The MIND Digital & Management

The MIND Digital & Management The Mind D&M ຈະຊ່ວຍພາທຸລະກິດຂອງທ່ານ ເຕີບໂຕ? Digital and Management

9 ຄຳທີ່ຊົງພະລັງ ໃຊ້ໃນການຕະຫຼາດ ເປັນຄຳທີ່ມີອິດທິພົນຕໍ່ການຈູງໃຈຂອງລູກຄ້າໄດ້ຢ່າງໜ້າເຫຼືອເຊື່ອ ໃນທາງຈິດຕະວິທະຍາ-------------...
06/11/2020

9 ຄຳທີ່ຊົງພະລັງ ໃຊ້ໃນການຕະຫຼາດ ເປັນຄຳທີ່ມີອິດທິພົນຕໍ່ການຈູງໃຈຂອງລູກຄ້າໄດ້ຢ່າງໜ້າເຫຼືອເຊື່ອ ໃນທາງຈິດຕະວິທະຍາ
--------------------------

♦️ນັກຂຽນແລະນັກການຕະຫຼາດຈະຮູ້ດີວ່າ Power Words ສາມາດຊ່ວຍໃນການ

☑️ດຶງດູດຄວາມສົນໃຈ
☑️ກະຕຸ້ນອາລົມຄວາມຮູ້ສຶກ
☑️ຕ້ອງຢ້ຳ Pain Poit
☑️ ສ້າງຄວາມໄວ້ວາງໃຈ

ແລ້ວຄຳໄດແດ່ນັ້ນ ມາເບິ່ງກັນເລີຍ

1. ປອດໄພ

ຊ່ວຍເພີ່ມຄວາມໝັ້ນໃຈແລະສະບາຍໃຈໃຫ້ແກ່ລູກຄ້າ

2. ຟຣີ

ບໍ່ມີໃຜທີ່ບໍ່ມັກຂອງຟຣີ ແມ່ນບໍ ?

3. ເພາະວ່າ

ເຮົາທຸກຄົນຕ່າງຢາກໄດ້ຄຳອະທິບາຍ ທີ່ສົມເຫດສົມຜົນໃນການຊື້ຫຍັງຈັກຢ່າງ

4. ເຈົ້າ / ທ່ານ

ເພາະການຂາຍເປັນເລື່ອງຂແງລູກຄ້າ ບໍ່ແມ່ນເລື່ອງຂອງເຮົາ

5. ດ໋ຽວນີ້ / ທັນທີ / ຕອນນີ້

ຊ່ວຍກະຕຸ້ນ ເຮັດໃຫ້ຕັດສິນໃຈໄວ

6. ເຄັດລັບ / ຄວາມລັບ

ຄຳນີ້ຖ້າເຫັນເທື່ອໄດ ຕ້ອງຕັ້ງໃຈຟັງທຸກເທື່ອ ຖືເປັນອີກໜື່ງຄຳທີ່ຮຽກຮ້ອງຄວາມສົນໃຈໄດ້ດີ

7. ມີຈຳນວນຈຳກັດ

ຕາມຈິດຕະວິທະນາ ມະນຸດຢ້ານທີ່ຈະສູນເສຍ ເມື່ອໃຊ້ຄຳນີ້ ຈະເຮັດໃຫ້ ຮີບທີ່ຈະຢາກມີໄວ້ຄອບຄອງ

8.​ ງ່າຍ

ເພາະບໍ່ມີໃຜມັກເລື່ອງຍາກໆ

9. ຫ້າມພາດ

ເຮັດໃຫ້ລູກຄ້າຢ້ານທີ່ຈະພາດໄປ

ແລະຍັງມີອີກຫຼາຍໆຄຳທີ່ສາມາດໃຊ້ໃນການຕະຫຼາດໄດ້ຜົນ

ຮູ້ແບບນີ້ແລ້ວ ກໍ່ລອງນຳໄປປັບໃຊ້ໃນເນື້ອຫາໂຄສະນາຂອງເຮົາເບິ່ງເດີ້ ບໍ່ແນ່ ເຄັດລັບນີ້ອາດຈະຊ່ວຍໃຫ້ຍອດຂາຍພຸ່ງຂຶ້ນຫຼາຍກວ່າເກົ່າກໍ່ເປັນໄດ້

CR: DIGITAL TIPS
___________________________________

The MIND Digital & Management

♦️ທີ່ປຶກສາດ້ານການຕະຫຼາດແລະການຂາຍອອນລາຍ
♦️ ທີ່ປຶກສາດ້ານ ແຜນທຸລະກິດ Businness Model
♦️ ເທຣນິ່ງແລະສຳມະນາ

ຕິດຕໍ່ຫາພວກເຮົາໄດ້ :

https://lin.ee/HFhb95f

ຫຼື ໂທ : 020 2879 4289

♦️Live ສົດແບບໄດ?   ໃຫ້ຂາຍດີຈົນເຖິງມີລາຍໄດ້ສູງເຖິງຊົ່ວໂມງ 1.440 ລ້ານ ໃນຍຸກທີ່ການຂາຍເຄື່ອງມີການແຂ່ງຂັນກັນສູງບໍ່ສະເພາະໃນຕ່າ...
05/11/2020

♦️Live ສົດແບບໄດ? ໃຫ້ຂາຍດີ
ຈົນເຖິງມີລາຍໄດ້ສູງເຖິງຊົ່ວໂມງ 1.440 ລ້ານ

ໃນຍຸກທີ່ການຂາຍເຄື່ອງມີການແຂ່ງຂັນກັນສູງ
ບໍ່ສະເພາະໃນຕ່າງປະເທດ ໃນລາວເອງກໍ່ເກີດການແຂ່ງຂັນຂື້ນສູງເຊັ່ນດຽວກັນ

ຊ່ອງທາງຊ່ວຍເພີ່ມຍອດຂາຍແລະສ້າງຄວາມແຕກຕ່າງໄດ້ຊັດເຈນ ຄົງຈະບໍ່ພົນຊ່ອງທາງ LIVE ສົດນັ້ນເອງ

ມື້ນີ້ຈະພາມາພົບກັບສາວແດນມັງກອນ
ຊື່ວ່າ Zhang Dayi ລາວເປັນສາວຈີນເຈົ້າຂອງອານາຈັກເສື້ອຜ້າແລະຄວາມງາມ

⭐ ຊື່ແບຣນ Wuhuanxide Yichu
ດ້ວຍໜ້າຕາ ຄວາມງາມຂອງລາວ ເຮັດໃຫ້ລາວເປັນຜູ້ຊົງອິດທິພົນໃນໂລກໂຊຊ່ຽວແບບ Weibo ພ້ອມກັບມີຜູ້ຕິດຕາມຫຼາຍ

ແລ້ວລາວມີກົນລະຍຸດແນວໄດແດ່ ທີ່ເຮັດໃຫ້ລາວປະສົບຜົນສຳເລັດໄດ້ແລະສ້າງເງິນມະຫາສານຈາການໄລຟ໌ສົດ

Keysuccess :

1. ປ່ຽນແຟນຄລັບໃຫ້ເປັນລູກຄ້າ

ລາວເລີ່ມຕົ້ນຈາກສ້າງຖານແຟນໃຫ້ໜຽວແໜ້ນຜ່ານສ່ື່ອອນລາຍ

ໂພສຮູບງາມ ສ້າງຊີວິດ ໄລຟ໌ສະໄຕລ໌ ທີ່ໜ້າຈົດຈຳຢ່າງຕໍ່ເນື່ອງ ຫຼື ຮ້ອງວ່າສ້າງ Personal Branding ໃຫ້ໂຕເອງ ສ້າງອິດທິພົນຕໍ່ຜູ້ຕິດຕາມ ບໍ່ວ່າລາວຈະໂພສຫຍັງ ກໍ່ເບິ່ງໜ້າເຊື່ອຖື ໜ້າໃຊ້

ຫຼັງຈາກມີຜູ້ຕິດຕາມໜຽວແໜ້ນແລ້ວ
ລາວຈຶ່ງສ້າງທຸລິກິດແຟຊັ່ນຂອງຕົນເອງເທິງ Taobao ແລະປະສົບຜົນສຳເລັດໃນເວລາອັນສັ້ນ

2. ເຊື່ອມທຸກແພດຟອມເຂົ້າເຖິງກັນ

ເມື່ອລາວໄດ້ສ້າງທຸລະກິດຂອງລາວແລະເລີ່ມຕົ້ນຂາຍເທິງ Taobao ລາວບໍ່ລືມທີ່ຈະດຶງຜູ້ຕິດຕາມໃຫ້ກາຍມາເປັນລູກຄ້າ
ແລະຊ່ວຍໃຫ້ພວກເຂົາຊ໋ອບປິງໄດ້ງ່າຍຂຶ້ນ
ດ້ວຍການໃສ່ລິ້ງ ເທິງ Weibo ພຽງແຕ່ຄລິກກໍ່ຈະພາລູກຄ້າເຂົ້າສູ່ໜ້າຊ໋ອບປິງໄດ້ທັນທີ

3. ສື່ສານກັບຜູ້ຮັບຊົມດ້ວຍການໂຍນຄຳຖາມ

ເວລາໄລຟ໌ສົດ ລາວມີເຄັດລັບໃນການດຶງລູກຄ້າໃຫ້ຢູ່ກັບລາວ ດ້ວຍການສື່ສານກັບພວກເຂົາດ້ວຍຄຳຖາມ

ຖ້າເຈົ້າພຽງບອກວ່າຊຸດນີ້ງາມແລະສິບສະຕິກນີ້ດີ
ມັນກໍ່ຈະບໍ່ມີປະຕິສຳພັນຫຍັງຫຼາຍ

ແຕ່ຫາກເຈົ້າໂຍນຄຳຖາມ ວ່າ ຊຸດນີ້ງາມບໍ ? ລິບສະຕິກສີນີ້ເປັນແນວໄດ ? ມັກຢູ່ບໍ ?

ເທົ່ານີ້ກໍ່ຈະສ້າງຄວາມສຳພັນກັບລູກຄ້າເວລາໄລຟ໌ສົດໄດ້ຫຼາຍຂຶ້ນແບບ Yhang Diyi ເຮັດ

4. ໃຊ້ Big Data ຈັດການສະຕ໋ອກ

ສິ່ງທີ່ເຮັດໃຫ້ລາວບໍລິຫານສະຕ໋ອກໄດ້ດີ
ຄືການມີທີມງານທີ່ວິເຄາະຂໍ້ມູນ ກ່ອນທີ່ຈະອອກຜະລິດຕະພັນໃຫມ່ ຈາກ Big Data ແຖມຍັງໃຊ້ກົນລະຍຸດ Flash Sale ແລະ ເປີດ Pre-Order
ເພື່ອບໍ່ໃຫ້ສະຕ໋ອກສິນຄ້າຄ້າງເປັນເວລາດົນ

ແລະນີ່ກໍ່ຄືເຄັດລັດກົນລະຍຸດຂອງສຸດຍອດສ່ວນໜຶ່ງ
ຂອງນັກໄລຟຸຂາຍເຄື່ອງຈາກແດນມັງກອນ
ທີ່ສາມາດສ້າງລາຍໄດ້ ເຖິງຊົ່ວໂມງລະ 1.440 ລ້ານ

♦️ເປັນຂໍ້ມູນທີ່ The MIND ນຳມາຝາກ ໜ້າຕິດຕາມແລະນຳມາປັບໃຊ້ ໃຫ້ສ້າງລາຍໄດ້ໃຫ້ຫຼາຍຂຶ້ນໄດ້ແບບລາວ

-​------------------------------------

The MIND Digital & Management

♦️ທີ່ປຶກສາດ້ານການຕະຫຼາດແລະການຂາຍອອນລາຍ
♦️ ທີ່ປຶກສາດ້ານ ແຜນທຸລະກິດ Businness Model
♦️ ເທຣນິ່ງແລະສຳມະນາ

ຕິດຕໍ່ຫາພວກເຮົາໄດ້ :

https://lin.ee/HFhb95f

ຫຼື ໂທ : 020 2879 4289

 #ພົບກັນວັນທີ່ 31/10/2020 ທີ່ ໂຮງແຮມ ຄຣາວພາຊ່າ  ກັບງານ ສື່ອອນລາຍກັບທຸລະກິດຍຸກດິຈິຕອນ ຈັດໂດຍ ມູນລະນິຖິ ເອເຊຍ ແລະ ສະຖານທູດ...
26/10/2020

#ພົບກັນວັນທີ່ 31/10/2020 ທີ່ ໂຮງແຮມ ຄຣາວພາຊ່າ

ກັບງານ ສື່ອອນລາຍກັບທຸລະກິດຍຸກດິຈິຕອນ
ຈັດໂດຍ ມູນລະນິຖິ ເອເຊຍ ແລະ ສະຖານທູດ ອົສຕາລີປະຈຳປະເທດລາວ

----------

ສື່ສັງຄົມສໍາລັບທຸລະກິດລາວ: ຂໍເຊີນທ່ານ ເຂົ້າຮ່ວມການຝຶກອົບຮົມການຕະຫຼາດດິຈິຕອນໂດຍບໍ່ເສຍຄ່າໃດໆກັບພວກເຮົາ. ການເຂົ້າເຖິງແບບສຸດພິເສດ ໂດຍການລົງທະບຽນຜ່ານການສໍາຫຼວດເບື້ອງຕົ້ນໄລຍະສາມນາທີແບບສັ້ນໆ. ຮຽນຮູ້ກ່ຽວກັບຍຸດທະສາດຕ່າງໆດ້ານສື່ສັງຄົມ ເພື່ອບູສທຸລະກິດອອນໄລນ໌ຂອງເຈົ້າ.

ການລິເລີ່ມຂອງທຶນຊ່ວຍເຫຼືອແຫ່ງປະເທດອົດສະຕາລີ (Australian Aid initiative) ທີ່ໄດ້ຮັບການສະໜັບສະໜູນໂດຍຫ້ອງການ ອົດສະຕາລີດ້ານການເຈລະຈາການຄ້າ (Australia Office of Trade Negotiations) ແລະ ໄດ້ຮັບການຈັດສົ່ງໂດຍ ມູນນິທິເອເຊຍ (Asia Foundation) ຊຶ່ງເປັນພາກໜຶ່ງຂອງການຊ່ວຍເຫຼືອດ້ານການຄ້າອິເລັກໂຕນິກສໍາລັບທຶນການຄ້າ.

https://www.6thdimension.org/la

https://docs.google.com/forms/d/e/1FAIpQLScuoS8ltNR-K3CCYcczP7QjBU47dHFuOSrPs_m3poqknKswzw/viewform?usp=sf_link

Event Date: October 31st courses running from 8am to 5pm.

Social Media for Lao Biz: Join us for a free digital marketing training. Exclusive access by signing up through a short three-minute pre-survey. Learn key social media strategies to boost your online business.

Media for Lao Biz
ads on the next level
Mind digital & Management co., Ltd

16/09/2020

ທ່ານພ້ອມແລ້ວຫຼືຍັງ ທີ່ຈະພົບກັບປະສົບການໃຫມ່ ທີ່ຈະເຮັດໃຫ້ທຸລະກິດຂອງທ່ານເຕີບໂຕຢ່າງກ້າວກະໂດດແລະຢັ້ງຢືນ ດ້ວຍຄວາມແຕກຕ່າງແລະດີກວ່າ

The Mind Digital & Management

Address

Viengchalern
Vientiane

Website

Alerts

Be the first to know and let us send you an email when The MIND Digital & Management posts news and promotions. Your email address will not be used for any other purpose, and you can unsubscribe at any time.

Share