Kinnaly KINNALY

12/05/2026

Timeless beauty - for my clients ✨✨✨

03/05/2026

ໃສ່ໃຈທຸກລາຍລະອຽດ ເພື່ອເປັນຂອງຂວັນໃນວັນສຳຄັນຂອງທ່ານ
ຄອນເຊບເຈົ້າພາບ ສັງຕຳ່ຈາກຫຸກ KINNALY ✨

Paying attention to every detail, to become a meaningful gift for your special day. ✨✨✨

#ເຈົ້າພາບ

24/04/2026

Woven with heritage, perfected in every detail, made for the truly exceptional. ✨✨✨

✨🎉 ​ເພື່ອເປັນການປະກອບສ່ວນເຂົ້າໃນຂະບວນການອະນຸລັກຮັກສາມູນເຊື້ອວັດທະນະທໍາ ແລະ ຮີດຄອງປະເພນີອັນດີງາມຂອງຊາດ ເປັນຕົ້ນແມ່ນ ໃນໂອກ...
26/03/2026

✨🎉 ​ເພື່ອເປັນການປະກອບສ່ວນເຂົ້າໃນຂະບວນການອະນຸລັກຮັກສາມູນເຊື້ອວັດທະນະທໍາ ແລະ ຮີດຄອງປະເພນີອັນດີງາມຂອງຊາດ ເປັນຕົ້ນແມ່ນ ໃນໂອກາດສົງການປີ​ໃໝ່ລາວ; ສະມາຄົມຫັດຖະກໍາລາວ ໄດ້ຈັດງານວາງສະແດງຜະລິດຕະພັນພາຍໃຕ້ຫົວຂໍ້ “ຮີດສົມມາ” ທີ່ຕໍານັກຜ້າໄໝລາວບູຮານ.

ພີທີເປີດໄດ້ຈັດຂຶ້ນໃນຕອນແລງຂອງວັນທີ 25 ມີນາ 2026 ນີ້​ ໂດຍການເຂົ້າຮ່ວມຂອງທ່ານ ປ້າ ນາລີ ສີສຸລິດ ພັນລະຍາພະ​ນະ​ທ່ານປະທານປະເທດ ແຫ່ງ ສປປ ລາວ, ປະທານຄະນະທີ່ປືກສາ ສະມາຄົມ ຫັດຖະກຳລາວ; ມີທ່ານ ປອ. ນາງ ສູນທອນ ໄຊຍະຈັກ ຮອງປະທານສະພາແຫ່ງຊາດ; ທ່ານ ນາງ ສວນສະຫວັນ ວິຍະເກດ ລັດຖະມົນຕີກະຊວງ ວັດ​ທະນະທໍາ ແລະ ການ ທ່ອງທ່ຽວ; ທ່ານ ນາງ ອໍາໄພວອນ ລ້ອມບຸນແພງ ປະທານກຳມາທິການວັດທະນະທໍາສັງຄົມ ແລະ ບັນດາເຜົ່າ ສະພາແຫ່ງຊາດ; ທ່ານ ນາງ ຟອງສະໝຸດ ອັ່ນລາວັນ ຫົວຫນ້າຫ້ອງວ່າການສຳນັກງານ ປະທານປະ​ເທດ; ພ້ອມດ້ວຍແຂກຮັບເຊີນ, ຜູ້ນໍາພັກ-ລັດ, ຫົວໜ້າກົມ, ຮອງກົມ, ພັນລະຍາການນໍາ; ຕະຫຼອດທັງບັນດາທ່ານທູດ, ຜູ້ຕາງໜ້າອົງການຈັດຕັ້ງສາກົນປະຈໍາລາວ ເຂົ້າ​ຮ່ວມ.

ທ່ານ ນາງ ສູວິຕາ ປະເສີດ ປະທານ ສະມາຄົມຫັດຖະກໍາລາວ ກ່າວວ່າ: ເມື່ອຫວນຄືນຍາມປີໃໝ່ລາວ ພວກເຮົາໄດ້ເຫັນອົງການປົກຄອງທ້ອງຖິ່ນແຕ່ລະເມືອງ ແຕ່ລະບ້ານ ນໍາພາຊາວບ້ານ ຜູ້ເຖົ້າ ຜູ້ແກ່ອາວຸໂສ ຊາວໜຸ່ມຍິງ-ຊາຍ ຈັດ​ພິທີຫົດສົງພຣະສົງ ຢູ່ຕາມວັດ ແລະ ລູກຫຼານ ກໍໄດ້ສະ​ແດງຄວາມເຄົາລົບນອບນ້ອມຕໍ່ພໍ່ແມ່, ຄູບາອາຈານ ແລະ ຜູ້ມີບຸນຄຸນທັງຫຼາຍ ດ້ວຍການສົມມາ ແລະ ຫົດສົງຕ່າງໆ.

ຮີດຄອງການສົມມາ ໄດ້ເປັນທີ່ຮູ້ຈັກ ແລະ ໄດ້ຮັບການປະຕິບັດຢ່າງກວ້າງຂວາງໃນສັງຄົມລາວ, ແຕ່ຈຸດປະສົງ ແລະ ຂັ້ນຕອນຂອງການສົມມາ ໃນທາງປະຕິບັດຕົວຈິງແຕ່ລະທ້ອງຖິ່ນ ອາດມີຄວາມແຕກຕ່າງກັນ.

ດັ່ງນັ້ນ ເພື່ອເປັນການຮຽນຮູ້ ແລະ ແລກປ່ຽນປະສົບ​ການ ກ່ຽວກັບຮີດສົມມາ ສະມາຄົມຫັດຖະກໍາລາວ ຈຶ່ງໄດ້ຈັດໃຫ້ມີກິດຈະກໍາ ວາງສະແດງ “ຮີດສົມມາ ປີໃໝ່ລາວ” ຂຶ້ນ, ງານວາງສະແດງ ດັ່ງກ່າວ ຈະດໍາເນີນໄປເປັນເວລາ 7 ວັນລະຫວ່າງວັນທີ 25 – 31 ມີນາ 2026 ນີ້​ ຢູ່ທີ່ຕໍານັກຜ້າໄໝລາວບູຮານ ແຫ່ງນີ້.

ງານວາງສະແດງ “ຮີດສົມມາ ປີໃໝ່ລາວ” ຄັ້ງນີ້ ໄດ້ປະກອບມີຫຼາຍກິດຈະກໍາດັ່ງນີ້:
1) ວາງສະແດງ, ຂາຍສິນຄ້າຫັດຖະກໍາ, ອາຫານພື້ນເມືອງລາວ ແລະ ສະໝູນໄພເພື່ອສຸຂະພາບ.​
2) ມີການເສວະນາ ພາຍໃຕ້ຫົວຂໍ້: ຮີດສົມມາ ເພື່ອຂໍພອນ.​
3) ຈໍາລອງ ງານບາສີສູ່ຂວັນປີໃໝ່ລາວ ຕາມຮີດຄອງ.​
4) ຈໍາລອງແຫ່ຕົ້ນດອກໄມ້.​
5) ສາທິດ ການເຮັດໝາກເບັງ, ເຮັດພາຂວັນ.​
6) ຈໍາລອງ ການຕົບປະທາຍ ປີໃໝ່ລາວ.
7) ສະແດງສິລະປະວັນນະຄະດີພື້ນເມືອງລາວ.

📰​ທີ່ມາ: ເສດຖະກິດ-ການຄ້າ

New Concepts for the end of this year ✨✨✨
18/03/2026

New Concepts for the end of this year ✨✨✨

ຄືນກຳໄລໃຫ້ລຸກຄ້າ ທຸກໂຕທຸກແບບ 1.000.000ກີບທີ8/3/26 ຈະລົງຮູບໃຫ້ຈັບຈ່ອງກັນເດີທັກຫາໄດ້ເດີ ທີ່ເບີ 02055258999.
05/03/2026

ຄືນກຳໄລໃຫ້ລຸກຄ້າ ທຸກໂຕທຸກແບບ 1.000.000ກີບ
ທີ8/3/26 ຈະລົງຮູບໃຫ້ຈັບຈ່ອງກັນເດີ
ທັກຫາໄດ້ເດີ ທີ່ເບີ 02055258999.

23/02/2026

Watching silk threads come to life on the loom today ✨
Every line woven by hand, every pattern carrying a story.
Slow work, but full of heart 💛🧵

21/02/2026

Authentic silk, Crafted by hand & Made with care

Ready to ship to my private client 🛫🛫🛫
12/02/2026

Ready to ship to my private client 🛫🛫🛫

11/02/2026

Lao pride, everywhere. 🇱🇦🇫🇷
03/02/2026

Lao pride, everywhere. 🇱🇦🇫🇷

Address

Dongpalan
Vientiane
16010

Opening Hours

Monday 09:00 - 17:00
Tuesday 09:00 - 17:00
Wednesday 09:00 - 17:00
Thursday 09:00 - 17:00
Friday 09:00 - 17:00
Saturday 09:00 - 17:00

Telephone

+8562055258999

Website

Alerts

Be the first to know and let us send you an email when Kinnaly posts news and promotions. Your email address will not be used for any other purpose, and you can unsubscribe at any time.

Contact The Business

Send a message to Kinnaly:

Share

Category