15/07/2026
ເມືອງຫາດຊາຍຟອງ ນະຄອນຫຼວງວຽງຈັນ ຈັດພິທີ ປ່ອຍປາ ຈຳນວນ 130,000 ໂຕ ໜື່ງແສນສາມໝື່ນໂຕ ຄືນສູ່ທຳມະຊາດ ເນື່ອງໃນໂອກາດວັນປ່ອຍປາ ແລະ ສັດນໍ້າ ແຫ່ງຊາດ
ເນື່ອງໃນໂອກາດວັນປ່ອຍປາ ແລະ ສັດນໍ້າ ແຫ່ງຊາດ 13 ກໍລະກົດ 2026, ດັ່ງນັ້ນ ຫ້ອງການກະສິກຳ ແລະ ສິ່ງແວດລ້ອມເມືອງ ໄດ້ຮ່ວມກັບອຳນາດການປົກຄອງເມືອງຫາດຊາຍຟອງ ໄດ້ຈັດພິທີປ່ອຍປາ ແລະ ສັດນ້ຳຂຶ້ນຢ່າງເປັນຂະບວນການຟົດຟື້ນ ໃນຕອນເຊົ້າວັນທີ 15 ກໍລະກົດ 2026, ໂດຍການໃຫ້ກຽດເຂົ້າຮ່ວມຂອງ ທ່ານຄຳໝູນ ຕຽງທະລາດ ກຳມະການພັກ ນະຄອນຫຼວງວຽງຈັນ, ເລຂາພັກເມືອງຫາດຊາຍຟອງ ພ້ອມດ້ວຍຄະນະນຳຂອງເມືອງ, ຫ້ອງການອ້ອມຂ້າງເມືອງ ແລະ ພາກສ່ວນຕ່າງໆ ທີ່ກ່ຽວຂ້ອງເຂົ້າຮ່ວມຢ່າງພ້ອມພຽງ
ຈັດພິທີປ່ອຍປາ ອານຸລັກສັດນ້ຳ ແລະ ສັດປ່າ ແຫ່ງຊາດ ວັນທີ 15 ກໍລະກົດ 2026 ທີ່ສວນອາຫານ ແສນຄຳ ຄ່າເຟ່, ໜອງຄຳແສນ ເມືອງຫາດຊາຍຟອງ ນະຄອນຫຼວງວຽງຈັນ
#ແສນຄຳຄ່າເຟ່senkhamcafe