Savan beer ร้านอาหาน

ໃນຄັ້ງວັນທີ 23 ສິງຫາ 2024 ຮາກຖານຊາວໜຸ່ມ ພະແນກອຸດສາຫະກໍາ ແລະ ການຄ້າແຂວງສະຫວັນນະເຂດ ໄດ້ເປີດກອງປະຊຸມສະຫຼຸບລາຍງານ ການຈັດຕັ້ງ...
27/08/2024

ໃນຄັ້ງວັນທີ 23 ສິງຫາ 2024 ຮາກຖານຊາວໜຸ່ມ ພະແນກອຸດສາຫະກໍາ ແລະ ການຄ້າແຂວງສະຫວັນນະເຂດ ໄດ້ເປີດກອງປະຊຸມສະຫຼຸບລາຍງານ ການຈັດຕັ້ງເຄື່ອນໄຫວວຽກງານ 6 ເດືອນຕົ້ນປີ ແລະ ທິດທາງແຜນການ 6 ເດືອນທ້າຍປີ 2024 ຂຶ້ນ ພາຍໃຕ້ການເປັນປະທານກອງປະຊຸມຂອງ ສະຫາຍ ໄຊຍະເດດ ຜຸຍຍະວົງ ຄະນະພັກຮາກຖານພະແນກ ໂດຍມີສະມາຊິກຊາວຫນຸ່ມເຂົ້າຮ່ວມທັງໝົດ 35 ສະຫາຍ, ຍິງ 15 ສະຫາຍ;
ເຊິ່ງໃນວາລະກອງປະຊຸມ ສະຫາຍ ນາງ ແພງສີ ທອງເພັງ ເລຂາຮາກຖານຊາວໜຸ່ມພະແນກ ໄດ້ຂຶ້ນຜ່ານ ມະຕິຕົກລົງຂອງຄະນະບໍລິຫານງານຊາວໜຸ່ມ ປປລ ແຂວງ ວ່າດ້ວຍການຮັບຮອງເອົາຄະນະຮາກຖານຊາວໜຸ່ມພະແນກ ຊຸດທີ III, ມະຕິຕົກລົງຂອງຄະນະພັກຮາກຖານພະແນກ, ມະຕິຕົກລົງຂອງຄະນະຮາກຖານຊາວໜຸ່ມ ວ່າດ້ວຍການແຕ່ງຕັ້ງ ແລະ ແບ່ງໜ້າທີ່ຄວາມຮັບຜິດຊອບ ຂອງຄະນະຮາກຖານຊາວໜຸ່ມ ແລະ ຄະນະໜ່ວຍທີ່ຂຶ້ນກັບຮາກຖານຊາວໜຸ່ມພະແນກ ອຄ ແຂວງ.
ຈາກນັ້ນ ສະຫາຍ ແສງສັນໄຊ ຂັດຕິຍະວົງ ຮອງເລຂາຄະນະຮາກຖານຊາວໜຸ່ມ ກໍໄດ້ຂຶ້ນຜ່ານບົດສະຫຼຸບວຽກງານ 6 ເດືອນຕົ້ນປີ ແລະ ທິດທາງແຜນການ 6 ເດືອນທ້າຍປີ 2024, ກອງປະຊຸມຍັງໄດ້ຜ່ານລະບຽບກອງທຶນຊ່ວຍເຫຼືອສະມາຊິກຊາວໜຸ່ມ ເພື່ອໃຫ້ສະມາຊິກໄດ້ປະກອບຄໍາຄິດເຫັນໃສ່ຮ່າງລະບຽບກອງທຶນ ເພື່ອນໍາໄປປັບປຸງທາງດ້ານເນື້ອໃນ ແລະ ລາຍລະອຽດ ໃຫ້ມີຄວາມຖືກຕ້ອງສອດຄ່ອງກັບລະບຽບຫຼັກການ. ຈາກນັ້ນ ຜູ້ເຂົ້າຮ່ວມກອງປະຊຸມກໍໄດ້ຮັບຟັງການໂອ້ລົມຈາກທ່ານປະທານກອງປະຊຸມ ເຊິ່ງທ່ານໄດ້ໃຫ້ຄວາມຄິດເຫັນ ແລະ ທິດຊີ້ນໍາຕໍ່ຄະນະຮາກຖານຊາວໜຸ່ມ ຕະຫຼອດຮອດສະມາຊິກທັງໝົດ ຈົ່ງຕັ້ງໜ້າຝຶກຝົນຫຼໍ່ຫຼອມຕົນເອງໃຫ້ມີຄວາມກ້າວໜ້າ, ເປັນແບບຢ່າງທີ່ດີໃຫ້ແກ່ຊາວໜຸ່ມເຍົາວະຊົນ ແລະ ພ້ອມພຽງກັນຈັດຕັ້ງປະຕິບັດວຽກງານຕາມໜ້າທີ່ ຄວາມຮັບຜິດຊອບຂອງຕົນ ຕາມທິດທາງແຜນການທີ່ໄດ້ວາງໄວ້ ເພື່ອໃຫ້ວຽກງານດັ່ງກ່າວປະສົບຜົນສໍາເລັດ ແລະ ເກີດປະສິດທິຜົນສູງສຸດ.

ແວະມາກິນປີ້ງແບ້ສູດເຈົ້າເກົ່າເຈົ້າເດີມໄດ້ເດີຮ້ານຕັ້ງຢູ່ບ້ານໂພນສະຫວ່າງໃຕ້ ນະຄອນໄກສອນ ແຂວງສະຫວັນນະເຂດ(ທາງແວ່ເຂົ້າເດີ່ນເຕະບາ...
23/05/2019

ແວະມາກິນປີ້ງແບ້ສູດເຈົ້າເກົ່າເຈົ້າເດີມໄດ້ເດີ
ຮ້ານຕັ້ງຢູ່ບ້ານໂພນສະຫວ່າງໃຕ້ ນະຄອນໄກສອນ ແຂວງສະຫວັນນະເຂດ
(ທາງແວ່ເຂົ້າເດີ່ນເຕະບານບີແອລ) ເບີໂທລະສັບ02096615001
0309049045

ກັບພວກສາຍແຂງ
21/12/2017

ກັບພວກສາຍແຂງ

เปีดทุกมื้อ
04/06/2017

เปีดทุกมื้อ

2016
27/12/2016

2016

11/07/2016

Address

Kayson Road
Savannakhét
1234

Telephone

041260140

Website

Alerts

Be the first to know and let us send you an email when Savan beer posts news and promotions. Your email address will not be used for any other purpose, and you can unsubscribe at any time.

Share