Throatsil Lao

Throatsil Lao ເຈັບຄໍເປັນເລື່ອງຊິວໆ ເພາະມີໂທຣຊິວຊ່ວຍໄດ້

ສຸກສັນວັນແມ່ຍິງສາກົນ👸8th March Happy Women's Day
08/03/2023

ສຸກສັນວັນແມ່ຍິງສາກົນ👸
8th March Happy Women's Day

✨Merry Christmas & Happy New Year 2023 ✨
25/12/2022

✨Merry Christmas & Happy New Year 2023 ✨

ຊົມເຊີຍ ວັນຊາດທີ 2 ທັນວາ ໝັ້ນຍືນ!! 🇱🇦
02/12/2022

ຊົມເຊີຍ ວັນຊາດທີ 2 ທັນວາ ໝັ້ນຍືນ!! 🇱🇦

👉ສາເຫດຂອງອາການເຈັບຄໍ ເກີດຈາກ 3 ສາເຫດຫຼັກຄື:1️⃣75-80% ເກີດຈາກເຊື້ອໄວຣັສ ອາການຈະມີໄຂ້ ແລະ ບໍ່ມີ, ເຈັບຄໍບໍ່ແຮງ, ມີນໍ້າມູກ, ...
18/07/2022

👉ສາເຫດຂອງອາການເຈັບຄໍ ເກີດຈາກ 3 ສາເຫດຫຼັກຄື:
1️⃣75-80% ເກີດຈາກເຊື້ອໄວຣັສ ອາການຈະມີໄຂ້ ແລະ ບໍ່ມີ, ເຈັບຄໍບໍ່ແຮງ, ມີນໍ້າມູກ, ຈາມ, ສຽງແຫບ, ຄໍຫອຍອາດແດງເລັກນ້ອຍ
2️⃣20-25% ເກີດຈາກເຊື້ອແບັດທີເຣຍ ອາການສ່ວນຫຼາຍ ມີໄຂ້ສູງຮ່ວມກັບບໍ່ໄອ, ກືນນໍ້າລາຍແລ້ວເຈັບຄໍຫຼາຍ, ຕ່ອມນໍ້າເຫຼືອງໃຕ້ຄໍອັກເສບບວມ, ຄໍມີຈຸດໜອງ ຫຼື ເລືອດອອກ ແລະ ມີເສມຫະຂຽວເຫຼືອງ ລິ້ນມີຝ້າ
3️⃣ເກີດຈາກ ພະຍາດກົດໄຫຼຍ້ອນຂຶ້ນມາທີ່ຄໍ, ກ້ອງສຽງ ຫຼື ໃຊ້ສຽງຫຼາຍເກີນໄປ, ດັງອັກເສບພູມແພ້, ສຳຜັດກັບສິ່ງທີ່ເຮັດໃຫ້ລະຄາຍເຄືອງເຊັ່ນ ຝຸ່ນ, ຢາສູບ, ສານເຄມີ, ເຄື່ອງດື່ມແອລກໍຮໍ...
👉ວິທີການຮັກສາ:
✅ອາການເຈັບຄໍທີ່ເກີດຈາກເຊື້ອໄວຣັສ ແລະ ສາເຫດອື່ນໆ ແມ່ນໃຫ້ອົມຢາບັນເທົາອາການເຈັບຄໍ, ບ້ວນຄໍ, ຈິບຢານ້ຳ ຢາເຫຼົ່ານີ້ຈະຊ່ວຍເພີ່ມຄວາມຊຸ່ມໃຫ້ຄໍ ແລະ ຫຼຸດອາການເຈັບລະຄາຍຄໍ
✅ອາການເຈັບຄໍທີ່ເກີດຈາກເຊື້ອແບັດທີເຣຍ ຕ້ອງໄດ້ໃຊ້ ຫຼື ກິນຢາຕ້ານເຊື້ອຕາມແພດໝໍສັ່ງຢ່າງເຄັ່ງຄັດ ປະມານ 7-10 ມື້
👉ແຫຼ່ງຂໍ້ມູນ: https://biopharmshop.com/อาการเจ็บคอ/

ຊົມເຊີຍວັນເດັກນ້ອຍສາກົນ👧👦 ແລະ ປູກຕົ້ນໄມ້ແຫ່ງຊາດ🌳
01/06/2022

ຊົມເຊີຍວັນເດັກນ້ອຍສາກົນ👧👦 ແລະ ປູກຕົ້ນໄມ້ແຫ່ງຊາດ🌳

🇱🇦ສະບາຍດີປີໃໝ່ລາວ🇱🇦 💦Happy Lao New Year 💦
13/04/2022

🇱🇦ສະບາຍດີປີໃໝ່ລາວ🇱🇦
💦Happy Lao New Year 💦

✅ພະຍາດເກີດຈາກເຊື້ອໄວຣັສ✔️ເປັນຫວັດ✔️ໄຂ້ຫວັດໃຫຍ່✔️ປອດເອກເສບ✔️ຫຼອດລົມອັກເສບ✅ຄໍຕິດເຊືື້ອ✔️ສາເຫດສ່ວນຫຼາຍຈະເກີດຈາກການຕິດເຊື້ອໄ...
24/03/2022

✅ພະຍາດເກີດຈາກເຊື້ອໄວຣັສ
✔️ເປັນຫວັດ
✔️ໄຂ້ຫວັດໃຫຍ່
✔️ປອດເອກເສບ
✔️ຫຼອດລົມອັກເສບ
✅ຄໍຕິດເຊືື້ອ
✔️ສາເຫດສ່ວນຫຼາຍຈະເກີດຈາກການຕິດເຊື້ອໄວຣັສປະມານ 80% ຫຼື ອາດຈະຕິດເຊື້ອຈາກແບັດທີເຣຍ ແລະ ເຊື້ອລາ ເຮັດໃຫ້ມີອາການເຈັບຄໍ ມີໄຂ້ ແລະ ອາດມີນ້ຳມູກ ຜູ້ທີ່ຄໍຕິດເຊື້ອຈາກໄວຣັສຈະບໍ່ເຈັບຄໍຕອນກືນ
✅ອາຫານເປັນພິດ
✔️ທ້ອງເສຍ (ຖອກທ້ອງ)
✔️ຖ່າຍເປັນນ້ຳ
✔️ມີໄຂ້ ແລະ ອ່ອນເພຍ
✅ຜິວໜັງອັກເສບ
✔️ຄັນ
✔️ເປັນຜື່ນ ຫຼື ຕຸ່ມແດງຕາມຜິວໜັງ
✔️ເກີດແຜຕິດເຊື້ອ
✔️ມີຕຸ່ມໜອງ ແລະ ຝີ
✅ພະຍາດທີ່ເກີດຈາກຍ່ຽວໜູ
✔️ມີໄຂ້ສູງ
✔️ປວດຕົນປວດໂຕ
✔️ປວດເມື່ອຍກ້າມຊິ້ນ
✔️ຕາແດງ ແລະ ອາດມີຈຸດເລືອດອອກຕາມຜິວໜັງ
✅ພະຍາດໄຂ້ເລືອດອອກ
ເກີດຈາກເຊື້ອໄວຣັສເດງກື (Dengue) ໂດຍມີຍຸງລາຍເປັນພາຫະນຳເຊື້ອພະຍາດ ມີຄວາມຮ້າຍແຮງເຖິງຊີວິດ ຖ້າພົບຜູ້ທີ່ມີອາການດັ່ງນີ້ຄວນຮີບພາໄປພົບແພດໝໍໂດຍດ່ວນ
✔️ມີໄຂ້ສູງ ແລະ ໄຂ້ຈະບໍ່ຫຼຸດລົງພາຍໃນ 2-7 ມື້
✔️ປຸ້ນທ້ອງ, ປວດຮາກ, ເບື່ອອາຫານ
✔️ງ່ວງຊືມຮູ້ສຶກເມື່ອຍ
✔️ໜ້າແດງ ແລະ ອາດມີຈຸດເລືອດອອກເລັກໆຕາມຜິວໜັງ

👉ຂໍ້ມູນລາຍລະອຽດສາມາດອ່ານໄດ້ຕື່ມ: https://rph.co.th/1931/

ສຸກສັນວັນແມ່ຍິງສາກົນ ທີ 8 ມີນາ👩‍🦰
08/03/2022

ສຸກສັນວັນແມ່ຍິງສາກົນ ທີ 8 ມີນາ👩‍🦰

🤒🤧🤤ບໍ່ສະບາຍ, ໄອ, ເຈັບຄໍ ໃນຊ່ວງຖືພາ ຄວນເຮັດແນວໃດດີ?✅ດື່ມນ້ຳຫຼາຍໆ ພະຍາຍາມບໍ່ໃຫ້ຮ່າງກາຍຂາດນ້ຳ✅ພັກຜ່ອນໃຫ້ພຽງພໍ ການນອນເຮັດໃຫ້...
11/02/2022

🤒🤧🤤ບໍ່ສະບາຍ, ໄອ, ເຈັບຄໍ ໃນຊ່ວງຖືພາ ຄວນເຮັດແນວໃດດີ?
✅ດື່ມນ້ຳຫຼາຍໆ ພະຍາຍາມບໍ່ໃຫ້ຮ່າງກາຍຂາດນ້ຳ
✅ພັກຜ່ອນໃຫ້ພຽງພໍ ການນອນເຮັດໃຫ້ຮ່າງກາຍໄດ້ສ້ອມແຊມ ແລະ ເປັນການພັກຜ່ອນທີ່ດີທີ່ສຸດ ໃນຊ່ວງທີ່ເຈັບປ່ວຍ ຈຶ່ງຄວນພັກຜ່ອນໃຫ້ຫຼາຍກວ່າປົກກະຕິ
✅ກິນອາຫານທີ່ມີປະໂຫຍດ
✅ຫາກຖືກຝົນ ຫຼື ຮູ້ສຶກໜາວໆ ຮ້ອນໆຕົວ ລວມເຖິງອາການເຈັບຄໍ ໃຫ້ເບິ່ງແຍງຕົວເອງເບື້ອງຕົ້ນກ່ອນ ດ້ວຍການນອນພັກຜ່ອນ ຈິບນ້ຳອຸ່ນໆ ບໍ່ດື່ມນ້ຳເຢັນ ບໍ່ກິນຂອງຫວານ
✅ຊ່ວງທີ່ເຈັບຄໍ ຄວນປັບມາກິນອາຫານຣົດຊາດອ່ອນໆ, ກືນງ່າຍ ເຊັ່ນ ເຂົ້າປຽກເຂົ້າ ຫຼື ແກງຈືດ
👉ເຄື່ອງດື່ມສະໝຸນໄພ ທີ່ສາມາດຊ່ວຍບັນເທົາອາການໄດ້
⏩ຂີງ+ນ້ຳເຜິ້ງ+ນ້ຳໝາກນາວ: ປະສົມນ້ຳຂີງ 1 ບ່ວງຊາ, ນ້ຳເຜິ້ງ 1 ບ່ວງຊາ ກັບ ນ້ຳຮ້ອນ 1 ຈອກ ແລະ ບີບນໍ້າ
ໝາກນາວລົງໄປເຄິ່ງໜ່ວຍ, ນ້ຳເຜິ້ງມີຄຸນສົມບັດຄ້າຍກັບຢາຕ້ານເຊື້ອ ສາມາດຊ່ວຍກຳຈັດເຊື້ອໄວຣັສ ແລະ ແບັດທີເຣຍ ທີ່ກໍ່ໃຫ້ເກີດຄວາມລະຄາຍເຄືອງໃນຄໍໄດ້ ສ່ວນວິຕາມິນຊີໃນນ້ຳໝາກນາວເຮັດໃຫ້ຊ່ອງຄໍໂລ່ງຂຶ້ນ
⏩ນ້ຳໝາກນາວ+ນ້ຳອຸ່ນ: ປະສົມນ້ຳໝາກນາວ 1 ບ່ວງ ກັບ ນ້ຳອຸ່ນ 1 ແກ້ວ ແລ້ວດື່ມໃຫ້ໝົດ ວິຕາມິນຊີໃນນໍ້າ ໝາກນາວ ຈະຊ່ວຍກຳຈັດເຊື້ອແບັດທີເຣຍ ແລະ ເຊື້ອໄວຣັສ ທີ່ເຮັດໃຫ້ເກີດການລະຄາຍເຄືອງໃນຄໍ ລວມເຖິງຊ່ວຍບັນເທົາອາການໄອໄດ້ເປັນຢ່າງດີ
⏩ນ້ຳອຸ່ນ+ເກືອ: ປະສົມເກືອ ¼ ບ່ວງຊາ ລົງໃນນໍ້າອຸ່ນ 1 ແກ້ວ ໃຊ້ສໍາລັບບ້ວນຄໍໃນຕອນເຊົ້າ ຫຼື ໃນຊ່ວງທີ່ເຈັບຄໍແຮງ ສູດນີ້ຈະຊ່ວຍກຳຈັດເຊື້ອແບັດທີເຣຍທີ່ຢູ່ໃນລຳຄໍໄດ້ເປັນຢ່າງດີ
⏩ໝາກນາວ+ເກືອ: ໝາກນາວ 1 ໜ່ວຍ ນຳມາລ້າງໃຫ້ສະອາດ ຊອຍເປັນປ່ຽງບາງໆ ໂຮຍເກືອໜ້ອຍໜຶ່ງ ເປັນໝາກນາວຈໍ້າເກືອ ສຳລັບໄວ້ກິນລະຫວ່າງມື້ ຈະເຮັດໃຫ້ຊຸ່ມຄໍ ຫຼຸດອາການເຈັບຄໍ ແລະ ບັນເທົາອາການໄອ

ແຫຼ່ງຂໍ້ມູນ: https://bit.ly/3HQdc4s

💥💥Happy Chinese New Year 💥💥
01/02/2022

💥💥Happy Chinese New Year 💥💥

👉ວິທີຢຸດອາການຈາມຫຼີກລ່ຽງປັດໄຈທີ່ເຮັດໃຫ້ເກີດອາການຈາມເມື່ອພົບແພດເພື່ອເຮັດການວິນິໄສຈົນຮູ້ແລ້ວວ່າເປັນພູມແພ້ຊະນິດໃດ ແລະ ເກີດຈ...
26/01/2022

👉ວິທີຢຸດອາການຈາມ
ຫຼີກລ່ຽງປັດໄຈທີ່ເຮັດໃຫ້ເກີດອາການຈາມ
ເມື່ອພົບແພດເພື່ອເຮັດການວິນິໄສຈົນຮູ້ແລ້ວວ່າເປັນພູມແພ້ຊະນິດໃດ ແລະ ເກີດຈາກປັດໄຈໃດ ກໍ່ຄວນຫຼີກລ່ຽງປັດໄຈນັ້ນໆ ເຊັ່ນ ຫາກແພ້ຄວັນລົດ ຫຼື ຄວັນຢາສູບ ກໍ່ຄວນປ້ອງກັນດ້ວຍການສວມໜ້າກາກອະນາໄມເມື່ອຕ້ອງການອອກໄປໃນທີ່ສາທາລະນະ ຫຼື ຫາກແພ້ຝຸ່ນຈາກສິ່ງເປິເປື້ອນກໍ່ຄວນຮັກສາຄວາມສະອາດໃນບ້ານຢູ່ຕະຫຼອດ.
✅ອອກກຳລັງກາຍຢ່າງສະໝໍ່າສະເໝີ
ການອອກກຳລັງກາຍເປັນວິທີງ່າຍໆ ທີ່ເລີ່ມຕົ້ນໄດ້ຍາກ ເພາະຕ້ອງປັບປ່ຽນຕາຕະລາງເວລາໃນແຕ່ລະມື້ ເພື່ອແບ່ງເວລາໄວ້ສຳລັບການອອກກຳລັງກາຍ ແຕ່ເຊື່ອບໍ່ວ່າ ວິທີນີ້ເປັນວິທີທີ່ດີທີ່ສຸດສຳລັບການຕໍ່ສູ້ກັບພະຍາດພູມແພ້ ເຖິງແມ່ນວ່າການອອກກຳລັງກາຍຈະບໍ່ແມ່ນວິທີປິ່ນປົວຄືກັບການໃຊ້ຢາ ແຕ່ເປັນການເສີມສ້າງຄວາມແຂງແຮງໃຫ້ກັບລະບົບຂອງຮ່າງກາຍ ເຮັດໃຫ້ບໍ່ຕອບສະໜອງຕໍ່ສິ່ງທີ່ມາກະຕຸ້ນແບບຜິດປົກກະຕິ ເຮັດໃຫ້ຮ່າງກາຍແຂງແຮງ ບໍ່ກໍ່ໃຫ້ເກີດພູມແພ້ໄດ້ງ່າຍ ສົ່ງຜົນໃຫ້ມີສຸຂະພາບດີທັງກາຍ ແລະ ໃຈຢ່າງເປັນທຳມະຊາດ.
✅ສ້າງພູມຄຸ້ມກັນດ້ວຍອາຫານທີ່ມີປະໂຫຍດ
ການສ້າງພູມຄຸ້ມກັນຈາກອາຫານເປັນຕົວຊ່ວຍສຳຄັນ ຜູ້ທີ່ບໍ່ມີເວລາອອກກຳລັງກາຍ ເພາະການເລືອກອາຫານທີ່ີມີປະໂຫຍດ ເປັນວິທີໃນການດູແລຕົວເອງຈາກພາຍໃນ ຄຸນປະໂຫຍດທີ່ດີໃນອາຫານທີ່ເຮົາເລືອກ ຈະເຂົ້າໄປຊ່ວຍສ້ອມແຊມສ່ວນຕ່າງໆໃນຮ່າງກາຍໃຫ້ເຮັດວຽກຢ່າງມີປະສິດທິພາບ ຍົກຕົວຢ່າງເຊັ່ນ ຜັກ, ໝາກໄມ້ ແລະ ພືດສະໝຸນໄພຫຼາຍຊະນິດ ລວມເຖິງນົມສົ້ມ ຫຼື ໂຢເກີດ໌ທີ່ມີໂພຣໄບໂອຕິກ (Probiotics) ເປັນສ່ວນປະກອບ ແຕ່ຫາກເຮົາບໍ່ມີເວລາພຽງພໍທີ່ຈະເລືອກສານອາຫານຄຸນນະພາບດີ ປັດຈຸບັນນີ້ກໍ່ມີອີກໜຶ່ງທາງເລືອກນັ້ນຄື ອາຫານທີ່ຊ່ວຍເສີມສ້າງພູມຕ້ານທານທີ່ດີໃຫ້ແກ່ຮ່າງກາຍ ຊຶ່ງມີຢູ່ຫຼາກຫຼາຍສູດໃນທ້ອງຕະຫຼາດ.
✅ພັກຜ່ອນໃຫ້ພຽງພໍ
ຄວາມເມື່ອຍ ແລະ ອ່ອນເພຍ ອາດເຮັດໃຫ້ຮ່າງກາຍເຈັບປ່ວຍໄດ້ງ່າຍ ດັ່ງນັ້ນຄວນພັກຜ່ອນໃຫ້ພຽງພໍຕໍ່ຄວາມຕ້ອງການຂອງຮ່າງກາຍຢ່າງໜ້ອຍ 6-8 ຊົ່ວໂມງຕໍ່ມື້ ເພື່ອຄວາມສົດຊື່ນ ແລະ ຫຼຸດຄວາມສ່ຽງຕໍ່ການເກີດພະຍາດຕ່າງໆ ລວມເຖິງພະຍາດພູມແພ້
✅ພົບແພດໝໍ ແລະ ປະຕິບັດຕາມຄຳແນະນຳ
ເມື່ອປຶກສາແພດແລ້ວ ຄວນປະຕິບັດຕາມຄຳແນະນຳຂອງແພດຢ່າງເຄັ່ງຄັດ ການກິນຢາຕາມແພດສັ່ງ ແລະ ຄວນໄປພົບແພດຕາມນັດທຸກຄັ້ງ
ແຫຼ່ງຂໍ້ມູນ: https://bit.ly/3IAyIde

ວິທີຮັບມື 3 ອາການ ທີ່ມາພ້ອມກັບຫວັດ1. ຕັນດັງນ້ຳມູກໄຫຼ2. ເຈັບຄໍ3. ຫູອື້👇👇👇
12/01/2022

ວິທີຮັບມື 3 ອາການ ທີ່ມາພ້ອມກັບຫວັດ
1. ຕັນດັງນ້ຳມູກໄຫຼ
2. ເຈັບຄໍ
3. ຫູອື້
👇👇👇

Address

Vientane

Telephone

(+85621) 212 933

Website

Alerts

Be the first to know and let us send you an email when Throatsil Lao posts news and promotions. Your email address will not be used for any other purpose, and you can unsubscribe at any time.

Share

Category