ST-Ads ການຕະຫຼາດອອນລາຍ

ST-Ads ການຕະຫຼາດອອນລາຍ ຮັບໃຫ້ຄໍາປຶກສາ, ແກ້ໄຂຍິງໂຄສະນາ, ເພີ່

08/01/2022
06/01/2022

ນົມເຫຼືອງເນເຈີເຮັດ ມີຈຳໜ່າຍແລ້ວທີ່ "ຮ້ານຂາຍຢາຈິນຕະນາ ເຂດຕະຫຼາດຫົວຂົວ" ນະຄອນຫຼວງ✅
ຂໍຂອບໃຈ ຮ້ານຂາຍຢາຈິນຕະນາທີ່ໄວ້ວາງໃຈ ເປັນຕົວແທນຈຳໜ່າຍຜະລິດຕະພັນຂອງພວກເຮົາ😊🙏
✅ສຳລັບລູກຄ້າທ່ານໃດສົນໃຈ ສາມາດຕິດຕໍ່ສັ່ງຊື້ກັບຕົວແທນຂອງພວກເຮົາສາຂາໃກ້ບ້ານທ່ານໄດ້ທົ່ວປະເທດ
-------------------
👇🏼 ທ່ານຍັງສາມາດສັ່ງຊື້ສິນຄ້າຈາກເພຈຫຼັກພວກເຮົາໄດ້
☎️ Tel & Whatsapp 020 2855 1155
ຈັດສົ່ງທົ່ວປະເທດໃຫ້ກັບລູກຄ້າ
-------------------
#ຢາກໃຫ້ທຸກທ່ານມີສຸຂະພາບທີ່ແຂງແຮງ
#ຄອບຄົວແຂງແຮງ

#ສູງໃຫຍ່ #ພູມຕ້ານທານແຂງແຮງ #ບຳລຸງສະໝອງດີ

29/12/2021

ເຮົາເຊື່ອວ່າພໍ່ແມ່ທຸກໆຄົນຕ່າງກໍ່ຫັວງໃຫ້ລູກມີສຸຂະພາບຮ່າງກາຍທີ່ແຂງແຮງ, ສຸຂະພາບຈິດໃຈທີ່ດີ ຢາກໃຫ້ລູກມີພັດທະນາການຮອບດ້ານສົມຊ່ວງໄວອາຍຸ, ເຊິ່ງສິ່ງສໍາຄັນພໍ່ແມ່ຕ້ອງສ້າງພູມຕ້ານທານໃຫ້ສຸຂະພາບຮ່າງກາຍລູກແຂງແຮງຢູ່ຕະຫຼອດເວລາ ເພາະການທີ່ລູກບໍ່ເຈັບບໍ່ປ່ວຍງ່າຍຈະຊ່ວຍໃຫ້ພວກເຂົາເຕີບໃຫຍ່ ແລະ ຮຽນຮູ້ໄດ້ຢ່າງມີປະສິດທິພາບ ເຮົາມີເທັກນິກລ້ຽງລູກໃຫ້ສຸຂະພາບແຂງແຮງ, ມີພູມຕ້ານທານດີ ມາແນະນໍາທຸກທ່ານ:
👉ການເສີມສ້າງໃຫ້ລູກເຕີບໃຫຍ່ຂຶ້ນຢ່າງສົມຊ່ວງໄວອາຍຸບໍ່ແມ່ນເລື່ອງຍາກ ແຕ່ສິ່ງສໍາຄັນຫຼັກໆແມ່ນການສົ່ງເສີມໃຫ້ຮ່າງກາຍມີພູມຕ້ານທານທີ່ດີ, ເພາະຖ້າລູກໆມີພູມຕ້ານທານທີ່ດີຈະຊ່ວຍຫຼຸດອັດຕາການເຈັບປ່ວຍລົງໄດ້ ເມື່ອລູກໆຮ່າງກາຍແຂງແຮງກໍ່ຈະເຮັດໃຫ້ພວກເຂົາສາມາດເຕີບໃຫຍ່ຂຶ້ນຢ່າງສົມຊ່ວງໄວອາຍຸ ທີ່ສໍາຄັນແມ່ນພັດທະນາການໃນທຸກດ້ານກໍ່ພັດທະນາຂຶ້ນຢ່າງສົມບູນເຕັມປະສິດທິພາບດ້ວຍ.
1. ລ້ຽງລູກດ້ວຍນົມແມ່ຕັ້ງແຕ່ເກີດ: ເພາະນົມແມ່ນັ້ນສໍາຄັນ ແມ່ໆຄວນໃຫ້ນົມລູກຕັ້ງແຕ່ເກີດຈົນເຖິງປະມານ 6 ເດືອນເປັນຢ່າງຕໍ່າ, ເພາະໃນນໍ້ານົມແມ່ມີສານອາຫານທີ່ຄົບຖ້ວນ ແລະ ມີສານພູມຕ້ານທານຂອງຮ່າງກາຍທີ່ຈະຊ່ວຍຫຼດການເຈັບປ່ວຍດ້ວຍພະຍາດຕ່າງໆໄດ້ ແລະ ຫຼັງຈາກ 6 ເດືອນກໍ່ໃຫ້ກິນອາຫານໃຫ້ຄົບ 5 ໝູ່.
2. ອາຫານຄົບ 5 ໝູ່: ການກິນອາຫານຄົບ 5 ໝູ່ໃນສັດສ່ວນທີ່ສົມດຸນ ແລະ ເໝາະສົມຕາມຊ່ວງອາຍຸຈະເຮັດໃຫ້ຮ່າງກາຍຂອງລູກໄດ້ຮັບສານອາຫານຢ່າງຄົບຖ້ວນ ເຊິ່ງສານອາຫານທີ່ເຂົ້າສູ່ຮ່າງກາຍກໍ່ເພື່ອໄປສົ່ງເສີມການຈະເລີນເຕີບໃຫຍ່ຂອງຮ່າງກາຍໃຫ້ຮ່າງກາຍແຂງແຮງສົມບູນ.
3. ການນອນຫຼັບພັກຜ່ອນໃຫ້ພຽງພໍ: ການທີ່ລູກໆໄດ້ພັກຜ່ອນນອນຫຼັບຢ່າງພຽງພໍເໝາະສົມ ໂດຍສະເພາະຊ່ວງກາງຄືນຈະສົ່ງຜົນໃຫ້ໂກຣຮໍໂມນລັ່ງອອກມາໄດ້ເຕັມທີ່ ເຊິ່ງຮໍໂມນນີ້ຈະຊ່ວຍສົ່ງເສີມໃຫ້ຮ່າງກາຍຂອງລູກຈະເລີນເຕີບໃຫຍ່ໄດ້ຢ່າງສົມໄວ ແລະ ຄວາມສໍາຄັນຂອງການນອນຫຼັບຢ່າງເຕັມທີ່ກໍ່ຄືຈະຊ່ວຍໃຫ້ລະບົບເລືອດ, ເຊວຕ່າງໆພາຍໃນຮ່າງກາຍແຂງແຮງຂຶ້ນອີກດ້ວຍ.
4. ພະຍາຍາມໃຫ້ລູກໄດ້ຮັບວັກຊີນຕ່າງໆຕາມອາຍຸ: ອາວຸດທີ່ສໍາຄັນຢ່າງໜຶ່ງຂອງການຕໍ່ສູ້ກັບເຊື້ອພະຍາດທີ່ຮ່າງກາຍໃຊ້ກໍ່ຄື ພູມຕ້ານທານ, ແຕ່ພູມຕ້ານທານຂອງລູກນັ້ນບໍ່ແມ່ນວ່າຢູ່ໆຈະຂຶ້ນມາໄດ້ເອງ ແຕ່ຈະຕ້ອງເກີດຈາກການໄດ້ຮັບເຊື້ອພະຍາດເຂົ້າສູ່ຮ່າງກາຍ ແລະ ຮ່າງກາຍພະຍາຍາມຕໍ່ສູ້ກັບເຊື້ອພະຍາດນັ້ນໆ ຖ້າຮ່າງກາຍແພ້ກໍ່ຈະເຈັບປ່ວຍ, ບໍ່ສະບາຍ ດັ່ງນັ້ນ, ການເສີມພູມຕ້ານທານໃຫ້ກັບລູກໂດຍການຮັບວັກຊີນຈະຊ່ວຍຫຼຸດໂອກາດການເກີດພາວະການຕິດເຊື້ອ ແລະ ເຈັບປ່ວຍຮຸນແຮງໄດ້ ໂດຍສາມາດເສີມພູມຕ້ານທານໃຫ້ກັບລູກໄດ້ຕັ້ງແຕ່ໃນທ້ອງຈົນເຖິງສີດວັກຊີນໃຫ້ລູກໃຫ້ຄົບຕາມເກນ ເປັນອີກໜຶ່ງວິທີທີ່ຈະຊ່ວຍໃຫ້ລູກມີພູມຕ້ານທານທີ່ແຂງແຮງ.
5. ອອກກໍາລັງກາຍຢ່າງສະໝໍ່າສະເໝີ: ນອກຈາກການນອນຫຼັບທີ່ພຽງພໍແລ້ວ ການສົ່ງເສີມໃຫ້ລູກໆໄດ້ເໜັງຕີງຮ່າງກາຍດ້ວຍການຫຼິ້ນກິລາ ຫຼື ກິດຈະກໍາທີ່ມັກ ຈະຊ່ວຍເຮັດໃຫ້ຮ່າງກາຍມີພູມຕ້ານທານທີ່ແຂງແຮງຂຶ້ນ ທີ່ບໍ່ວ່າຈະລະດູຮ້ອນ, ລະດູຝົນ ຫຼື ລະດູໜາວ ລູກໆກໍ່ຫຼຸດອັດຕາສ່ຽງການເຈັບເປັນລົງໄດ້ ລວມເຖິງຫຼຸດອາການສ່ຽງຕໍ່ການເກີດພາວະນໍ້າໜັກເກີນ ຫຼື ໂລກອ້ວນໃນເດັກໄດ້.
6. ສົ່ງເສີມໃຫ້ໄດ້ຮັບພູມຕ້ານທານຈາກທໍາມະຊາດ: ພູມຕ້ານທານຈາກທໍາມະຊາດນອກຈາກຮ່າງກາຍຈະໄດ້ຮັບຈາກນົມແມ່ ແລະ ອາຫານແລ້ວ ການສົ່ງເສີມໃຫ້ລູກໄດ້ດື່ມນົມຢ່າງຕໍ່ເນື່ອງຈາກນົມແມ່ເປັນເລື່ອງສໍາຄັນຫຼາຍ ດັ່ງນັ້ນເນາະນໍາວ່າຄວນເລືອກໃຫ້ລູກໄດ້ດື່ມນົມເສິມທີ່ມີປະໂຫຍດຂອງສານອາຫານຄົບຖ້ວນຕາມທີ່ຮ່າງກາຍຕ້ອງການທີ່ສໍາຄັນນົມທີ່ໃຫ້ລູກໆດື່ມຄວນມີສ່ວນໃນການເສີມສ້າງພູມຕ້ານທານໃຫ້ຮ່າງກາຍແຂງແຮງອີກດ້ວຍ.
ຖ້າແມ່ໆນໍ້ານົມມາໜ້ອຍກໍ່ບໍ່ຕ້ອງກັງວົນ ແລະ ຢ່າກົດດັນຕົວເອງ, ຖ້ານໍ້ານົມບໍ່ພຽງພໍສາມາດເສີມດ້ວຍນົມຜົງໃຫ້ລູກໆໄດ້ເຊັ່ນ: ນົມເຫຼືອງທີ່ມີສານອາຫານຄົບຖ້ວນ ກໍ່ຈະຊ່ວຍໃຫ້ລູກໆມີພັດທະນາການທີ່ດີ ແລະ ຮ່າງກາຍແຂງແຮງໄດ້.
✅ທັງໝົດນີ້ເປັນພຽງເທັກນິກເບື້ອງຕົ້ນສໍາລັບພໍ່ໆແມ່ໆທີ່ຈະຊ່ວຍສົ່ງເສີມໃຫ້ຮ່າງກາຍລູກມີພູມຕ້ານທານທີ່ແຂງແຮງ ຫຼຸດອັດຕາການເຈັບປ່ວຍລົງໄດ້ ເມື່ອລູກບໍ່ເຈັບບໍ່ປ່ວຍກໍ່ຈະຊ່ວຍໃຫ້ຮ່າງກາຍເຕີບໃຫຍ່, ມີພັດທະນາການຮຽນຮູ້ໄດ້ຢ່າງເຕັມສັກກະຍະພາບຮອບດ້ານ.
---------------------------------------
#ຄອບຄົວແຂງແຮງ

#ນົມເຫຼືອງ #ເນເຈີເຮັດ
#ເຕີບໃຫຍ່ #ພູມຕ້ານທານດີ #ບຳລຸງສະໝອງດີ

29/12/2021

ສະບາຍດີຕອນເຊົ້າທຸກທ່ານ ມາຊ່ວຍແອັດຕື່ມຄໍາໄປກັບນົມເຫຼືອງເນເຈີເຮັດ ມາທວາຍກັນ
ໃຜຮູ້ແລ້ວ.. ຕອບກັນເຂົ້າມາເລີຍ​🤔

#ຄອບຄົວແຂງແຮງ
#ນົມເຫຼຶອງNaturH
#ໃຫຍ່ສູງ #ພູມຕ້ານທານແຂງແຮງ #ບຳລຸງສະໝອງດີ

27/12/2021

👉ເບົາຫວານ (Diabetes) ເປັນພາວະທີ່ລະດັບນໍ້າຕານໃນເລືອດສູງຜິດປົກກະຕິຈາກການທີ່ຮ່າງກາຍບໍ່ສາມາດຈັດການກັບລະດັບນໍ້າຕານໃນເລືອດໃຫ້ຢູ່ໃນລະດັບປົກກະຕິທີ່ເໝາະສົມໄດ້.
- ການປັບການໃຊ້ຊີວິດປະຈໍາວັນໃຫ້ມີວິໄນທາງດ້ານສຸຂະພາບມີຄວາມສໍາຄັນຕໍ່ການຄວບຄຸມເບົາຫວານໄດ້ຢ່າງດີ.
- ການເກີດພະຍາດເບົາຫວານໃນເດັກນ້ອຍ ແລະ ໄວລຸ້ນມີແນວໂນ້ມທີ່ຈະມີຄວາມສ່ຽງຕໍ່ພະຍາດແຊກຊ້ອນໄດ້ຫຼາຍກວ່າພະຍາດເບົາຫວານໃນຜູ້ໃຫຍ່ ເນື່ອງຈາກສະພາວະດ້ານອາລົມ ແລະ ການຕັດສິນໃຈທີ່ມີໂອກາດສູງເຮັດໃຫ້ຂາດວິໄນໃນການຄວບຄຸມເບົາຫວານ.
- ການກວດສຸຂະພາບເພື່ອປະເມີນຄວາມສ່ຽງຕໍ່ພະຍາດເບົາຫວານ ເປັນອີກວິທີໜຶ່ງໃນການປ້ອງກັນພະຍາດ
- ເປັນຫັຍງເດັກນ້ອຍ ແລະ ໄວລຸ້ນກໍ່ສ່ຽງຕໍ່ເບົາຫວານ?
ເບົາຫວານ (Diabetes) ເປັນພາວະທີ່ລະດັບນໍ້າຕານໃນເລືອດສູງຜິດປົກກະຕິຈາກການທີ່ຮ່າງກາຍບໍ່ສາມາດລັ່ງສານອິນຊູລິນໃນປະລິມານທີ່ພຽງພໍເພື່ອມາຈັດການກັບລະດັບນໍ້າຕານ, ສານອິນຊູລິນທີ່ຮ່າງກາຍລັ່ງມານັ້ນມີປະສິດທິພາບບໍ່ດີພໍຕໍ່ການຄວບຄຸມລະດັບນໍ້າຕານໃນເລືອດ, ທີ່ຈະສົ່ງຜົນຕໍ່ຂະບວນການເຜົາຜານ ຫຼື ຂະບວນການປ່ຽນອາຫານ ແລະ ເຄື່ອງດື່ມທີ່ບໍລິໂພກເຂົ້າໄປໃຫ້ກາຍເປັນພະລັງງານໂດຍສະເພາະນໍ້າຕານ ໂດຍຖ້າລະດັບນໍ້າຕານໃນເລືອດບໍ່ສາມາດຖືກຄວບຄຸມໃຫ້ຢູ່ໃນລະດັບປົກກະຕິຈະສົ່ງຜົນກະທົບທີ່ສາມາດທໍາລາຍຫົວໃຈ, ເສັ້ນເລືອດ, ຫມາກໄຂ່ຫຼັງ ແລະ ລະບົບປະສາດ ນອກຈາກນີ້ອາດເຮັດໃຫ້ສູນເສຍການເບິ່ງເຫັນໃນໄລຍະຍາວໄດ້, ເບົາຫວານມີຫຼາຍຊະນິດສາມາດເກີດຂຶ້ນໄດ້ທຸກເພດ, ທຸກຊ່ວງອາຍຸ ໂດຍສະເພາະເບົາຫວານຊະນິດ 1 ແລະ 2 ທີ່ເດັກນ້ອຍ ແລະ ໄວລຸ້ນສະໄໝໃໝ່ມີແນວໂນ້ມທີ່ຈະເປັນຫຼາຍ ເພາະເກີດຈາກພຶດຕິກໍາໃນການໃຊ້ຊີວິດທີ່ປ່ຽນໄປເຊັ່ນ: ການກິນອາຫານ Fast Food ຫຼື ກິນອາຫານທີ່ຫວານຈັດ ເປັນອາຫານປະເພດແປ້ງໃນສັດສ່ວນທີ່ສູງ ມີແຄຄໍລີສູງຕໍ່ມື້ ການເກີດໂລກອ້ວນ, ຂາດການອອກກໍາລັງກາຍຢ່າງສະໝໍ່າສະເໝີ ແລະ ເກີດຈາກກໍາມະພັນເປັນຕົ້ນ.
🔰ສາເຫດຂອງພະຍາດເບົາຫວານຊະນິດທີ 1: ສາມາດເກີດຂຶ້ນໄດ້ທຸກເພດ ທຸກໄວອາຍຸ ແລະ ພົບໄດ້ຕະຫຼອດເບົາຫວານໃນເດັກນ້ອຍ ແລະ ໄວລຸ້ນສາເຫດເກີດຈາກ ລະບົບພູມຕ້ານທານຂອງຮ່າງກາຍທໍາລາຍເຊວທີ່ຜະລິດອິນຊູລິນໃນຕັບອ່ອນ ເມື່ອເກີດສະພາວະນີ້ຮ່າງກາຍຈະບໍ່ສາມາດເຜົາຜານ ແລະ ເອົານໍ້າຕານ (Glucose) ທີ່ຢູ່ພາຍໃນກະແສເລືອດໄປໃຊ້ເປັນພະລັງງານໄດ້ຢ່າງເໝາະສົມ ລວມເຖິງບໍ່ສາມາດຂັບອອກໄດ້ເປັນປົກກະຕິຈຶ່ງເຮັດໃຫ້ເກີດສະພາວະນໍ້າຕານໃນຮ່າງກາຍຫຼາຍເກີນໄປ.
🔰ສາເຫດຂອງພະຍາດເບົາຫວານຊະນິດທີ 2: ມີໂອກາດພົບໄດ້ໃນໄວລຸ້ນສາເຫດເກີດຈາກ ຕັບອ່ອນບໍ່ສາມາດສ້າງອິນຊູລິນໄດ້ພຽງພໍ ແລະ ເຊວບໍ່ສາມາດເອົານໍ້າຕານມາໃຊ້ໃນການສ້າງພະລັງງານໄດ້ດີ, ໃນໄວລຸ້ນທີ່ມີນໍ້າໜັກໂຕເກີນ ຫຼື ເປັນໂລກອ້ວນ ແລະ ມີປະຫັວດຄອບຄົວທີ່ເຄີຍເປັນເບົາຫວານຈຶ່ງສົ່ງຜົນໃຫ້ມີຄວາມສ່ຽງຫຼາຍຂຶ້ນ, ຈະມີຄວາມສ່ຽງຫຼາຍຂຶ້ນຕື່ມເມື່ອມີອາຍຸ 40 ປີຂຶ້ນໄປ.

ເບົາຫວານໃນເດັກແຕກຕ່າງຈາກເບົາຫວານໃນຜູ້ໃຫຍ່ແນວໃດ?
- ຖ້າເກີດເບົາຫວານໃນເດັກຈະເຮັດໃຫ້ມີໂອກາດເກີດພະຍາດແຊກຊ້ອນໄດ້ຫຼາຍກ່ອນເບົາຫວານໃນຜູ້ໃຫຍ່.
- ເນື່ອງຈາກເດັກນ້ອຍ ແລະ ໄວລຸ້ນເປັນຊ່ວງທີ່ມີການຈະເລີນເຕີບໃຫຍ່ ແລະ ການປ່ຽນແປງທາງດ້ານອາລົມ ແລະ ໃຊ້ຄວາມຮູ້ສຶກຫຼາຍກວ່າອາລົມໃນການຕັດສິນໃຈ ຈຶ່ງອາດສົ່ງຜົນຕໍ່ການຄວບຄຸມການຮັກສາ ຫຼື ຄວບຄຸມອາການຂອງພະຍາດໄດ້ບໍ່ດີເທົ່າກັບຜູ້ໃຫຍ່ຈຶ່ງຕ້ອງມີຜູຸ້ປົກຄອງ ຫຼື ຍາດພີ່ນ້ອງເບິ່ງແຍງຊ່ວຍ.
✅ອາການທີ່ສັງເກດໄດ້:
- ຖ່າຍເບົາຕະຫຼອດໂດຍສະເພາະເວລາກາງຄືນ
- ດື່ມນໍ້າຫຼາຍກວ່າປົກກະຕິ ຫຼື ຢາກນໍ້າຕະຫຼອດ
- ມີຄວາມຢາກອາຫານຢູ່ຕະຫຼອດ
- ການເບິ່ງເຫັນມົວບໍ່ຊັດເຈນ ຫຼື ເກີດພາບຊ້ອນ, ບາດແຜນານເຊົາ
- ລົມຫາຍໃຈມີກິ່ນຄ້າຍຄືໝາກໄມ້ຫວານ
- ຮູ້ສຶກເມື່ອຍ ແລະ ຫງຸດຫງິດງ່າຍ
- ນໍ້າໜັກຫຼຸດລົງທັງທີ່ກິນຫຼາຍ
- ການຕິດເຊື້ອທີ່ຜິວໜັງ ເປັນບາດແຜອັກເສບງ່າຍແຕ່ນານເຊົາ ໃນຜູ້ຍິງອາດຕິດເຊື້ອໃນຊ່ອງຄອດ.
👉ສາມາດປ້ອງກັນເບົາຫວານໃນເດັກນ້ອຍ ຫຼື ໄວລຸ້ນໄດ້ຫຼືບໍ່?
ຖ້າຈະຫາວິທີທີ່ປ້ອງກັນໄດ້ແບບເຕັມຮ້ອຍເປີເຊັນ ແມ່ນຍັງບໍ່ມີການລະບຸໄດ້ຈາກວົງການແພດ ໂດຍສະເພາະພະຍາດເບົາຫວານຊະນິດທີ 1 ແລະ ທີ່ມີສາເຫດມາຈາກກໍາມະພັນ, ແຕ່ມີຫຼັກຖານການວິໄຈວ່າ ຜຸ້ທີ່ເປັນເບົາຫວານຊະນິດທີ່ 2 ສາມາດດູແລ ແລະ ປ້ອງກັນຕົວເອງໃນເບື້ອງຕົ້ນໄດ້ຈາກການປັບໃຊ້ໃນຊີວິດປະຈໍາວັນໃຫ້ມີວິໄນຫຼາຍຂຶ້ນເຊັ່ນຖ້າມີພາວະນໍ້າໜັກເກີນຕ້ອງຫຼຸດນໍ້າໜັກເພື່ອຫຼຸດຄວາມສ່ຽງ, ເລືອກກິນອາຫານທີ່ມີປະໂຫຍດ, ຫຼີກລ້ຽງການກິນອາຫານລົດຫວານຈັດ, ລົດມັນ ແລະ ອອກກໍາລັງກາຍຢ່າງສະໝໍ່າສະເໝີ.
✅ສະຫຼຸບລວມແລ້ວ: “ການປ້ອງກັນຍ່ອມດີກວ່າການຮັກສາ” ໂດຍການປັບການໃຊ້ຊີວິດປະຈໍາວັນໃຫ້ມີວິໄນດ້ານສຸຂະພາບຫຼາຍຂຶ້ນເຊັ່ນວ່າ ຖ້າມີພາວະນໍ້າໜັກເກີນໃຫ້ຫຼຸດນໍ້າໜັກລົງເພື່ອຫຼຸດຄວາມສ່ຽງ, ໃຫ້ເລືອກກິນອາຫານທີ່ມີແຄລໍລີຕໍ່າ, ຫຼີກລ້ຽງການກິນອາຫານລົດຫວານ, ມັນ, ເລືອກກິນອາຫານຕາມຫຼັກໂພຊະນາການ, ຈັດການກັບຄວາມຄຽດໄດ້ຢ່າງເໝາະສົມ, ແລະ ອອກກໍາລັງຢ່າງສະໝໍ່າສະເໝີ ຖ້າທ່ານໃດສົງໄສ ຫຼື ຕ້ອງການຮູ້ວ່າລູກຫຼານຂອງທ່ານຈະສ່ຽງຕໍ່ພະຍາດເບົາຫວານ ຫຼືບໍ່ ແມ່ນຕ້ອງໄດ້ຮັບການກວດສຸຂະພາບເພື່ອປະເມີນຄວາມສ່ຽງຂອງພະຍາດນີ້ ແລະ ປ້ອງກັນໄດ້ທັນເວລາ.
#ຢາກໃຫ້ທຸກທ່ານມີສຸຂະພາບທີ່ແຂງແຮງ
ອ້າງອີງ:
https://www.pathlab.co.th/children-and-adolescents-diabetes/

16/12/2021

ປະຕິເສດບໍ່ໄດ້ເລີຍວ່າເວລາທີ່ຄົນເຮົາບໍ່ສະບາຍ ຫຼື ຫາແນວທີ່ຈະມາບໍາລຸງຮ່າງກາຍແຂງແຮງ ມັກຈະໄປທາງການແພດ ຫຼື ຢາບໍາລຸງເປັນສ່ວນໃຫຍ່, ແຕ່ຮູ້ບໍ່ວ່າຄວາມຈິງແລ້ວເຮົາທຸກຄົນນັ້ນມີຢາວິເສດທີ່ຫາໄດ້ງ່າຍໆໃກ້ໂຕ ຈາກລູກນ້ອຍຂອງເຮົານັ້ນເອງ ເຊິ່ງຢາວິເສດນັ້ນກໍ່ຄື: “ການກອດ” ມື້ນີ້ພວກເຮົາມີ 9 ຂໍ້ດີຂອງການກອດລູກມາຝາກກັນ ທຸກທ່ານຈະໄດ້ຮູ້ເຖິງຄວາມສໍາຄັນວ່າ ການກອດລູກນັ້ນມີປະໂຫຍດຕໍ່ສຸຂະພາບກາຍ ແລະ ສຸຂະພາບໃຈຂອງທຸກທ່ານເລີຍ:
1. ແມ່ໆຈະຜະລິດນໍ້ານົມໄດ້ຫຼາຍຂຶ້ນ: ເມື່ອແມ່ໆກອດລູກດ້ວຍຄວາມຮັກ ສະໝອງຈະເກີດການລັ່ງຮໍໂມນອອກຊີໂທຊິນ (Oxytocin) ຫຼື ທີ່ຮູ້ຈັກກັນໃນຊື່ຮໍໂມນແຫ່ງຄວາມຮັກ (Love Hormone) ອອກມາຈາກຕ່ອມໃຕ້ສະໝອງສ່ວນຫຼັງ ເຊິ່ງເປັນຮໍໂມນທີ່ມີປະໂຫຍດຫຼາຍຕໍ່ກັບທັງແມ່ ແລະ ລູກ ເພາະຊ່ວຍເຮັດໃຫ້ຮ່າງກາຍຂອງແມ່ຜະລິດນໍ້ານົມໄດ້ຢ່າງມີປະສິດທິພາບ ແລະ ປະລິມານຫຼາຍຂຶ້ນ ສົ່ງຜົນໃຫ້ລູກນ້ອຍໄດ້ຮັບນໍ້ານົມພຽງພໍຕໍ່ການຈະເລີນເຕີບໂຕ ຍັງເສີມສ້າງໃຫ້ພູມຕ້ານທານຂອງລູກສົມບູນ ແຂງແຮງດີອີກດ້ວຍ.

2. ຜ່ອນຄາຍຄວາມຄຽດ: ນອກຈາກຮໍໂມນອອກຊີໂທຊິນຈະຊ່ວຍກະຕຸ້ນນໍ້ານົມແລ້ວ ຍັງເຮັດໜ້າທີ່ຕໍ່ສູ້ກັບຮໍໂມນ (Cortisol) ຫຼື ຮໍໂມນຄວາມຄຽດ ຊ່ວຍເຮັດໃຫ້ທັງແມ່ ແລະ ລູກຮູ້ສຶກຜ່ອນຄາຍ, ສະຫງົບສຸກ ລວມເຖິງຫຼັບສະບາຍຫຼາຍຂຶ້ນ ສັງເກດຈາກການທີ່ລູກຂອງຫຼາຍໆຄົນມັກອ້ອນໃຫ້ພໍ່ແມ່ກອດເວລາຈະນອນ ແລະ ລູກເອງກໍ່ສາມາດງຽບລົງໄດ້ເມື່ອຢູ່ອ້ອມກອດອຸ່ນໆຂອງແມ່ນັ້ນເອງ.

3. ກະຕຸ້ນການເຮັດວຽກຂອງປອດ ແລະ ຫົວໃຈ: ເວລາທີ່ແມ່ອຸ້ມ ຫຼື ກອດລູກເອົາໄວ້ແນບອົກ ຈະເຮັດໃຫ້ລູກໄດ້ຍິນສຽງຊີບພະຈອນຂອງເຮົາໄດ້ຢ່າງຊັດເຈນ ແລະ ສ່ວນໃຫຍ່ ລູກຈະເລີ່ມຫາຍໃຈຕາມຈັງຫວະການເຕັ້ນຂອງຫົວໃຈແມ່ໂດຍອັດຕະໂນມັດຖືເປັນການຝຶກໃຫ້ປອດ ແລະ ຫົວໃຈ ລວມເຖິງລະບົບການຫາຍໃຈຂອງລູກເປັນປົກກະຕິ ໂດຍແມ່ອາດຈະຕົບຫຼັງລູກຄ່ອຍໆເປັນຈັງຫວະຄົງທີ່ໄປນໍາກັນ.

4. ຊ່ວຍປັບອຸນຫະພູມຮ່າງກາຍໃຫ້ສົມດູນ: ຮ່າງກາຍຂອງລູກຍັງມີຜິວທີ່ອ່ອນແອ, ບອບບາງ ເຮັດໃຫ້ບໍ່ສາມາດຮັບມືກັບສະພາບອາກາດໄດ້ດີເທົ່າກັບຜູ້ໃຫຍ່ ການສໍາພັດໂຕ ຫຼື ການກອດລູກນ້ອຍຕະຫຼອດ ໂດຍສະເພາະໃນໜ້າໜາວຈຶ່ງຊ່ວຍຮັກສາຄວາມອົບອຸ່ນ ແລະ ປັບອຸນຫະພູມຮ່າງກາຍຂອງລູກນ້ອຍໃຫ້ສົມດຸນຄົງທີ່ໄດ້.

5. ເສີມສ້າງໃຫ້ພູມຕ້ານທານຮ່າງກາຍຂອງລູກແຂງແຮງ: ວ່າຕາມສາດຂອງໂຍຄະການສໍາຜັດຕົວກັນ ແລະ ກັນ ເປັນຄືການຖ່າຍເທປະຈຸໄຟຟ້າທໍາມະຊາດຈາກໂຕເຮົາສູ່ອີກຄົນໜຶ່ງ ເມື່ອໃດທີ່ເຮົາກອດລູກນ້ອຍແບບເນື້ອແນບເນື້ອ ພະລັງງານຈາກໂຕພໍ່ແມ່ຈະສົ່ງຜົນຫາຮ່າງກາຍຂອງລູກ ແນະນໍາໃຫ້ໃຊ້ຝາມືອຸ່ນໆ, ກົດລົງທີ່ບໍລິເວນໜ້າເອິກຂອງລູກນ້ອຍຄ່ອຍໆ ລະຫວ່າງການກອດ ເພາະເປັນການກະຕຸ້ນຈຸດສູນກາງຂອງຮ່າງກາຍ ຊ່ວຍຄວບຄຸມ ແລະ ຮັກສາປະລິມານຂອງເຊວເມັດເລືອດຂາວໃຫ້ສົມດຸນ ພ້ອມຕໍ່ສູ້ກັບພະຍາດທັງຫຼາຍ.

6. ເຮັດໃຫ້ລູກນ້ອຍຮູ້ສຶກອົບອຸ່ນປອດໄພ: ການກອດລູກນ້ອຍເປັນສິ່ງສໍາຄັນຢ່າງຍິ່ງ ເນື່ຶອງຈາກເປັນຊ່ວງອາຍຸທີ່ປະສາດຕາ ແລະ ຫູຍັງເຕີບໃຫຍ່ບໍ່ເຕັມທີ່ ເຮັດໃຫ້ສາມາດຮັບຄວາມຮູ້ສຶກໄດ້ຈາກການສໍາພັດພຽງເທົ່ານັ້ນ ຖ້າແມ່ມັກອຸ້ມລູກນ້ອຍມາກອດ, ມາຫອມ ແລະ ແຕະໂຕດ້ວຍຄວາມຮັກ ຄວາມຫ່ວງໃຍຢູ່ຕະຫຼອດຈະຊ່ວຍໃຫ້ລູກຮູ້ສຶກອົບອຸ່ນປອດໄພ ລວມເຖິງຫຼຸດອາການມັກແອ່ວ ມັກໃຫ້ອີກດ້ວຍ.

7. ເຮັດໃຫ້ລູກຮູ້ຈັກຄຸນຄ່າໃນຕົວເອງ: ເພາະລູກນ້ອຍມີພັດທະນາການທາງດ້ານອາລົມບໍ່ຄ່ອຍຄົງທີ່ ເຮັດໃຫ້ອາດຈະມີການເອົາແຕ່ໃຈ ຫຼື ຮຽກຮ້ອງຄວາມສົນໃຈຈາກຄົນອື່ນເປັນເລື່ອງປົກກະຕິ ການກອດລູກເອົາໄວ້ແໜ້ນໆແມ່ນໂຕຊ່ວຍທີ່ດີທີ່ສຸດ ເພາະຈະເຮັດໃຫ້ລູກຮູ້ສຶກຕົນເອງຍັງສໍາຄັນ, ຍັງເປັນທີ່ຕ້ອງການ ແລະ ຍັງໄດ້ຮັບຄວາມຮັກຈາກຄົນອື່ນ ຮັບຮອງເລີຍວ່າໂຕລູກຈະມີຄວາມໝັ້ນໃຈ, ມີຄວາມເຊື່ອໝັ້ນ ແລະ ຮູ້ຈັກຄຸນຄ່າຂອງຕົວເອງ, ຍິ່ງກອດຕະຫຼອດ ຍິ່ງຊ່ວຍຍໍ້າໃຫ້ຮູ້ວ່າ ລູກຈະຍັງມີພໍ່ ແລະ ແມ່ທີ່ຫ່ວງໃຍ, ເປັນກໍາລັງໃຈ ແລະ ພ້ອມໃຫ້ຄວາມຮັກກັບລູກຢູ່ສະເໝີ ບໍ່ວ່າຈະອອກໄປພົບເຈີກັບເລື່ອງບໍ່ດີມາເທົ່າໃດກໍ່ຕາມ.

8. ຊ່ວຍຫຼຸດອາການປວດເມື່ອຍ: ສໍາລັບພໍ່ແມ່ທີ່ມີອາການປວດເມືື່ອຍເປັນປະຈໍາ ບອກເລີຍວ່າຢາວິເສດດີໆນັ້ນຢູ່ໃກ້ໂຕໜ້ອຍດຽວ ພຽງແຕ່ເຈົ້າອູ້ມລູກນ້ອຍມາກອດ ກໍ່ຈະຮູ້ສຶກໄດ້ທັນທີເລີຍວ່າຄວາມຄຽດທີ່ສະສົມເອົາໄວ້ນັ້ນເບົາບາງລົງ ສົ່ງຜົນໃຫ້ກ້າມເນື້ອສ່ວນຕ່າງໆຮູ້ສຶກຜ່ອນຄາຍໄປນໍາ ນັ້ນເປັນເພາະວ່າຮ່າງກາຍໄດ້ຫຼັ່ງຮໍໂມນເອັນໂດຟິນ (Endorphin) ຫຼື ສານແຫ່ງຄວາມສຸກອອກມານັ້ນເອງ.

9. ເປັນການລົງໂທດທີ່ດີທີ່ສຸດ: ເມື່ອເວົ້າເຖິງເດັກນ້ອຍ ບາງຄັ້ງກໍ່ອາດຈະເຮັດຜິດໂດຍບໍ່ຮູ້ໂຕ ຫຼື ເປັນຍ້ອນຄວາມດື້ກໍ່ໄດ້ ຖ້າພໍ່ແມ່ຕ້ອງການຕັກເຕືອນ ຂໍແນະນໍາວ່າການກອດເປັນການລົງໂທດທີ່ໄດ້ຜົນດີຫຼາຍກວ່າການເອົາໄມ້ມາຕີຢ່າງແນ່ນອນ ເພາະຄວາມອົບອຸ່ນຂອງອ້ອມກອດຈະເຮັດໃຫ້ລູກຮູ້ສຶກວ່າເຂົາໄດ້ຮັບການໃຫ້ອະໄພ ບໍ່ຮູ້ສຶກຢ້ານວ່າຕ້ອງຖືກພໍ່ແມ່ຖີ້ມ ແຕ່ກໍ່ຢ່າລືມອະທິບາຍຜົນເສຍຂອງການກະທໍານັ້ນໆຂອງລູກນໍາ, ລູກໆຈະໄດ້ເຂົ້າໃຈຢ່າງແຈ່ມແຈ້ງ ແລະ ຈື່ເອົາໄວ້ເປັນບົດຮຽນບໍ່ເຮັດຜິດຊໍ້າອີກໃນອະນາຄົດ.

ອ້າງອີງ: https://baby.kapook.com/view202693.html
-----------------------------------------
#ຄອບຄົວແຂງແຮງ

#ນົມເຫຼືອງເນເຈີເຮັດ
#ສູງໃຫຍ່ #ພູມຕ້ານທານແຂງແຮງ #ບຳລຸງສະໝອງດີ

07/12/2021

🌥️ສະບາຍດີຕອນເຊົ້າທຸກທ່ານ ມາຊ່ວຍແອັດຕື່ມ....ບ່ອນຫວ່າງໃຫ້ຖືກຕ້ອງກັນ ແອັດມີຂອງຂັວນມາຝາກ ✅ແຈກ ແຈກ ຟຣີໆ ຕ້ອນຮັບເພຈໃໝ່🎁
✅ ແຈກຢາດົມສະໝຸນໄພ NaturHerb ຈຳນວນ 10 ລາງວັນ, ລາງວັນລະ 1ກ່ອງ
✅ ກະຕິກາງ່າຍໆ ພຽງແຕ່:
👉 ກົດໄລ ກົດຕິດຕາມເພຈ : ຄອບຄົວແຂງແຮງ
👉 ກົດ Like ແລະ ກົດ Share ໂພສນີ້ເປັນສາທາລະນະ
👉ແຄັບໜ້າຈໍ ແລະ ຕື່ມຄໍາຕອບທີ່ຖືກຕ້ອງລົງຄອມເມັ້ນ
--------------------------------------------
✔️ກິດຈະກໍາເຮົາແມ່ນຈະເລີ່ມແຕ່ມື້ນີ້ ຫາ ວັນທີ 15/12/2021
ແລະ ຈະປະກາດຜົນ ວັນທີ 16/12/2021 ນີ້🎉🎉
#ຝາກຕິດຕາມເພຈໃໝ່ຂອງພວກເຮົາແນ່ເດີ້ຮັບຮອງວ່າຈະມີກິດຈະກຳມ່ວນໆສາລະໜ້າຮູ້ສຸຂະພາບດີໆມາຝາກທຸກຄົນຢ່າງແນ່ນອນ!!

06/12/2021

ນົມເຫຼືອງ NaturH ແມ່ນຫັຍງ❓
✅ນົມເຫຼືອງ NaturH Colostrum ນົມເຫຼືອງທີ່ມີຄຸນນະພາບສູງ ອຸດົມໄປດ້ວຍສານອາຫານທີ່ເຂັ້ມຂຸ້ນ ນຳເຂົ້າຈາກປະເທດນິວຊີແລນ ທີ່ເປັນຍີ່ຫໍ້ຖືກຍອມຮັບຢ່າງກວ້າງຂວາງທັງໃນ ແລະ ຕ່າງປະເທດ
👉ລູກເຕ້ຍ, ລູກມັກບໍ່ສະບາຍ, ຈ່ອຍຜອມບໍ່ແຂງແຮງ ໃຫ້ຄິດຫາ NaturH Colostrum ມີຕົວແທນຈໍາໜ່າຍແລ້ວທຸກແຂວງທົ່ວປະເທດ
-------------------------------------------------------------
☎️ Tel & Whatsapp 020 2855 1155
#ຄອບຄົວແຂງແຮງ

#ນົມເຫຼືອງ #ເນເຈີເຮັດ
#ເຕີບໃຫຍ່ #ພູມຕ້ານທານດີ #ບຳລຸງສະໝອງດີ

13/11/2021

ນົມເຫຼືອງເນເຈີເຮັດ ຮອດໜ່ວຍແກ້ວຊໍາເໜືອ ແລ້ວເດີ😍
👉ນົມເຫຼືອງ NaturH ມີຈໍາໜ່າຍແລ້ວທີ່ "ບໍລິສັດພອນຈະເລີນການຢາ ເມືອງຊໍາເໜືອ ແຂວງຫົວພັນ"
ຂໍຂອບໃຈ ບໍລິສັດພອນຈະເລີນການຢາ ທີ່ໄວ້ວາງໃຈ ເປັນຕົວແທນຈຳໜ່າຍຜະລິດຕະພັນຂອງພວກເຮົາ😊
✅ສຳລັບລູກຄ້າທ່ານໃດສົນໃຈ ສາມາດຕິດຕໍ່ສັ່ງຊື້ກັບຕົວແທນຂອງພວກເຮົາສາຂາໃກ້ບ້ານທ່ານໄດ້ທົ່ວປະເທດ
-------------------
👇🏼 ທ່ານຍັງສາມາດສັ່ງຊື້ສິນຄ້າຈາກເພຈຫຼັກພວກເຮົາໄດ້
☎️ Tel & Whatsapp 020 2855 1155
ຈັດສົ່ງທົ່ວປະເທດໃຫ້ກັບລູກຄ້າ
-------------------
#ບຳລຸງສະໝອງ #ນົມເຫຼືອງ #ເພີ່ມໂພສະນາການໃຫ້ລູກຂອງທ່ານ #ນົມສູງ #ສຸຂະພາບດີ #ໃຫຍ່ໄວ #ແຂງແຮງ
#ນົມເຫຼືອງເນເຈີເຮັດ
#ສູງໃຫຍ່ #ພູມຕ້ານທານແຂງແຮງ #ບຳລຸງສະໝອງດີ

Address

Vientiiane
Vientiane

Website

Alerts

Be the first to know and let us send you an email when ST-Ads ການຕະຫຼາດອອນລາຍ posts news and promotions. Your email address will not be used for any other purpose, and you can unsubscribe at any time.

Share