15/08/2023
ບໍລິສັດວັນນະແສງການຄ້າຈຳກັດ ແລະ ໂຮງງານນຳ້ດື່ມແສງແກ້ວ #ນຳ້ດື່ມວັນ ໄດ້ຮ່ວມສົມທົບນຳ້ດື່ມບໍລິສຸດເພື່ອຊ່ວຍເຫລືອພໍ່ແມ່ພີ່ນ້ອງປະຊາຊົນທີ່ໄດ້ຮັບຜົນກະທົບຈາກໄພນຳ້ຖ້ວມທີ່ແຂວງຄຳມ່ວນ. ການສະຫນັບສະຫນູນຄັ້ງນີ້ ແມ່ນສົມທົບຜ່ານອົງການ ອພສ ສູນກາງ, ອພສ ເມືອງສີໂຄດຕະບອງ, ນະຄອນຫລວງວຽງຈັນ ແລະ ມູນນິທິຊ່ວຍເຫລືອຄົນທຸກຍາກແຫ່ງ ສປປ ລາວ ໂດຍມີມູນຄ່າ 85.000.000 ກີບ.
ຂໍເປັນກຳລັງໃຈໃຫ້ພໍ່ແມ່ພີ່ນ້ອງປະຊາຊົນທີ່ປະສົບໄພທຳມະຊາດໃນທົ່ວປະເທດ ຜ່ານຜ່າວິກິດການນີ້ໄປໄດ້ໂດຍໄວ
#ບໍລິສັດວັນນະແສງການຄ້າຈຳກັດ #ນຳ້ດື່ມວັນ