18/11/2021
🥳🥳ສະບາຍດີ ເນື່ອງໃນໂອກາດສະຫລອງ ຄົບຮອບວັນສ້າງຕັ້ງບໍລິສັດ 1081009 ກຣຸບ (108Jobs)
ວັນທີ 12/12/2011-12/12/2021 (ຄົບຮອບ 10 ປີ) ທີ່ຈະມາເຖິງນີ້🥳🥳
ໃນໂອກາດນີ້ພວກເຮົາໄດ້ມີໂຄງການ ຮ່ວມສະຫລອງ 108Jobs ຄົບຮອບ 10ປີ ດັ່ງນີ້:
- ສານຝັນປັ້ນອາຊີບ ຫຼື ໂຄງການ O2 (Occupational Opportunities)
- WeeM - Women’s Economic Empowerment Miracle ມະຫັດສະຈັນພະລັງທາງເສດຖະກິດຂອງຜູ້ຍິງ
- ທ້າວສ້າງນາງສາ ຄູ່ຄິດທຸລະກິດຊຸມຊົນ
- Cocoon by L.LEE (ໂຄຄູນເປັນໂຄງການທີ່ເປີດໂອກາດໃຫ້ເດັກ ແລະ ຜູ້ປົກຄອງເປີດໂລກແຫ່ງການຄົ້ນພົບອາຊີບທີ່ຫຼາກຫຼາຍ ໃຫ້ເດັກນ້ອຍສາມາດເຂົ້າໃຈກ່ຽວກັບສາຍຮຽນ ແລະ ສາຍອາຊີບຕ່າງໆໄດ້ຫຼາຍຂຶ້ນ)
- ແລະ ຍັງມີໂຄງການອື່ນໆທີ່ຈະເປີດໂຕໄວໆນີ້
🙏🏻ສຸດທ້າຍນີ້ຕະຫຼອດໄລຍະເວລາສ້າງຕັ້ງບໍລິສັດ ພວກເຮົາຂໍຂອບໃຈທຸກພາກສ່ວນທີ່ໃຫ້ການສະໜັກສະໜູນພວກເຮົາມາຕະຫຼອດ ພວກເຮົາຈະສືບຕໍ່ສ້າງສິ່ງດີ ເພື່ອຜູ້ຈ້າງງານ ແລະ ຜູ້ຊອກວຽກໃນ ສປປ ລາວ
🙏🏻ຫວັງຢ່າງຍິ່ງວ່າ ທຸກທ່ານຈະສະໜັບສະໜູນຜະລິດຕະພັນໃໝ່ໆຂອງພວກເຮົາ ບໍ່ວ່າຈະເປັນເລື່ອງຊອກວຽກ ຫຼື ຊອກຄົນ ສາມາດສອບຖາມກັບພວກເຮົາໄດ້ສະເໝີ
#ໂຄງການຮ່ວມສະຫລອງ108Jobsຄົບຮອບ10ປີ
ົບຮອບ10ປີ🥳🥳