Road and Bridge

Road and Bridge Road and Bridge Survey, Design and Construction
Land use developement

06/01/2026

#ແນວຄິດພັກພວກ
👉 ຖ້າຜູ້ໃດເຂົ້າແກັບເຂົ້າເກຍກັບຕົນເອງແລ້ວ, ຖ້າເວົ້າຜິດ ກໍ່ວ່າຖືກ, ກໍ່ເຊື່ອມັນ, ຄວາມສາມາດບໍ່ມີກໍ່ໃຫ້ມັນເຮັດ; ຜູ້ໃດບໍ່ເຂົ້າແກັບເຂົ້າເກຍກັບຕົນເອງ ເຖິງວ່າຈະມີຄວາມສາມາດພຽງໃດກໍຂົ່ມເຂົາລົງ, ພວກເຂົາເວົ້າຖືກເທົ່າໃດກໍ່ບໍ່ຍອມຟັງ.
💼 ນັ້ນມັນເປັນຂໍ້ບົກຜ່ອງອັນໜຶ່ງທີ່ອັນຕະລາຍທີ່ສຸດ, ມັນເຮັດໃຫ້ ການຈັດຕັ້ງສູນເສຍພະນັກງານ, ຂາດຄວາມເປັນເອກະພາບ, ພາໃຫ້ວຽກງານເສຍຫາຍ.

27/07/2025

🔥 ລາຍງານ ການກວດພົບເຫັນ ພະຍາດ ມະເຮັງ ຢູ່ລີ້ນ ຂອງຜູ້ປ່ວຍອາຍຸນ້ອຍ ທີ່ສູບຢາສູບ ໄຟຟ້າ !!!

ວາລະສານທາງການແພດ PEDIATRICS ສະບັບເດືອນພຶດສະພາ 2021 ໄດ້ເຜີຍແຜ່ລາຍງານໂດຍທີມແພດຈາກມະຫາວິທະຍາໄລແຈັກສັນວິນ ລັດຟລໍລິດາ ສະຫະລັດອາເມລິກາ ກ່ຽວກັບຜູ້ປ່ວຍຊາຍ ອາຍຸ 19 ປີ ທີ່ມາພົບແພດໝໍ ເນື່ອງຈາກມີແຜ ຊໍ່າເຮື້ອ ຢູ່ດ້ານຊ້າຍຂອງລີ້ນ ທີ່ຮັກສາບໍ່ເຊົາ. ທີມງານແພດໄດ້ຕັດເອົາຊິ້ນເນື້ອ ຈາກແຜທີ່ລີ້ນໄປກວດ ພົບວ່າເປັນພະຍາດ ມະເຮັງ. ການກວດທາງຄອມພິວເຕີພົບວ່າ ມະເຮັງດັ່ງກ່າວ ໄດ້ລາມໄປທີ່ຕ່ອມນ້ຳເຫຼືອງ ຢູ່ລຳຄໍ ກະດູກກາມ ແລະເສັ້ນເລືອດແດງໃຫຍ່ທີ່ລຳຄໍ. ຜູ້ປ່ວຍໄດ້ຮັບການຮັກສາດ້ວຍການຜ່າຕັດ ແລະໃຫ້ຄີໂມ ແຕ່ເສຍຊີວິດຫຼັງຈາກຮັບການຮັກສາຢູ່ 6 ເດືອນ.

ຈາກການກວດສອບ, ຜູ້ປ່ວຍມີປະຫວັດສູບຢາສູບກອກ ມື້ລະເຄິ່ງຊ່ອງ ເປັນເວລາໜຶ່ງປີ ກ່ອນທີ່ຈະປ່ຽນມາສູບ ຢາສູບໄຟຟ້າຢູ່ 4 ປີ, ການກວດໄວຣັສ HPV ໄດ້ຜົນລົບ (ການຕິດເຊື້ອໄວຣັສ HPV ໃນຊ່ອງປາກ ເພີ່ມຄວາມສ່ຽງທີ່ຈະເປັນມະເຮັງ ໂດຍສະເພາະຫາກມີການສູບຢາ ຫຼືດື່ມສິ່ງມຶນເມົາ ຮ່ວມນໍາ).

ພະຍາດມະເຮັງໃນຊ່ອງປາກສ່ວນໃຫຍ່ ແມ່ນພົບໃນຜູ້ສູງອາຍຸ ອາຍຸ ແລະພົບນ້ອຍຫຼາຍໃນຄົນອາຍຸນ້ອຍ ໂດຍມີພຽງ 0.4% ທີ່ເປັນໃນຄົນທີ່ອາຍຸນ້ອຍກວ່າ 20 ປີ. ສາເຫດຂອງມະເຮັງຊ່ອງປາກມາຈາກການສູບຢາສູບ ດື່ມສຸລາ ແລະການຕິດເຊື້ອໄວຣັສ HPV.
ງານວິໄຈພົບວ່າ ໄອຂອງຢາສູບໄຟຟ້າ ມີສານກໍ່ມະເຮັງ ສານເຄມີທີ່ເປັນພິດ ແລະໂລຫະໜັກຫຼາຍຊະນິດ ທີ່ເຮັດອັນຕະລາຍຕໍ່ດີເອັນເອຂອງຈຸລັງ ໃນເຍື່ອບຸຊ່ອງປາກ ແລະຫຼຸດຄວາມສາມາດໃນການສ້ອມແຊມ ດີເອັນເອ ທີ່ໄດ້ຮັບຄວາມເສຍຫາຍຈາກໄອຢາສູບໄຟຟ້າ ເຊິ່ງຖ້າຫາກອັນຕະລາຍຕໍ່ເຊລ ເກີດຂຶ້ນເຮື້ອຮັງ ຈະກາຍເປັນເຊລມະເຮັງໄດ້.

ທີມແພດຜູ້ລາຍງານສະຫຼຸບວ່າ ມະເຮັງທີ່ລີ້ນໃນຜູ້ປ່ວຍອາຍຸ 19 ປີລາຍນີ້ ໜ້າຈະເປັນຜົນ ຈາກສານກໍ່ມະເຮັງໃນຢາສູບໄຟຟ້າທີ່ຜູ້ປ່ວຍສູບຢູ່ເປັນລະຍະເວລາ 4 ປີຢ່າງແນ່ນອນ.

ທີ່ມາ: ສ.ນພ ປະກິດ ວາທີສາທົກກິດ 5 ກໍລະກົດ 2025.


Lao Youth Anti-smoking

11/07/2025

ມາເບິ່ງຈໍານວນປະຊາກອນຂອງລາວ (ປີ 2024)

25/06/2025

ຂ່າວດ່ວນ! ຫວຽດນາມຜ່ອນຜັນກົດໝາຍສັນຊາດໃໝ່! 🇻🇳
ຕອນນີ້, ຊາວຕ່າງຊາດທີ່ມີຄູ່ສົມລົດ ຫຼື ມີສາຍພົວພັນຄອບຄົວຊາວຫວຽດນາມ ສາມາດສະໝັກຂໍສັນຊາດຫວຽດນາມໄດ້ງ່າຍຂຶ້ນແລ້ວ! ບໍ່ຕ້ອງກັງວົນເລື່ອງການອາໃສຢູ່ຫວຽດນາມ, ພາສາ ຫຼື ຖານະການເງິນອີກຕໍ່ໄປ. ນອກຈາກນີ້, ຜູ້ທີ່ມີຄຸນງາມຄວາມດີຕໍ່ປະເທດກໍໄດ້ຮັບສິດພິເສດນີ້ຄືກັນ.
ລັດຖະບານຫວຽດນາມຫວັງວ່າຈະດຶງດູດນັກລົງທຶນ, ນັກວິທະຍາສາດ, ແລະ ຜູ້ຊ່ຽວຊານເຂົ້າມາຫຼາຍຂຶ້ນ. ສິ່ງທີ່ໜ້າສົນໃຈອີກຢ່າງຄື ບາງຄົນອາດຈະສາມາດຖືສອງສັນຊາດໄດ້ນຳ!
#ຫວຽດນາມ #ກົດໝາຍໃໝ່ #ສັນຊາດຫວຽດນາມ #ຂ່າວດ່ວນ

08/06/2025
08/01/2025

ມີເມຍ, ຜົວ ແລະ ລູກ ຄອບຄົວທີ່ອົບອຸ່ນ ຄືລາບອັນປະເສີດ

Address

Dongpalane Street, Ban Dongpalane
Vientiane
856

Telephone

021 412143

Website

Alerts

Be the first to know and let us send you an email when Road and Bridge posts news and promotions. Your email address will not be used for any other purpose, and you can unsubscribe at any time.

Contact The Business

Send a message to Road and Bridge:

Share