Laos SME Service Center

ພິທີເຊັນບົດບັນທືກຄວາມເຂົ້າໃຈລະຫວ່າງ ສູນບໍລິການSME ແລະ ບໍລິສັດ ເຣັນສະບາຍ ຈຳກັດຜູ້ດຽວ (Rents Buy Sole Co., Ltd) ຈຸດປະສົງຂອ...
07/08/2026

ພິທີເຊັນບົດບັນທືກຄວາມເຂົ້າໃຈລະຫວ່າງ ສູນບໍລິການSME ແລະ ບໍລິສັດ ເຣັນສະບາຍ ຈຳກັດຜູ້ດຽວ (Rents Buy Sole Co., Ltd)
ຈຸດປະສົງຂອງການເຊັນບົດບັນທຶກຄວາມເຂົ້າໃຈ (MOU) ສະບັບນີ້ ແມ່ນເພື່ອກຳນົດຂອບເຂດ ແລະ ແນວທາງການຮ່ວມມືລະຫວ່າງສອງຝ່າຍໃນການສົ່ງເສີມການລົງທຶນດ້ານອະສັງຫາ, ການຊື້-ຂາຍ-ເຊົ່າ-ສໍາປະທານອະສັງຫາລິມະຊັບ, ພ້ອມທັງການແນະນຳລູກຄ້າ ແລະ ການແລກປ່ຽນຂໍ້ມູນ ເພື່ອໃຫ້ເກີດປະໂຫຍດຮ່ວມກັນ.
ພິທີດັ່ງກ່າວແມ່ນໄດ້ຈັດຂື້ນທີ່ ສະພາການຄ້າ ແລະ ອຸດສາຫະກຳ ແຫ່ງຊາດລາວ ໃນຕອນບ່າຍຂອງວັນທີ 6 ສິງຫາ 2026 ທີ່ຜ່ານມາ

ໃນວັນທີ 30 ກໍລະກົດ 2026 ສູນບໍລິການວິສາຫະກິດຂະໜາດນ້ອຍ ແລະ ກາງ, ສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ ໄດ້ຈັດສຳມະນາ ຫົວຂໍ້: ‘’...
31/07/2026

ໃນວັນທີ 30 ກໍລະກົດ 2026 ສູນບໍລິການວິສາຫະກິດຂະໜາດນ້ອຍ ແລະ ກາງ, ສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ ໄດ້ຈັດສຳມະນາ ຫົວຂໍ້: ‘’ແນວທາງການຮ່ວມມືທາງທຸລະກິດ ແລະ ການສ້າງເຄື່ອຂ່າຍ MSMEs ລະຫວ່າງ ສປປລາວ ແລະ ລາດຊະອານາຈັກໄທ’’. ໂດຍມີຈຸດປະສົງ ເພື່ອສົ່ງເສີມແລກປ່ຽນການຄ້າຂ້າມຊາຍແດນ, ການຮ່ວມມືທາງທຸລະກິດ, ການຊອກຫາຄູ່ຄ້າ, ຕະຫຼາດນຳເຂົ້າ-ສົ່ງອອກ ແລະ ຮັບຟັງກ່ຽວກັບນະໂຍບາຍການສົ່ງເສີມການລົງທຶນລາວ-ໄທ. ໂດຍມີຄະນະຜູ້ຊຽວຊານຈາກ ມະຫາວິທະຍາໄລຊຽງໃໝ່ ແລະ ຜູ້ປະກອບກິດຈະການເຂົ້າຮ່ວມ ເພື່ອແລກປ່ຽນທາງດ້ານການຄ້າການລົງທຶນ ແລະ ຮ່ວມມືກັນໃນອານາຄົດ.
ນອກນັ້ນທັງສອງຝ່າຍຍັງໄດ້ລົງນາມເຊັນສັນຍາ MOU ວ່າດ້ວຍການຮ່ວມມືຈັບຄູ່ທາງທຸລະກິດ, ອຳນວຍຄວາມສະດວກ ແລະ ການເຊື່ອມໂຍງການຄ້າຊາຍແດນ
ພາຍໃຕ້ໂຄງການວິໄຈ MLC-MSME Recovery Network Post COVID-19

ສູນບໍລິການ  SME , ສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ, ຂໍຖືເປັນກຽດຮຽນເຊີນທ່ານ ເຂົ້າຮ່ວມຝຶກອົບຮົມພາຍໃຕ້ຫົວຂໍ້: “ການເສີມສ້າ...
17/07/2026

ສູນບໍລິການ SME , ສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ, ຂໍຖືເປັນກຽດຮຽນເຊີນທ່ານ ເຂົ້າຮ່ວມຝຶກອົບຮົມພາຍໃຕ້ຫົວຂໍ້: “ການເສີມສ້າງຂີດຄວາມສາມາດ ອາຊຽນ (ລາວ) - ຈີນ. ໃນການສົ່ງອອກຂອງວິສາຫະກິດຂະໜາດນ້ອຍ ແລະ ກາງ (SMEs) ໂດຍຜ່ານສັນຍາການຄ້າເສລີ ອາຊຽນ-ຈີນ ເວີຊັ່ນ 3.0 (FTA 3.0)”
ໃນວັນທີ 18 ສິງຫາ 2026
ທີ່ສະພາການຄ້າ ແລະ ອຸດສາຫະກໍາແຫ່ງຊາດລາວ

ໃນລະຫວ່າງວັນທີ 01-03 ກໍລະກົດ 2026 ທີ່ຜ່ານມາ, ສູນບໍລິການ SME, ສຄອຊ ໄດ້ນຳພາຄະນະຜູ້ປະກອບກິດຈະການຈາກ ສປປ ລາວ ເຂົ້າຮ່ວມສຳມະນາ...
07/07/2026

ໃນລະຫວ່າງວັນທີ 01-03 ກໍລະກົດ 2026 ທີ່ຜ່ານມາ, ສູນບໍລິການ SME, ສຄອຊ ໄດ້ນຳພາຄະນະຜູ້ປະກອບກິດຈະການຈາກ ສປປ ລາວ ເຂົ້າຮ່ວມສຳມະນາ ແລະ ເຂົ້າຮ່ວມງານ “Thai Water Expo 2026 ແລະ Mobillity Tech Asia 2026 “ ທີ່ ສູນປະຊຸມແຫ່ງຊາດ ສິຣິກິດ, ບາງກອກ, ປະເທດໄທ. ພາຍໃນງານ ໄດ້ມີການວາງສະແດງສິນຄ້າກ່ຽວກັບ ນະວັດຕະກຳ ແລະ ເທັກໂນໂລຊີ, ດ້ານການບໍລິຫານຈັດການນ້ຳ, ອຸປະກອນການຜະລິດຕ່າງໆ ແລະ ລົດໄຟຟ້າ EV ທີ່ທັນສະໄໝ ເປັນມິດຕໍ່ສິ່ງແວດລ້ອມ.

ໃນຕອນເຊົ້າຂອງວັນທີ 7/7/2026 ທີ່ສະພາການຄ້າ ແລະ ອຸດສາຫະກຳ ແຫ່ງຊາດລາວ ໄດ້ມີການສຳມະນາໃນຫົວຂໍ້ ”ການນໍາໃຊ້ນໍ້າຢາຂ້າເຊື້ອພະຍາດໃ...
07/07/2026

ໃນຕອນເຊົ້າຂອງວັນທີ 7/7/2026 ທີ່ສະພາການຄ້າ ແລະ ອຸດສາຫະກຳ ແຫ່ງຊາດລາວ ໄດ້ມີການສຳມະນາໃນຫົວຂໍ້ ”ການນໍາໃຊ້ນໍ້າຢາຂ້າເຊື້ອພະຍາດໃນຟາມສັດລ້ຽງ ແລະ ໂຮງງານຂ້າສັດ
ໃຫ້ກຽດເປັນປະທາຮ່ວມໂດຍ:
ທ່ານ ພຸດທະສອນ ພົມວິໃສ ຮອງເລຂາທິການ, ຫົວໜ້າສູນບໍລິການ SME, ສຄອຊ
ທ່ານ ຄໍາອ້ວນ ຄໍາພູແກ້ວ ຮອງປະທານ ສະມາຄົມທຸລະກິດກະສິກໍາລາວ ຜູ້ປະຈໍາການ
ແລະ ພາກທຸລະກິດ, ສະມາຄົມລວມທັງພະນັກງານ ສຄອຊ, ແຂກຜູ້ເຂົ້າຮ່ວມທັງໝົດ ປະມານ 40ທ່ານ
ຈຸດປະສົງ: ເພື່ອສ້າງຄວາມເຂັ້ມແຂງໃຫ້ແກ່ສະມາຊິກໃນຂະແໜງການລ້ຽງສັດ ເພື່ອໃຫ້ມີຄວາມຮູ້ ຄວາມເຂົ້າໃຈຫຼາຍຂື້ນຕໍ່ກັບບັນຫາທີ່ເກີດຂື້ນກັບສັດລ້ຽງ ແລະ ວິທີການປ້ອງກັນແບບມືອາຊີບ ແລະ ໄດ້ມາດຕະຖານສາກົນ ອິກດ້ວຍ.

ສະໜັບສະໜູນດ້ານວິຊາການ ແລະ ບັນຍາຍໂດຍ Calvatis Asia Pacific

www.calvatis.com

ໃນຕອນບ່າຍຂອງວັນທີ 29 ມິຖຸນາ 2026 ທີ່ຜ່ານມາ, ໄດ້ມີພິທີເຊັນສັນຍາສະໜອງທຶນ ລະຫວ່າງ ກອງທຶນສົ່ງເສີມ ຈຸນລະວິສາຫະກິດ, ວິສາຫະກິດຂ...
30/06/2026

ໃນຕອນບ່າຍຂອງວັນທີ 29 ມິຖຸນາ 2026 ທີ່ຜ່ານມາ, ໄດ້ມີພິທີເຊັນສັນຍາສະໜອງທຶນ ລະຫວ່າງ ກອງທຶນສົ່ງເສີມ ຈຸນລະວິສາຫະກິດ, ວິສາຫະກິດຂະໜາດນ້ອຍ ແລະ ກາງ (ທສວ) ແລະ ສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ (ສຄອຊ) ພາຍໃຕ້ຊື່ “ກອງທຶນນາງຟ້າ ພາຍໃຕ້ບ້ວງເງິນສະສົມຂອງ ທສວ ປະຈຳປີ 2026”.
ໃຫ້ກຽດຮ່ວມລົງນາມໂດຍ:
- ທ່ານ ນາງ ມະນີວອນ ວົງໄຊ, ຫົວໜ້າກົມສົ່ງເສີມ ຈນກ, ທັງເປັນຜູ້ອຳນວຍການ ທສວ.
- ທ່ານ ດາວວອນ ພະຈັນທະວົງ, ຮອງປະທານ ສຄອຊ.

ໃຫ້ກຽດເປັນສັກຂີພະຍານໃນພິທີໂດຍ:
ທ່ານ ພຸດທະວັນ ນັນທະວົງ ຮອງລັດຖະມົນຕີກະຊວງອຸດສາຫະກຳ ແລະ ການຄ້າ,
ທ່ານ ສົມຈິດ ອິນທະມິດ ທີ່ປຶກສາກິດຕິມະສັກ ສຄອຊ,
ທ່ານ ນາງ ຈັນທະຈອນ ວົງໄຊ ຮອງປະທານ ສຄອຊ ພ້ອມດ້ວຍຄະນະບໍລິຫານງານ ແລະ ແຂກຜູ້ມີກຽດເຂົ້າຮ່ວມ.

ຈຸດປະສົງຫຼັກຂອງການສະໜອງທຶນ(ໄລຍະ 5 ປີ) ໃນຄັ້ງນີ້ແມ່ນເພື່ອ:
- ເພີ່ມທຶນຄ້ຳປະກັນສິນເຊື່ອ: ຊ່ວຍເຫຼືອ ຈນກ ທີ່ບໍ່ມີຫຼັກຊັບ ຫຼື ມີຫຼັກຊັບຄ້ຳປະກັນບໍ່ພຽງພໍ ແຕ່ຕ້ອງການຂໍສິນເຊື່ອຈາກທະນາຄານທຸລະກິດ (ປະຕິບັດຕາມລະບຽບກອງທຶນນາງຟ້າ).
- ສ້າງຄວາມເຂັ້ມແຂງ: ສົ່ງເສີມດ້ານວິຊາການໃຫ້ແກ່ ຈຸນລະວິສາຫະກິດ ແລະ ສຄອຊ.

ເຊີ່ງ ທສວ ໄດ້ສະໜອງທຶນໃຫ້ແກ່ ກອງທຶນນາງຟ້າ ຂອງ ສຄອຊ ເປັນມູນຄ່າສູງເຖິງ 5,000 ລ້ານກີບ (ໄລຍະເວລາ 05 ປີ). ຜົນງານທີ່ຜ່ານມາ (2020-2025): ທສວ ໄດ້ສະໜອງທຶນບ້ວງເງິນສະສົມໃຫ້ ສຄອຊ ຈຳນວນ 500 ລ້ານກີບ ຊຶ່ງສາມາດຊ່ວຍເຫຼືອຈຸນລະວິສາຫະກິດໃນຂະແໜງກະສິກຳ ຢູ່ ນະຄອນຫຼວງວຽງຈັນ ແລະ ແຂວງວຽງຈັນ ໄດ້ຈຳນວນ 5 ຫົວໜ່ວຍ ໃຫ້ສາມາດເຂົ້າເຖິງທຶນ ແລະ ຂະຫຍາຍການຜະລິດໄດ້ຢ່າງມີປະສິດທິຜົນ.

ການລົງນາມໃນຄັ້ງນີ້ ຖືເປັນກ້າວກະໂດດຄັ້ງສຳຄັນ ທີ່ຈະຊ່ວຍປົດລັອກຂໍ້ຈຳກັດດ້ານທຶນຮອນ ແລະ ສ້າງຄວາມເຂັ້ມແຂງໃຫ້ແກ່ຈຸນລະວິສາຫະກິດລາວ ໃຫ້ສາມາດເຕີບໂຕໄດ້ຢ່າງຍືນຍົງ!

#ສຄອຊ #ທສວ #ກອງທຶນນາງຟ້າ #ກອງທຶນສົ່ງເສີມMSME #ກະຊວງອຸດສາຫະກຳແລະການຄ້າ #ພັດທະນາເສດຖະກິດລາວ
#ສບວ #ສູນບໍລິການSME

ໃນລະຫວ່າງວັນທີ 24-26 ມີຖຸນາ 2026 ທີ່ຜ່ານມາ, ສູນບໍລິການ SME, ສຄອຊ ໄດ້ນຳພາຄະນະຜູ້ປະກອບກິດຈະການຈາກ ສປປ ລາວ ເຂົ້າຮ່ວມຝຶກອົບຮ...
29/06/2026

ໃນລະຫວ່າງວັນທີ 24-26 ມີຖຸນາ 2026 ທີ່ຜ່ານມາ, ສູນບໍລິການ SME, ສຄອຊ ໄດ້ນຳພາຄະນະຜູ້ປະກອບກິດຈະການຈາກ ສປປ ລາວ ເຂົ້າຮ່ວມຝຶກອົບຮົມ ແລະ ສຳມະນາພາຍໃນງານ “Cosmoprof CBE ASEAN Bangkok 2026” ທີ່ ສູນປະຊຸມແຫ່ງຊາດ ສິຣິກິດ, ບາງກອກ, ປະເທດໄທ, ພາຍໃນງານ ໄດ້ມີການວາງສະແດງສິນຄ້າກ່ຽວກັບຜະລິດຕະພັນບຳລຸງຜິວ ແລະ ເຄື່ອງສຳອາງ ທັງເປັນຜະລິດຕະພັນສຳເລັດຮູບ ແລະ ບໍລິສັດຜະລິດເຄື່ອງສຳອາງ ແລະ ການຫຸ້ມຫໍ່ສິນຄ້າ ຈາກຫຼາກຫຼາຍປະເທດເຂົ້າຮ່ວມ

ສູນບໍລິການ SME ຮ່ວມກັບ ບໍລິສັດ XM Technovator ຈະໄດ້ມີການຈັດຝຶກອົບຮົມໃນຫົວຂໍ້ "ການໃຊ້ປັນຍາປະດິດ (AI) ເຂົ້າໃນວຽກງານການຕະຫຼ...
19/06/2026

ສູນບໍລິການ SME ຮ່ວມກັບ ບໍລິສັດ XM Technovator ຈະໄດ້ມີການຈັດຝຶກອົບຮົມໃນຫົວຂໍ້ "ການໃຊ້ປັນຍາປະດິດ (AI) ເຂົ້າໃນວຽກງານການຕະຫຼາດ - AI for Market Training”

📆 ວັນທີ່ 30 ມິຖຸນາ 2026 ນີ້
⏰ ເວລາ 9:00-11:30ໂມງ
📍 ສະຖານທີ່: ຫ້ອງປະຊຸມກາງ ສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ
‼️‼️ ຮັບຈຳນວນຈຳກັດ 50ທ່ານເທົ່ານັ້ນ!

ຖ້າໃຜສົນໃຈສາມາດລົງທະບຽນໄດ້ຕັ້ງແຕ່ມື້ນີ້ເປັນຕົ້ນໄປ ທີ່
https://forms.gle/9C6HHQioCFNfmxSm9

ໃນລະຫວ່າງ ວັນທີ 10-12 ມິຖຸນາ 2026, ສູນບໍລິການ ວິສາຫະກິດຂະໜາດນ້ອຍ ແລະ ກາງ, ສະພາການຄ້າ ແລະ ອຸດສາຫະກຳ ແຫ່ງຊາດລາວ (ສຄອຊ) ໄດ້...
12/06/2026

ໃນລະຫວ່າງ ວັນທີ 10-12 ມິຖຸນາ 2026, ສູນບໍລິການ ວິສາຫະກິດຂະໜາດນ້ອຍ ແລະ ກາງ, ສະພາການຄ້າ ແລະ ອຸດສາຫະກຳ ແຫ່ງຊາດລາວ (ສຄອຊ) ໄດ້ນຳພາຄະນະຜູ້ປະກອບກິດຈະການ ທີ່ມາຈາກ ສປປ ລາວ ເດີນທາງໄປເຂົ້າຮ່ວມງານສໍາມະນາ ແລະ ພົບປະຜູ້ປະກອບການທັງພາຍໃນ ແລະ ຕ່າງປະເທດ ເພື່ອຫາຄູ່ຄ້າທາງດ້ານທຸລະກິດ ແລະ ເຂົ້າເຖິງນະວັດຕະກຳໃຫມ່ໆ ເພື່ອນຳມາປັບໃຊ້ເຂົ້າກັບທຸລະກິດຂອງຕົນພ້ອມພັດທະນາໃຫ້ດີຂື້ນເລື່ອຍໆ.​ ‘’ໃນງານວາງສະແດງສິນຄ້າອຸດສາຫະກຳ ແລະ ເຕັກໂນໂລຢີດ້ານຂະບວນການຜະລິດ,​ ການແປຮູບ ແລະ ການບັນຈຸພັນແຫ່ງພູມີພາກອາຊຽນ ຄັ້ງທີ 33 ProPak Asia 2026‘’ ທີ່ ອິມແພັກ ເມືອງທອງທານີ, ປະເທດໄທ​.

Address

Vientiane

Opening Hours

Monday 09:00 - 17:00
Tuesday 09:00 - 17:00
Wednesday 09:00 - 17:00
Thursday 09:00 - 17:00
Friday 09:00 - 17:00

Telephone

021416266

Alerts

Be the first to know and let us send you an email when Laos SME Service Center posts news and promotions. Your email address will not be used for any other purpose, and you can unsubscribe at any time.

Contact The Business

Send a message to Laos SME Service Center:

Shortcuts

Share