10/16/2026
ພວກເຮົາຂໍສະແດງຄວາມຍິນດີຢ່າງຍິ່ງ ທີ່ ທ່ານ ສຸໄນ ໂພທິສານ ຜູ້ອຳນວຍການ ບໍລິສັດ Aqqount Investment and Consulting ໄດ້ຮັບການແຕ່ງຕັ້ງຢ່າງເປັນທາງການ ໃຫ້ເປັນ ຄະນະບໍລິຫານງານ ສູນບໍລິການ ວິສາຫະກິດຂະໜາດນ້ອຍ ແລະ ກາງ (ສູນ ສບວ) ຊຸດໃໝ່ ພາຍໃຕ້ ສະພາການຄ້າ ແລະ ອຸດສາຫະກຳ ແຫ່ງຊາດລາວ (ສຄອຊ).
📄 ຕາມຂໍ້ຕົກລົງ ເລກທີ 1513/ສຄອຊ · ວັນທີ 12 ຕຸລາ 2026
🏛️ ເປີດກອງປະຊຸມຄະນະບໍລິຫານງານຊຸດໃໝ່ ຄັ້ງທຳອິດ ວັນທີ 15 ຕຸລາ 2026
AQQOUNT ຖືເປັນກຽດ ແລະ ພ້ອມຮ່ວມເປັນສ່ວນໜຶ່ງ ໃນການຊຸກຍູ້ ແລະ ສົ່ງເສີມ ຜູ້ປະກອບການ SME ລາວ ໃຫ້ເຕີບໃຫຍ່ຢ່າງເຂັ້ມແຂງ ແລະ ຍືນຍົງ ດ້ວຍປະສົບການ ດ້ານການລົງທຶນ, ບັນຊີ, ກົດໝາຍ ແລະ ທີ່ປຶກສາທຸລະກິດ ຫຼາຍກວ່າ 15 ປີ ໃນຕະຫຼາດລາວ.
🙏 ຂໍຂອບໃຈ ສຄອຊ ແລະ ທຸກພາກສ່ວນ ທີ່ໄວ້ວາງໃຈ.
🌐 www.aqqount.com
#ສບວ #ສຄອຊ #ທຸລະກິດລາວ #ລົງທຶນໃນລາວ