10/07/2026
🎈ບັນຍາກາດງານ "Boost Live ເຄື່ອງມືເພີ່ມຍອດຂາຍ ໃນຍຸກ Live Commerce"
ຜ່ານພົ້ນໄປຢ່າງຈົບງາມ ແລະ ເຕັມໄປດ້ວຍຄວາມຮູ້! ກັບງານສໍາມະນາສຸດພິເສດ ທີ່ໄດ້ຮວບຮວມເອົາສຸດຍອດແນວຄິດ, ເຕັກນິກ ແລະ ເຄື່ອງມືທີ່ຈະມາພິກການຂາຍອອນລາຍໃຫ້ປັງກວ່າເກົ່າໃນຍຸກດິຈິຕອລ.
ງານໃນຄັ້ງນີ້ໄດ້ຮັບກຽດຢ່າງສູງຈາກບັນດາຄູ່ຮ່ວມພັດທະນາທັງພາກລັດ ແລະ ເອກະຊົນ ທີ່ໃຫ້ຄວາມສໍາຄັນໃນການຊຸກຍູ້ເສດຖະກິດດິຈິຕອລໃນລາວ ໂດຍມີແຂກຜູ້ມີກຽດເຂົ້າຮ່ວມ:
1️⃣ຕາງໜ້າພະແນກຄຸ້ມຄອງການຄ້າເອເລັກໂຕນິກ, ກົມການຄ້າພາຍໃນ ກະຊວງອຸດສາຫະກຳ ແລະ ການຄ້າ
2️⃣ຕາງໜ້າກົມຂະບວນການ ສູນກາງຊາວໜຸ່ມປະຊາຊົນ ປະຕິວັດລາວ
3️⃣ ຫົວໜ້າພະແນກກົມດິຈິຕອລ ກະຊວງເຕັກໂນໂລຊີ ແລະ ການສື່ສານ
💡ເຕັມອີ່ມກັບຄວາມຮູ້ຈາກວິທະຍາກອນຊັ້ນນໍາພາຍໃນງານ, ຜູ້ເຂົ້າຮ່ວມໄດ້ເຈາະເລິກກົນລະຍຸດ ແລະ ເຄື່ອງມືຕົວຊ່ວຍໃນການໄລຟ໌ສົດ (Live Commerce) ໃຫ້ມີປະສິດທິພາບສູງສຸດ ຈາກການແບ່ງປັນປະສົບການຂອງວິທະຍາກອນລະດັບມືອາຊີບ:
1️⃣Vrich Ruaysure
2️⃣Primo Live
3️⃣Buber Connect
“ເພີ່ມຍອດຂາຍ, ຫຼຸດຕົ້ນທຶນ ແລະ ເຂົ້າເຖິງລູກຄ້າໄດ້ໂດຍກົງ ດ້ວຍເຄື່ອງມືທີ່ຕອບໂຈດ"
🙏ຂໍຂອບໃຈທຸກໆພາກສ່ວນ, ແຂກຜູ້ມີກຽດ ແລະ ຜູ້ເຂົ້າຮ່ວມທຸກທ່ານ ທີ່ມີສ່ວນຮ່ວມໃນງານຄັ້ງນີ້ ເຮັດໃຫ້ງານຄັ້ງນີ້ປະສົບຜົນສຳເລັດຢ່າງງົດງາມ
❤️ພວກເຮົາພ້ອມແລ້ວທີ່ຈະກ້າວເຂົ້າສູ່ຍຸກ Live Commerce ແລະ ເຕີບໂຕໄປພ້ອມກັນ.
#ຮຸ່ງອາລຸນຂົນສົ່ງດ່ວນ
#ເພີ່ມຍອດຂາຍ #ເຄື່ອງມືການຕະຫຼາດ