04/09/2026
👉ທ່ານມີປະສົບການນີ້ບໍ່?
ຫຼາຍຄັ້ງທີ່ທ່ານຕັ້ງໃຈກຽມວິດີໂອ, ເຄື່ອງມື ແລະ ບົດຮຽນເພື່ອໄປເຮັດວຽກຮ່ວມກັບຊຸມຊົນ ແຕ່ຊຸມຊົນບໍ່ໄດ້ເຂົ້າຮ່ວມ, ຝຶກແລ້ວບໍ່ເຂົ້າໃຈ ແລະ ບົດຮຽນບໍ່ໄດ້ຖືກໄປນໍາໃຊ້.
ຫຼາຍຄົນແນະນໍາໃຫ້:
😎ຕ້ອງເອົາເຄື່ອງ ແລະ ຂະໜົມມາໃຫ້ເຂົາເຈົ້າ, ບໍ່ຊັ້ນບໍ່ມີໃຜມາເຂົ້າຮ່ວມດ໋ອກ.
😎ຕ້ອງເອົາວິດີໂອຕາຫຼົກມາໃຫ້ເຂົາເບິ່ງ, ເຂົາຈຶ່ງມາລວມ
😎ຕ້ອງຊອກຄົນແປພາສາທ້ອງຖິ່ນ, ເຂົາເຈົ້າຈຶ່ງເຂົ້າໃຈ ແລະ ອື່ນໆ.
🤔ເຮັດມາໝົດແລ້ວ, ແຕ່ເປັນຫຍັງຊຸມຊົນຍັງຂາດຄວາມເປັນເຈົ້າການຢູ່?
ຖ້າການເຮັດວຽກນໍາຊຸມຊົນຂອງທ່ານ ຍັງພົບບັນຫານີ້ຢູ່, ທ່ານເໝາະທີ່ຈະເຂົ້າຊຸດຝຶກອົບຮົມ ການສ້າງຂະບວນການຮຽນຮູ້ ສໍາລັບນັກພັດທະນາ.
ຄອສນີ້ຈະຊ່ວຍໃຫ້ທ່ານເຮັດວຽກໄດ້ຢ່າງມີປະສິດທິພາບ ແລະ ສ້າງຄວາມເປັນເຈົ້າການໃຫ້ຊຸມຊົນຫຼາຍຂຶ້ນ.
ທ່ານຈະ:
✅ຮູ້ວິທີການອອກແບບບົດຮຽນແບບມີສ່ວນຮ່ວມ
✅ຮູ້ເທັກນິກການສ້າງຂະບວນການຮຽນຮູ້ໃຫ້ຜູ້ຮຽນຄິດວິເຄາະໄດ້ຢ່າງມີປະສິດທິພາບ
✅ຮູ້ເທັກນິກການສ້າງຄວາມເປັນເຈົ້າການໃຫ້ຊຸມຊົນ
✅ຮູ້ຂະບວນການສ້າງການພັດທະນາໃຫ້ຍືນຍົງຜ່ານກິດຈະກໍາຢູ່ໃນທ້ອງຖິ່ນ
ຄອສນີ້ຈະໃຊ້ເວລາຮຽນ 2 ວັນເຕັມ
🗓 ວັນທີ: 12 - 13 ກັນຍາ 2026 (2 ມື້)
⏳ ເວລາ: 09:00 - 17:00 ໂມງ (ວັນເສົາ & ວັນອາທິດ)
💻 ຮູບແບບ Hybrid: ເລືອກຮຽນແບບອອນລາຍ (Zoom) ຫຼື ເຊິ່ງໜ້າຢູ່ ເພີໂພ ທິວລິບ ຮາວສ (Purple Tulip House) ນະຄອນຫຼວງວຽງຈັນ
🍱 ສຳລັບ In-person: ລວມອາຫານທ່ຽງ, ອາຫານຫວ່າງ 2 ຄາບ/ວັນ ແລະ ໃບຢັ້ງຢືນການຈົບຫຼັກສູດ
⚠️ ໝາຍເຫດ: ເພື່ອເນັ້ນການຝຶກປະຕິບັດຈິງ ແລະ ໃຫ້ຄຳແນະນຳແບບລາຍບຸກຄົນ, ຮູບແບບມາຮຽນເຊິ່ງໜ້າ (In-person) ແມ່ນຮັບ ສູງສຸດພຽງ 10 ທ່ານ ຕໍ່ຫຼັກສູດເທົ່ານັ້ນ!
💵 ລາຄາ: ເຊິ່ງໜ້າ 2,850,000 ກີບ | ອອນລາຍ 1,850,000 ກີບ
📩 ລົງທະບຽນ ຫຼື ສອບຖາມຂໍ້ມູນເພີ່ມເຕີມ:
ລົງທະບຽນເລີຍ:
https://forms.gle/t4Bpox3ffE1bRCd16
Facebook Inbox: Purple Tulip Development
WhatsApp / Tel: 020 96 655 998
Location: Purple Tulip House