Business idea and grant hunter in Laos

Business idea and grant hunter in Laos This page aims to support businesses particular hunting grant & knowledge on how to do business

ໃຜຄິດເຮັດຮ້ານລ້າງລົດຄວນອ່ານລອງຄໍານວນນຳກັນເບິ່ງເດີວ່າຄ່າບໍລິການຄັນລະ 80000-150000ກີບ ຊິຍັງເຫລືອບໍຖ້າເກັບຄ່າບໍລິການທໍ່ເກົ່...
26/10/2025

ໃຜຄິດເຮັດຮ້ານລ້າງລົດຄວນອ່ານ

ລອງຄໍານວນນຳກັນເບິ່ງເດີວ່າຄ່າບໍລິການຄັນລະ 80000-150000ກີບ ຊິຍັງເຫລືອບໍຖ້າເກັບຄ່າບໍລິການທໍ່ເກົ່າໃນຂະນະທີ່ຄ່າແຮງງານ ຄ່າອາຫານ ຄ່າເຊົ່າແພງຂື້ນ

*ຄ່າໃຊ້ຈ່າຍ ຫລື ຕົ້ນທຶນ ມີຫຍັງແດ່ ໃຊ້ໄປທໍ່ໃດ?
1. ເງິນເດືອນຂົ້ນຕໍ່າ 3500,000ກີບ-5,000,000ກີບ ຂັ້ນຕໍ່າຮ້ານຫນຶ່ງຕ້ອງທີພະນັກງານຢ່າງຫຍ້ອຍ 10ຄົນ, (ຄົນສິດ, ຄົນເຊັດ, ຄົນອານາໄມຮ້ານ, ແມ່ຄົວ, ບັນຊີ)
2. ອາຫານສວຍແລະເຄື່ອງປຸງງົບມື້ລະ 700,000ກີບ
3. ຄ່າເຊົ່າລາຍປີ10000$ ຫລື 220,000,000ກີບ ບ້ານເຮົາຄ່າເຊົ່າເກັບເປັນເງິນຕາບໍ່ມີດອກເງິນກີບນະ
4. ຄ່ານຳ້, ຄ່າໄຟຟ້າ, ຄ່າເນັດ, ຄ່າຂີ້ເຫຍື້ອ, ຄ່າອາກອນ,ບໍ່ຫລຸດ 10ລ້ານ
5. ຄ່າເຄື່ອງໃຊ້, ຄ່ານຳ້ຢາລ້າງລົດ, ຄ່າອຸປະກອນ4-5ລ້ານ
ລວມຄ່າໃຊ້ຈ່າຍຕໍ່ເດືອນປະມານ 80,000,000-90,000,000ລ້ານ ນັ້ນກໍ່ຫມາຍວ່າຮ້ານຕ້ອງມີລາຍໄດ້ (3ລ້ານກີບຕໍ່ມື້ ຈິ່ງຢູ່ທຶນ)

* ແລ້ວສ່ວນໃຫ່ຍທຸລະກິດລ້າງລົດເຊີວິດໄດ້ມື້ປະມານຈັກຄັນ?
ມັນແລ້ວແຕ່ ຈັນຫາສຸກມື້ບໍ່ຮອດ 10ຄັນກະມີ, ມື້ຫລາຍສຸດກໍ່ 20ປາຍ-30ປາຍຄັນ ສະເພາະເສົາທິດ; ຄູນເອົາສົມມຸດຄັນລະ 1ແສນກີບ ຕ້ອງໃຫ້ໄດ້ລ້າງຮອດ 30ຄັນ ຈິ່ງຢູ່ຈຸດຄຸ້ມທຶນ,,,,ເຮັດແຕ່ລ້າງລົດຢ່າງດຽວແນວໃດກະບໍ່ລອດ ບໍ່ຕ້ອງມະໂນວ່າໄດ້ລູກຄ້າຫລາຍ ລະຈະໄດ້ເງິນຫລາຍ ເພາະຄ່າບໍລິການມັນໂຄດຖືກ ສວນທາງກັບຄ່າຕົ້ນທຶນຂອງທຸລະກິດ.
ທຸລະກິດຮ້ານລ້າງລົດຕາຍເປັນກອງຍ້ອນເຫດຜົນນີ້

ຖ້າທຽບໃສ່ແຕ່ກ່ອນຕອນເງິນບໍ່ເຟີ້ຂີ່ລົດຕາມທາງແຈໃດກະແມ່ນຮ້ານລ້າງລົດ ມາດຽວນີ້ຮ້ານລ້າງລົດນັບມື້ປິດໂຕລົງ

ໃຜທີ່ເຮັດທຸລະກິດລ້າງລົດຢູ່ ຖ້າບໍ່ປັບລາຄາຂື້ນກະຕ້ອງຕາຍໄປຄືຫລາຍໆຮ້ານ ຜູ້ເປັນລູກຄ້າຖ້າຄິດວ່າແພງກະລ້າງເອງຢູ່ເຮືອນ ຫລື ໄປຫາທາງເລືອກທີ່ຖືກເຊັ່ນຕູ້ລ້າງລົດທັນສະໄຫມແບບລ້າງເອງ ຫລື ຖ້າໃຜຢາກມາເຮັດທຸລະກິດນີ້ ຄິດຄືນດີດີວ່າຄຸ້ມກັບເງິນແລະເວລາທີ່ລົງໄປບໍ ອານາຄົດກະຈະຄືຢູ່ຕ່າງປະເທດຢາກລ້າງລົດກະຂີ່ເຂົ້າຕູ້ລ້າງໃຫ້ ອັນຊິໃຫ້ບໍລິການແບບມີຄົນສິດ ຄົນເຊັດ ຄົນດູດຝຸ່ນກະຊິບໍ່ມີແລ້ວ ເຖິງມີຕ້ອງຍອມຈ່າຍໃນລາຄາທີ່ສູງຂື້ນເທົ່ານັ້ນ

ຫວັງວ່າໃຜອ່ານຂໍ້ຄວາມນີ້ຈະເຂົ້າໃຈເຖິງການປ່ຽນແປງ ສະພາບເສດຖະກິດ ກັບ ຄ່າບໍລິການທີ່ບໍ່ສົມດູນກັນ ແລະ ໃຜຢາກເຂົ້າວົງການລ້າງລົດຢ່າງດຽວນີ້ບອກເລີຍຫນີໄປ ແຕ່ຖ້າແບບຕູ້ລ້າງລົດອັນນີ້ກະຊິເຫລືອຢູ່

14/12/2024
ຂ່າວດີມາບອກ📌 ອີກບໍ່ດົນຈະໄດ້ໃຊ້ການຈົດໃບທະບຽນທຸລະກິດຜ່ານອອນລາຍໄດ້ແລ້ວ ບໍ່ຕ້ອງເຮັດແບບ Hard copyລະບົບເປີດມື້ໃດ ດຽວຈະພາທຸກຄົນ...
26/10/2024

ຂ່າວດີມາບອກ📌 ອີກບໍ່ດົນຈະໄດ້ໃຊ້ການຈົດໃບທະບຽນທຸລະກິດຜ່ານອອນລາຍໄດ້ແລ້ວ ບໍ່ຕ້ອງເຮັດແບບ Hard copy
ລະບົບເປີດມື້ໃດ ດຽວຈະພາທຸກຄົນມາຮຽນເຮັດ

ຂ່າວດີສໍາລັບຜູ້ທີ່ເຮັດທຸລະກິດກະສິກໍາ ລຸ້ນເບິ່ງນໍາກັນໃນໄວໄວນີ້ ວ່າທະນາຄານພົງສະຫວັນຈະອອກຜະລິດຕະພັນເງິນກູ້ລັກສະນະໃດໃຫ້ທຸລະກ...
24/10/2024

ຂ່າວດີສໍາລັບຜູ້ທີ່ເຮັດທຸລະກິດກະສິກໍາ ລຸ້ນເບິ່ງນໍາກັນໃນໄວໄວນີ້ ວ່າທະນາຄານພົງສະຫວັນຈະອອກຜະລິດຕະພັນເງິນກູ້ລັກສະນະໃດໃຫ້ທຸລະກິດທີ່ນອນໃນຂະແໜງນີ້

23/10/2024

ມາຕໍ່ EP2 ຫລັງຈາກໄດ້ໃບທະບຽນວິສາຫະກິດຈາກການຄ້າແລ້ວ ໄປໃສຕໍ່? ໃນວີດີໂອນີ້ມີຄໍາຕອບ ທ່ານໃດສົນໃຈແລ່ນເອກະສານໃດພິເສດຄອມເມັ້ນມາ

ມື້ອື່ນມາຕໍ່ EP2 ໃຜມີຄຳຖາມ ຫລື ຢາກໃຫ້ບອກວິທີແລ່ນຈົດທະບຽນທຸລະກິດປະເພດໃດພິເສດຄອມເມັ້ນມາ ພົບກັນ 20:00 ມື້ອື່ນ ວັນພຸດ
22/10/2024

ມື້ອື່ນມາຕໍ່ EP2 ໃຜມີຄຳຖາມ ຫລື ຢາກໃຫ້ບອກວິທີແລ່ນຈົດທະບຽນທຸລະກິດປະເພດໃດພິເສດຄອມເມັ້ນມາ ພົບກັນ 20:00 ມື້ອື່ນ ວັນພຸດ

20/10/2024
20/10/2024

ແລ້ວການຈົດທະບຽນທຸລະກິດຕ້ອງເຮັດແນວໃດ?

ແລ່ນເອງບໍ່ເປັນ ບໍ່ຮູ້ຕ້ອງໄປໃສກ່ອນ ກຽມຫຍັງແດ່?

ດຽວໂພດສຫນ້າຈະມາບອກແບບຫມົດເປືອກ ຕິດຕາມຕອນຕໍ່ໄປ

20/10/2024

ຖ້າທຸລະກິດຍັງບໍ່ໄດ້ຈົດທະບຽນ ຫລື ບໍ່ທັນມີໃບທະບຽນທຸລະກິດ ຂໍທຶນຊ່ວຍເຫລືອ ຫລື ກູ້ຢືມເງິນໄດ້ບໍ?
ຄໍາຕອບໃຕ້ຄອມເມັ້ນ

Address

Vientiane

Opening Hours

Monday 18:00 - 23:00
Tuesday 18:00 - 23:00
Saturday 09:00 - 17:00
Sunday 09:00 - 17:00

Website

Alerts

Be the first to know and let us send you an email when Business idea and grant hunter in Laos posts news and promotions. Your email address will not be used for any other purpose, and you can unsubscribe at any time.

Share