20/09/2023
ມີງົບໜ້ອຍ ເງິນເຟີ້ ໄປໃສໄດ້ແດ່ແອດມິນ?
ບອກເລີຍວ່າໄປໃສກະໄດ້ ຂຶ້ນນຳຫຼາຍປັດໄຈ ທຸກຄົນນນນນນນນ
1. ສ່ອງປີ້ຍົນ ເລື້ອຍໆ ຖ້າຢາກປະຢັດງົບ ວາງແຜນໄປໃນຊ່ວງປີ້ຍົນຖືກ
ມີຫຼາຍສາຍການບິນທີ່ ມີໂປຣ ເປັນຊ່ວງໆ ບາງສາຍຄືໂປຣໂຫດແຮງ ສຳຄັນແມ່ນຈອງໃຫ້ໄວ
2. ເບິ່ງການເດີນທາງແບບອື່ນ ທາງລົດຖືກກວ່າບໍ່? ໄປອ້ອມຖືກກວ່າບໍ່?
3. ໄປປະເທດໃກ້ໆ ແລະ ບໍ່ຕ້ອງໃຊ້ວີຊ້າ, ຂໍ້ດີ ແມ່ນ ອາດເດີນທາງດ້ວຍລົດໄຟໄດ້ ຫຼື ໄປຜ່ານປະເທດເພື່ອນບ້ານໄດ້
ໃກ້ ອາດໝາຍເຖິງ: ເດີນທາງລາຄາດີກວ່າ, ມີຫຼາຍສາຍໃຫ້ເລືອກ
ບໍ່ໃຊ້ວີຊ້າ ອາດໝາຍເຖິງ: ບໍ່ຕ້ອງຫ່ວງເລື່ອງສະເຕດເມັ້ນ, ເລືອກມື້ເດີນທາງໄດ້ສະດວກກວ່າ, ປະຢັດຄ່າວິຊ້າ, ໄປຕອນໃດກໍໄດ້
4. ໃຊ້ຈ່າຍແບບຄິດໄລ່, ກິນແຊບແພງທຸກມື້ ຫຼາຍມື້ລວມກັນກໍຈຸກ ທຸກຄົນ, ຈ້າງລົດສ່ວນຕົວຂີ່ທຸກມື້ກໍຈຸກທຸກຄົນ
ຄິດໄລ່ ໃຫ້ເໝາະສົມຕາມງົບເຮົາ ປະສົມກັບໃນແບບທີ່ພໍເໝາະກັບກະເປົາ ໄປທ່ຽວມາແລ້ວ ຈຶ່ງບໍ່ຈຸກວ່າ ເງິນຫາຍໄປໃສໝົດ
ຕົວຢ່າງ: ນາງ ໄກ່ ລາວທ້ອນເງິນມາຊ່ວງໜຶ່ງ ມີອາການປວດຊີບພະຈອນລົງຂາ ຢາກທ່ຽວ ແຕ່ເງິນກະເຟີ້
ແຕ່ບໍ່ໄປກໍເສົ້າໃຈ ກໍເລີຍວາງແຜນໄປປະເທດໃກ້ໆເອົາ ພໍໃຫ້ໂຕເອງມີກຳລັງໃຈກັບມາຫາເງິນຕໍ່
ນາງ ໄກ່ ເລືອກທີ່ຈະບິນ ໄປ ມາເລເຊຍ ປະເທດໃກ້ເຮົາ ແລະ ບໍ່ໄດ້ໃຊ້ວີຊ້າ ແຕ່ແທນທີ່ລາວຈະບິນຈາກວັດໄຕ ລາວເລືອກເດີນທາງດ້ວຍລົດເມ ຈາກ ຕະຫຼາດເຊົ້າ ໄປ ອຸດອນ ດ້ວຍລາຄາ 200 ບາດ ຈ້າງລົດຈຳໂບ້ໄປສະໜາມບິນອຸດອນອີກ 100 ບາດ
ປີ້ຍົນຈາກອຸດອນໄປ ມາເລເຊຍ ເລີຍຖືກລົງໄດ້ກວ່າ 2,000 ບາດ! ຖ້າທຽບໃສ່ບິນຈາກວັດໄຕ
ຮອດປຶບ ນາງໄກ່ ຮູ້ວ່າລາວຢາກກິນແຊບ ແຕ່ເລື່ອງນອນ ລາວບໍ່ຖືປານໃດ ລາວເລີຍເລືອກໂຮງແຮມ ທີ່ລາຄາປານກາງ
ແຕ່ອາຫານຕ້ອງເປະ ຕ້ອງແຊບ! ແຕ່ ອາຫານຢູ່ມາເລ ພັດລາຄາດີ ລາວເລີຍເລາະກິນຕາມໃຈ
ມາຮອດແລງ ລາວຢາກຊ໋ອບປິ້ງ ລາວກໍຄິດໃນໃຈວ່າ ຂ້ອຍເນັ້ນມາກິນ ໃນຖ້ຽວນີ້ ບໍ່ເນັ້ນຊ໋ອບ
ແຕ່ກໍຕາມພາສາຜູ້ຍິງ ລາວກໍຊ໋ອບຢູ່ດີ ແຕ່ກໍຊ໋ອບແບບມີສະຕິ ເກີນງົບເລັກນ້ອຍຕາມທ້ອງເລື່ອງ
ສະຫຼຸບ ຫຼັງຈາກໄປທ່ຽວມາເປັນອາທິດປາຍ ນາງໄກ່ ກໍໝົດເງິນພໍເໝາະຕາມທີ່ລາວວາງແຜນໄວ້ ເກີນເລັກນ້ອຍ ເພາະອົດໃຈຊ໋ອບປິ້ງບໍ່ໄດ້ ນາງໄກ່ ອີ່ມໜຳາໃຈ ແລະ ກໍບິນກັບມາວຽງຈັນເຮັດວຽກຕໍ່
ແອດມິນຢາກເປັນຄືນາງໄກ່ ທີ່ໄດ້ໄປທ່ຽວ ໃຜສົນໃຈຢາກໄປທ່ຽວແບບນາງໄກ່ ສາມາດໃຫ້ແອດມິນສ້າງແຜນຊ່ວຍໄດ້ເດີ້ທຸກຄົນ ລາຄາຈິບໆ ເບົາໆ