20/08/2026
ພິທີມອບ-ຮັບ ແລະ ເປີດນຳໃຊ້ເສັ້ນທາງ ເລກທີ 4502 ທາງປູຢາງ 2 ຊັ້ນ ເລີ່ມແຕ່ສາມແຍກບ້ານຈຽງ, ເມືອງກາສີ ຫາ ເມືອງແມດ ແຂວງວຽງຈັນ.
……..…………………………………………………………………………………
ໃນຕອນເຊົ້າວັນທີ 19 ສິງຫາ 2026 ທີ່ບ້ານ ໂພນທຽງ, ເມືອງກາສີ, ແຂວງວຽງຈັນ ໂດຍໃຫ້ກຽດເຂົ້າຮ່ວມຂອງ ທ່ານ ຄໍາມອນ ສີສອນສັກ ຫົວໜ້າພະແນກໂຍທາທິການ ແລະ ຂົນສົ່ງ ແຂວງວຽງຈັນ, ທ່ານ ຮອງປະທານສະພາແຂວງວຽງຈັນ, ເລຂາພັກເມືອງກາສີ ແລະ ເມືອງແມດ ພ້ອມດ້ວຍຄະນະກໍາມະການປົກຄອງກາສີ ແລະ ເມືອງແມດ ແລະ ພາກສ່ວນອື່ນໆທີ່ກ່ຽວຂ້ອງເຂົ້າຮ່ວມ.
ໂຄງການດັ່ງກ່າວ ເປັນໂຄງການເສັ້ນທາງປູຢາງ 2 ຊັ້ນ ມີຄວາມຍາວ 61 ກິໂລແມັດ, ກວ້າງ 6 -7ແມັດ, ມີຂົວເບຕົ້ງ 3 ແຫ່ງ.
ເສັ້ນທາງດັ່ງກ່າວ ແມ່ນທາງເຊື່ອມຕໍ່ລະຫວ່າງທາງເລກທີ 13 ເໜື່ອ ໄປຫາທາງເລກທີ 11 ເມືອງຊະນະຄາມ ແລະ ມີຄວາມສໍາຄັນ ໃນການພັດທະນາເສດຖະກິດ-ສັງຄົມຂອງ ແຂວງວຽງຈັນ ກໍ່ຄືການພັດທະນາພື້ນຖານໂຄງລ່າງຂອງເມືອງແມດ, ເປັນເສັ້ນທາງເຊື່ອມໂຍມກັບອະນຸພາກພື້ນ ແລະ ສາມາດປະຍັດເວລາໃນການຈັນສອນ, ການເດີນທາງສູ່ບັນດາເມືອງອ້ອມຂ້າງສະດວກສະບາຍຫລາຍຂຶ້ນກວ່າເກົ່າ.