Vangtao Dry Port Co., Ltd

Vangtao Dry Port Co., Ltd ຫ່ວງໄຍ ໃສ່ໃຈ ພ້ອມໃຫ້ບໍລິການລູກຄ້າ

11/05/2026
  🇱🇦🇱🇦🇱🇦ຂ່ຳນັບຊົມເຊີຍ ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XII ຂອງພັກປະຊາຊົນ ປະຕິວັດລາວ ຢ່າງສຸດໃຈ ✨✨
07/01/2026

🇱🇦🇱🇦🇱🇦
ຂ່ຳນັບຊົມເຊີຍ ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XII ຂອງພັກປະຊາຊົນ ປະຕິວັດລາວ ຢ່າງສຸດໃຈ ✨✨

31/12/2025

ລັດຖະມົນຕີ ຍທຂ ລົງຊຸກຍູ້ຕິດຕາມ ການປະຕິບັດວຽກງານ ຢູ່ດ່ານສາກົນວັງເຕົ່າ ແຂວງຈຳປາສັກ

ວັນທີ 30 ທັນວາ 2025 ທ່ານເຫລັກໄຫລ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ (ຍທຂ) ພ້ອມຄະນະໄດ້ເຄື່ອນໄຫວຢ້ຽມຢາມ ແລະ ເຮັດວຽກຢູ່ແຂວງຈໍາປາສັກ ຊຶ່ງໄດ້ລົງຢ້ຽມຢາມຊຸກຍູ້ຕິດຕາມ ການປະຕິບັດວຽກງານຢູ່ດ່ານສາກົນວັງເຕົ່າ ແລະ ບໍລິສັດ ທ່າບົກ-ວັງເຕົ່າ ຈໍາກັດ.

ທ່ານ ບຸນທະວີ ແກ່ນປະເສີດ ຮອງຜູ້ອໍານວຍການບໍລິສັດ ທ່າບົກ-ວັງເຕົ່າ ລາຍງານວ່າ: ບໍລິສັດທ່າບົກ-ວັງເຕົ່າ ເຮັດໜ້າທີ່ໃຫ້ເປັນສູນກາງໂລຈິສຕິກສ໌ ທີ່ເປັນຈຸດກວດກາການຂົນສົ່ງ ແລະ ຍົກຍ້າຍຄ່ຽນຖ່າຍສິນຄ້າ ຮັບ-ສົ່ງ ເຕົ້າໂຮມແຈກຢາຍ ຝາກສາງ ແລະ ຄ່ຽນຖ່າຍເຂົ້າ-ອອກຕູ້ສິນຄ້າ ແລະ ບໍລິການ ອື່ນໆ ເພື່ອຕອບສະໜອງຄວາມຕ້ອງ ການຂອງຜູ້ປະກອບການນໍາເຂົ້າ-ສົ່ງອອກສິນຄ້າຜ່ານດ່ານຊາຍແດນສາກົນວັງເຕົ່າ ໂດຍໄດ້ເປີດການໃຫ້ບໍລິການເປັນທາງການໃນເດືອນກັນຍາ 2021 ເປັນຕົ້ນມາ.

ທ່າບົກ-ວັງເຕົ່າ ແມ່ນໜຶ່ງໃນເກົ້າຈຸດຂອງທ່າບົກທົ່ວປະເທດ ເຊິ່ງທາງບໍລິສັດດວງດີກໍ່ສ້າງຂົວ-ທາງ ຈຳກັດ ໄດ້ສໍາຫຼວດ-ອອກແບບ ແລະ ສ້າງແຜນພັດທະນາເປັນສອງໄລຍະ ໃນເນື້ອທີ່ເພື່ອພັດທະນາ 50 ເຮັກຕາ ເຊິ່ງທາງບໍລິສັດໄດ້ກໍ່ສ້າງໄລຍະທີ 1 ກວມເນື້ອທີ່ 25 ເຮັກຕາ ແມ່ນສໍາເລັດ100% ລວມມູນຄ່າການລົງທຶນຫຼາຍກວ່າ 35 ລ້ານຳກວ່າໂດລາສະຫາລັດ, ປັດຈຸບັນພວມສືບຕໍ່ກໍ່ສ້າງໄລຍະທີ II.

ຜ່ານມາ,ການຈັດຕັ້ງປະຕິບັດການແຈ້ງພາສີ-ອາກອນຂອງສິນຄ້າຂາເຂົ້າ-ຂາອອກ ໂດຍຜ່ານລະບົບເອເລັກໂຕຣນິກ ASYCUDA ແລະ Smart tax ໄດ້ມີຄວາມສະດວກຊັດເຈນ ແລະ ວ່ອງໄວ ສາມາດກວດສອບໄດ້ ການແຈ້ງຄົນເຂົ້າ-ອອກເມືອງຂອງຜູ້ຂັບຂີ່ ພາຫານະຂົນສົ່ງສິນຄ້າ ກັກກັນ ພືດ-ສັດ ອາຫານ, ຢາ ແລະ ຄວບຄຸມພະຍາດຕິດຕໍ່ກໍມີຄວາມສະດວກວ່ອງໄວກວ່າເກົ່າ, ຈໍານວນພາຫານະຂົນສົ່ງສິນຄ້າເຂົ້າຜ່ານທ່າບົກນັບແຕ່ປີ 2021 ຫາເດືອນພະຈິກ 2025 ລົດສາຍຕ່າງປະເທດ (ປະເທດໄທ) 129,559 ເທື່ອຄັນ ແລະ ລົດສາຍພາຍໃນ (ລົດລາວ) 47,444 ເທື່ອຄັນ.

ຕະຫລອດໄລຍະທີ່ເປີດບໍລິການສາມາດປະກອບສ່ວນມອບພັນທະຄ່າບໍລິ ການຂອງທ່າບົກ-ວັງເຕົ່າ ແລະ ຄ່າສໍາປະທານດິນ ເຂົ້າງົບປະມານຂອງລັດຖະບານ ລວມເປັນເງິນຫຼາຍກວ່າ 62 ຕື້ກີບ.

#ໜັງສືພິມລາວພັດທະນາ #ຂ່າວພາຍໃນ #ລັດຖະມົນຕີ #ຍທຂ #ດ່ານສາກົນວັງເຕົ່າ #01
_______________@_______________
ສະໜັບສະໜູນໂດຍ: ນໍ້າດື່ມຫົວເສືອ
_______________@_______________
ຂ່າວອື່ນໆ >> www.laophattananews.com
Youtube: www.youtube.com/channel/UCfSwYXQ8r6NOMO_vlp7bZYw
Twitter: https://X.com/laophattana
Whatsapp: https://whatsapp.com/channel/0029Va9dcYjHFxPArwc63g17
Tiktok: https://www.tiktok.com/
ສົນໃຈລົງໂຄສະນາໂທ: 020 9999 7139
ຕິດຕໍ່ຫານັກຂ່າວໂທ: 020 2345 0088

ໃນວັນທີ 30 ທັນວາ 2025. ບໍລິສັດ ທ່າບົກວັງເຕົ່າ ຈຳກັດໄດ້ໃຫ້ກຽດ ຕ້ອນຮັບ ທ່ານ ເຫຼັກໄຫຼ ສີວິໄລ ກໍາມະການ ສູນກາງພັກ, ລັດຖະມົນຕີ...
30/12/2025

ໃນວັນທີ 30 ທັນວາ 2025. ບໍລິສັດ ທ່າບົກວັງເຕົ່າ ຈຳກັດ
ໄດ້ໃຫ້ກຽດ ຕ້ອນຮັບ ທ່ານ ເຫຼັກໄຫຼ ສີວິໄລ ກໍາມະການ ສູນກາງພັກ, ລັດຖະມົນຕີ ກະຊວງ ໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ເຄື່ອນໄຫວເຮັດວຽກ ແລະ ຢ້ຽມຢາມ ບໍລິສັດ ທ່າບົກວັງເຕົ່າ ຈໍາກັດ
🏨🏗️🚛

  🏗️🚛🚚ໃນວັນທີ 18 ທັນວາ 2025. ບໍລິສັດ ທ່າບົກວັງເຕົ່າ.ຈຳກັດໄດ້ໃຫ້ກຽດ ຕ້ອນຮັບ ທ່ານ ສັນຕິພາບ ພົມວິຫານ ກຳມະການສູນກາງພັກ,ລັດຖະ...
18/12/2025

🏗️🚛🚚
ໃນວັນທີ 18 ທັນວາ 2025. ບໍລິສັດ ທ່າບົກວັງເຕົ່າ.ຈຳກັດ
ໄດ້ໃຫ້ກຽດ ຕ້ອນຮັບ ທ່ານ ສັນຕິພາບ ພົມວິຫານ ກຳມະການສູນກາງພັກ,ລັດຖະມົນຕີ ກະຊວງການເງິນ ,ພ້ອມຄະນະ ທີ່ໄດ້ລົງມາເຄື່ອນໄຫວ ຢ້ຽມຢາມ ຢູ່ທີ່ ບໍລິສັດ ທ່າບົກວັງເຕົ່າ.ຈຳກັດ

  🎉🎉🇱🇦ຊົມເຊີຍວັນຊາດ ທີ2ທັນວາ ຄົບຮອບ50ປີ 🇱🇦🫶ບໍລິສັດ ທ່າບົກວັງເຕົ່າ ຈຳກັດ 🏨🏗️🚛ຂໍອວຍພອນໄຊມາຍັງການນຳ ພັກ-ລັດ, ພະນັກງານ-ລັດຖະ...
01/12/2025

🎉🎉
🇱🇦ຊົມເຊີຍວັນຊາດ ທີ2ທັນວາ ຄົບຮອບ50ປີ 🇱🇦🫶
ບໍລິສັດ ທ່າບົກວັງເຕົ່າ ຈຳກັດ 🏨🏗️🚛
ຂໍອວຍພອນໄຊມາຍັງການນຳ ພັກ-ລັດ, ພະນັກງານ-ລັດຖະກອນ ແລະ ປະຊາຊົນລາວບັນດາເຜົ່າ ຈົ່ງມີສຸຂະພາບເຂັ້ມແຂງ ແລະ ພ້ອມກັນສ້າງສາພັດທະນາປະເທດຊາດໃຫ້ຈະເລີນຮຸ່ງເຮືອງຕະຫຼອດໄປ.

 ວັນທີ29 ກັນຍາ 2025 ບໍລິສັດ ທ່າບົກວັງເຕົ່າ ຈຳກັດ ໄດ້ເປັນກຽດຕ້ອນຮັບ ທ່ານ ສັນຍາ ປຣະເສີດ ກຳມະການຄະນະປະຈຳ ປະທານຄະນະກຳມາທິການ...
29/09/2025


ວັນທີ29 ກັນຍາ 2025 ບໍລິສັດ ທ່າບົກວັງເຕົ່າ ຈຳກັດ
ໄດ້ເປັນກຽດຕ້ອນຮັບ ທ່ານ ສັນຍາ ປຣະເສີດ ກຳມະການຄະນະປະຈຳ ປະທານຄະນະກຳມາທິການ,ການຕ່າງປະເທດ ສະພາແຫ່ງຊາດ ພ້ອມດ້ວຍຄະນະ ໄດ້ລົງມາເຄື່ອນໄຫວຢ້ຽມຢາມ ບໍລິສັດ ທ່າບົກວັງເຕົ່າ ຈໍາກັດ
🚛🚛🏗🏗

Address

Vangtao
Muang Phônthong

Opening Hours

Monday 09:00 - 17:00
Tuesday 09:00 - 17:00
Wednesday 09:00 - 17:00
Thursday 09:00 - 17:00
Friday 09:00 - 17:00

Telephone

+8562029262978

Website

Alerts

Be the first to know and let us send you an email when Vangtao Dry Port Co., Ltd posts news and promotions. Your email address will not be used for any other purpose, and you can unsubscribe at any time.

Contact The Business

Send a message to Vangtao Dry Port Co., Ltd:

Share