Lane Xang Minerals Limited Company

Call Directions Website Contact the business

Lane Xang Minerals Limited Company Lane Xang Minerals Limited (LXML) operates the Sepon Gold-Copper mine in Vilabouly, Savannakhet, Laos

Since operations commenced in 2003, LXML Sepon has produced over 1.1 million tonnes of copper cathode and over 1.5 million ounces of gold doré and has contributed over US$1.6 billion in direct revenue to the Lao Government through taxes, royalties and dividends. Indirect benefits through employment, training, community, and local business development programs have also contributed significantly to social and economic development in the Lao PDR.

In 2021, Sepon produced over 5,341 tonnes of copper and 192,988 ounces of gold doré. 2022 production guidance for Sepon is approximately 224,000 ounces (7 tonnes) of gold doré and 8,000 tonnes of copper cathode.

LXML ລົງພື້ນທີ່ພົບປະ ນັກສຶກສາ ວິທະຍາໄລເຕັກນິກ-ວິຊາຊີບ ຈຳປາສັກ ເພື່ອເປີດໂອກາດ ສ້າງສາຍອາຊີບ | LXML Connects with Champasak...
07/10/2026

LXML ລົງພື້ນທີ່ພົບປະ ນັກສຶກສາ ວິທະຍາໄລເຕັກນິກ-ວິຊາຊີບ ຈຳປາສັກ ເພື່ອເປີດໂອກາດ ສ້າງສາຍອາຊີບ | LXML Connects with Champasak Vocational Students to Expand Career Pathways

ບໍລິສັດ ລ້ານຊ້າງ ມີເນໂຣນສ໌ ຈຳກັດ (LXML), ໂຄງການ ບໍ່ຄຳ-ທອງ ເຊໂປນ ສືບຕໍ່ເດີນໜ້າສ້າງຂົວຕໍ່ລະຫວ່າງສະຖາບັນການສຶກສາ ແລະ ພາກອຸດສາຫະກຳ ເພື່ອສ້າງອະນາຄົດໃຫ້ແກ່ຊາວໜຸ່ມລາວ ໂດຍໃນລະຫວ່າງວັນທີ 29-30 ກັນຍາ 2026 ນີ້, ທີມງານບໍລິສັດ ໄດ້ເຂົ້າຮ່ວມງານ ຕະຫຼາດນັດແຮງງານ (Job Fair) ຢູ່ທີ່ ວິທະຍາໄລເຕັກນິກ-ວິຊາຊີບ ຈຳປາສັກ ແຂວງ ຈຳປາສັກ ເພື່ອເປີດຮັບ ແລະ ແບ່ງປັນຂໍ້ມູນວຽກງານຮ່ວມກັບຄູອາຈານ ແລະ ນັກສຶກສາຢ່າງເປັນກັນເອງ.

ການເຂົ້າຮ່ວມງານໃນຄັ້ງນີ້ ມີວັດຖຸປະສົງຫຼັກເພື່ອເປີດໂອກາດຄັ້ງສຳຄັນໃຫ້ແກ່ນັກສຶກສາທີ່ກຳລັງສຶກສາຢູ່ ແລະ ນັກສຶກສາປີສຸດທ້າຍ ທີ່ກຳລັງຈະຈົບການສຶກສາສົກຮຽນນີ້ ໃນສາຂາວິຊາ: ໄຟຟ້າ, ຈັກກົນ, ລົດຍົນ, ຊ່າງເຊື່ອມ, ຊ່າງໄມ້, ຊ່າງນ້ຳ ຕະຫຼອດຮອດສາຂາວິຊາອື່ນໆ ທີ່ກ່ຽວຂ້ອງ ໄດ້ມີໂອກາດເຂົ້າຮ່ວມເຮັດວຽກນຳພວກເຮົາ.

ໃນການພົບປະດັ່ງກ່າວ, ທາງບໍລິສັດໄດ້ເນັ້ນໜັກເຖິງນະໂຍບາຍອັນໂດດເດັ່ນ ທີ່ມຸ່ງໝັ້ນສົ່ງເສີມ ແລະ ພັດທະນາເຍົາວະຊົນຊາວໜຸ່ມລາວ ໃຫ້ມີວຽກເຮັດງານທຳພາຍຫຼັງທີ່ຮຽນຈົບ. ເພາະ LXML ເຊື່ອໝັ້ນສະເໝີວ່າ "ພະລັງຂອງຄົນຮຸ່ນໃໝ່ ແລະ ສັກກາຍະພາບຂອງບຸກຄະລາກອນທ້ອງຖິ່ນ ຄືກຸນແຈສຳຄັນທີ່ຈະຂັບເຄື່ອນວຽກງານອຸດສາຫະກຳ ແລະ ເສດຖະກິດຂອງລາວ ໃຫ້ກ້າວໄກໄປຂ້າງໜ້າຢ່າງບໍ່ຢຸດຢັ້ງ". ການເປີດປະຕູຕ້ອນຮັບນ້ອງນັກສຶກສາໃນຄັ້ງນີ້ ຈຶ່ງບໍ່ພຽງແຕ່ເປັນການມອບໂອກາດຮ່ວມງານກັບບໍລິສັດລະດັບສາກົນເທົ່ານັ້ນ, ແຕ່ຍັງເປັນການຮ່ວມມືກັນສ້າງຊັບພະຍາກອນມະນຸດທີ່ມີຄຸນນະພາບ ເພື່ອເປັນກຳລັງຫຼັກໃນການພັດທະນາເສດຖະກິດ-ສັງຄົມ ຂອງ ສປປ ລາວ ໃຫ້ເຕີບໂຕເຂັ້ມແຂງຢ່າງຍືນຍົງຕະຫຼອດໄປ.
--------------
29 September 2026 – Lane Xang Minerals Limited Company (LXML), participated in the Job Fair at Champasak Technical-Vocational College in Champasak Province to share career information and explore employment opportunities for technical and vocational students.

The purpose of LXML’s participation was to introduce career opportunities to current and final-year students graduating this academic year. These opportunities are available across key disciplines, including electrical, mechanical, automotive, welding, carpentry and plumbing, as well as other related technical fields.
During the event, LXML representatives highlighted the company’s policy of promoting and developing young Lao professionals and supporting them in securing stable employment after graduation. LXML reaffirmed its commitment to building local human resources and creating opportunities for Lao youth to develop practical skills and pursue sustainable careers.

Through ongoing engagement with vocational education institutions, LXML aims to strengthen the pipeline of qualified local talent and contribute to the long-term socio-economic development of the Lao PDR.

LXML ປະກອບສ່ວນຜູ້ປະກອບການແມ່ຍິງລາວສູ່ເວທີອາຊຽນ | LXML Empowers Lao Women Entrepreneurs on the ASEAN Stageບໍລິສັດ ລ້ານຊ້າ...
02/10/2026

LXML ປະກອບສ່ວນຜູ້ປະກອບການແມ່ຍິງລາວສູ່ເວທີອາຊຽນ | LXML Empowers Lao Women Entrepreneurs on the ASEAN Stage

ບໍລິສັດ ລ້ານຊ້າງ ມີເນໂຣນສ໌ ຈຳກັດ (LXML) ພູມໃຈທີ່ໄດ້ເປັນສ່ວນໜຶ່ງໃນການສະໜັບສະໜູນທຶນໃຫ້ແກ່ສະມາຄົມນັກທຸລະກິດແມ່ຍິງ ເພື່ອປະກອບສ່ວນໃນການຈັດກອງປະຊຸມເຄືອຂ່າຍຜູ້ປະກອບການແມ່ຍິງອາຊຽນ ແລະ ພິທີມອບລາງວັນ ປີ 2026 (AWEN Forum & Awards). ງານດັ່ງກ່າວໄດ້ຈັດຂຶ້ນໃນວັນທີ 2 ຕຸລາ ທີ່ນະຄອນຫຼວງວຽງຈັນ ໂດຍມີຜູ້ເຂົ້າຮ່ວມຈາກ 11 ປະເທດອາຊຽນ.

ການປະກອບສ່ວນຄັ້ງນີ້ໄດ້ຊ່ວຍສະໜັບສະໜູນບົດບາດຂອງສະມາຄົມໃນການເປັນເຈົ້າພາບຈັດງານລະດັບພາກພື້ນ ແລະ ສະທ້ອນເຖິງຄວາມມຸ່ງໝັ້ນຂອງ LXML ຕໍ່ການພັດທະນາຊຸມຊົນ ແລະ ການເສີມສ້າງຄວາມເຂັ້ມແຂງທາງເສດຖະກິດໃຫ້ແກ່ແມ່ຍິງໃນ ສປປ ລາວ. ຜ່ານການສະໜັບສະໜູນນີ້, LXML ໄດ້ປະກອບສ່ວນສົ່ງເສີມເວທີທີ່ມຸ່ງເຊື່ອມໂຍງຜູ້ປະກອບການແມ່ຍິງລາວກັບຄູ່ຮ່ວມທຸລະກິດໃນອາຊຽນ, ສົ່ງເສີມການແລກປ່ຽນຄວາມຮູ້ ແລະ ເປີດໂອກາດໃນການຮ່ວມມືລະດັບພາກພື້ນ.
-----------------------
Lane Xang Minerals Limited Company (LXML) was proud to support the Lao Business Women’s Association in hosting the 2026 ASEAN Women Entrepreneurs Network (AWEN) Forum & Awards, held in Vientiane Capital on 2 October 2026 with participants from 11 ASEAN countries.

The contribution supported the Association’s role in hosting the regional gathering and reflected LXML’s commitment to community development and women’s economic empowerment in Lao PDR. Through this support, LXML contributed to a platform designed to connect Lao women entrepreneurs with business peers across ASEAN, encourage knowledge sharing and promote opportunities for regional cooperation.

ບໍ່ຄໍາ-ທອງ ເຊໂປນ ເສີມຂະຫຍາຍກອງລົດເຄນ ເພື່ອຍົກລະດັບຄວາມປອດໄພ, ຜະລິດຕະພາບ ແລະ ຂີດຄວາມສາມາດໃນການດຳເນີນງານ | Sepon Expands C...
28/09/2026

ບໍ່ຄໍາ-ທອງ ເຊໂປນ ເສີມຂະຫຍາຍກອງລົດເຄນ ເພື່ອຍົກລະດັບຄວາມປອດໄພ, ຜະລິດຕະພາບ ແລະ ຂີດຄວາມສາມາດໃນການດຳເນີນງານ | Sepon Expands Crane Fleet to Enhance Safety, Productivity and Operational Capability

LXML ເຊໂປນ ຍົກລະດັບບາດກ້າວສຳຄັນອັນໃໝ່ ດ້ວຍການຈັດຊື້ລົດເຄນ ຍີຫໍ້ Sany ໃໝ່ ຈຳນວນ 5 ຄັນ – ຂະໜາດ 250 ໂຕນ, 160 ໂຕນ ແລະ 65 ໂຕນ (2 ຄັນ), ພ້ອມດ້ວຍລົດເຄນ Terex ຂະໜາດ 25 ໂຕນ. ການລົງທຶນໃນຄັ້ງນີ້ ໄດ້ສະທ້ອນໃຫ້ເຫັນເຖິງຄວາມມຸ່ງໝັ້ນອັນແຮງກ້າຂອງ LXML ໃນການຫັນເປັນທັນສະໄໝ ແລະ ເສີມສ້າງຄວາມເຂັ້ມແຂງໃຫ້ແກ່ກອງລົດເຄນຂອງບໍລິສັດ, ເຊິ່ງປັດຈຸບັນມີຈຳນວນລວມທັງໝົດ 9 ຄັນ.

ຈຸດປະສົງແມ່ນເພື່ອປັບປຸງຂີດຄວາມສາມາດໃນການຍົກ, ເພີ່ມຜະລິດຕະພາບ ແລະ ຍົກລະດັບຜົນການປະຕິບັດງານດ້ານຄວາມປອດໄພໃຫ້ດີຍິ່ງຂຶ້ນ ໃນທົ່ວຂົງເຂດວຽກງານບຳລຸງຮັກສາ ທັງຝ່າຍບໍ່ແຮ່ ແລະ ຝ່າຍໂຮງງານຜະລິດ ບາດກ້າວສຳຄັນນີ້ ໄດ້ເນັ້ນໜັກເຖິງຈຸດສຸມຂອງ LXML ຕໍ່ກັບການດຳເນີນງານທີ່ໜ້າເຊື່ອຖື, ການປະຕິບັດວຽກງານທີ່ປອດໄພກວ່າເກົ່າ ແລະ ການເສີມຂະຫຍາຍຂີດຄວາມສາມາດໃນໄລຍະຍາວ.

📣ໂອກາດໃນການຮ່ວມງານ📣
LXML ກຳລັງເປີດຮັບສະໝັກຜູ້ທີ່ມີຄວາມສາມາດ ໃນຕຳແໜ່ງ ພະນັກງານຂັບລົດເຄນ (Crane Operators) ແລະ ຊ່າງຕິດຕິດຕັ້ງອຸປະກອນຍົກ (Riggers) ເພື່ອມາຮ່ວມທີມກັບພວກເຮົາ ແລະ ເປັນສ່ວນໜຶ່ງຂອງການເຕີບໂຕທີ່ໜ້າຕື່ນເຕັ້ນນີ້.
ສຳລັບລາຍລະອຽດເພີ່ມເຕີມ, ຜູ້ສົນໃຈສາມາດສົ່ງໃບສະໝັກ ຫຼື ສອບຖາມຂໍ້ມູນໄດ້ທີ່ອີເມວ: [email protected]
---------------------
LXML Sepon is proud to announce a major upgrade to its Sepon Crane and Rigging Department with the acquisition of five new Sany cranes – 250T, 160T and 2 x 65T – together with a Terex 25T crane. This investment reflects LXML’s strong commitment to modernising and strengthening its crane fleet, which now totals 9 cranes.

The expanded fleet aims to improve lifting capability, increase productivity, and further enhance safety performance across both Mining and Process Maintenance areas. This milestone highlights LXML’s focus on reliable operations, safer work ex*****on, and long-term capability growth.

📣Job Opportunities📣
LXML is searching for talented crane operators and riggers to join our team and be part of this exciting growth.
For more details, candidates are encouraged to submit their applications or enquiries to [email protected]

LXML ສະໜັບສະໜູນ ການສ້ອມແປງໂຮງຮຽນປະຖົມບ້ານນາຊຽງແລ ມູນຄ່າກວ່າ 3 ພັນໂດລ້າສະຫະລັດ ສ້າງສະພາບແວດລ້ອມການຮຽນຮູ້ທີ່ປອດໄພ | LXML C...
19/09/2026

LXML ສະໜັບສະໜູນ ການສ້ອມແປງໂຮງຮຽນປະຖົມບ້ານນາຊຽງແລ ມູນຄ່າກວ່າ 3 ພັນໂດລ້າສະຫະລັດ ສ້າງສະພາບແວດລ້ອມການຮຽນຮູ້ທີ່ປອດໄພ | LXML Contributes US$3,000 to Renovate Na Xieng Lae Primary School, Creating a Safer Learning Environment
(English Below)

ວັນທີ 17 ກັນຍາ 2026 ບໍລິສັດ ລ້ານຊ້າງ ມີເນໂຣນສ໌ ຈຳກັດ (LXML) ຮ່ວມມືກັບທ້ອງຖິ່ນ ໃນການ ຍົກລະດັບພື້ນຖານໂຄງລ່າງດ້ານການສຶກສາ ດ້ວຍການມອບໂຄງການສ້ອມແປງອາຄານຮຽນ ໂຮງຮຽນປະຖົມບ້ານນາຊຽງແລ, ເມືອງວິລະບູລີ, ແຂວງສະຫວັນນະເຂດ ເພື່ອໃຫ້ໂຮງຮຽນເປັນການຮຽນຮູ້ທີ່ມີຄວາມສົມບູນ, ສວຍງາມ ແລະ ປອດໄພຍິ່ງຂຶ້ນ.

ຝ່າຍບໍລິສັດມອບ ໂດຍ ທ່ານ ສະໝານ ອະເນກາ, ຜູ້ອຳນວຍການໃຫຍ່ ພ້ອມດ້ວຍຄະນະ; ທ່ານ ສີພະຈັນ ກອງທອງມາ, ຫົວໜ້າຫ້ອງການສຶກສາທິການ ແລະ ກິລາເມືອງວິລະບູລີ, ມີຄະນະພັດທະນາບ້ານ, ຄູ-ອາຈານ, ນ້ອງໆນັກຮຽນ ແລະ ພໍ່ແມ່ປະຊາຊົນບ້ານນາຊຽງແລ ເຂົ້າຮ່ວມຢ່າງພ້ອມພຽງ.
ໂຄງການສ້ອມແປງອາຄານຮຽນດັ່ງກ່າວ ເປັນການຮ່ວມແຮງຮ່ວມໃຈຂອງຫຼາຍພາກສ່ວນ ໂດຍທາງ ບໍລິສັດ ລ້ານຊ້າງ ມີເນໂຣນສ໌ ຈຳກັດ ໄດ້ສະໜັບສະໜູນອຸປະກອນການສ້ອມແປງ ເປັນມູນຄ່າ 68,410,000 ກີບ (ທຽບເທົ່າ 3,000 ໂດລາສະຫະລັດ), ສົມທົບກັບການປະກອບສ່ວນຈາກພໍ່ແມ່ປະຊາຊົນພາຍໃນບ້ານນາ ແລະ ທາງໂຮງຮຽນປະຖົມບ້ານນາຊຽງແລ.

ການປະກອບສ່ວນໃນຄັ້ງນີ້ ຖືເປັນຕົວແບບອັນດີເດັ່ນຂອງການຮ່ວມແຮງຮ່ວມໃຈລະຫວ່າງພາກເອກະຊົນ, ພາກລັດ ແລະ ຊຸມຊົນ ໃນການສ້າງສະພາບແວດລ້ອມການຮຽນ-ການສອນ ໃຫ້ມີຄວາມປອດໄພ ແລະ ເອື້ອອຳນວຍຕໍ່ການສຶກສາຢ່າງແທ້ຈິງ. ພ້ອມກັນນັ້ນ ຍັງສະທ້ອນໃຫ້ເຫັນຢ່າງຈະແຈ້ງເຖິງຄວາມມຸ່ງໝັ້ນອັນໜັກແໜ້ນຂອງ LXML ທີ່ມີຕໍ່ການພັດທະນາຊຸມຊົນທ້ອງຖິ່ນອ້ອມຂ້າງ ໂຄງການ ບໍ່ຄຳ-ທອງ ເຊໂປນ ໂດຍສະເພາະແມ່ນການຊຸກຍູ້ສົ່ງເສີມຂະແໜງການສຶກສາ ເຊິ່ງຖືເປັນໜຶ່ງໃນເສົາຄ້ຳຍຸດທະສາດຫຼັກຂອງບໍລິສັດ ໃນການສ້າງຮາກຖານຄວາມຮູ້, ພັດທະນາຊັບພະຍາກອນມະນຸດ ແລະ ຍົກລະດັບຄຸນນະພາບຊີວິດຂອງລູກຫຼານໃນທ້ອງຖິ່ນ ໃຫ້ກ້າວໄປສູ່ອະນາຄົດທີ່ເຕີບໃຫຍ່ ແລະ ຍືນຍົງ.
----------------------
Lane Xang Minerals Limited Company (LXML), working in partnership with local authorities and the community, officially handed over the newly renovated classroom building at Na Xieng Lae Primary School in Vilabouly District, Savannakhet Province, on September 17, 2026. The renovation gives local children a safer, more modern, and more inspiring place to learn.

The handover ceremony was attended by Mr. Saman Aneka, Managing Director of LXML, and company representatives; Mr. Siphachan Kongthongma, Head of the Vilabouly District Education and Sports Office; and members of the Village Development Committee, together with teachers, students, and residents of Na Xieng Lae Village.

The project was made possible through close tripartite cooperation and shared investment. LXML contributed construction and renovation materials valued at LAK 68,410,000 (approximately US$3,000), while the Na Xieng Lae Village community and the school also contributed to the project.

The initiative stands as a strong example of how the private sector, local authorities, and communities can work together to create a safe, supportive, and conducive learning environment. It also reflects LXML’s long-term commitment to the sustainable development of communities surrounding its Sepon Operation. Education remains one of the company’s core community development pillars, focused on building local human capital and empowering future generations to shape a prosperous and resilient future.

18/09/2026

ບໍລິສັດ ລ້ານຊ້າງ ມີເນໂຣນສ໌ ຈໍາກັດ (LXML) ສະຫຼອງພິທີເປີດບໍ່ຄໍາໃຕ້ດິນ ແຫ່ງທີ 2 ຢ່າງເປັນທາງການ, ເປັນຂີດໝາຍໃໝ່ຂອງການຂຸດຄົ້ນບໍ່ແຮ່ທີ່ທັນສະໄໝ ຢູ່ບໍ່ຄໍາ-ທອງ ເຊໂປນ | LXML Celebrates Grand Opening of Discovery Deeps 2 Underground Mine, Marking a New Era for Modern Mining at Sepon

📢 ຕ້ອງການເພື່ອນຮ່ວມງານ! 📣📣 ພວກເຮົາເປີດຮັບສະໝັກລຸ່ມນີ້👇👇 👉ຕຳແໜ່ງ: - Advisor - Safety : https://lxml.la/en/join-us/advisor...
17/09/2026

📢 ຕ້ອງການເພື່ອນຮ່ວມງານ! 📣📣
ພວກເຮົາເປີດຮັບສະໝັກລຸ່ມນີ້👇👇

👉ຕຳແໜ່ງ:
- Advisor - Safety : https://lxml.la/en/join-us/advisor-safety/
- Officer - Centralised Administration : https://lxml.la/en/join-us/officer-centralised-administration-1/
_ Senior Advisor - Safety : https://lxml.la/en/join-us/senior-advisor-safety/
- Coordinator – Tailings / WTSF : https://lxml.la/en/join-us/coordinator-tailings-wtsf-1/

ເພື່ອສະໝັກ ຕຳແໜ່ງນີ້, ກະລຸນາປະກອບຊີວະປະຫວັດຫຍໍ້, ຈົດໝາຍສະແດງເຈດຈຳນົງ ແລະ ສົ່ງເຂົ້າທີ່ຢູ່ອີເມວ [email protected] ກະລຸນາລະບຸ ຊື່ຕຳແໜ່ງ ທີ່ທ່ານສະໝັກຢ່າງຈະແຈ້ງ ໃນຫົວຂໍ້ອີເມວ ສະໝັກຕຳແໜ່ງ (ຊື່ຕຳແໜ່ງ), (ຊື່ແລະນາມສະກຸນ ຂອງຜູ້ສະໝັກ)

ຈາກການຝຶກງານສູ່ການປະຕິບັດງານຕົວຈິງ: ນັກສຶກສາຝຶກງານຈາກເມືອງວິລະບູລີ 17 ນ້ອງ ສຳເລັດການສຶກສາ ພາຍໃຕ້ໂຄງການ ການສະໜັບສະໜູນຂອງ ...
02/09/2026

ຈາກການຝຶກງານສູ່ການປະຕິບັດງານຕົວຈິງ: ນັກສຶກສາຝຶກງານຈາກເມືອງວິລະບູລີ 17 ນ້ອງ ສຳເລັດການສຶກສາ ພາຍໃຕ້ໂຄງການ ການສະໜັບສະໜູນຂອງ LXML | From Training to the Workplace: 17 Vilabouly Apprentices Complete LXML-Supported Programme

ນັກສຶກສາຝຶກງານວິຊາຊີບ ຈຳນວນ 17 ນ້ອງ ຈາກເມືອງວິລະບູລີ ໄດ້ສຳເລັດໂຄງການຝຶກອົບຮົມວິຊາຊີບເຕັກນິກໄລຍະ 3 ປີ ເຊິ່ງໄດ້ຮັບການສະໜັບສະໜູນຈາກ ບໍລິສັດ ລ້ານຊ້າງ ມິເນໂຣນສ໌ ຈໍາກັດ (LXML). ນີ້ຖືເປັນບາດກ້າວອັນສຳຄັນ ໃນການກ້າວຂ້າມຈາກການຝຶກອົບຮົມໃນລະບົບ ໄປສູ່ການເປັນພະນັກງານເຕັມຕົວ ສັງກັດຢູ່ໃນພະແນກບຳລຸງຮັກສາ ຂອງບໍລິສັດ.

ບັນດານັກສຶກສາຝຶກງານ ໄດ້ຮັບໃບປະກາສະນີຍະບັດໃນພິທີສຳເລັດການສຶກສາ ເຊິ່ງຈັດຂຶ້ນທີ່ ວິທະຍາໄລເຕັກນິກ ລາວ-ເຢຍລະມັນ, ນະຄອນຫຼວງວຽງຈັນ ໃນວັນທີ 21 ສິງຫາ 2026. ພວກເຂົາໄດ້ເລີ່ມຕົ້ນການສຶກສາໃນສົກຮຽນ 2023-2024 ແລະ ສຳເລັດໂຄງການໃນສົກຮຽນ 2025-2026. ກຸ່ມນັກສຶກສາທີ່ຈົບສາຂາການສຶກສາ ລວມມີ ສາຂາຊ່າງໄຟຟ້າໂຮງງານ 2 ນ້ອງ, ຊ່າງອຸປະກອນວັດແທກ 2 ນ້ອງ, ຊ່າງກົນຈັກໂຮງງານ 4 ນ້ອງ, ຊ່າງຈອດ-ປະກອບໂລຫະໂຮງງານ 3 ນ້ອງ, ຊ່າງໄຟຟ້າລົດຍົນ ແລະ ກົນຈັກໜັກ 2 ນ້ອງ, ແລະ ຊ່າງແປງລົດຍົນ ແລະ ກົນຈັກໜັກ 4 ນ້ອງ.

ຕະຫຼອດໄລຍະເວລາຂອງໂຄງການ, ນັກສຶກສາຝຶກງານໄດ້ສົມທົບການຮຽນພາກທິດສະດີ ເຂົ້າກັບການຝຶກງານພາກປະຕິບັດຕົວຈິງ ຢູ່ທີ່ບໍ່ຄຳ-ທອງ ເຊໂປນ ຂອງ LXML. ປະສົບການຕົວຈິງນີ້ ໄດ້ຊ່ວຍໃຫ້ພວກເຂົາສາມາດນຳໃຊ້ຄວາມຮູ້ຈາກຫ້ອງຮຽນ ເຂົ້າໃນສະພາບແວດລ້ອມການເຮັດວຽກຕົວຈິງ ພ້ອມທັງສ້າງຄວາມຄຸ້ນເຄີຍຫຼາຍຂຶ້ນ ກັບກິດຈະກຳການບຳລຸງຮັກສາ, ຄວາມຮັບຜິດຊອບໃນໜ້າວຽກ ແລະ ການເຮັດວຽກເປັນທີມທາງດ້ານເຕັກນິກ.

ໃນລະຫວ່າງການລົງຝຶກງານຢູ່ພາກສະໜາມຂອງ LXML, ນັກສຶກສາຝຶກງານໄດ້ສະແດງໃຫ້ເຫັນເຖິງຄວາມຕັ້ງໃຈໃນການຝຶກອົບຮົມ ແລະ ໄດ້ປະກອບສ່ວນອັນມີຄ່າໃຫ້ແກ່ທີມງານບຳລຸງຮັກສາ. ການມີສ່ວນຮ່ວມໃນພາກປະຕິບັດຂອງພວກເຂົາ ຍັງເປັນໂອກາດໃນການຮຽນຮູ້ໂດຍກົງຈາກພະນັກງານທີ່ມີປະສົບການ ແລະ ເສີມສ້າງຂີດຄວາມສາມາດດ້ານເຕັກນິກ ທີ່ຈຳເປັນສຳລັບໜ້າທີ່ການງານຂອງພວກເຂົາໃນອະນາຄົດ.

LXML ໄດ້ລົງທຶນປະມານ 155.000 ໂດລາສະຫະລັດ ເພື່ອສະໜັບສະໜູນນັກສຶກສາຝຶກງານທັງ 17 ນ້ອງ ຕະຫຼອດໂຄງການໄລຍະ 3 ປີ. ການລົງທຶນດັ່ງກ່າວ ແມ່ນກວມເອົາໄລຍະການຝຶກອົບຮົມຕັ້ງແຕ່ສົກຮຽນ 2023-2024 ຫາ ສົກຮຽນ 2025-2026 ຊື່ງເປັນສ່ວນໜຶ່ງຂອງການສະໜັບສະໜູນຂອງບໍລິສັດ ໃນການພັດທະນາທັກສະ ແລະ ອາຊີບ ໃຫ້ແກ່ນັກສຶກສາທ້ອງຖິ່ນຈາກເມືອງວິລະບູລີ. ພາຍຫຼັງສຳເລັດໂຄງການດັ່ງກ່າວແລ້ວ, ຜູ້ສຳເລັດການສຶກສາທັງ 17 ນ້ອງ ຈະເຂົ້າຮ່ວມເປັນພະນັກງານ ໃນພະແນກບຳລຸງຮັກສາ ຂອງ LXML, ເຊິ່ງພວກເຂົາຈະໄດ້ສືບຕໍ່ພັດທະນາຄວາມຮູ້ດ້ານເຕັກນິກ, ປະສົບການຕົວຈິງ ແລະ ຄວາມກ້າວໜ້າທາງອາຊີບ ກັບບໍລິສັດ.

LXML ຍັງສຶບຕໍ່ການສະໜັບສະໜູນນັກສຶກສາຝຶກງານຊຸດຕໍ່ໄປ ໃນສົກຮຽນ 2026-2027 ຊຶ່ງມີນັກສຶກສາຝຶກງານອີກ 18 ນ້ອງ ທີ່ກຳລັງສຶກສາໃນປີສຸດທ້າຍ ຂອງໂຄງການໄລຍະ 3 ປີ.

LXML ຂໍສະແດງຄວາມຊົມເຊີຍ ມາຍັງຜູ້ສຳເລັດການສຶກສາທັງ 17 ນ້ອງ ແລະ ຂໍຍ້ອງຍໍຕໍ່ຄວາມຕັ້ງໃຈທີ່ພວກເຂົາໄດ້ສະແດງໃຫ້ເຫັນ ຕະຫຼອດການຝຶກອົບຮົມ, ໂດຍສະເພາະແມ່ນໃນໄລຍະການເກັບກຳປະສົບການຕົວຈິງ ຢູ່ທີ່ ບໍ່ຄໍາ-ທອງ ເຊໂປນ.

ການສະໜັບສະໜູນ ໂຄງການນັກສຶກສາຝຶກງານນີ້ ໄດ້ສະທ້ອນໃຫ້ເຫັນເຖິງຄວາມມຸ່ງໝັ້ນຢ່າງຕໍ່ເນື່ອງຂອງ LXML ໃນການເຮັດວຽກຢ່າງໃກ້ຊິດ ກັບພາກລັດຖະບານ, ຊຸມຊົນທ້ອງຖິ່ນ ແລະ ພາກສ່ວນກ່ຽວຂ້ອງ ເພື່ອສະໜັບສະໜູນການພັດທະນາທັກສະພາກປະຕິບັດ ແລະ ເສັ້ນທາງການຈ້າງງານທີ່ຍືນຍົງ. ດ້ວຍການລົງທຶນໃສ່ຊາວໜຸ່ມ ຈາກເມືອງວິລະບູລີ ເພື່ອປະກອບສ່ວນເຂົ້າໃນການພັດທະນາທ້ອງຖິ່ນ ແລະ ສ້າງຄວາມເປັນຢູ່ທີ່ດີໃນໄລຍະຍາວ ໃຫ້ແກ່ຊຸມຊົນໃນເຂດອ້ອມຂ້າງ ບໍ່ຄໍາ-ທອງ ເຊໂປນ.
----------------------------
Seventeen apprentices from Vilabouly District have completed a three-year technical apprenticeship programme supported by Lane Xang Minerals Limited Company (LXML), marking an important step in their transition from formal training to employment with the company’s Maintenance Team.

The apprentices were recognised at a graduation ceremony held at the Lao-German Technical College, Vientiane Capital on 21 August 2026. They commenced their studies in Academic Year 2023–2024 and completed the programme in Academic Year 2025–2026.
The graduating group comprised two Fixed Plant Electrical Apprentices, two Instrumentation Apprentices, four Fixed Plant Mechanical Apprentices, three Fixed Plant Fabrication Apprentices, two Auto and Heavy Equipment Electrical Apprentices, and four Auto and Heavy Equipment Mechanical Apprentices.

Throughout the programme, the apprentices combined technical studies with on-the-job training at LXML’s Sepon Gold and Copper Mine. This practical experience enabled them to apply their classroom knowledge in a working environment while gaining greater familiarity with maintenance activities, workplace responsibilities and technical teamwork.

During their placements at the LXML site, the apprentices demonstrated commitment to their training and made valuable contributions to the Maintenance Team. Their practical participation also provided an opportunity to learn directly from experienced employees and strengthen the technical capabilities required for their future roles.

LXML invested approximately USD 155,000 to support the 17 apprentices throughout the three-year programme. The investment covered the training period from Academic Year 2023–2024 through Academic Year 2025–2026 and formed part of the company’s support for skills and career development among local students from Vilabouly District.

Following the successful completion of the programme, all 17 graduates will join the LXML Maintenance Team, where they will continue developing their technical knowledge, practical experience and careers with the company.

Their graduation represents both an individual achievement and an important transition into the workplace. The programme has equipped the graduates with skills across electrical, instrumentation, mechanical, fabrication, automotive and heavy-equipment maintenance disciplines relevant to their assigned roles.
Support for apprentices is continuing. In Academic Year 2026–2027, another 18 apprentices are undertaking the final year of the three-year programme.

LXML congratulates all 17 graduates on completing their studies and recognises the dedication they demonstrated throughout their training, particularly during their on-the-job experience at the Sepon Mine.

The apprenticeship programme reflects LXML’s continuing commitment to working closely with government authorities, local communities and relevant stakeholders to support practical skills development and sustainable employment pathways. By investing in young people from Vilabouly District, LXML aims to contribute to locally relevant development and the long-term well-being of communities in and around the Sepon Gold and Copper Mine area.

LXML ມອບເບ້ຍໄມ້ກິນໝາກ ໃຫ້ຊາວບ້ານນ້ຳປາເຄນ ມູນຄ່າກວ່າ 42 ລ້ານກີບ ສົ່ງເສີມການຜະລິດກະສິກຳ ແລະ ການທ່ອງທ່ຽວແບບຍືນຍົງ | LXML Su...
27/08/2026

LXML ມອບເບ້ຍໄມ້ກິນໝາກ ໃຫ້ຊາວບ້ານນ້ຳປາເຄນ ມູນຄ່າກວ່າ 42 ລ້ານກີບ ສົ່ງເສີມການຜະລິດກະສິກຳ ແລະ ການທ່ອງທ່ຽວແບບຍືນຍົງ | LXML Supports Sustainable Agriculture and Agro-Tourism in Nam Paken Village with 640 Seedlings

ເມືອງວິລະບູລີ, ແຂວງສະຫວັນນະເຂດ — ບໍລິສັດ ລ້ານຊ້າງ ມີເນໂຣນສ໌ ຈຳກັດ (LXML) ສືບຕໍ່ສົ່ງເສີມການຜະລິດກະສິກຳແບບມີສ່ວນຮ່ວມ ເພື່ອຊຸກຍູ້ໃຫ້ປະຊາຊົນມີອາຊີບ ແລະ ລາຍຮັບທີ່ໝັ້ນຄົງ ດ້ວຍການຈັດພິທີມອບເບ້ຍໄມ້ກິນໝາກ ໃຫ້ແກ່ຊາວບ້ານນ້ຳປາເຄນ, ເມືອງວິລະບູລີ, ແຂວງສະຫວັນນະເຂດ ໃນວັນທີ 25 ກໍລະກົດ 2026 ທີ່ຜ່ານມານີ້.

ພິທີມອບ-ຮັບ ດັ່ງກ່າວ ໃຫ້ກຽດເຂົ້າຮ່ວມໂດຍ ທ່ານ ພູວະນາດ ບຸນສີພົມ, ປະທານຄະນະກຳມະການປົກຄອງເມືອງວິລະບູລີ; ທ່ານ ວົງພະຈັນ ສຸວັນນະລາດ, ຫົວໜ້າຫ້ອງການກະສິກຳ ແລະ ສິ່ງແວດລ້ອມເມືອງ; ທ່ານ ບົວຜັນ ວັນວິໄລ, ຫົວໜ້າຫ້ອງວ່າການປົກຄອງເມືອງ. ຕາງໜ້າໃຫ້ບໍລິສັດ LXML ມອບໂດຍ ທ່ານ ຄຳສີ ຈັນຄຳ, ຫົວໜ້າສາຍງານຜູ້ສົງຄຸນວຸດທິ ພະແນກພົວພັນຊຸມຊົນ ແລະ ພັດທະນາທ້ອງຖິ່ນ ໂດຍມີອຳນາດການປົກຄອງບ້ານ ແລະ ພໍ່ແມ່ປະຊາຊົນພາຍໃນບ້ານເຂົ້າຮ່ວມຢ່າງພ້ອມພຽງ.

ສຳລັບເບ້ຍໄມ້ກິນໝາກທີ່ນຳມາມອບໃນຄັ້ງນີ້ ມີຈຳນວນທັງໝົດ 640 ເບ້ຍ, ລວມມູນຄ່າ 42,800,000 ກີບ ເຊິ່ງໄດ້ຮັບການສະໜັບສະໜູນທຶນທັງໝົດຈາກ LXML. ປະເພດເບ້ຍໄມ້ປະກອບມີ: ຕົ້ນອາໂວຄາໂດ້ 100 ຕົ້ນ, ຕົ້ນໝາກເງາະ 100 ຕົ້ນ, ຕົ້ນໝາກລິນຈີ່ 100 ຕົ້ນ, ຕົ້ນອະງຸ່ນ 100 ຕົ້ນ ແລະ ເບ້ຍຜັກຫວານ 240 ເບ້ຍ. ເບ້ຍໄມ້ທັງໝົດ ແມ່ນໄດ້ກຳນົດມອບໃຫ້ 8 ຄອບຄົວເປົ້າໝາຍ ເພື່ອເຂົ້າຮ່ວມໂຄງການປູກທົດລອງ ເຊິ່ງເປັນບາດກ້າວສຳຄັນໃນການສົ່ງເສີມການຜະລິດເປັນສິນຄ້າ ເພື່ອສ້າງອາຊີບ ແລະ ເພີ່ມລາຍຮັບໃຫ້ກັບປະຊາຊົນຢ່າງຍືນຍົງ.

ນອກຈາກນີ້, ຖ້າຫາກໂຄງການປູກທົດລອງດັ່ງກ່າວປະສົບຜົນສຳເລັດ ແລະ ໃຫ້ຜົນຜະລິດດີ, LXML ແລະ ອຳນາດການປົກຄອງທ້ອງຖິ່ນ ມີແຜນທີ່ຈະຂະຫຍາຍພື້ນທີ່ປູກຕື່ມອີກ ເພື່ອພັດທະນາໃຫ້ເປັນແຫຼ່ງທ່ອງທ່ຽວທາງດ້ານກະສິກຳ ແລະ ເປັນສູນຮຽນຮູ້ກ່ຽວກັບການປູກພືດຕ່າງຖິ່ນ ສຳລັບປະຊາຊົນ ແລະ ຜູ້ທີ່ສົນໃຈໃນອະນາຄົດ, ອັນສະທ້ອນໃຫ້ເຫັນເຖິງຄວາມມຸ່ງໝັ້ນຂອງ LXML ໃນການຮ່ວມມືກັບຊຸມຊົນ ເພື່ອສ້າງຄວາມເຂັ້ມແຂງດ້ານເສດຖະກິດທ້ອງຖິ່ນຢ່າງແທ້ຈິງ.
------------------
Vilabouly District, Savannakhet Province, 25 July 2026 – Lane Xang Minerals Limited Company (LXML) has handed over 640 fruit tree and vegetable seedlings to residents of Nam Paken Village, Vilabouly District, Savannakhet Province, reinforcing its continued commitment to promoting sustainable livelihoods, community-based agricultural production, and long-term income generation in communities surrounding the Sepon Gold-Copper Mine.

The handover ceremony was attended by Mr. Phouvanad Bounsiphom, Chairman of the Vilabouly District Administrative Committee; Mr. Vongphachan Souvannalath, Head of the District Agriculture and Environment Office; and Mr. Bouaphan Vanvilay, Head of the District Administrative Office. Representing LXML was Mr. Khamsy Chankham, Senior Superintendent– Community Relations & Development, together with village authorities and community members.

The project, valued at LAK 42,800,000, was fully funded by LXML and provided to eight target households participating in a pilot cultivation project. The seedlings included 100 avocado trees, 100 rambutan trees, 100 lychee trees, 100 grapevines, and 240 sweet vegetable seedlings.

The initiative aims to support local families in developing commercial agricultural production, creating additional income opportunities, and strengthening household livelihoods. By introducing selected fruit trees and high-value crops, the project also supports skills development and encourages participating families to build practical experience in crop cultivation and farm management.

If the pilot project proves successful and delivers positive results, LXML and local authorities plan to explore opportunities to expand the cultivation area and further develop the site into a local agro-tourism attraction and learning area for exotic crop cultivation. This would provide wider benefits for community members while creating opportunities for knowledge sharing and local economic development.

The handover reflects LXML’s practical approach to participatory community development by working closely with local authorities and villagers to address livelihood needs and promote sustainable income generation. Through initiatives such as this, LXML continues to support resilient communities and long-term socio-economic development in Vilabouly District.

LXML ມອບງົວ 28 ໂຕ ມູນຄ່າກວ່າ 162 ລ້ານກີບ ໃຫ້ຄອບຄົວດ້ອຍໂອກາດ ເມືອງວິລະບູລີ ສົ່ງເສີມການລ້ຽງສັດສ້າງລາຍຮັບຍືນຍົງ | LXML Supp...
26/08/2026

LXML ມອບງົວ 28 ໂຕ ມູນຄ່າກວ່າ 162 ລ້ານກີບ ໃຫ້ຄອບຄົວດ້ອຍໂອກາດ ເມືອງວິລະບູລີ ສົ່ງເສີມການລ້ຽງສັດສ້າງລາຍຮັບຍືນຍົງ | LXML Supports Sustainable Livelihoods with 28 Cattle for Disadvantaged Families in Vilabouly District
(Eng Below)

ເມືອງວິລະບູລີ, ແຂວງສະຫວັນນະເຂດ — ໃນວັນທີ 25 ກໍລະກົດ 2026 ທີ່ຜ່ານມາ ບໍລິສັດ ລ້ານຊ້າງ ມີເນໂຣນສ໌ ຈຳກັດ (LXML) ສືບຕໍ່ເດີນໜ້າຊຸກຍູ້ການພັດທະນາຊີວິດການເປັນຢູ່ຂອງປະຊາຊົນໃນເຂດອ້ອມຂ້າງໂຄງການ ບໍ່ຄຳ-ທອງ ເຊໂປນ ດ້ວຍການຈັດພິທີມອບງົວ ໃຫ້ແກ່ຄອບຄົວດ້ອຍໂອກາດ ໃນ 2 ບ້ານເປົ້າໝາຍ ຂອງເມືອງວິລະບູລີ, ແຂວງສະຫວັນນະເຂດ.

ສຳລັບງົວທີ່ນຳມາມອບໃນຄັ້ງນີ້ ມີຈຳນວນທັງໝົດ 28 ໂຕ, ລວມມູນຄ່າ 162,500,000 ກີບ (ຫຼື ປະມານ 7,300 ໂດລາສະຫະລັດ) ເຊິ່ງໄດ້ຮັບການສະໜັບສະໜູນທຶນທັງໝົດຈາກ LXML. ງົວດັ່ງກ່າວ ໄດ້ມອບໃຫ້ 5 ຄອບຄົວດ້ອຍໂອກາດ ພາຍໃນ 2 ບ້ານ ຄື: ບ້ານໂນນຊົມພູ ຈຳນວນ 3 ຄອບຄົວ ແລະ ບ້ານນາແທນເຫ້ຍ ຈຳນວນ 2 ຄອບຄົວ. ຈຸດປະສົງຫຼັກ ແມ່ນເພື່ອສົ່ງເສີມການລ້ຽງສັດໃຫຍ່ ເປັນອາຊີບເສີມຕິດພັນກັບການເຮັດນາ ເພື່ອສ້າງລາຍຮັບເພີ່ມ ແລະ ແກ້ໄຂຄວາມທຸກຍາກໃຫ້ແກ່ປະຊາຊົນຢ່າງເປັນຮູບປະທຳ.

ພິທີມອບ-ຮັບ ດັ່ງກ່າວ ເຂົ້າຮ່ວມໂດຍ ທ່ານ ພູວະນາດ ບຸນສີພົມ, ປະທານຄະນະກຳມະການປົກຄອງເມືອງວິລະບູລີ; ທ່ານ ວົງພະຈັນ ສຸວັນນະລາດ, ຫົວໜ້າຫ້ອງການກະສິກຳ ແລະ ສິ່ງແວດລ້ອມເມືອງ; ທ່ານ ບົວຜັນ ວັນວິໄລ, ຫົວໜ້າຫ້ອງວ່າການປົກຄອງເມືອງ. ຕາງໜ້າໃຫ້ບໍລິສັດ LXML ມອບໂດຍ ທ່ານ ຄຳສີ ຈັນຄຳ, ຫົວໜ້າສາຍງານ ຜູ້ສົງຄຸນວຸດທິ ພະແນກພົວພັນຊຸມຊົນ ແລະ ພັດທະນາທ້ອງຖິ່ນ ໂດຍມີອຳນາດການປົກຄອງບ້ານ ແລະ ພໍ່ແມ່ປະຊາຊົນເຂົ້າຮ່ວມ.

ໃນພິທີ, ທ່ານ ພູວະນາດ ບຸນສີພົມ ໄດ້ໃຫ້ກຽດໂອ້ລົມ ໂດຍສະເໜີໃຫ້ທາງບໍລິສັດ ສືບຕໍ່ຂະຫຍາຍກິດຈະກຳດີໆແບບນີ້ໃຫ້ໄດ້ຫຼາຍຄອບຄົວຕື່ມອີກ. ພ້ອມກັນນັ້ນ ຍັງໄດ້ມອບໃຫ້ຫ້ອງການກະສິກຳ ແລະ ສິ່ງແວດລ້ອມເມືອງ ລົງຕິດຕາມ, ກວດກາ ແລະ ອຳນວຍຄວາມສະດວກດ້ານວິຊາການການລ້ຽງສັດຢ່າງໃກ້ຊິດ ເພື່ອໃຫ້ສັດລ້ຽງມີຄວາມສົມບູນ, ຂະຫຍາຍພັນໄດ້ດີ ແລະ ກາຍເປັນພື້ນຖານເສດຖະກິດທີ່ເຂັ້ມແຂງ ໃຫ້ແກ່ຄອບຄົວປະຊາຊົນໃນໄລຍະຍາວ.
------------------
Vilabouly District, Savannakhet Province, 25 July 2026 – Lane Xang Minerals Limited Company (LXML) has handed over 28 cattle to five disadvantaged households in Vilabouly District, reinforcing its continued commitment to livelihood development, poverty reduction, and sustainable income generation in communities surrounding the Sepon Gold-Copper Mine.

The handover ceremony was attended by Mr. Phouvanad Bounsiphom, Chairman of the Vilabouly District Administrative Committee; Mr. Vongphachan Souvannalath, Head of the District Agriculture and Environment Office; and Mr. Bouaphan Vanvilay, Head of the District Administrative Office. Representing LXML was Mr. Khamsy Chankham, Senior Superintendent – Community Relations and Local Development, together with village authorities and community members.

Valued at LAK 162,500,000, approximately US$7,300, the cattle were provided to five disadvantaged households located near the Sepon operation, including three families in Nonesomphou Village and two families in Nathaehnhei Village.

The initiative aims to promote cattle raising as a supplementary livelihood alongside traditional rice farming, helping families generate additional income, strengthen household food security, and build a more stable economic foundation. By supporting livestock development, the project provides practical assistance that can create long-term benefits as the cattle reproduce and household herds expand over time.

During the ceremony, Mr. Phouvanad Bounsiphom commended LXML’s support and encouraged the company to consider expanding the program to additional families and villages in the future. He also requested the District Agriculture and Environment Office to work closely with the recipient families by providing technical guidance, livestock health inspections, and animal husbandry support to ensure the cattle are well managed and deliver sustainable benefits.

The handover reflects strong cooperation between LXML, local authorities, and communities in addressing practical livelihood needs. It also demonstrates LXML’s long-term commitment to supporting resilient households, improving quality of life, and contributing to sustainable socio-economic development in Vilabouly District.

LXML ຕ້ອນຮັບ ລັດຖະມົນຕີກະຊວງສາທາລະນະສຸກ ໃນໂອກາດລົງເຄື່ອນໄຫວຕິດຕາມກວດກາວຽກງານ HIA ຢູ່ທີ່ ບໍ່ຄຳ-ທອງ ເຊໂປນ | LXML Welcomes ...
24/08/2026

LXML ຕ້ອນຮັບ ລັດຖະມົນຕີກະຊວງສາທາລະນະສຸກ ໃນໂອກາດລົງເຄື່ອນໄຫວຕິດຕາມກວດກາວຽກງານ HIA ຢູ່ທີ່ ບໍ່ຄຳ-ທອງ ເຊໂປນ | LXML Welcomes Minister of Health on HIA Monitoring Visit to the Sepon Gold and Copper Mine

ໃນຕອນບ່າຍຂອງວັນທີ 19 ສິງຫາ 2026, ທ່ານ ນາງ ໃບຄຳ ຂັດທິຍະ, ລັດຖະມົນຕີກະຊວງສາທາລະນະສຸກ ພ້ອມດ້ວຍຄະນະ ໄດ້ລົງຢ້ຽມຢາມ ແລະ ເຄື່ອນໄຫວວຽກງານ ຢູ່ທີ່ ບໍ່ຄຳ-ທອງ ເຊໂປນ ຂອງ ບໍລິສັດ ລ້ານຊ້າງ ມິນເນໂຣນສ໌ ຈໍາກັດ (LXML) ທີ່ເມືອງວິລະບູລີ, ແຂວງສະຫວັນນະເຂດ. ຄະນະຜູ້ແທນດັ່ງກ່າວ ລວມມີ ທ່ານ ພູວະນາດ ບຸນສີພົມ, ປະທານຄະນະກຳມະການປົກຄອງເມືອງວິລະບູລີ, ພ້ອມດ້ວຍການນໍາຂະແໜງສາທາລະນະສຸກ ຈາກສູນກາງ, ແຂວງສະຫວັນນະເຂດ ແລະ ເມືອງວິລະບູລີ. ການຢ້ຽມຢາມໃນຄັ້ງນີ້ ແມ່ນເປັນສ່ວນໜຶ່ງຂອງການປະເມີນ ແລະ ຕິດຕາມກວດກາ ຕໍ່ກັບແຜນງານການປະເມີນຜົນກະທົບດ້ານສຸຂະພາບ (HIA) ຂອງ LXML ແລະ ການປະກອບສ່ວນເຂົ້າໃນວຽກງານສຸຂະພາບຂອງຊຸມຊົນ.

ເຂົ້າຮ່ວມຕ້ອນຮັບຈາກທີມງານ LXML ນຳໂດຍ ທ່ານ ສະໝານ ອະເນກາ (ຜູ້ອຳນວຍການໃຫຍ່), ທ່ານ ໄມເຄິລ ສະຕັອດ (ຮອງຜູ້ຈັດການໃຫຍ່ ຝ່າຍດຳເນີນງານ) ແລະ ທ່ານ ບຸນຖະໜອມ ຄຳໂຄສີ (ຜູ້ຈັດການພະແນກບຸກຄະລາກອນ ແລະ ບໍລິການພາກສະໜາມ) ພ້ອມດ້ວຍພະນັກງານວິຊາການທີ່ກ່ຽວຂ້ອງ.

ໃນນາມຕາງໜ້າໃຫ້ແກ່ LXML, ທ່ານ ສະໝານ ອະເນກາ ໄດ້ກ່າວຕ້ອນຮັບ ພ້ອມທັງສະແດງຄວາມຂອບໃຈຕໍ່ການມາຢ້ຽມຢາມຂອງທ່ານລັດຖະມົນຕີ ແລະ ທ່ານຍັງໄດ້ຢືນຢັນຄືນເຖິງຄວາມມຸ່ງໝັ້ນຂອງບໍລິສັດ ໃນການເຮັດວຽກຢ່າງໃກ້ຊິດ ກັບພະນັກງານວິຊາການດ້ານສາທາລະນະສຸກຂອງພາກລັດ.

ທ່ານ ໄມເຄິລ ສະຕັອດ ໄດ້ນຳສະເໜີພາບລວມຂອງການດຳເນີນງານ ບໍ່ຄໍາ-ທອງ ເຊໂປນ, ໂດຍອະທິບາຍເຖິງບັນດາກິດຈະກຳການດຳເນີນງານຫຼັກ, ບູລິມະສິດດ້ານຄວາມປອດໄພ ແລະ ທິດທາງຍຸດທະສາດຂອງ LXML. ຕໍ່ມາ, ທ່ານ ຄຳສີ ຈັນຄຳ, ຮອງຜູ້ຈັດການ ພະແນກພົວພັນ ແລະ ພັດທະນາຊຸມຊົນ, ໄດ້ນຳສະເໜີແຜນງານການພັດທະນາຊຸມຊົນຂອງ LXML, ການປະກອບສ່ວນ ແລະ ການລົງທຶນ ພາຍໃຕ້ໂຄງການ HIA, ເຊິ່ງລວມມີ ພື້ນຖານໂຄງລ່າງດ້ານສາທາລະນະສຸກ, ການສ້າງຂີດຄວາມສາມາດ, ການຕິດຕາມກວດກາຊຸມຊົນ ແລະ ການປ້ອງກັນພະຍາດ.

ແຕ່ປີ 2023 ຫາ 2026, LXML ໄດ້ລົງທຶນເປັນມູນຄ່າ 311.541 ໂດລາສະຫະລັດ ໃນ 4 ເສົາຄ້ຳຫຼັກ ຂອງວຽກງານ HIA ແລະ ສາທາລະນະສຸກຊຸມຊົນ ເຊິ່ງລວມມີ: 1. ມູນຄ່າ 218.914 ໂດລາສະຫະລັດ: ສຳລັບພື້ນຖານໂຄງລ່າງດ້ານສາທາລະນະສຸກ, ລວມທັງສຸກສາລາແຫ່ງໃໝ່, ອຸປະກອນການແພດ ແລະ ການສະໜັບສະໜູນວຽກງານສຸຂາອະນາໄມ ໃຫ້ແກ່ 606 ຄົວເຮືອນ ໃນ 28 ບ້ານ; 2. ມູນຄ່າ 21.546 ໂດລາສະຫະລັດ: ສຳລັບການຝຶກອົບຮົມ 11 ຄັ້ງ ໃຫ້ແກ່ບຸກຄະລາກອນການແພດ ແລະ ອາສາສະໝັກສາທາລະນະສຸກບ້ານ ຈຳນວນ 397 ຄົນ; 3. ມູນຄ່າ 52.550 ໂດລາສະຫະລັດ: ສຳລັບກິດຈະກຳຕິດຕາມກວດກາສຸຂະພາບຊຸມຊົນ 16 ຄັ້ງ ໃນ 7 ບ້ານ ແລະ ກິດຈະກຳການປ້ອງກັນພະຍາດ ຈໍານວນ 6 ຄັ້ງ ແລະ 4. ມູນຄ່າ 18.531 ໂດລາສະຫະລັດ: ສຳລັບການສຶກສາອົບຮົມດ້ານສຸຂະພາບ, ການຮັບມືກັບການແຜ່ລະບາດຂອງພະຍາດ ແລະ ການບຳລຸງຮັກສາຈຸດນ້ຳບາດານ 44 ແຫ່ງ ໃນ 25 ບ້ານ.

ທ່ານ ລັດຖະມົນຕີກະຊວງສາທາລະນະສຸກ ໄດ້ກ່າວຍ້ອງຍໍຊົມເຊີຍ LXML ຕໍ່ກັບຄວາມຄືບໜ້າທີ່ບັນລຸໄດ້ ແລະ ຊຸກຍູ້ໃຫ້ບໍລິສັດສືບຕໍ່ເສີມສ້າງວຽກງານດັ່ງກ່າວໃຫ້ເຂັ້ມແຂງຍິ່ງຂຶ້ນ. ທ່ານໄດ້ເນັ້ນໜັກເຖິງຄວາມສຳຄັນ ຂອງການປະສານງານຢ່າງຕໍ່ເນື່ອງກັບເຈົ້າໜ້າທີ່ສາທາລະນະສຸກໃນທຸກຂັ້ນ, ການຕິດຕາມກວດກາເປັນປະຈຳ, ການດຳເນີນງານດ້ານສຸຂະພາບແບບປ້ອງກັນໄວ້ກ່ອນ ແລະ ການຕິດຕາມຜົນຢ່າງທັນການ ເພື່ອຮັບປະກັນໃຫ້ວຽກງານ HIA ສ້າງຜົນປະໂຫຍດທີ່ຍືນຍົງໃຫ້ແກ່ຊຸມຊົນ.

ການຢ້ຽມຢາມຂອງການນໍາລະດັບສູງໃນຄັ້ງນີ້ ສະແດງໃຫ້ເຫັນເຖິງຄວາມມຸ່ງໝັ້ນຂອງ LXML ໃນການດໍາເນີນງານບໍ່ແຮ່ທີ່ມີຄວາມຮັບຜິດຊອບ, ການມີສ່ວນຮ່ວມທີ່ໂປ່ງໃສ ແລະ ການເປັນຄູ່ຮ່ວມມືໄລຍະຍາວ ກັບລັດຖະບານ ແລະ ຊຸມຊົນທ້ອງຖິ່ນ. ດ້ວຍການເຊື່ອມໂຍງການພັດທະນາການດຳເນີນງານ ເຂົ້າກັບການລົງທຶນຕົວຈິງດ້ານສາທາລະນະສຸກ, ການຕິດຕາມກວດກາບົນພື້ນຖານຫຼັກຖານຕົວຈິງ ແລະ ການສ້າງຂີດຄວາມສາມາດໃນທ້ອງຖິ່ນ, LXML ຍັງຄົງສືບຕໍ່ສະໜັບສະໜູນການສ້າງຊຸມຊົນອ້ອມຂ້າງເຂດໂຄງການບໍ່ຄໍາເຊໂປນ ໃຫ້ມີຄວາມປອດໄພ, ມີສຸຂະພາບທີ່ດີຂຶ້ນ ແລະ ມີຄວາມເຂັ້ມແຂງຍືນຍົງ.
--------------------
On the afternoon of 19 August 2026, H.E. Mme. Baykham Khattiya, Minister of Health of the Lao PDR and her delegation visited LXML’s Sepon Gold and Copper Mine in Vilabouly District, Savannakhet Province. The delegation included Mr. Phouvanath Bounsiphom, Chairman of the Vilabouly District Administrative Committee, health-sector representatives from the central government and Savannakhet provincial and Vilabouly district levels. The visit formed part of routine assessment and monitoring of LXML's Health Impact Assessment (HIA) programme and its contribution to community health.

The delegation was warmly welcomed by the LXML team led by Mr. Saman Aneka (Managing Director), Mr. Michael Stott (Vice General Manager - Operations) and Mr. Bounthanorm Khamkhosy (HR & Site Service Manager) together with related technical staff.
On behalf of LXML, Mr. Saman delivered welcoming remarks, expressed appreciation for the Minister's visit and reaffirmed the company's commitment to working closely with government health authorities.

Mr. Stott presented an overview of Sepon operations, explaining key operational activities, safety priorities and LXML's strategic direction. Mr. Khamsy Chankham, Senior Superintendent of Community Relations and Development, then presented LXML's community development programmes, contributions and investment under the HIA programme, including health infrastructure, capacity building, community monitoring and disease prevention.

From 2023 to 2026, LXML invested US$311,541 across four HIA and public health pillars. This included (1) US$218,914 for health infrastructure, including a new health centre, medical equipment and sanitation support for 606 households across 28 villages; (2) US$21,546 for 11 training sessions for 397 health personnel and community volunteers; (3) US$52,550 for 16 community health monitoring activities across seven villages and six disease-prevention activities; and (4) US$18,531 for health education, outbreak response and maintenance of 44 groundwater points across 25 villages.

Minister Baykham commended LXML for the progress achieved and encouraged the company to continue and strengthen this work. She emphasised the importance of sustained coordination with health authorities at all levels, regular monitoring, preventive health action and timely follow-up to ensure HIA commitments deliver lasting benefits for communities.

The high-level visit demonstrates LXML's commitment to responsible mining, transparent engagement and long-term partnership with the Government and host communities. By linking operational development with practical health investment, evidence-based monitoring and local capacity building, LXML continues to support safer, healthier and more resilient communities surrounding its Sepon operations.

Address

Bourichan Road, Sisattanak District
Vientiane

Opening Hours

Monday 08:00 - 17:00
Tuesday 08:00 - 17:00
Wednesday 08:00 - 17:00
Thursday 08:00 - 17:00
Friday 08:00 - 17:00

Telephone

+85621268200

Website

Alerts

Be the first to know and let us send you an email when Lane Xang Minerals Limited Company posts news and promotions. Your email address will not be used for any other purpose, and you can unsubscribe at any time.

Contact The Business

Send a message to Lane Xang Minerals Limited Company:

Shortcuts

Share

Category