14/07/2024
ສະບາຍດີລູກຄ້າທີ່ຮັກແພງ ທາງບໍລິສັດ ພີໂອເອັຈ ລາວ ຈຳກັດ ຂໍແຈ້ງມາຍັງລູກຄ້າທຸກທ່ານ ຕອນນີ້ທາງບໍລິສັດມີບັນຫາທາງການເງິນ ແລະ ຕິດຂັດໃນການແລ່ນເອກະສານຕ່າງໆ ສ່ວນເງິນທີ່ລົງທະບຽນນັ້ນຍັງປະສານແກ້ໄຂກັບຄູ່ຮ່ວມທຸລະກິດນຳ ດັ່ງນັ້ນທາງບໍລິສັດຈິງສະເໜີແກ້ໄຂ້ບັນຫາໃນການຄືນເງິນໃຫ້ກັບລູກຄ້າຜູ້ທີ່ເຫັນດີຮັບການຊຳລະເງິນຄືນເປັນລາຍເດືອນດັ່ງນີ້:
1. ບໍລິສັດ ຈະຊຳລະເງິນຄືນໃຫ້ກັບລູກຄ້າ 1 ຄົນ = 150 ໂດລາ /ຕໍ່ 1 ເດືອນ.
2. ບໍລິສັດ ຈະຄິດໄລ່ອັດຕາດອກເບ້ຍໃຫ້ກັບລູກຄ້າ 1 ຄົນ = 20% ໂດຍອີງໃສ່ຈຳນວນເງິນທີ່ລົງທະບຽນຕົວຈິງເທົ່ານັ້ນ(ຈະໃຫ້ດອກເບ້ຍພຽງຄັ້ງດຽວເທົ່ານັ້ນ).
3. ຫຼັງຈາກລວມຕົ້ນທຶນ ແລະ ດອກເບ້ຍເຂົ້າກັນແລ້ວຈະເອົາມາຫານໃຫ້ຈຳນວນເງິນທີ່ຈະຊຳລະເປັນລາຍເດືອນໃຫ້ກັບລູກຄ້າ.
4. ຖ້າລູກຄ້າຄົນໃດຕົກລົງເຫັນດີແມ່ນໃຫ້ສົ່ງຫາຂ້າພະເຈົ້າສ່ວນຕົວເລີຍເບີ 02091816555 ຫຼືເຂົ້າກຸ່ມຕາມລິ້ງນີ້: https://chat.whatsapp.com/KIgeQX5NWym4hGTt91ADvV ເພື່ອດຳເນີນເອກະສານສັນຍາການຊຳລະ ແລະ ແຈ້ງຕໍ່ອຳນາດການປົກຄອງ ຫຼື ກົມກອງທີ່ກ່ຽວຂ້ອງເພື່ອຮັບຮູ້ແລະລົງບັນທຶກເປັນລາຍລັກອັກສອນ ເພື່ອມອບໃຫ້ບໍລິສັດ ແລະ ລູກຄ້າເກັບໄວ້ເປັນຫຼັກຖານ.
#ສຳລັບລູກຄ້າທ່ານໃດທີ່ບໍ່ປະສົ່ງຈະຮັບຊຳລະເປັນລາຍເດືອນຕາມທີ່ທາງບໍລິສັດໄດ້ສະເໜີຕາມຂ້າງເທິງນັ້ນທາງບໍລິສັດຍິນຍ່ອມໃຫ້ລູກຄ້າດຳເນີນຕາມກົດໝາຍເພື່ອໄກ່ເກ່ຍກັນຕາມຂັ້ນຕອນ.
ທ້າຍສຸດນີ້ທາງບໍລິສັດຕ້ອງຂໍອະໄພໃນຄວາມບໍ່ສະດວກ ແລະ ຕໍ່ກັບບັນຫາໃນຄັ້ງນີ້ແມ່ນທາງບໍລິສັດຍິນດີຮັບຜິດຊອບຊຳລະເງິນຄືນ ແລະ ຫວັງເປັນຢ່າງຍິງວ່າ ລູກຄ້າ ແລະ ບໍລິສັດຈະຫາທາງອອກທີ່ດີໄດ້ນຳກັນ.
#ສ່ວນບຸກຄົນໃດທີ່ນຳການສະເໜີຂ່າວຫຼືການໂພດອື່ນທີ່ກໍ່ໃຫ້ເກີດຄວາມເສຍຫາຍກັບບໍລິສັດນັ້ນທາງເຮົາຈະດຳເນີນຕາມຂັ້ນຕອນກົດໝາຍຄຸ້ມຄອງສື່ສັງຄົມອອນລາຍ. ເພາະວ່າທາງບໍລິສັດບໍ່ໄດ້ລົບໜີ, ບໍລິສັດຍິນຍ່ອມຮັບຜິດຊອບ ແລະ ໄດ້ແຈ້ງຜ່ານທາງວອດແອັບໃຫ້ກັບລູກຄ້າແລ້ວ
🙏ຂໍຂອບໃຈ🙏