30/09/2021
ຢູນີເທວເພີ່ມຄວາມໄວອິນເຕີເນັດບ້ານ FTTH ທຸກແພັກເກັດສຸດຄຸ້ມ ພ້ອມນະໂຍບາຍພິເສດທີ່ຫຼາກຫຼາຍ
____________________________________________
ໃນສະພາບການລະບາດຂອງພະຍາດໂຄວິດ -19, ປະຊາຊົນສ່ວນໃຫ່ຍຕ້ອງຈຳກັດການພົບປະແລະໄປເຂດທີ່ມີຄວາມສ່ຽງ ເຊິ່ງຄວາມຕ້ອງການໃນການເຮັດວຽກ, ການສຶກສາ, ການໄປຊື້ເຄື່ອງ ແລະ ອື່ນ ໆ. ໃນຮູບແບບອອນລາຍໂດຍຜ່ານທາງອິນເຕີເນັດ ແມ່ນເພີ່ມຂຶ້ນທຸກມື້. ເພື່ອຕອບສະໜອງໄດ້ຕາມຕ້ອງການຂອງສັງຄົມ ຢູນີເທວl ໄດ້ສະໜອງ ແພັກເກດອິນເຕີເນັດ ພິເສດທີ່ເປັນຕາດຶງດູດໃຈສໍາລັບລູກຄ້າ.
ເລີ່ມແຕ່ກັນຍາ 2021 ລູກຄ້າທີ່ກຳລັງນຳໃຊ້, ຕໍ່ອາຍຸສັນຍາ ຫຼື ລົງທະບຽນໃໝ່ ທຸກແພັກເກັດການບໍລິການ ອີນເຕີເນັດ ຂອງຢູນີເທວ ຈະສາມາດໃຊ້ຄວາມໄວແບນວິດພາຍໃນ ແລະ ຕ່າງປະເທດໄດ້ເພິ່ມຂື້ນຄູນ 10ທົບ ເມື່ອທຽບກັບນະໂຍບາຍເກົ່າ ໂດຍບໍ່ມີການປ່ຽນແປງລາຄາ.
ການສະໜອງໂປໂມຊັນທີ່ສຸດຄຸ້ມໃນຄັ້ງນີ້ຂອງ ຢູນີເທວ ຈະເປັນການສົ່ງເສີມໃຫ້ແກ່ລູກຄ້າໄດ້ປະຢັດຄ່າໃຊ້ ແລະ ຍັງໄດ້ຮັບ ນາທີໂທພາຍໃນເຄືອຂ່າຍເພິ່ມອີກ 100 ນາທີໂທພາຍໃນເຄືອຂ່າຍ/ເດືອນ ແກ່ 2 ເຖິງ 4 ເບີມືຖືຂອງລູກຄ້າ ແລະ ຍາດພີ່ນ້ອງ ຫຼື ໝູ່ເພື່ອນຂອງລູກຄ້ານຳອີກ.
ການປັບປ່ຽນນະໂຍບາຍແພັກເກັດ INTERNET ຂອງ Unitel ສັນຍາວ່າຈະຊ່ວຍໃຫ້ລູກຄ້າມີປະສົບການທີ່ດີທີ່ສຸດ, ຕອບສະໜອງຄວາມຕ້ອງການໃນການເຮັດວຽກ, ການຊື້ເຄື່ອງ ແລະ ການບັນເທີງ ອອນລາຍ ແລະ ມີຄວາມປອດໄພໂດຍສະເພາະໃນສະພາບການທີ່ສັບສົນຂອງການລະບາດຂອງພະຍາດໂຄວິດ -19.
ປະຈຸບັນ ຢູນີເທວພ້ອມໃຫ້ບໍລິການທົ່ວປະເທດ ລູກຄ້າສາມາດສັ່ງຈອງງ່າຍໂດຍ : 021 999888 ຫຼື ຈອງຜ່ານເວັບໄຊ https://unitel.com.la/package-internet
▪ ລາຄາ ແລະ ຄ່າເປີດນໍາໃຊ້ເລກໝາຍ:
- ລາຄາໃນເດືອນຂອງແພັກເກັດ MAX1 ແມ່ນ 140.000 ກີບ / ເດືອນ ແລະ ມີຄວາມໄວເຖິງ 30Mbps
- ລາຄາໃນເດືອນຂອງແພັກເກັດ MAX2 ແມ່ນ 185.000 ກີບ / ເດືອນ ແລະ ມີຄວາມໄວເຖິງ35Mbps
- ລາຄາໃນເດືອນຂອງແພັກເກັດ MAX3 ແມ່ນ 195.000 ກີບ / ເດືອນ ແລະ ມີຄວາມໄວເຖິງ40Mbps
- ລາຄາໃນເດືອນຂອງແພັກເກັດ MAX4 ແມ່ນ 235.000 ກີບ / ເດືອນ ແລະ ມີຄວາມໄວເຖິງ 50Mbps
- ລາຄາໃນເດືອນຂອງແພັກເກັດ MAX5 ແມ່ນ 380.000 ກີບ / ເດືອນ ແລະ ມີຄວາມໄວເຖິງ 60Mbps
▪ ໂປໂມຊັນສຸດຄຸ້ມເມື່ອທ່ານຕິດຕັ້ງອີນເຕີເນັດ FTTH:
+ ບໍ່ເສຍ ຄ່າຕິດຕັ້ງເມື່ອລູກຄ້າຈ່າຍ ລ່ວງໜ້າ 6 ເດືອນ ແລະ ຈ່າຍລ່ວງໜ້າ 12 ເດືອນ.
+ ໄດ້ນໍາໃຊ້ຟຣີອີກ 1 ເດືອນ ເມື່ອຈ່າຍລ່ວງໜ້າ 6 ເດືອນ
+ ໄດ້ນໍາໃຊ້ຟຣີອີກ 3 ເດືອນ ເມື່ອຈ່າຍລ່ວງໜ້າ 12 ເດືອນ
+ ໄດ້ຮັບຟຣີທັນທີ ໂທລະສັບຕັ້ງໂຕະ ຢູນີໂຮມ 1 ໜ່ວຍ.
+ ພິເສດ: ລູກຄ້າໄດ້ຮັບລ້າໆເພີ່ມອີກນາທີໂທ 100 ນາທີ/ເດືອນ ໃຊ້ໂທພາຍໃນເຄືອຂ່າຍ ໃຫ້ແກ່ 2 ເຖິງ 4 ເບີມືຖືຂອງລູກຄ້າ ແລະ ຍາດພິນ້ອງ ອີງຕາມລູກຄ້າເລືອກຈ່າຍແພັກເກດໃດເຊັ່ນ:
- ລູກຄ້ານນໍາໃຊ້ແພັກເກດ MAX1, MAX2 ສາມາດແອັດນາທີໂທໃຫ້ ບໍ່ເກີນ 2 ເບີມືຖື
- ລູກຄ້າໃຊ້ MAX3, MAX4, MAX5 ແອັດນາທີໂທໃຫ້ ບໍ່ເກີນ 4 ເບີມືຖື.