ສະພາການຄ້າ ແລະ ອຸດສາຫະກຳ ແຂວງວຽງຈັນ

ສະພາການຄ້າ ແລະ ອຸດສາຫະກຳ ແຂວງວຽງຈັນ Contact information, map and directions, contact form, opening hours, services, ratings, photos, videos and announcements from ສະພາການຄ້າ ແລະ ອຸດສາຫະກຳ ແຂວງວຽງຈັນ, Business service, Nasavang Village, Viengkham District, Vientiane Province, Lao PDR.

ສະພາການຄ້າ ແລະ ອຸດສາຫະກຳ ແຂວງວຽງຈັນ ໄດ້ມອບເງິນສະຫນັບສະຫນູນ ຊື້ອຸປະກອນຝຶກອົບຮົມວິຊາຊີບ ໃຫ້ແກ່ນັກຮຽນ ໂຮງຮຽນ ມສ ນານົກຂຸ້ມ, ...
29/06/2026

ສະພາການຄ້າ ແລະ ອຸດສາຫະກຳ ແຂວງວຽງຈັນ ໄດ້ມອບເງິນສະຫນັບສະຫນູນ ຊື້ອຸປະກອນຝຶກອົບຮົມວິຊາຊີບ ໃຫ້ແກ່ນັກຮຽນ ໂຮງຮຽນ ມສ ນານົກຂຸ້ມ, ເມືອງທຸລະຄົມ, ແຂວງວຽງຈັນ ໄດ້ແກ່ ເຄື່ອງອົບແຫ້ງ 1ເຄື່ອງ ແລະ ເຄື່ອງຜ່າແກ່ນຫມາກມ່ວງຫິມະພານ 3ເຄື່ອງ ລວມມູນຄ່າ 7,100,000 ກີບ. ມອບຕາງຫນ້າສະພາການຄ້າໂດຍແມ່ນ ທ່ານ ບຸນເພັງ ບານຄຳຜອງ ເລຂາທິການ ສະພາການຄ້າ ແລະ ອຸດສາຫະກຳແຂວງ , ຮັບໂດຍ ທ່ານນາງ ຄຳມະນີ ໄຊຍະວົງ ຜູ້ອຳນວຍການ ໂຮງຮຽນ ມສ ນານົກຂຸ້ມ ພ້ອມດ້ວຍຄະນະ ແລະ ເຂົ້າຮ່ວມໂດຍທ່ານ ຄຳຟອງ ສຸພັນນະລັດ ຫົວຫນ້າຂະແຫນງບໍລິຫານ, ພະແນກສຶກສາທິການ ແລະ ກິລາແຂວງ

ໃນວັນທີ 29 ພຶດສະພາ 2026 ໄດ້ຈັດກອງປະຊຸມ ພົບປະແລກປ່ຽນ ແລະ ຖອດຖອນບົດຮຽນ ລະຫວ່າງ ສະພາການຄ້າ ແລະ ອຸດສາຫະກຳ ແຂວງວຽງຈັນ ກັບ ສະພ...
01/06/2026

ໃນວັນທີ 29 ພຶດສະພາ 2026 ໄດ້ຈັດກອງປະຊຸມ ພົບປະແລກປ່ຽນ ແລະ ຖອດຖອນບົດຮຽນ ລະຫວ່າງ ສະພາການຄ້າ ແລະ ອຸດສາຫະກຳ ແຂວງວຽງຈັນ ກັບ ສະພາການຄ້າ ແລະອຸດສາຫະກຳ ແຂວງບໍລິຄຳໄຊ ຢູ່ທີ່ສະໂມສອນຫ້ອງວ່າການແຂວງບໍລິຄຳໄຊ, ໂດຍການເປັນປະທານ ຮ່ວມຂອງທ່ານ ຂັນທອງ ດວງປະເສີດ ປະທານສະພາການຄ້າ ແລະ ອຸດສາຫະກຳ ແຂວງວຽງຈັນ ແລະ ທ່ານ ໄຊຍະເພັດ ຈັນທິສອນ ປະທານ ສະພາການຄ້າ ແລະ ອຸດສາຫະກຳ ແຂວງບໍລິຄຳໄຊ.
ກອງປະຊຸມໄດ້ແລກປ່ຽນບົດຮຽນ 3ຂໍ້ຫລັກໆ ຄື:
1. ການຈັດຕັ້ງປະຕິບັດຫນ້າວຽກຕາມພາລະບົດບາດ, ສິດ ແລະ ຫນ້າທີ່ຂອງສະພາການຄ້າ ແລະ ອຸດສາຫະກຳ
2. ວຽກງານການຊຸກຍູ້ສົ່ງເສີມ ວິສາຫະກິດ ຂະຫນາດນ້ອຍ ແລະ ກາງ(SME)
3. ການແລກປ່ຽນບົດຮຽນດ້ານການດຳເນີນທຸລະກິດ ຂໍ້ສະດວກ, ຂໍ້ຫຍຸ້ງຍາກ ຕໍ່ກັບວຽກງານການຄ້າ, ວຽກງານການລົງທຶນ, ວຽກງານບໍລິການ-ທ່ອງທ່ຽວ, ວຽກງານກະສິກຳ-ປູກຝັງລ້ຽງສັດ ແລະ ວຽກງານອື່ນໆ ທີ່ກ່ຽວຂ້ອງ.
ພ້ອມດຽວກັນນັ້ນ, ສຄອ ທັງສອງແຂວງ ຍັງມີແຜນພົບປະແລກປ່ຽນບົດຮຽນ ໂດນຜັດປ່ຽນກັນເປັນເຈົ້າພາບ ປີລະ 1ຄັ້ງ
ກອງປະຊຸມ ຈົບລົງ ໃນເວລາ 16:30 ຂອງວັນດຽວກັນ, ຫລັງຈາກນັ້ນໄດ້ຈັດການແຂ່ງຂັນກິລາ ບານເຕະ ມິດຕະພາບ ລະຫວ່າງ 2 ແຂວງ .

27/02/2026
ສະບາຍດີທຸກໆ ທ່ານ,ສະພາການຄ້າ ແລະ ອຸດສາຫະກຳ ແຂວງວຽງຈັນ, ຂໍຖືເປັນກຽດ ຮຽນເຊີນບັນດາທ່ານ ເຂົ້າຮ່ວມຝຶກອົບຮົມພາຍໃຕ້ຫົວຂໍ້ “ການສ້...
18/02/2026

ສະບາຍດີທຸກໆ ທ່ານ,
ສະພາການຄ້າ ແລະ ອຸດສາຫະກຳ ແຂວງວຽງຈັນ, ຂໍຖືເປັນກຽດ ຮຽນເຊີນບັນດາທ່ານ ເຂົ້າຮ່ວມຝຶກອົບຮົມພາຍໃຕ້ຫົວຂໍ້ “ການສ້າງຄວາມເຂັ້ມແຂງໃຫ້ແກ່ຜູ້ປະກອບການ MSME ໂດຍການນຳໃຊ້ເຄື່ອງມື AI ເພຶ່ອເຂົ້າເຖິງແຫລ່ງທຶນ ແລະ ຕະຫລາດ” ໃນວັນທີ 25-26 ກຸມພາ 2026 ທີ ໂຮງແຮມ ອາມາຣີ ວັງວຽງ, ແຂວງວຽງຈັນ. ທ່ານໃດສົນໃຈເຂົ້າຮ່ວມໃນຫົວຂໍ້ດັ່ງກ່າວ ສະຫມັກໄດ້ເດີເຈົ້າ ລົງທະບຽນຟຣີຄ່າທຳນຽມເດີ.

ໃນລະຫວ່າງ ວັນທີ 14-16 ມັງກອນ​ 2026 ທ່ານ ວຽງໄຊ ອິນທະວົງສາ ຮອງປະທານ ສະພາການຄ້າ ແລະ ອຸດສາຫະກຳ ແຂວງວຽງຈັນ ພ້ອມດ້ວຍຄະນະ ເດີນທ...
19/01/2026

ໃນລະຫວ່າງ ວັນທີ 14-16 ມັງກອນ​ 2026 ທ່ານ ວຽງໄຊ ອິນທະວົງສາ ຮອງປະທານ ສະພາການຄ້າ ແລະ ອຸດສາຫະກຳ ແຂວງວຽງຈັນ ພ້ອມດ້ວຍຄະນະ ເດີນທາງໄປເຂົ້າຮ່ວມງານສໍາມະນາ ແລະ ພົບປະຜູ້ປະກອບກິດຈະການ​ຈັງຫວັດ​ຊຽງໃໝ່​, ປະເທດໄທ ພາຍໃຕ້​ ໂຄງການຈັບຄູ່ທຸລະກິດ​ ແລະ​ ສ້າງເຄື່ອຂ່າຍຜູ້ປະກອບກິດຈະການໃນພື້ນທີ່ພາກເໜືອບົນເສັ້ນທາງເສດຖະກິດພາກເໜືອ ສປປ​ ລາວ​ (NORTHERN Thai-Laos​ BUSINESS​ MATCHING 2026)​

ທີ່ ສູນປະຊຸມນານາຊາດຄຸ້ມຄຳ ຈັງຫວັດ​ ຊຽງໃໝ່ ປະເທດໄທ​.

Address

Nasavang Village, Viengkham District, Vientiane Province
Lao Pdr

Opening Hours

Monday 08:00 - 04:00
Tuesday 08:00 - 04:00
Wednesday 08:00 - 04:00
Thursday 08:00 - 04:00
Friday 08:00 - 04:00

Telephone

+8562095788507

Alerts

Be the first to know and let us send you an email when ສະພາການຄ້າ ແລະ ອຸດສາຫະກຳ ແຂວງວຽງຈັນ posts news and promotions. Your email address will not be used for any other purpose, and you can unsubscribe at any time.

Contact The Business

Send a message to ສະພາການຄ້າ ແລະ ອຸດສາຫະກຳ ແຂວງວຽງຈັນ:

Shortcuts

Share