Asia King Travel Sole co.,Ltd

  • Home
  • Asia King Travel Sole co.,Ltd

Asia King Travel Sole co.,Ltd Our enterprise is doing for the interpretation tourism industry in Laos and belonging and urgently call and WhatsApp us +(856-20)-22278925; 2092446833.

IG & Line or LinkedIn: . Laos ; .laos and . https://web. southern-laos.com

17/06/2026
12/04/2026
28/03/2026
ເປີດຖ້ຽວບິນປະຖົມມະລຶກ ຮົງກົງ - ປາກເຊ​ - ຮົງກົງ​ ເພື່ອດຶງດູດນັກທ່ອງທ່ຽວ     ວັນທີ 5 ມີນາ​ 2026,​ ໄດ້ມີພິທີເປີດຖ້ຽວບິນປະຖົ...
08/03/2026

ເປີດຖ້ຽວບິນປະຖົມມະລຶກ ຮົງກົງ - ປາກເຊ​ - ຮົງກົງ​ ເພື່ອດຶງດູດນັກທ່ອງທ່ຽວ

ວັນທີ 5 ມີນາ​ 2026,​ ໄດ້ມີພິທີເປີດຖ້ຽວບິນປະຖົມມະລຶກ ຮົງກົງ - ປາກເຊ​ - ຮົງກົງ​ ຢ່າງເປັນທາງການ​ ໂດຍການເຂົ້າຮ່ວມເດີນທາງ ຈາກ​ຮົງກົງ​ -​ ປາກເຊ​ ໂດຍທ່ານ​ ປອ.​ສຸກສະຫວັນ​ ວິໄລວົງ​ ຮອງເລຂາ​ພັກແຂວງ​ ປະທານ​ຄະນະ​ກໍາມະ​ການປົກຄອງ​ແຂວງ​ຈໍາປາສັກ, ທ່ານ​ ພິມ​ພອນ​ ພັນດານຸວົງ​ ຄະນະປະຈໍາ​ພັກແຂວງ​ ຮອງປະທານ​ຄະນະ​ກຳມະ​ການປົກຄອງ​ແຂວງ, ທ່ານ​ ປອ.​ສິດທິ​ພອນ​ ບຸດຕິວົງ​ ກໍາມະການພັກແຂວງ​ ຫົວໜ້າ​ພະແນກ​ໂຍທາທິການ​​ ແລະ​ ຂົນສົ່ງ​ແຂວງ, ທ່ານ​ ທອມມີ ເຈີ່ນ ປະທານບໍລິສັດ ທ່ອງທ່ຽວ​ ສີທັນດອນ.​ ມີການນໍາ​ແຂວງ,​ ການນໍາ​ພະແນກການ​ກົມກອງ​ທີ່​ກ່ຽວຂ້ອງ​ພາຍໃນແຂວງ, ການນໍາ​ເມືອງ​ໂຂງ,​ ນັກ​ທຸລະ​ກິດ,​ ຜູ້ປະກອບການ ແລະ​ ພາກສ່ວນ​ກ່ຽວຂ້ອງ​ ເຂົ້າຮ່ວມ.​

ທ່ານ​ ທອມມີ ເຈີ່ນ ປະທານບໍລິສັດ ທ່ອງທ່ຽວ​ ສີທັນດອນ ໃຫ້ສໍາພາດ​ວ່າ: ຖ້ຽວບິນຮົງກົງ​ - ປາກເຊ​ - ຮົງກົງ ມີ​ 2 ຖ້ຽວ/ອາທິດ,​ ຈາກປາກເຊ​ - ຮົງກົງ ມີວັນສຸກເເລະ​ ວັນຈັນ ຖ້ຽວບິນ​ HB2527, ອອກເດີນທາງເວລາ​ 02:50​ ໂມງ​ - 05:55 ໂມງ.​ ຮົງກົງ​ - ປາກເຊ ມີວັນພະຫັດ​ ເເລະ​ ວັນທິດ,​ ຖ້ຽວບິນ​HB2526, ອອກເດີນທາງເວລາ​ 23:15​ ໂມງ​ - 00:50​ ໂມງ​ ດ້ວຍເຮືອບິນ ໂບອິ້ງ 737,​ ສາມາດບັນຈຸຜູ້ໂດຍສານໄດ້​ 180​ຄົນ/ຖ້ຽວ.​ຈຸດປະສົງຕົ້ນຕໍ​ ກໍເພື່ອຊຸກຍູ້ການທ່ອງທ່ຽວ ຢູ່ແຂວງຈຳປາສັກ ທັງເປັນການເປີດປະຕູສູ່ໂອກາດໃໝ່ໃນການເຊື່ອມໂຍງເສດຖະກິດ​ ຕິດພັນກັບການເຊື່ອມໂຍງຕະຫຼາດ​ ແລະ​ ນັກລົງທຶນຈາກຕ່າງປະເທດມາທ່ຽວຊົມແຂວງຈຳປາສັກ ໃຫ້ນັບມື້ຫຼາຍຂຶ້ນ.​

ການທ່ອງທ່ຽວແມ່ນເສັ້ນເລືອດໃຫຍ່ໃນການສ້າງລາຍຮັບ ໃນລະບົບເສດຖະກິດ ເພາະເປັນແຫຼ່ງດຶງດູດເງິນຕາຕ່າງປະເທດເຂົ້າມາໃນປະເທດ ເຮັດໃຫ້ລັດມີຄວາມອາດສາມາດເສີມສ້າງຄັງແຮເງິນຕາສູງຂຶ້ນ.​

ໂອກາດນີ້,​ ທ່ານ​ ປອ.​ສິດທິ​ພອນ​ ບຸດຕິວົງ​ ກໍາມະການພັກແຂວງ​ ຫົວໜ້າ​ພະແນກ​ໂຍທາທິການ​​ ແລະ​ ຂົນສົ່ງ​ແຂວງ​ ກໍມີຄໍາເຫັນວ່າ: ການເປິດຖ້ຽວບິນຄັ້ງນີ້ ແມ່ນບາດກ້າວໃໝ່ທີ່ສຳຄັນໃນການພັດທະນາການທ່ອງທ່ຽວ ເຊິ່ງແມ່ນໜ້າທີ່ຄວາມຮັບຜິດຊອບຂອງທົ່ວສັງຄົມ ໃນການຊຸກຍູ້ສົ່ງເສີມ ແລະ ພັດທະນາການທ່ອງທ່ຽວ ເພາະວ່າການກະຕຸ້ນການພັດທະນາການທ່ອງທ່ຽວ ມັນພົວພັນກັບຫຼາຍເງື່ອນໄຂ, ປັດໄຈ ເຊັ່ນ: ການສະແດງນ້ຳໃຈໄມຕີທີ່ດີຕໍ່ກັບນັກທ່ອງທ່ຽວຕ່າງປະເທດທຸກລະດັບ, ການປັບປຸງຄຸນນະພາບການບໍລິການປິ່ນອ້ອມຕ່າງໆ, ການໃຫ້ຄວາມຊ່ວຍເຫຼືອ,​ ການອຳນວຍຄວາມສະດວກ​ ກໍເປັນປັດໄຈໜຶ່ງທີ່ສຳຄັນ ລວມເຖິງການຮັກສາສິ່ງແວດລ້ອມໃຫ້ສະອາດຈົບງາມ ເຮັດໃຫ້ນັກທ່ອງທ່ຽວ ມີຄວາມປອດໄພ, ອົບອຸ່ນ ບໍ່ວ່າຈະໄປທ່ຽວສະຖານທີ່ໃດ, ກໍບໍ່ຮູ້ສຶກຫວາດລະແວງ,​ ພາຍຫຼັງໄປທ່ຽວແລ້ວ ກັບມາພັກຜ່ອນຢູ່ທີ່ພັກອາໄສກໍມີຄວາມໝັ້ນໃຈ​ ແລະ​ ມິຄວາມສະດວກສະບາຍ.
Warm welcome to Pakse City (Southern Laos) . We're making your dream comes true!

* ຂ່າວ​-ພາບ​: ທູນທອງໃຈ​ ແລະ ແອໂຣລາວ | AeroLaos

ขอบใจทิพย์3คืน4วัน ไปส่งที่สนามบินอุดอรธนี🙏🙏🙏🙏
26/02/2026

ขอบใจทิพย์3คืน4วัน
ไปส่งที่สนามบินอุดอรธนี🙏🙏🙏🙏

Thip meung feung &vang vieng Thank for you 🏞️🏞️🏞️🏞️🚣🏻‍♀️🚣🏻‍♀️🚣🏻‍♀️
24/02/2026

Thip meung feung &vang vieng
Thank for you 🏞️🏞️🏞️🏞️🚣🏻‍♀️🚣🏻‍♀️🚣🏻‍♀️

16/02/2026



Ban Tha Sawang silk weaving  village, The golden textile, Thailand
10/02/2026

Ban Tha Sawang silk weaving village, The golden textile, Thailand

Address

Ban Lak Muang Village 11Rd , Pakse City , Champasak Province

16000

Alerts

Be the first to know and let us send you an email when Asia King Travel Sole co.,Ltd posts news and promotions. Your email address will not be used for any other purpose, and you can unsubscribe at any time.

Contact The Business

Send a message to Asia King Travel Sole co.,Ltd:

  • Want your business to be the top-listed Business?

Share