ້ ຕື່ມອີກກ້າວໜຶ່ງ.

ໃນອະນາຄົດ, ບໍລິສັດ ກົດໝາຍ ວໍຊັນ ຈະອີງໃສ່ຊັບພະຍາກອນຈາກສາມແຫຼ່ງ ຄື: ຈີນ, ລາວ ແລະ ມຽນມາ ເພື່ອຄ່ອຍໆສ້າງພື້ນທີ່ບໍລິການໃນພາກພື້ນ ທີ່ກວມເອົາຕະຫຼາດຫຼັກໆໃນອາຊີຕາເວັນອອກສຽງໃຕ້ ແລະ ອາຊີໃຕ້, ເພື່ອສະໜອງການສະໜັບສະໜູນຮອບດ້ານໃຫ້ແກ່ວິສາຫະກິດໃນການລົງທຶນລະຫວ່າງປະເທດ, ການພັດທະນາໂຄງການ ແລະ ການດຳເນີນງານໃນພາກພື້ນ.

ອີງຕາມແຜນງານ, ຫ້ອງການຂອງ ບໍລິສັດ ກົດໝາຍ ວໍຊັນ ປະຈຳມຽນມາ ຈະສຸມໃສ່ຂະແໜງພະລັງງານ, ໄຟຟ້າ ແລະ ບໍ່ແຮ່ ເປັນຫຼັກ, ພ້ອມທັງກວມເອົາທຸລະກິດທີ່ກ່ຽວຂ້ອງ ເປັນຕົ້ນແມ່ນ ໂຄງລ່າງພື້ນຖານ, ການຜະລິດ ແລະ ການລົງທຶນຂ້າມແດນ. ໃນອະນາຄົດ ຈະຄ່ອຍໆສ້າງລະບົບການບໍລິການວິຊາຊີບ ທີ່ກວມເອົາ ການເຂົ້າເຖິງການລົງທຶນ, ການພັດທະນາໂຄງການ, ການຄວບລວມ ແລະ ການຊື້ກິດຈະການ, ການເຮັດທຸລະກຳທາງການເງິນ, ການຄຸ້ມຄອງຄວາມສອດຄ່ອງທາງກົດໝາຍ, ການປະສານງານວຽກງານກັບພາກລັດ ຕະຫຼອດຮອດການບໍລິການແກ້ໄຂຂໍ້ຂັດແຍ່ງ.

ໃນອະນາຄົດ, ບໍລິສັດ ກົດໝາຍ ວໍຊັນ ຈະນຳໃຊ້ ສປປ ລາວ ເປັນສູນກາງການດຳເນີນງານໃນພາກພື້ນ, ແລະ ໃຊ້ມຽນມາເປັນທິດທາງການຂະຫຍາຍຍຸດທະສາດທີ່ສຳຄັນ, ສືບຕໍ່ປັບປຸງການສ້າງເວທີບໍລິການຂ້າມແດນ "ຈີນ-ລາວ-ມຽນມາ" ໃຫ້ສົມບູນແບບ, ແລະ ຄ່ອຍໆຂະຫຍາຍຕາໜ່າງການບໍລິການວິຊາຊີບ ໃຫ້ກວມເອົາຕະຫຼາດຫຼັກໃນອາຊີຕາເວັນອອກສຽງໃຕ້ ແລະ ອາຊີໃຕ້ ໂດຍຫວັງວ່າ ຈະສາມາດສ້າງມູນຄ່າທາງທຸລະກິດທີ່ຍິ່ງໃຫຍ່ກວ່າເກົ່າ ໃຫ້ແກ່ລູກຄ້າໃນຂະແໜງພະລັງງານ, ໄຟຟ້າ, ບໍ່ແຮ່, ໂຄງລ່າງພື້ນຖານ, ການຜະລິດ ແລະ ການລົງທຶນຂ້າມແດນ ຜ່ານການຮ່ວມມືກັນໃນພາກພື້ນ, ພ້ອມທັງກາຍເປັນຄູ່ຮ່ວມງານໄລຍະຍາວ ທີ່ໄດ້ຮັບຄວາມໄວ້ວາງໃຈໃນການພາວິສາຫະກິດກ້າວເຂົ້າສູ່ຕະຫຼາດໃນພາກພື້ນ.

ເນື່ອງໃນໂອກາດທີ່ວຽກງານການກະກຽມສ້າງຕັ້ງຫ້ອງການມຽນມາ ໄດ້ເລີ່ມຕົ້ນຂຶ້ນຢ່າງເປັນທາງການ, ບໍລິສັດກົດໝາຍ ວໍຊັນ ຂໍເຊື້ອເຊີນທະນາຍຄວາມ, ທີ່ປຶກສາກົດໝາຍ ແລະ ບຸກຄະລາກອນວິຊາຊີບທີ່ກ່ຽວຂ້ອງ ທີ່ມີອຸດົມການຮ່ວມກັນໃນການພັດທະນາສາກົນ, ມີຄວາມສາມາດທາງດ້ານວິຊາຊີບ ແລະ ມີເປົ້າໝາຍໃນການເລີ່ມຕົ້ນທຸລະກິດ ເຂົ້າຮ່ວມເປັນສ່ວນໜຶ່ງກັບທີມງານຂອງພວກເຮົາ.

ໃນຂະນະດຽວກັນ, ພວກເຮົາຍັງຍິນດີຕ້ອນຮັບ ບໍລິສັດກົດໝາຍ, ບໍລິສັດບັນຊີ, ອົງກອນທີ່ປຶກສາດ້ານພາສີ, ອົງກອນທີ່ປຶກສາການລົງທຶນ ແລະ ອົງກອນບໍລິການວິຊາຊີບອື່ນໆ ໃນການສ້າງສາຍພົວພັນຮ່ວມມືກັບ ບໍລິສັດ ກົດໝາຍ ວໍຊັນ ເພື່ອຮ່ວມກັນບໍລິການລູກຄ້າໃນຕະຫຼາດພາກພື້ນ, ຊຸກຍູ້ການລົງທຶນຂ້າມແດນ ແລະ ການຮ່ວມມືທາງທຸລະກິດ.

ຫາກທ່ານມີຄວາມສົນໃຈກ່ຽວກັບການກະກຽມສ້າງຕັ້ງຫ້ອງການ ປະຈຳ ປະເທດມຽນມາ, ໂອກາດຄວາມກ້າວໜ້າທາງອາຊີບ ຫຼື ການຮ່ວມມືທາງທຸລະກິດ, ທ່ານສາມາດຕິດຕໍ່ຫາພວກເຮົາໄດ້ ເພື່ອຮ່ວມກັນສ້າງໂອກາດໃໝ່ໃຫ້ແກ່ການພັດທະນາໃນພາກພື້ນ.

ຂໍຂອບໃຈ. ✨

ແຫຼ່ງຂໍ້ມູນອ້າງອີງ: https://mp.weixin.qq.com/s/mouk1NAPXpM5p29njv3chw?mpshare=1&scene=1&srcid=0618jT2b2xPcSxsr1CM4tAXS&sharer_shareinfo=44ba44a83f16aaf564c197a274c5782e&sharer_shareinfo_first=2e1aeb18e877be4872bf0dd4fab6df8d&from=industrynews

ໃນເດືອນທັນວາ 2025, ໄດ້ມີການປະກາດລາຍຊື່ '20 ອັນດັບ ທະນາຍຄວາມດີເດັ່ນ ດ້ານການບໍລິການຕ່າງປະເທດ ປະຈຳປີ 2025 ໂດຍສະຖາບັນ Law Ne...
19/06/2026

ໃນເດືອນທັນວາ 2025, ໄດ້ມີການປະກາດລາຍຊື່ '20 ອັນດັບ ທະນາຍຄວາມດີເດັ່ນ ດ້ານການບໍລິການຕ່າງປະເທດ ປະຈຳປີ 2025 ໂດຍສະຖາບັນ Law News Agency (律新社) ເຊິ່ງທ່ານນາງ ຫຼິວ ຟາງ ແມ່ນໜຶ່ງໃນຜູ້ທີ່ໄດ້ຮັບຄັດເລືອກຢ່າງສົມກຽດ.

ໃນໄລຍະທີ່ຜ່ານມາ, ທາງສະຖາບັນ Law News Agency (律新社) ໄດ້ຮ່ວມສົນທະນາກັບທ່ານ ເພື່ອຖອດຖອນບົດຮຽນກ່ຽວກັບປະສົບການ ການເຮັດວຽກຢ່າງເລິກເຊິ່ງຢູ່ ສປປ ລາວ, ສະຕິປັນຍາໃນການຈັດຕັ້ງປະຕິບັດໂຄງການຂະໜາດໃຫຍ່, ລວມທັງປະສົບການສ່ວນຕົວ ແລະ ກົນໄກຂອງບໍລິສັດທີ່ປຶກສາກົດໝາຍ ເພື່ອເປັນບົດຮຽນອັນມີຄຸນຄ່າໃຫ້ແກ່ວິສາຫະກິດຈີນ ໃນການຂະຫຍາຍທຸລະກິດສູ່ພາກພື້ນອາຊີຕາເວັນອອກສ່ຽງໃຕ້.

ນອກຈາກນີ້, ທ່ານສາມາດອ່ານເນື້ອຫາຂອງການສົນທະນາໄດ້ເພີ່ມເຕີມໄດ້ທີ່: https://mp.weixin.qq.com/s/vQzFXLJ4pgEQlX4SD73D5w?mpshare=1&scene=1&srcid=0613T8T85APq5PcT3SVbnvmD&sharer_shareinfo=ce7c05e7fc3c18b77676de637213019e&sharer_shareinfo_first=7b96d6c36f8a582b3b5fd1772bcdffbe&from=industrynews

Weekly Legal Update | This is the latest notices that collect, where you can follow news about legal developments quickl...
05/06/2026

Weekly Legal Update | This is the latest notices that collect, where you can follow news about legal developments quickly, efficiently and completely. By following our page, please see more information in the images and text below.
-------------------
ອັບເດດກົດໝາຍປະຈຳອາທິດ | ກ່ຽວກັບແຈ້ງການ ທາງການດ້ານກົດໝາຍສະບັບລ່າສຸດ, ເຊິ່ງທ່ານສາມາດຕິດຕາມຂ່າວສານກ່ຽວກັບການພັດທະນາທາງດ້ານກົດໝາຍໄດ້ຢ່າງວ່ອງໄວ, ມີປະສິດທິພາບ ແລະ ຄົບຖ້ວນໄດ້ ຜ່ານການຕິດຕາມເພຈຂອງພວກເຮົາ ກະລຸນາເບິ່ງຂໍ້ມູນເພີ່ມເຕີມທີ່ຮູບພາບ ແລະ ຂໍ້ຄວາມດ້ານລຸ່ມ

ລິ້ງເອກະສານ:

https://www.laoofficialgazette.gov.la/kcfinder/upload/files/1338-13-5-2026_0001.pdf

https://www.laoofficialgazette.gov.la/kcfinder/upload/files/1339-13-5-2026_0001.pdf

Weekly Legal Update | This is the latest notices that collect, where you can follow news about legal developments quickl...
29/05/2026

Weekly Legal Update | This is the latest notices that collect, where you can follow news about legal developments quickly, efficiently and completely. By following our page, please see more information in the images and text below.
-------------------
ອັບເດດກົດໝາຍປະຈຳອາທິດ | ກ່ຽວກັບແຈ້ງການ ທາງການດ້ານກົດໝາຍສະບັບລ່າສຸດ, ເຊິ່ງທ່ານສາມາດຕິດຕາມຂ່າວສານກ່ຽວກັບການພັດທະນາທາງດ້ານກົດໝາຍໄດ້ຢ່າງວ່ອງໄວ, ມີປະສິດທິພາບ ແລະ ຄົບຖ້ວນໄດ້ ຜ່ານການຕິດຕາມເພຈຂອງພວກເຮົາ ກະລຸນາເບິ່ງຂໍ້ມູນເພີ່ມເຕີມທີ່ຮູບພາບ ແລະ ຂໍ້ຄວາມດ້ານລຸ່ມ

👨🏻‍🏫Happy Labor Day to all the incredible individuals who keep the world turning!🧳⚖️Every great achievement is built on ...
01/05/2026

👨🏻‍🏫Happy Labor Day to all the incredible individuals who keep the world turning!🧳⚖️

Every great achievement is built on the foundation of hard work and dedication. From the smallest tasks to the biggest projects, every effort counts and every worker matters. Today, we honor the hands that build our future and the spirits that never give up.👮🏻‍♂️👩🏻‍🌾✨

⚖️Weekly Legal Update | This is the latest notices that collect, where you can follow news about legal developments quic...
01/05/2026

⚖️Weekly Legal Update | This is the latest notices that collect, where you can follow news about legal developments quickly, efficiently and completely. By following our page, please see more information in the images and text below.

Address

Pan-Asia International Office, Thatluang Avenue No. 1, Thatluang Economic Zone
Lao Pdr

Opening Hours

Monday 08:30 - 17:30
Tuesday 08:30 - 17:30
Wednesday 08:30 - 17:30
Thursday 08:30 - 17:30
Friday 08:30 - 17:30

Telephone

+85621419295

Alerts

Be the first to know and let us send you an email when ກົດໝາຍ ວໍຊັນ ລາວ/Walson Law Firm Lao/华尊律师事务所 posts news and promotions. Your email address will not be used for any other purpose, and you can unsubscribe at any time.

Contact The Business

Send a message to ກົດໝາຍ ວໍຊັນ ລາວ/Walson Law Firm Lao/华尊律师事务所:

Share