08/09/2023
ສະພາການຄ້າ ແລະ ອຸດສາຫະກຳ ແຫ່ງຊາດລາວ (ສຄອຊ) ໃນນາມກອງເລຂາ ສະພາທີ່ປຶກສາທຸລະກິດອາຊຽນລາວ ຂໍສະເເດງຄວາມຍິນດີກັບ ທ່ານ ສຸລິໂຍ ວົງດາລາ, ຜູ້ຮ່ວມກໍ່ຕັ້ງ ແລະ ຜູ້ບໍລິຫານ ບໍລິສັດ ໂລກ້າ ບໍລິສັດໜຶ່ງດຽວຈາກ ສປປ ລາວ ທີ່ ໄດ້ຮັບລາງວັນທຸລະກິດອາຊຽນດີເດັ່ນ ປະຈຳປີ 2023 ເຊິ່ງເປັນລາງວັນລະດັບພາກພື້ນອາຊຽນ, ທີ່ໄດ້ຈັດຂຶ້ນທີ່ນະຄອນຫຼວງຈາກາຕາ, ປະເທດອິນໂດເນເຊຍ ໃນວັນທີ 4 ກັນຍາ 2023 ທີ່ຜ່ານມານີ້ ຈັດໂດຍ ສະພາທີ່ປຶກສາທຸລະກິດອາຊຽຍ ອິນໂດເນເຊຍ ແລະ ໃນນາມສະພາການຄ້າ ແລະ ອຸດສາຫະກຳ ແຫ່ງຊາດ ອິນໂດເນເຊຍ, ບໍລິສັດໂລກາແມ່ນສະຕາດອັບສັນຊາດລາວໄດ້ຄວ້າລາງວັນທຸລະກິດອາຊຽນດີເດັ່ນ 2023 ໃນໝວດ “ບໍລິສັດທີ່ໃຫ້ປະສົບການການໃຊ້ງານທີ່ດີທີ່ສຸດແກ່ລູກຄ້າ” The Best Customer Experience ເຊິ່ງກໍຖືເປັນລາງວັນທີ່ສ້າງຄວາມພູມໃຈໃຫ້ກັບປະເທດລາວ. ການຮັບລາງວັນດັ່ງກ່າວບໍ່ແມ່ນພຽງແຕ່ຊີ້ໃຫ້ເຫັນເຖິງຄວາມຕັ້ງໃຈຂອງ LOCA ໃນການສ້າງບົດບາດໃໝ່ໃຫ້ກັບການເດີນທາງ ແລະ ປະສົບການການຈ່າຍເງິນໃຫ້ນັກທ່ອງທ່ຽວເທົ່ານັ້ນ ແຕ່ທັງຍັງເປັນການຍົກລະດັບການຮັບຮູ້ທົ່ວໂລກກ່ຽວກັບນະວັດຕະກໍາຂອງຄົນລາວໃຫ້ຫຼາຍຂຶ້ນອີກດ້ວຍ.
ຍຸກໃໝ່ຂອງການສ້າງນະວັດຕະກຳ
ລາງວັນທຸລະກິດອາຊຽນດີເດັ່ນ 2023 ທີ່ມອບໃຫ້ LOCA ນັ້ນມີຄວາມໝາຍຄວາມສໍາຄັນໃນດ້ານການປະດິດສ້າງ ແລະ ການດຳເນີນທຸລະກິດແບບຍືນຍົງ. ໃນຄວາມສໍາເລັດນີ້, ນອກເໜືອຈາກການຮັບລາງວັນຢ່າງຊົງກຽດແລ້ວ, ນີ້ຍັງສະແດງໃຫ້ເຫັນເຖິງຄວາມມຸ່ງຫມັ້ນທີ່ບໍ່ປ່ຽນແປງຂອງ LOCA ຕະຫຼອດ 5ປີທີ່ໄດ້ສ້າງທິດທາງໃໝ່ໃຫ້ກັບການເດີນທາງ ແລະ ປະສົບການການຈ່າຍເງິນນັກທ່ອງທ່ຽວອີກດ້ວຍ. ນີ້ຖືເປັນຄັ້ງທີ່ສອງຂອງ LOCA ທີ່ໄດ້ຮັບລາງວັນຈາກ ASEAN Business Award ທີ່ທາງບໍລິສັດເຄີຍໄດ້ຮັບມາແລ້ວໃນປີ 2019 ໃນສາຂານະວັດຕະກຳ ຫຼື Innovation ນັ້ນເອງ.
ທ່ານ ສຸລິໂຍ ວົງດາລາ, ຜູ້ຮ່ວມກໍ່ຕັ້ງ ແລະ CEO ຂອງ LOCA, ໄດ້ໃຫ້ຄຳເຫັນວ່າ: “ການຮັບລາງວັນຄັ້ງນີ້ເປັນການຢືນຢັນເຖິງຄວາມມຸ່ງໝັ້ນຂອງ LOCA ທີ່ຈະສະໜອງປະສົບການອັນດີເລີດໃຫ້ແກ່ລູກຄ້າ, ພວກເຮົາບໍ່ພຽງແຕ່ເປັນບໍລິສັດທຸລະກິດເທົ່ານັ້ນ, ແຕ່ພວກເຮົາໄດ້ສືບຕໍ່ອຸທິດຕົນເອງເພື່ອຫັນປ່ຽນວິທີການເດີນທາງ ແລະ ການຈ່າຍເງິນຂອງນັກທ່ອງທ່ຽວໃຫ້ມີມາດຕະຖານໃໝ່ຂອງຄວາມຍືນຍົງ ແລະ ມີນະວັດຕະກໍາຢູ່ໃນນັ້ນ.”
ການເປັນຫຼາຍກວ່າລາງວັນ
ສໍາລັບ LOCA, ຄວາມສໍາເລັດຄັ້ງນີ້ແມ່ນເປັນຫຼາຍກວ່າການຍ້ອງຍໍຊົມເຊີຍ ເພາະ LOCA ໄດ້ສ້າງວຽກເຮັດງານທຳໃຫ້ກັບຜູ້ຄົນຫຼາຍກວ່າ 900 ຄົນ, ສ້າງຊີວິດການເປັນຢູ່ທີ່ດີຂຶ້ນໃຫ້ແກ່ຄອບຄົວຄົນລາວຫຼາຍຄອບຄົວ. ຍິ່ງໄປກວ່ານັ້ນ, ມີເຖິງ 250 ຄົນທີ່ເປັນຄົນຂັບໂລກ້າດີເດັ່ນ ທີ່ໄດ້ຫັນມາເປັນຍານພາຫະນະໄຟຟ້າ (EVs) ສໍາລັບການບໍລິການແທັກຊີໃນແອັບໂລກ້າ ເຊິ່ງນີ້ໄດ້ສະແດງໃຫ້ເຫັນເຖິງການອຸທິດຕົນຂອງບໍລິສັດເພື່ອສ້າງຄວາມຍືນຍົງທາງດ້ານສິ່ງແວດລ້ອມ. ລົດ EV ເຫຼົ່ານີ້ໄດ້ໃຫ້ບໍລິການແທັກຊີໃນແອັບໂລກ້າແລະໄດ້ສົ່ງລູກຄ້າທັງໝົດລວມ 1,000,000 ກິໂລແມັດ ເປັນຈຸດເລີ່ມຕົ້ນຂອງເສັ້ນທາງໄປສູ່ການສ້າງລະບົບນິເວດການເດີນທາງທີ່ເປັນສີຂຽວ, ມີຄວາມຮັບຜິດຊອບຕໍ່ສັງຄົມ ແລະ ສິ່ງແວດລ້ອມຫຼາຍຂຶ້ນ.
English below:
Lao National Chamber of Commerce and Industry (LNCCI) on behalf of Secretariat of the ASEAN Business Advisory Council Lao PDR (ASEAN-BAC Laos) congratulation to Mr. Souliyo VONGDALA, Co-Founder & CEO of LOCA Limited as the winner to the ASEAN Business Award 2023 in the ASEAN regional level, as one of representative business from the Lao PDR, which were held in Jakarta on September 4th, hosted by ASEAN Business Advisory Council Indonesia, and on behalf of Indonesian Chamber of Commerce and Industry (KADIN). The LOCA is the Laotian startup sensation, emerged victorious in the category of "The Best Customer Experience." The triumph not only underscores LOCA's dedication to redefining travel and payments but also elevates the global recognition of Laotian innovation.
A New Era of Innovation
The ASEAN Business Award 2023 bestowed upon LOCA signifies a significant milestone in the realm of innovation and sustainable business practices. This achievement, beyond a mere accolade, represents LOCA's unwavering commitment to reshaping conventional narratives in travel and payments.
Mr. SOULIYO VONGDALA, CO-FOUNDER & CEO of LOCA, expressed, "This recognition reaffirms LOCA's commitment to delivering excellence in customer experience. We are not just a company; we are a movement dedicated to transforming the way people travel and pay, setting new standards of sustainability and innovation."
More Than an Award
For LOCA, success goes beyond accolades; it's about the transformative impact on local communities. The startup has created over 900 jobs, providing essential livelihoods to Laotian families. Moreover, a notable 250 of LOCA's 850 drivers have embraced electric vehicles (EVs), illustrating the company's dedication to environmental sustainability. These EVs have collectively served over 1,000,000 kilometers to customers, forging a path toward a greener and more responsible travel ecosystem.