04/11/2021
📌ເລື່່ອງອາຫານກໍ່ມີຄວາມສໍາຄັນ ຕໍ່ພັດທະນາການ ແລະ ຄວາມສູງຂອງລູກໄດ້ ດັ່ງນັ້ນ, ຈຶ່ງຄວນໃຫ້ລູກໄດ້ກິນອາຫານຢ່າງພໍພຽງຕໍ່ການຈະເລີນເຕີບໃຫຍ່ບໍ່ຫຼາຍເກີນໄປ ແລະ ບໍ່ໜ້ອຍເກີນໄປທີ່ສໍາຄັນຕ້ອງຄົບຖ້ວນ 5 ໝູ່ ພະຍາຍາມຫຼີກລ້ຽງອາຫານທີ່ຫວານ ຫຼື ມັນເກີນໄປ.
✅ອາຫານ 5 ໝູ່ແມ່ນກຸ່ມອາຫານ 5 ປະເພດທີ່ຮ່າງກາຍຄວນໄດ້ຮັບໃນແຕ່ລະມື້ເຊິ່ງເປັນສານອາຫານທີ່ຈໍາເປັນ ແລະ ມີປະໂຫຍດຕໍ່ຮ່າງກາຍ ຊ່ວຍໃຫ້ຮ່າງກາຍຈະເລີນເຕີບໃຫຍ່, ໃຫ້ພະລັງງານ, ໃຫ້ມີສຸຂະພາບທີ່ແຂງແຮງ ເຊິ່ງອາຫານ 5 ໝູ່ປະກອບມີ:
- ອາຫານໝູ່ທີ 1: ໂປຣຕິນ ໄດ້ແກ່ອາຫານປະເພດຊີ້ນສັດ, ປາ, ໄຂ່, ນົມເຫຼືອງ, ຖົ່ວ, ສາລ່າຍ ແລະ ອື່ນໆ, ເຊິ່ງໂປຣຕິນມີຄວາມຈໍາເປັນຕໍ່ການຈະເລີນເຕີບໃຫຍ່, ຟື້ນຟູ, ສ້ອມແຊມ ແລະ ເສີມສ້າງກ້າມເນື້ອ, ເຮັດໃຫ້ລະບົບພູມຄຸ້ມກັນສົມດູນ.
- ອາຫານໝູ່ທີ 2: ຄາໂບໄຮເດດ ໄດ້ແກ່ອາຫານປະເພດແປ້ງ, ເຂົ້າຊະນິດຕ່າງໆ, ເຜືອກ, ມັນ, ເຂົ້າໜົມປັງ, ນໍ້າຕານ... ເປັນແຫຼ່ງພະລັງງານຫຼັກຂອງລະບົບປະສາດ ແລະ ສະໝອງ, ໃຫ້ພະລັງງານແກ່ຮ່າງກາຍເຮັດໃຫ້ເຮົາມີແຮງໃນການເຄື່ອນໄຫວເຮັດກິດຈະກໍາຕ່າງໆ, ໃຫ້ຄວາມອົບອຸ່ນ ແລະ ຊ່ວຍເຜົາຜານໄຂມັນໃນຮ່າງກາຍ.
- ອາຫານໝູ່ທີ 3: ເກືອແຮ່ ໄດ້ແກ່ແຮ່ທາດລວມເຖິງພືດຜັກໃບຂຽວ, ກາກໄຍ, ແລະ ຜັກທີ່ມີສີຕ່າງໆ... ຊ່ວຍໃຫ້ຜິວພັນສົດໃສ, ລໍາໄສ້ເຮັດວຽກໄດ້ຕາມປົກກະຕິ, ລະບົບຂັບຖ່າຍດີ, ສ້າງພູມຕ້ານທານຕໍ່ພະຍາດ, ຊ່ວຍໃຫ້ອະໄວຍະວະໃນຮ່າງກາຍເຮັດວຽກປົກກະຕິ, ເສີມສ້າງກ້າມເນື້ອ, ກະດູກ ແລະ ແຂ້ວໃຫ້ແຂງແຮງ.
- ອາຫານໝູ່ທີ 4: ໄດ້ແກ່ໝາກໄມ້ຈາກທໍາມະຊາດຊະນິດຕ່າງໆ, ໄຍອາຫານຈາກໝາກໄມ້ຊ້ວຍກະຕຸ້ນລະບົບຂັບຖ່າຍ ແລະ ການຍ່ອຍອາຫານ, ບໍາລຸງຜິວ, ເຫືອກ, ແຂ້ວໃຫ້ແຂງແຮງ, ມີພູມຕ້ານທານດີ
- ອາຫານໝູ່ທີ 5: ໄຂມັນ ໄດ້ແກ່ໄຂມັນຈາກພືດ ແລະ ສັດ, ເນີຍ, ມາກາລີນ... ຊ່ວຍປ້ອງກັນບໍ່ໃຫ້ອະໄວຍະວະພາຍໃນຮ່າງກາຍບາດເຈັບ, ໃຫ້ພະລັງງານ ແລະ ໃຫ້ຄວາມອົບອຸ່ນເຮັດໃຫ້ຮ່າງກາຍດຶງພະລັງງານມາໃຊ້ໃນຍາມຈໍາເປັນ
📌ເຖິງອາຫານທັງ 5 ໝູ່ຈະມີຄວາມຈໍາເປັນຫຼາຍຕໍ່ຮ່າງກາຍ ແຕ່ກໍ່ຄວນບໍລິໂພກໃນສ່ວນທີ່ເໝາະສົມ ເພື່ອໃຫ້ຮ່າງກາຍໄດ້ຮັບຄຸນຄ່າທາງໂພຊະນາການຢ່າງຄົບຖ້ວນ.
*ສໍາລັບສານອາຫານທີ່ຈໍາເປັນຕໍ່ການເສີມສ້າງກະດູກກໍ່ຄືທາດແຄວຊ້ຽມ ເຊິ່ງໃນເດັກທີ່ກໍາລັງຈະເລີນເຕີບໂຕຕ້ອງການແຄວຊ້ຽມມື້ລະ 1,200 ມິລີກຣາມ ອາຫານທີ່ມີແຄວຊ້ຽມສູງຈະເປັນ: ງາດໍາ ເຊິ່ງມີແຄວຊ້ຽມສູງຫຼາຍ ມີແຄວຊ້ຽມຫຼາຍກວ່າພືດຜັກທົ່ວໄປເຖິງ 40 ເທົ່າ. ນອກຈາກນີ້ຍັງມີ ຖົ່ວເຫຼືອງ, ຖົ່ວແອວມ້ອນ, ຜົກໃບສີຂຽວເຊັ່ນ: ຜັກບົ້ງ, ຜັກຄະນ້າ, ຜັກຫົມ, ປາໂຕນ້ອຍໆທີ່ສາມາດກິນໄດ້ທັງໂຕ ແລະ ກຸ້ງແຫ້ງເປັນຕົ້ນ.
-------------------------------------------------------------
-------------------------------
#ສູງໃຫຍ່
#ພູມຕ້ານທານດີ
#ບຳລຸງສະໝອງດີ