ລາວເພິ່ງລາວ - Lao Pherng Lao

  • Home
  • ລາວເພິ່ງລາວ - Lao Pherng Lao

ລາວເພິ່ງລາວ - Lao Pherng Lao ລາວເພິ່ງລາວສົ່ງເສີມການສ້າງຄວາມອາດສາມາດໃຫ້ກັບທຸລະກິດ MSME ໃນການຮັບມືກັບຜົນກະທົບຈາກ COVID-19

ເພຈນີ້ແມ່ນຢູ່ພາຍໃຕ້ໂຄງການສະໜັບສະໜູນສ້າງຄວາມອາດສາມາດໃຫ້ກັບຈຸລະວິສາຫະກິດ, ວິສາຫະກິດຂະໜາດນ້ອຍ ແລະ ກາງ ໃນການຮັບມືກັບຜົນກະທົບຈາກ COVID-19 ຂອງອົງການແຮງງານສາກົນ (ILO) ແລະ ໄດ້ຮັບການສະຫນັບສະຫນູນ ແລະ ຮ່ວມມືຈາກ ສູນບໍລິການ SME (SSC) ເຊີ່ງໄດ້ຮັບທຶນສົມທົບຈາກ ອົງການສະວິດເພື່ອການພັດທະນາປະຈໍາພາກພື້ນແມ່ນໍ້າຂອງ ຫຼື SDC.
------
Under the International Labour Organization's (ILO) Supporting Resilience of Lao MSMEs in

Response to COVID-19 Project and in collaboration with Service Center (SSC) funded by Swiss Agency for Development and Cooperation (SDC).

05/05/2026

[English Below]
⛽ ຕົ້ນທຶນການດໍາເນີນທຸລະກິດຂອງທ່ານເພີ່ມຂຶ້ນເປັນສອງເທົ່າ 😭
💯 ຈະຂາຍເພີ່ມ (Upsell) ແນວໃດ ແທນທີ່ຈະໄປເລັ່ງໃສ່ການຫຼຸດລາຍຈ່າຍ?

👉 ຕົ້ນທຶນທີ່ເພີ່ມຂຶ້ນຢ່າງເຫັນໄດ້ຊັດ ທັງທາງກົງ ແລະ ທາງອ້ອມ ຈາກລາຄານ້ຳມັນ ແລະ ການເຂົ້າມາຂອງ AI ເປັນໂຕເລັ່ງໃຫ້ທຸກຢ່າງໄວຂຶ້ນ.

😇 ພົບກັບ Guest Speaker ທີ່ມີປະສົບການສູງຂອງພວກເຮົາ
ທ່ານ Jonathon Chua, ທີ່ປຶກສາດ້ານກົນລະຍຸດທຸລະກິດ. ມີປະສົບການຫຼາຍກວ່າ 30 ປີ ໃນການໃຫ້ຄຳປຶກສາແກ່ CEO ໃນຫຼາຍໆປະເທດ. ແລະ ເປັນ Founder of Asia Business Connection ແລະ Former National Director and Director of Operations for Asia Pacific of BNI (120,000+ business owners across 16 countries). ເບິ່ງໂປຣໄຟລ໌ LinkedIn ຂອງເພິ່ນໄດ້ທີ່: https://www.linkedin.com/in/jonathonchua/

🎯 ໃນການໂອ້ລົມທາງອອນລາຍນີ້ ເຈົ້າຂອງທຸລະກິດຈະໄດ້ຮູ້:
👉 ເປັນຫຍັງ "ການຫຼຸດຕົ້ນທຶນ" ຈຶ່ງບໍ່ແມ່ນຄຳຕອບທີ່ດີທີ່ສຸດ.
👉 ວິທີການເພີ່ມຍອດຂາຍໃນໄລຍະທີ່ທຸກທຸລະກິດພະຍາຍາມຫຼຸດລາຍຈ່າຍ.
👉 ບົດສົນທະນາ (Script) ງ່າຍໆ ທີ່ພະນັກງານທ່ານສາມາດນໍາໄປໃຊ້ໄດ້ໃນການເພີ່ມຍອດຂາຍ.

🔰 ນີ້ບໍ່ແມ່ນພຽງທິດສະດີ, ແຕ່ມັນຄື "ການຢູ່ລອດ + ໂອກາດ".
📅 ຈັດທາງອອນລາຍ, ວັນພະຫັດ, ທີ 7 ພຶດສະພາ 2026 (10:00 - 11:00)
📍 (ຈະສົ່ງລິ້ງໃຫ້ຫຼັງຈາກທ່ານລົງທະບຽນ)
💬 ພຽງແຕ່ຄອມເມັ້ນວ່າ “UPSELL” ເພື່ອລົງທະບຽນລຸ່ມນີ້ ຫຼື DM ຫາພວກເຮົາ ເພື່ອຮັບລິ້ງ Zoom

ແທັກ (Tag) ເຈົ້າຂອງທຸລະກິດທີ່ທ່ານຄິດວ່າໜ້າຈະສົນໃຈໃນ Comment ໄດ້ເລີຍ
=================================

⛽ Your Operating Cost Just Doubled - How to Upsell Instead of Cutting OPEX?
🔥 Costs increased tangibly & intangibly from petrol and accelerates by AI.

✅ Meet our Guest Speaker - Jonathon Chua, a Strategic Business Advisor. with 30+ years advising multinational CEOs. Founder of Asia Business Connection and Former National Director and Director of Operations for Asia Pacific of BNI (120,000+ business owners across 16 countries). you can find his profile on LinkedIn: https://www.linkedin.com/in/jonathonchua/
Now he helps Asian businesses turn crisis into cash flow.

🎯 In this special virtual session for business owners:
👉 Why “cutting cost” is NOT the only answer
👉 How to upsell your way through the cost cutting environment
👉 One simple script any staff can use to raise order value

This is NOT theory. It’s survival + opportunity.

📅 Thursday, 7th May2026 (10.00 - 11.00)
📍 Online (link given after registration)
💬 Comment “UPSELL” below for Registration or DM us to get Zoom link

Tag a fellow SMEs owner who needs to see this.
Let’s stop surviving. Start selling smarter.

16/02/2026
The Lao National Chamber of Commerce and Industry (LNCCI) is currently seeking a consultant or service provider to provi...
11/02/2026

The Lao National Chamber of Commerce and Industry (LNCCI) is currently seeking a consultant or service provider to provide expert technical advice and support related to green financing in support of the Lasting Laos Project.
----------------
Complete the your detailed proposal and submit it to [email protected], [email protected]
Don’t miss this chance—apply today!
For more information here: https://bit.ly/45D13O8

15/12/2025

💢 ຝຶກອົບຮົມຫົວຂໍ້: How To Embrace KPIs for Financial Year 2026 💢

🧐 ທ່ານເຄີຍມີຄໍາຖາມໃນໃຈບໍ່ວ່າເປັນຫຍັງທິດສະດີທີ່ຮຽນມາ ໃຊ້ບໍ່ຄ່ອຍໄດ້ໃນໂລກແຫ່ງຄວາມເປັນຈິງຂອງທຸລະກິດ ຫຼື Corporate World?
Why Do So Many Theories Fail in the Corporate World?

🧐 ແລະ ທິດສະດີທັງຫຼາຍທີ່ກ່າວມາແມ່ນທົ່ວໂລກເຂົານໍາໃຊ້ ແຕ່ເປັນຫຍັງເຮົາບໍ່ສາມາດນໍາມາໃຊ້ໃນອົງກອນ ຫຼື ບໍລິສັດເຮົາໄດ້?
Those Theories have been used worldwide, so why can't we apply them effectively in our organization?

✅ ທ່ານຈະໄດ້ຮັບຄໍາຕອບໃນການຝຶກອົບຮົມນີ້ ແລະ ພ້ອມຮູ້ວິທີໃນການນໍາໃຊ້ ເພື່ອນໍາເອົາ Strategic KPIs ໄປໃຊ້ໃຫ້ເກີດຜົນເປັນຈິງກັບອົງກອນຂອງທ່ານ.
Unlock the answers, Avoid tick the box approach and Learn how to embrace strategic KPIs effectively for Financial Year 2026.

🔰 ການຝຶກອົບຮົມນີ້ເໝາະກັບ Who is this training suitable for:
👉 ຜູ້ບໍລິຫານ Executive Committee
👉 ຫົວນ້າພະແນກ Functional Management
👉 ບັນດາຜູ້ສືບທອດໃນອານາຄົດ Functional Successors
👉 ຝ່າຍບຸກຄະລາກອນ HR Business Partners
👉 ເຈົ້າຂອງກິດຈະການທີ່ມີພະນັກງານຈໍານວນຫຼາຍ Medium Enterprise Business Owner

✅ ສິ່ງທີ່ຜູ້ເຂົ້າຮ່ວມຈະໄດ້ຮູ້ເພີ່ມເຕີມ Bonus for Trainees:
1.​ ເຂົ້າໃຈເລິກຂຶ້ນກ່ຽວກັບ KPIs Methodology
2.​ ການຕັ້ງ Smart KPIs
3. ວິທີການໂອ້ລົມກັບພະນັກງານກ່ຽວກັບ Embracing KPIs
4.​ ການຕິດຕາມແລະປະເມີນຜົນ Off-Seasonal Performance Evaluation

👉 ສົນໃຈລົງທະບຽນໄດ້ https://wa.me/8562022778836
E-mail: [email protected]

21/08/2025

💢 ຝຶກອົບຮົມຂຽນແຜນທຸລະກິດ ສໍາລັບມືໃໝ່ ‼
✍️ ການເຮັດທຸລະກິດ ທີ່ບໍ່ມີແບບແຜນ ກໍ່ບໍ່ຕ່າງຫຍັງການປຸກເຮືອນທີ່ບໍ່ມີເສົາ ບໍ່ມີຄານ ສະນັ້ນ ການເລີ່ມຕົ້ນໃຫ້ຖືກວິທີເປັນບາດກ້າວທີ່ສໍາຄັນທີ່ສຸດ.

🔰 ຖ້າທ່ານຄິດຢາກຈະເຮັດທຸລະກິດຍອດຮິດດັ່ງລຸ່ມນີ້:
👉 ຮ້ານຄາເຟ່
👉 ຮ້ານອາຫານ ຮ້ານກິນດື່ມ
👉 ຂາຍເຄື່ອງ ຂາຍເສື້ອຜ້າ ອອນລາຍ
👉 ຊື້ມາ ຂາຍໄປ
👉 ເຮັດຫ້ອງແຖວໃຫ້ເຊົ່າ

💥 ເປັນທຸລະກິດຍອດຮິດທີ່ມີຈໍານວນຫຼວງຫຼາຍລົ້ມເລ້ວ ຫຼື ເຈັ່ງຕັ້ງແຕ່ປີທໍາອິດ!

✅ ຜູ້ເຂົ້າຮ່ວມຈະໄດ້ຮຽນຮູ້:
1.​ ການເຂົ້າໃຈຕະຫຼາດທີ່ຕົນເອງຈະແຂ່ງຂັນ Market Landscape
2.​ ການວາງຍຸດທະສາດຂອງຜະລິດຕະພັນ ແລະ ການບໍລິການແບບ USP
3. ການວາງແຜນທາງດ້ານການເງິນ ຫຼື Cashflow
4.​ ການບໍລິຫານຈັດການຄວາມສ່ຽງ Risk Management
5. ສາມາດເຈລະຈາຕໍ່ລອງດອກເບ້ຍເງິນກູ້ຕໍ່າໄດ້ໃນອານາຄົດ

✒️ ຄ່າສະໝັກເຂົ້າຮ່ວມແມ່ນ 100,000 ກີບ
📅 ວັນພະຫັດທີ 4 ກັນຍາ 2025 ເວລາ 9.00 ຫາ 12.00
📌 ສະຖານທີ່:​ Landmark Boutique Cafe
👉 ສົນໃຈຕິດຕໍ່ລົງທະບຽນ https://forms.gle/4iE9a1YJJVXo3Wkp9
ຫຼືສອບຖາມເພີ່ມເຕີມໄດ້ທີ່ https://wa.me/8562022778836
E-mail: [email protected]

3ໂປຣຮັບບຸນກັບຂະໜົມລາວຄິດຫາການເຮັດບຸນ ຄິດຫາເຂົ້າໜົມໄຂ່ທອງຄຳ1. ໂປຣໃສ່ບາດ ຊື້10ຫໍ່ແຖມ10ຫໍ່ ລາຄາ 50,000ກີບ2. ⁠ໂປຣໂຮງທານ ຊື້1...
26/05/2025

3ໂປຣຮັບບຸນກັບຂະໜົມລາວ
ຄິດຫາການເຮັດບຸນ ຄິດຫາເຂົ້າໜົມໄຂ່ທອງຄຳ
1. ໂປຣໃສ່ບາດ ຊື້10ຫໍ່ແຖມ10ຫໍ່ ລາຄາ 50,000ກີບ
2. ⁠ໂປຣໂຮງທານ ຊື້1ແກັດແຖມ1ແກັດ ລາຄາ 480,000ກີບ ຈາກລາຄາ 960,000ກີບ
3. ⁠ໂປຣເຮືອນບຸນ ຊື້3ແຖມ1ແກັດ ລາຄາ 1,392,000ກີບ ຈາກ 1,856,000ກີບ
(1ແກັດມີ 192ຫໍ່)
ສາມາດສັ່ງໄດ້ທີ່ເບີ 55115520

ສຳມະນາ ຫົວຂໍ້: “ທຸລະກິດ ແລະ ການຫຸ້ມຫໍ່ທີ່ຍືນຍົງ-Sustainable Business and Packaging”♻️ເພື່ອຮຽນຮູ້ ເຕັກໂນໂລຢີໃນການຫຸ້ມຫໍ່ ...
02/11/2023

ສຳມະນາ ຫົວຂໍ້: “ທຸລະກິດ ແລະ ການຫຸ້ມຫໍ່ທີ່ຍືນຍົງ-Sustainable Business and Packaging”♻️
ເພື່ອຮຽນຮູ້ ເຕັກໂນໂລຢີໃນການຫຸ້ມຫໍ່ ເພື່ອຄວາມຍືນຍົງຂອງທຸລະກິດ ແລະ ສິ່ງແວດລ້ອມ ໃຫ້ມີຄວາມເຂັ້ມແຂງ ແລະ ໝັ້ນຄົງ ຕໍ່ອົງກອນໃນອານາຄົດ
🗓️ວັນທີ: 20 ພະຈິກ 2023
🕐ເວລາ: 13:30-16:00 ໂມງ
📍ສະຖານທີ່: ທີ່ ສະພາການຄ້າ ແລະ ອຸດສາຫະກໍາແຫ່ງຊາດລາວ
👨🏻‍💼ນັກວິທະຍາກອນ: ຈາກມະຫາວິທະຍາໄລ ກະເສດສາດ (ປະທດໄທ)
ຄ່າສະໝັກ: 500,000ກີບ/ທ່ານ,
‼️ພິເສດ‼️ ສົ່ງລາຍຊື່ສະໝັກກ່ອນວັນທີ 15 ພະຈິກ 2023ນີ້ ຈ່າຍພຽງ 200,000ກີບ/ທ່ານ (ລວມອາຫານວ່າງ)

‼️ເປີດຮັບສະໝັກແລ້ວ‼️ຫຼັກສູດພື້ນຖານໃນການບັນທຶກບັນຊີ ສຳລັບການສອບເສັງລະດັບເລີ່ມຕົ້ນ 📚ຫຼັກສູດນີ້ ໄດ້ຮັບການອອກແບບໂດຍການອີງໃສ່...
21/09/2023

‼️ເປີດຮັບສະໝັກແລ້ວ‼️
ຫຼັກສູດພື້ນຖານໃນການບັນທຶກບັນຊີ ສຳລັບການສອບເສັງລະດັບເລີ່ມຕົ້ນ 📚
ຫຼັກສູດນີ້ ໄດ້ຮັບການອອກແບບໂດຍການອີງໃສ່ລະບົບການກວດສອບບັນຊີ. ເຊິ່ງຜູ້ເຂົ້າຮ່ວມຈະໄດ້ຮຽນຮູ້ກ່ຽວກັບຄວາມຮູ້ພື້ນຖານ ແລະ ທັກສະການລົງບັນຊີ ທີ່ສາມາດນຳໃຊ້ໄດ້ໃນຕົວຈິງ
ເນື້ອໃນຂອງຫຼັກສູດພື້ນຖານໃນການບັນທຶກບັນຊີ:
- ການລົງບັນຊີໃນເບື້ອງຕົ້ນ
- ຫຼັກການພື້ນຖານຂອງການລົງບັນຊີ
- ບັນຊີສຳລັບການຄ້າຂາຍ
- ເງິນສົດ ແລະ ເງິນຝາກ
- ເງິນກູ້ຢືມຕ້ອງຮັບ ແລະ ເງິນກູ້ຢືມຕ້ອງສົ່ງ
- ທຸລະກຳອື່ນໆ ແລະ ຊັບສິນຄົງທີ່
- ຕົ້ນທຶນ ແລະ ການລົງບັນຊີ
- ການເຮັດບັນຊີດຸ່ນດ່ຽງ
- ສອບເສັງເພື່ອວັດລະດັບຄວາມເຂົ້າໃຈ
#ທ່ານທີ່ຜ່ານການສອບເສັງວັດລະດັບ #ຈະໄດ້ຮັບໃບຢັ້ງຢືນການຝຶກອົບຮົມ
📌ຂໍ້ມູນເພີ່ມຕື່ມກ່ຽວກັບ ວັນທີ ແລະ ຄ່າລົງທະບຽນ ຢູ່ກ້ອງຄອມເມັນເດີ້

📣ເຊີນເຂົ້າຮ່ວມງານ ສະຫຼອງຄົບຮອບ 20 ປີ ອົງການຜະລິດຕະພັນແຫ່ງຊາດ ແລະ ເຂົ້າເປັນສະມາຊິກ ອົງການຜະລິດຕະພັນແຫ່ງຊາດ ເຊິ່ງຈະຈັດຂຶ້ນ...
16/11/2022

📣ເຊີນເຂົ້າຮ່ວມງານ ສະຫຼອງຄົບຮອບ 20 ປີ ອົງການຜະລິດຕະພັນແຫ່ງຊາດ ແລະ ເຂົ້າເປັນສະມາຊິກ ອົງການຜະລິດຕະພັນແຫ່ງຊາດ ເຊິ່ງຈະຈັດຂຶ້ນວັນທີ 24-26 ພະຈິກ 2022 ທີ່ສູນການຄ້າວຽງຈັນເຊັນເຕີ ນະຄອນຫຼວງວຽງຈັນ.

ພາຍໃນງານ​ຈະມີການ​ວາງສະແດງ​ ແລະ​ ຈຳໜ່າຍຜະລິດຕະພັນລາວ ທີ່ມາຈາກຫຼາກຫຼາຍຫົວໜ່ວຍທຸລະກິດທີ່ເຂົ້າຮ່ວມ.

Address


Website

Alerts

Be the first to know and let us send you an email when ລາວເພິ່ງລາວ - Lao Pherng Lao posts news and promotions. Your email address will not be used for any other purpose, and you can unsubscribe at any time.

  • Want your business to be the top-listed Business?

Share