S One SP ສະໝຸນໄພປິ່ນປົວພະຍາດເບົາຫວານ-ທາດນໍ້າຕານຂື້ນສູງ Tel:020-52127212

S One SP ສະໝຸນໄພປິ່ນປົວພະຍາດເບົາຫວານ-ທາດນໍ້າຕານຂື້ນສູງ Tel:020-52127212 S One SP & A Min GS ຜະລິດຕະພັນຢາສະໝຸນໄພ ປິ່ນປົວພະຍາດເບົາຫວານ ທາດນໍ້າຕານຂື້ນສູງ

4️⃣ບຳລຸງເລືອດ ແລະ ປ້ອງກັນເລືອດຈາງໄດ້1.)  #ເລືອດໝູໃຜທີ່ມີອາການເມື່ອຍຮ່ວມກັບເລືອດຈາງ ແນະນຳຫາເລືອດໝູມາຕົ້ມເປັນແກງອ່ອນກິນໄດ້...
04/12/2024

4️⃣ບຳລຸງເລືອດ ແລະ ປ້ອງກັນເລືອດຈາງໄດ້

1.) #ເລືອດໝູ
ໃຜທີ່ມີອາການເມື່ອຍຮ່ວມກັບເລືອດຈາງ ແນະນຳຫາເລືອດໝູມາຕົ້ມເປັນແກງອ່ອນກິນໄດ້ເລີຍນ່ະ

2.) #ໄຂ່ຕົ້ມ
ໄຂ່ຕົ້ມໃນໄຂ່ແດງຈະມີທາດເຫຼັກສູງ ສາມາດບຳລຸງເມັດເລືອດແດງ ໃຜທີ່ເລືອດຈາງ ແນະນຳໃຫ້ກິນໄດ້

3.) #ຊີ້ນປາ
ປາເປັນອາຫານໂປຣຕີນຊັ້ນດີ ແລະໄຂມັນດີຍ່ອຍງ່າຍ ສາມາດບຳລຸງເລືອດໄດ້ຢ່າງດີເລີຍ ກິນໃຫ້ໄດ້ 4-5ເທື່ອ/ອາທິດ

4.) #ຕັບ
ບໍ່ວ່າຈະແມ່ນຕັບໝູ ຕັບໄກ່ກິນໄດ້ໝົດເລີຍ ຕັບມີທາດເຫຼັກສູງ ສາມາດບຳລຸງເລືອດ ບໍ່ແນະນຳຜູ້ສູງອາຍຸຫຼືຜູ້ທີ່ມີໂຄເຣດສເຕີໂຣໃນເລືອດສູງໃຫ້ກິນຢ່າງອື່ນແທນ ຖ້າໃຜສຸຂະພາບແຂງແຮງສາມາດກິນໄດ້
____________________________
☎️ໃຫ້ຄຳປຶກສາທາງສຸຂະພາບໂທ: 020- 52 127 212

27.)  #ຕົ້ນກາວທຽນ🌿ສັບພະຄຸນ ແລະ ຄຸນປະໂຫຍດ👇     ✍️ຊື່ອື່ນ: ຕົ້ນດອກທຽນ, ເອັນເຈົາ, ປ່າຈໍຕີ (ມົ້ງ)         #ຊື່ວິທະຍາສາດ: imp...
02/12/2024

27.) #ຕົ້ນກາວທຽນ🌿ສັບພະຄຸນ ແລະ ຄຸນປະໂຫຍດ👇
✍️ຊື່ອື່ນ: ຕົ້ນດອກທຽນ, ເອັນເຈົາ, ປ່າຈໍຕີ (ມົ້ງ)
#ຊື່ວິທະຍາສາດ: impatiens balsamina L.
🌱ຕະກຸນ: BALSAMINACEAE
______________________________
#ລັກສະນະດ້ານພືດສາດ: ເປັນພືດປະດັບ, ສູງປະມານ 0,4-1 ແມັດ. ໃບດ່ຽວ, ຂອບໃບຍັກ, ປາຍໃບແຫຼມ; ກີບດອກສີແດງ; ໝາກເປັນຝັກ ແລະ ແກ່ນໝາກກົມເປັນສີນໍ້າຕານແກມສີດຳ.

#ສ່ວນໃຊ້: ໃບ,ດອກ ແລະ ແກ່ນ ທີ່ເກັບກູ້ເວລາໝາກສຸກແກ່ດີ
✅️ຄຸນປະໂຫຍດ ແລະ ວິທີໃຊ້: ຮາກ ແລະ ແກ່ນ ເປັນຢາປົວ ອາການບໍ່ລົງປະຈຳເດືອນ, ເກີດລູກຍາກ: (ກິນ 2,4-4,5 ກຣາມ ຫຼື 10 - 15 ກຣາມ) ຮາກ. ອາດຈະໃຊ້ 1,5-3 ກຣາມ; ດອກຕາກແຫ້ງ 3 - 10 ກຣາມ; (ດອກສົດ. ເຮັດເປັນຢາຕົ້ມດື່ມ).
#ເອົາໃຈໃສ່: ຫ້າມໃຊ້ຜະລິດຕະພັນແກ່ນຫຍ້າຢານີ້ ໃຫ້ແມ່ຍິງຖືພາຢ່າງເດັດຂາດ.
__________________________
☎️ໃຫ້ຄຳປຶກສາສຸຂະພາບຟຣີໂທ: 020 52 127 212

26.)  #ຕົ້ນເກັດລີ່ນໃຫຍ່🌿ສັບພະຄຸນ ແລະ ຄົນປະໂຫຍດ👇     ✍️ຊື່ອື່ນ: ກົກຮວງເຂົ້າ , ເກັດປາໃຫຍ່           #ຊື່ວິທະຍາສາດ: Phyllod...
01/12/2024

26.) #ຕົ້ນເກັດລີ່ນໃຫຍ່🌿ສັບພະຄຸນ ແລະ ຄົນປະໂຫຍດ👇
✍️ຊື່ອື່ນ: ກົກຮວງເຂົ້າ , ເກັດປາໃຫຍ່
#ຊື່ວິທະຍາສາດ: Phyllodium longipes (Craib) Schindl.
🌱 ຕະກຸນ: FABACEAE
______________________
#ລັກສະນະດ້ານພືດສາດ: ເປັນໄມ້ພຸ່ມ, ໃບປະສົມແບບຂົນນົກ
ມີໃບຍ່ອຍ 3 ໃບເປັນຮູບໄຂ່, ໃບລຽງສະຫຼັບ; ຊໍ່ດອກອອກຢູ່ຊອກໃບ ຫຼື ປາຍງ່າ, ມີໃບຊ້ອນດອກສີຂຽວ 2 ໃບຫຸ້ມໄວ້, ດອກເປັນຄືດອກໝາກຖົ່ວ, ມີ 5 ກີບສີຂາວ. ໝາກເປັນຝັກແບນຍາວ, ເປັນຂໍ່ຂັ້ນລະຫວ່າງແຕ່ລະແກ່ນ, ເນື້ອມີຂົນ.

#ສ່ວນໃຊ້: ຮາກ
✅️ຄຸນປະໂຫດ ແລະ ວິທີ່ໃຊ້: ປົວເບົາຫວານ, ບໍາລຸງເລືອດ ແລະ ປົວພະຍາດກ່ຽວກັບຕັບ, ບຳລຸງຕັບ. ເອົາຮາກ 15-20 ກຣາມ ຕົ້ມໃສ່ນໍ້າ 2️⃣ ລິດ / ຕົ້ມຟົດ 10-20 ນາທີ; ດື່ມຕາງນໍ້າ.
_____________________
☎️ໃຫ້ຄຳປຶກສາສຸຂະພາບຟຣີໂທ: 020- 52 127 212

25.)  #ຕົ້ນເກັດລີ່ນນ້ອຍ🌿ສັບພະຄຸນ ແລະ ຄຸນປະໂຫຍດ👇  ✍️ ຊື່ອື່ນ: ກົກຮວງເຂົ້າ, ເກັດປານ້ອຍ        #ຊື່ວິທະຍາສາດ: Phyllodium pu...
29/11/2024

25.) #ຕົ້ນເກັດລີ່ນນ້ອຍ🌿ສັບພະຄຸນ ແລະ ຄຸນປະໂຫຍດ👇
✍️ ຊື່ອື່ນ: ກົກຮວງເຂົ້າ, ເກັດປານ້ອຍ
#ຊື່ວິທະຍາສາດ: Phyllodium pulchellum (L.) Desv
🌱ຕະກຸນ: FABACEAE
_____________________
#ລັກສະນະດ້ານພືດສາດ: ໄມ້ພຸ່ມ ສູງປະມານ 0,5-2 ແມັດ, ກ້ານໃບມີຂົນນຸ່ມ, ເປືອກຂ້ອນຂ້າງລຽບສີນໍ້າຕານ. ໃບປະສົມປົ່ງສະລັບ ໃບຍ່ອຍ 3 ໃບ. ຊໍ່ດອກອອກຕາມງ່າມໄບ ແລະ ປາຍກິ່ງ, ດອກແຕ່ລະກະຈຸກມີໃບປະດັບຄ້າຍໃບຫຸ້ມໄວ້ 2 ໃບ ມີ 5 ກີບ, ດອກສີຂາວ ຫຼື ສີເຫຼື່ອງອ່ອນ. ໝາກເປັນຝັກແປ ຮູບຂອບຂະໜາດ, ວໍ້າເຂົ້າ ເປັນ 2-4 ຂໍ້ ກວ້າງ 4-5 ມີລີແມັດ ຍາວ 7-10 ມີລີເເມັດ, ແກ່ນເປັນຮູບຮີ.

#ສ່ວນໃຊ້: ຮາກ
✅️ຄຸນປະໂຫດ ແລະ ວິທີ່ໃຊ້: ປົວເບົາຫວານ, ບຳລຸງເລືອດ ແລະ ປົວພະຍາດກ່ຽວກັບຕັບ, ບຳລຸງຕັບ. ເອົາຮາກ 15-20 ກຣາມ ຕົ້ມໃສ່ນໍ້າ 2 ລິດ ໃຫ້ຟົດ 10- 20 ນາທີ; ດື່ມຕາງນໍ້າ.
__________________________
☎️ໃຫ້ຄຳປຶກສາທາງດ້ານສຸຂະພາບໂທ: 020- 52127212

24.)  #ຕົ້ນກົ້ວໄບດິ້ (ມົ້ງ)🌿ສັບພະຄຸນ ແລະ ຄຸນປະໂຫຍດ         #ຊື່ວິທະຍາສາດ: Sedum americanum Hance  🌱ຕະກຸນ: CRASSULACEAE__...
28/11/2024

24.) #ຕົ້ນກົ້ວໄບດິ້ (ມົ້ງ)🌿ສັບພະຄຸນ ແລະ ຄຸນປະໂຫຍດ
#ຊື່ວິທະຍາສາດ: Sedum americanum Hance
🌱ຕະກຸນ: CRASSULACEAE
____________________________
#ລັກສະນະດ້ານພືດສາດ: ເປັນພືດປະເພດຫຍ້າ, ລຳ ແລະ ໃບເປັນເນື້ອອ່ອນ ເລືອຕາມພື້ນດິນ

#ສ່ວນໃຊ້: ໃບ, ຍອດ
✅️ຄຸນປະໂຫຍດ ແລະ ວິທີໃຊ້: ໃຊ້ປົວບາດແຜ, ລູກໃນທ້ອງແມ່ສະຫຼົບ, ປົວເຈັບຕາແດງ. ເອົາໝົດຕົ້ນລ້າງໃຫ້ສະອາດ, ໂຜະໃສ່ບາດແຜ, ກໍລະນີລູກສະຫຼົບໃນທ້ອງ, ປະສົມກັບົຂ່ ແລະ ເອົາໃບຕອງຫໍ່ແລ້ວ ໝົກໄຟໃຫ້ສຸກ ແລ້ວກິນ.
___________________________
☎️ໃຫ້ຄຳປຶກສາທາງດ້ານສຸຂະພາບຟຣີໂທ: 020- 52127212

23.)  #ຕົ້ນກັນຊາ🌿ສັບພະຄຸນ ແລະ ຄຸນປະໂຫຍດ👇     ✍️ຊື່ອື່ນ: ມ່າ (ມົ້ງ)         #ຊື່ວິທະຍາສາດ: Cannabis indica Lam.🌱🌱ຕະກຸນ: C...
26/11/2024

23.) #ຕົ້ນກັນຊາ🌿ສັບພະຄຸນ ແລະ ຄຸນປະໂຫຍດ👇
✍️ຊື່ອື່ນ: ມ່າ (ມົ້ງ)
#ຊື່ວິທະຍາສາດ: Cannabis indica Lam.
🌱🌱ຕະກຸນ: CANNABACEAE
_____________________________
#ລັກສະນະດ້ານພືດສາດ: ເປັນພືດທີ່ມີການແຕກກິ່ງກ້ານ ສູງປະມານ 1 ແມັດ, ຂອບໃບຍັກ, ມີຂົນ, ມີນໍ້າມັນຫອມລະເຫີຍ, ຊໍ່ດອກອອກຕາມຊອກໃບ ແລະ ປາຍກິ່ງ, ມີດອກຜູ້ ແລະ ດອກແມ່, ເມັດແກ່ນສີນໍ້າຕານດຳ.

#ສ່ວນໃຊ້: ໝົດທຸກສ່ວນ
✅️ຄຸນປະໂຫຍດ ແລະ ວິທີ່ໃຊ້: ປົວພະຍາດກ່ຽວກັບລະບົບປະສາດ, ເຮັດໃຫ້ຜ່ອ້າຍ, ບັນເທົາອາການເຈັບ, ຢັບຢັ້ງພະຍາດມະເຮັງ.
👉ສ່ວນປະກອບທາງເຄມີຕົ້ນຕໍຂອງຕົ້ນກັນຊາທີ່ໃຊ້ທາງການແພດມີທາດ Cannabidiol ( CBD ) ແລະ Tetrahydrocannabinol ( TBC ). CBD ມີປະສິດທິພາບຊ່ວຍການພັດທະນາໜ້າທີການຂອງສະໝອງ, ໃຊ້ປົວພະຍາດຄວາມຊົງຈຳເຊື່ອມ, ປົວພະຍາດປາກິນຊັນ, ເປັນບ້າໝູ, ປົວອາການເຈັບວດ, ປົວການຊັກຂອງກ້າມເນື້ອ, ປົວມະເຮັງ, ຕ້ານອັກເສບ ບໍ່ມີຜົນຂ້າງຄຽງຕໍ່ລະບົບສະໝອງ ແລະ ປະສາດ. THC: ບັນເທົ່າອາການປະສາດຫຼອນຢາກກິນອາຫານເພີ່ມຂື້ນ ແລະ ຢາກດື່ມນໍ້າ, ຄໍແຫ້ງ ( ຄົນຕິດຢາເສບຕິດ ).
___________________________________
☎️ໃຫ້ຄຳປຶກສາທາງດ້ານສຸຂະພາບຟຣີໂທ: 020 52 127 212

22.)  #ຕົ້ນຜັກແກບ🌿ສັບພະຄຸນ ແລະ ຄຸນປະໂຫຍດ👇        #ຊື່ວິທະຍາສາດ: Helihrysum luteoalbum(L.)Rchb🌱ຕະກຸນ: ASTERACEAE_________...
25/11/2024

22.) #ຕົ້ນຜັກແກບ🌿ສັບພະຄຸນ ແລະ ຄຸນປະໂຫຍດ👇
#ຊື່ວິທະຍາສາດ: Helihrysum luteoalbum(L.)Rchb
🌱ຕະກຸນ: ASTERACEAE
________________________
#ລັກສະນະດ້ານພືດສາດ; ເປັນພືດລົ້ມລຸກ ສູງປະມານ 10 - 30 ຊັງຕີແມັດ, ໃບເປັນຮູບໄຂ້, ປາຍແຫຼມ, ກົກສ້ວຍເລັກໜ້ອຍ, ທັງສອງໜ້າລ້ວນແຕ່ມີຂົນອ່ອນ, ຊໍ່ດອກເປັນຈຸກສີເຫຼື່ອງອອກຢູ່ຕາມຊອກໃບ ແລະ ປາຍກິ່ງ.

#ສ່ວນໃຊ້; ໃຊ້ໝົດຕົ້ນ, ເກັບກູ້ໄດ້ໃນທຸກລະດູການ ແຕ່ດີທີ່ສຸດແມ່ນໃຫ້ເກັບກູ້ ເວລາດອກບໍ່ທັນຫ່ຽວ, ໃຊ້ສົດ ຫຼື ຕາກໃຫ້ແຫ້ງ.
✅️ ຄຸນປະໂຫຍດ ແລະ ວິທີ່ໃຊ້; ຜັກເເກບເປັນຢາລົດຄວາມດັນ ເລືອດສູງ, ເປັນຢາເຢັນບຳລຸງປອດ, ກັດເສດ ຫຼື ໂຂະຂີ້ກະເທີ (ຂັບເສມຫະ). ນອກຈາກນັ້ນ ຫຍັງເປັນຢາດັດສະເໝີຮອບປະຈຳເດືອນ. ກິນມື້ໜຶ່ງ 15 - 30 ກຣາມ ໃນຮູບຢາຕົ້ມ, ຢານໍ້າຊົງແແບຊົງຊາ.
___________________________
☎️ໃຫ້ຄຳປຶກສາທາງສຸຂະພາບຟຣີໂທ: 020- 52127212

21.)  #ຕົ້ນກາວບົກ🌿 ສັບພະຄຸນ ແລະ ຄຸນປະໂຫຍດ👇 ✍️ ຊື່ອື່ນ: ພີຄວາຍໂຄກ, ພີພວຍໂຄກ         #ຊື່ວິທະຍາສາດ: Catharanthus roses (L....
24/11/2024

21.) #ຕົ້ນກາວບົກ🌿 ສັບພະຄຸນ ແລະ ຄຸນປະໂຫຍດ👇
✍️ ຊື່ອື່ນ: ພີຄວາຍໂຄກ, ພີພວຍໂຄກ
#ຊື່ວິທະຍາສາດ: Catharanthus roses (L.) G. Don
🌱 ຕະກຸນ: APOCYNACEAE
___________________________
#ລັກສະນະດ້ານພືດສາດ: ເປັນພືດປະເພດຫຍ້າຢືນຕົ້ນ, ສູງປະມານ 40-60 ຊັງຕີແມັດ, ດອກເປັນສີມ່ວງ ຫຼື ຂາວ, ອອກດອກຢູ່ລະຫວ່າງໃບ, ດອກເປັນຮູບທໍ່ນ້ອຍ. ໝາກມີ 2 ກາບຫຸ້ມ, ຕັ້ງຊື່, ບັນຈຸແກ່ນນ້ອຍໆ ເປັນຮູບໄຂ້.

#ສ່ວນໃຊ້: 3️⃣ໃບ ກັບຍອດ, ເກັບກູ້ຫຼັງຈາກຝົນຕົກໄດ້ 7 ວັນ; ຕາກໃນຮົ່ມ ຫຼື ອົບແຫ້ງອຸນຫະພູມປະມານ 60°C ໃຫ້ແຫ້ງດີ.
✅️ຄຸນປະໂຫຍດ ແລະ ວິທີ່ໃຊ້: ໃບກາວບົກເປັນຢາປົວເບົາຫວານ, ລົດຄວາມດັນເລືອດສູງ ແລະ ກຳຈັດມະເຮັງ.
#ປະລິມານໃຊ້: ມື້ໜຶ່ງ 8-20 ກຣາມໃບແຫ້ງ, ໃຊ້ໃນຮູບຢາຊົງ ຫຼື ຢາຕົ້ມດື່ມ.
👉ສິ່ງທີ່ຄວນເອົາໃຈໃສ່ເວລາໃຊ້ຢາ: ເວລາປິ່ນປົວ, ຫ້າມບໍ່ໃຫ້ກິນອາຫານວານ ແລະ ບໍ່ຄວນຢູ່ເດິກ ( ພັກຜ່ອນໃຫ້ພຽງພໍ )
______________________________
☎️ໃຫ້ຄຳປຶກສາທາງດ້ານສຸຂະພາບຟຣີໂທ: 020- 52127212

20.)  #ຕົ້ນເກັດຫອຍ(ຫຍ້າ)🌿ສັບພະຄຸນ ແລະ ຄຸນປະໂຫຍດ        #ຊື່ວິທະຍາສາດ: Lobelia nummularia Lam.🪴🍀ຕະກຸນ: CAMPANULACEAE_____...
23/11/2024

20.) #ຕົ້ນເກັດຫອຍ(ຫຍ້າ)🌿ສັບພະຄຸນ ແລະ ຄຸນປະໂຫຍດ
#ຊື່ວິທະຍາສາດ: Lobelia nummularia Lam.
🪴🍀ຕະກຸນ: CAMPANULACEAE
________________________________
#ລັກສະນະດ້ານພືດສາດ: ເປັນພືດນ້ອຍມີລຳຕົ້ນເລືອຕາມໜ້າດິນ, ມີຂົນ, ໃບດຽວປົງສະລັບ ໃບຮູບຫົວໃຈ, ຂອບໃບຍັກເປັນແຂ້ວ, ດອກອອກຊອກໃບ ມີ 5 ກີບ, ໝາກກົມມົນສີມ້ວງ.

#ສ່ວນໃຊ້: (ໝົດຕົ້ນ)
✅️ຄຸນປະໂຫຍດ ແລະ ວິທີໃຊ້: ເປັນຢາປົວພະຍາດຜີວໜັງ. (ຕຳແຊ່ເຫຼົ້າທາ ບໍລິເວນມີເຊື້ອໂລກຜີວໜັງ).
__________________________________
☎️ໃຫ້ຄຳປຶກສາທາງດ້ານສຸຂະພາບຟຣີ: 020- 52127212

19.)  #ຕົ້ນກຳລັງນົກແອ່ນ.🌿ສັບພະຄຸນ ແລະ ຄຸນປະໂຫຍດ #ຊື່ວິທະຍາສາດ: Drosera peltata Sm.🌾🌾ຕະກຸນ: DROSERACEAE__________________...
21/11/2024

19.) #ຕົ້ນກຳລັງນົກແອ່ນ.🌿ສັບພະຄຸນ ແລະ ຄຸນປະໂຫຍດ
#ຊື່ວິທະຍາສາດ: Drosera peltata Sm.
🌾🌾ຕະກຸນ: DROSERACEAE
________________________________
#ລັກສະນະດ້ານພືດສາດ: ເປັນພືດລົ້ມລຸກ, ຈັດຢູ່ໃນຈຳພວກພືດກິນແມງໄມ້, ອອກຕາມໜ້າດິນ, ສູງປະມານ 30-50 ຊັງຕີແມັດ, ດອກສີຂາວມີ 5 ກີບ.

#ສ່ວນໃຊ້: ໝົດຕົ້ນ
✅️ ຄຸນປະໂຫຍດ ແລະ ວິທີ່ໃຊ້: ເອົາໝົດຕົ້ນບຳລຸງກຳລັງ ດອງເຫຼົ້າ ດື່ມ; ເຊົ້າ 1 ຈອກ ແລະ ແລງ 1 ຈອກ (ກ່ອນອາຫານ).
___________________________
☎️ໃຫ້ຄຳປຶກສາທາງດ້ານສຸຂະພາບຟຣີໂທ: 020- 52127212

18.)  #ຕົ້ນຜັກກ້ານກໍ່າ. 🌿( ສັບພະຄຸນ ແລະ ຄຸນປະໂຫຍດ ).✍️ຊື່ອື່ນ: ຜັກຫອມລາບ, ຫອມຫໍ້, ອິງກິ່ ( ໄຕດຳ). #ຊື່ວິທະຍາສາດ: Mentha ...
20/11/2024

18.) #ຕົ້ນຜັກກ້ານກໍ່າ. 🌿( ສັບພະຄຸນ ແລະ ຄຸນປະໂຫຍດ ).
✍️ຊື່ອື່ນ: ຜັກຫອມລາບ, ຫອມຫໍ້, ອິງກິ່ ( ໄຕດຳ).
#ຊື່ວິທະຍາສາດ: Mentha villosa Huds.
🪴ຕະກຸນ: LAMIACEAE
____________________________________
#ລັກສະນະດ້ານພືດສາດ: ເປັນພືດລົ້ມລຸກ, ມີລໍາຕົ້ນເລືອຕາມໜ້າດິນ, ແຕກກິ່ງຫຼາຍ. ໃບລຽງກົງກັນຂ້າມ, ກ້ານໃບສັ້ນ, ແຜ່ນໃບເປັນຮູບໄຂ່ ປາຍໃບມີຮູບຊົງກົມ, ຂອບໃບຍັກແຂ້ວເລື່ອຍ ມີຂົນສັ້ນນຸ່ມປົກຫຸ້ມ, ທຸກສ່ວນມີກິ່ນຫອມ.

#ສ່ວນໃຊ້: ໝົດຕົ້ນ.
✅️ ຄຸນປະໂຫຍດ ແລະ ວິທີໃຊ້: ມີລົດເຜັດ, ເຢັນ ມີປະສິດທິພາບ ຂັບເຫື່ອ, ລົດຄວາມຮ້ອນຂອງຮ່າງກ່າຍ, ຂັບລົມ, ແກ້ອາການທ້ອງອືດ, ທ້ອງເຟີ້, ຊ່ວຍລະລາຍອາຫານ. ນອກນັ້ນຍັງເປັນຢາໄລ່ເລືອດທີ່ຕົກຄ້າງໃນຮ່າງ່າຍ. ຜູ້ສູງອາຍຸ ແລະ ສຸຂະພາບອ່ອນເພຍມີອາການໄຂ້ຫວັດໃນຊ່ວງເວລາເລີ່ມຕົ້ນເຂົ້າລະດູໜາວ, ໃຫ້ເອົາໃບ ຫຼື ຍອດອ່ອນ ເຮັດຊາຊົງ ຫຼືວ່າ ຕົ້ມດື່ມ.
__________________________________
☎️ໃຫ້ຄຳປຶກສາທາງດ້ານສຸຂະພາບຟຣີໂທ: 020- 52127212

17.)  #ຕົນກະພູກ. ✍️ຊື່ອື່ນ: ກໍຈໍ (ມົ້ງ)        #ຊື່ວິທະຍາສາດ: Alocasia macrorrhiza (L.) Schott🌱🌱ຕະກຸນ: ARACEAE__________...
19/11/2024

17.) #ຕົນກະພູກ. ✍️ຊື່ອື່ນ: ກໍຈໍ (ມົ້ງ)
#ຊື່ວິທະຍາສາດ: Alocasia macrorrhiza (L.) Schott
🌱🌱ຕະກຸນ: ARACEAE
________________________________
🪴 #ລັກສະນະດ້ານພືດສາດ: ເປັນພືດທີ່ມີລຳຕົ້ນ ອວບນໍ້າ, ເນື້ອອ່ອນ, ແຜ່ນໃບໃຫຍ່ ຮູບຫົວໃຈ, ໝາກສຸກເປັນສີແດງ.
#ສ່ວນໃຊ້: ໃຊ້ຫົວ, ເຫົ້ງາ. (ຕົ້ມດື່ມຕາງນໍ້າ)
✅️ສັບພະຄຸນ ແລະ ຄຸນປະໂຫຍດ; ປົວໄຂ້ຍຸງ ( ມາລາເລຍ) ຕົ້ມດື່ມ ໃນເວລາດື່ອມຢາ ຖ້າບໍ່ມີອາການຄັນຄໍແມ່ນໃຫ້ສືບຕໍ່ດື່ມ ແຕ່ເມື່ອຮູ້ສຶກມີອາການຄັນຄໍແມ່ນໃຫ້ຢຸດດື່ມ ຖືວ່າບໍ່ມີອາການໄຂ້ຍຸງໄດ້ຫາຍດີແລ້ວ.
___________________________
☎️ໃຫ້ຄຳປຶກສາທາງດ້ານສຸຂະພາບຟຣີໂທ: 020- 52127212

Address

ບ້ານໂພນທັນ , ເມືອງໄຊເສດຖາ , ແຂວງ ນະຄອນຫຼວງວຽງຈັນ
Vientiane

Website

Alerts

Be the first to know and let us send you an email when S One SP ສະໝຸນໄພປິ່ນປົວພະຍາດເບົາຫວານ-ທາດນໍ້າຕານຂື້ນສູງ Tel:020-52127212 posts news and promotions. Your email address will not be used for any other purpose, and you can unsubscribe at any time.

Share