Invest Lao Consulting

Invest Lao Consulting , Market and Financial Access, Smart Tax Planning, Free Zone. online translation and interpretation freelance basis

Wealth & Assets Management, Industrial Estates, Investment Fund, Special Economic Zone.
-English-Lao-Japanese-Chinese

15/08/2026

21 ເຂດເສດຖະກິດພິເສດ ດຶງດູດ 2,041 ບໍລິສັດ ທຶນຈົດທະບຽນ 41 ຕື້ໂດລາ ສ້າງວຽກງານກວ່າ 90ພັນ ຕຳແໜ່ງ
------------
ທ່ານ ນາງພອນວັນ ອຸທະວົງ ຮອງລັດຖະມົນຕີ, ຮອງປະທານ ຄລທ ຜູ້ປະຈຳການ ໄດ້ຂຶ້ນລາຍງານຕໍ່ ກອງປະຊຸມສະຫຼຸບວຽກງານສົ່ງເສີມ ແລະ ຄຸ້ມຄອງການລົງທຶນທົ່ວປະເທດ ຄັ້ງທີ I ໃນວັນທີ 11 ສິງຫາ 2026 ທີ່ນະຄອນຫຼວງວຽງຈັນວ່າ: ໃນໄລຍະຕົ້ນຂອງການດຶງດູດການລົງທຶນ ໃນ ໄລຍະປີ 1988-1990 ສາມາດ ອະນຸມັດການລົງທຶນໄດ້ 63 ໂຄງການ ມີມູນຄ່າອະນຸມັດ 100 ລ້ານ ໂດລາສະຫະລັດ.

ຕໍ່ມາມູນຄ່າການລົງທຶນໄດ້ເພີ່ມຂຶ້ນເປັນ 696 ລ້ານໂດລາ ໃນໄລຍະ 1991-1995; ບັນລຸ 1 ຕື້ ໂດລາ ສະຫະລັດ ໃນ ໄລຍະປີ 1996-2000, 710 ລ້ານໂດລາ ໃນໄລຍະ 2001-2005; 11 ຕື້ ໂດລາ ໃນໄລຍະ 2006-2010; 7.7 ຕື້ໂດລາ ໃນໄລຍະ 2011-2015; 21 ຕື້ໂດລາ ໃນໄລຍະ 2016- 2020 ແລະ 16 ຕື້ໂດລາ ໃນໄລຍະ 2021-2025.

ການລົງທຶນຂອງເອກະຊົນພາຍໃນ ແລະ ຕ່າງປະເທດ ສ່ວນໃຫຍ່ ໄດ້ສຸມໃສ່ທ່າແຮງຊັບພະຍາກອນ ທໍາມະຊາດເປັນຕົ້ນ ຂະແຫນງພະລັງງານໄຟຟ້າ, ບໍ່ແຮ່ ແລະ ກະສິກໍາ.

ສໍາລັບ ຂະແຫນງ ອຸດສາຫະກໍາກໍ່ໄດ້ ຄ່ອຍໆເກີດມີຫນໍ່ແຫນງ ແລະ ພື້ນຖານການຜະລິດຈໍານວນຫນຶ່ງທີ່ສາມາດຕອບສະຫນອງ ໃຫ້ສັງຄົມ ໃນລະ ດັບດີພໍສົມຄວນ, ມີການຈ້າງງານສູງ ແລະ ມີການ ນໍາໃຊ້ເຕັກໂນໂລຊີເຂົ້າໃນການຜະລິດ ເພີ່ມຂຶ້ນເປັນຕົ້ນ ແມ່ນ: ການຜະລິດຊີມັງ, ເຫລັກເສັ້ນ, ເຫລັກຮູບປະພັນ, ຜະລິດຕະພັນທໍ່, ການຜະລິດແຜ່ນແພ, ຕັດຫຍິບ, ການປຸງແຕ່ງໄມ້, ຝຸ່ນຊີວະພາບ, ອາຫານ ແລະ ເຄື່ອງດື່ມ, ໂຮງງານປຸງແຕ່ງແຮ່ທາດ ແລະ ໂຮງງານແປຮູບ ຕ່າງໆ.

ສໍາລັບຂະແຫນງບໍລິການກໍ່ໄດ້ມີການຂະຫຍາຍຕົວຢ່າງເປັນຮູບປະທໍາ ເປັນຕົ້ນ ການຂົນສົ່ງ-ໂລຈິດສະ ຕິກ, ໂທລະຄົມ, ການບໍລິການດ້ານການເງິນ ແລະ ການທ່ອງທ່ຽວ. ພ້ອມນັ້ນ, ພາກລັດ ແລະ ເອກະຊົນ ໄດ້

ພ້ອມດຽວກັນນັ້ນ, ລັດຖະບານໄດ້ມີນະໂຍບາຍໃນການສ້າງຕັ້ງເຂດເສດຖະກິດພິເສດ ເພື່ອຊຸກຍູ້ໃຫ້ ແກ່ການຫັນເປັນອຸດສາຫະກໍາ ແລະ ທັນສະໄຫມ, ການຜະລິດທີເປັນຕ່ອງໂສ້ ແລະ ການສ້າງເມືອງໃຫມ່ ເຊິ່ງ ມາຮອດປະຈຸບັນໄດ້ອະນຸມັດ 21 ເຂດ ໃນທົ່ວປະເທດ ໄດ້ດຶງດູດເອົາ 2,041 ບໍລິສັດ ເຂົ້າມາລົງທຶນ, ມີທຶນ ຈົດທະບຽນປະມານ 41 ຕື້ກວ່າໂດລາສະຫະລັດ ແລະ ແຜນການລົງທຶນ 86 ຕື້ກວ່າໂດລາສະຫະລັດ.

ນອກ ຈາກນັ້ນ, ຍັງມີຫົວຫນ່ວຍທຸລະກິດຂະ ຫນາດຫນ້ອຍ-ກາງ ເຂົ້າມາລົງທຶນໃນຂະແຫນງການຄ້າ, ການບໍລິການ ເຖິງ 3,996 ຫ້າງຮ້ານ, ໄດ້ຊຸກຍູ້ການ ສ້າງວຽກເຮັດງານທໍາ ກວ່າ90ພັນຄົນ.

--------------
ທ່ານສາມາດຕິດຕາມຂໍ້ມູນ-ຂ່າວສານອື່ນໆໄດ້ອີກທີ່ເວັບໄຊ: https://laoedaily.com.la/
ຫຼື ກົດຕິດຕາມຮັບຊົມໄດ້ກ່ອນໃຜທີ່: https://www.youtube.com/
ຕິກຕັອກ: https://www.tiktok.com/
#ຂ່າວເສດຖະກິດການຄ້າ
#ເສດຖະກິດການຄ້າ

13/08/2026
13/08/2026

ຄະນະກຳມະການສົ່ງເສີມ ເເລະ ຄຸ້ມຄອງການລົງທຶນ
ພ້ອມດ້ວຍພະນັກງານທັງໝົດ ຂໍສະເເດງຄວາມໄວ້ອາໄລ ຢ່າງສຸດຊຶ້ງ
ຕໍ່ການຈາກໄປຂອງ ສະຫາຍ ໄຊສົມພອນ ພົມວິຫານ
ກຳມະການກົມການເມືອງສູນກາງພັກປະຊາຊົນປະຕິວັດລາວ
ປະທານສະພາເເຫ່ງຊາດ ເເຫ່ງ ສປປ ລາວ
ລວມອາຍຸ 70 ປີ (12 ທັນວາ 1956 - 08 ສິງຫາ 2026)
-------------------------------------------------------------------

30/05/2026

ລາວ-ຫວຽດນາມ ຕົກລົງຮ່ວມມືລົງທຶນກໍ່ສ້າງທາງລົດໄຟ ເຊື່ອມຕໍ່ແຕ່ທ່າເຮືອ ຫວຸ້ງອ່າງ ສສ ຫວຽດນາມ ຫາ ເມືອງທ່າແຂກ ແຂວງຄໍາມ່ວນ

ວັນທີ 29 ພຶດສະພາ 2026 ທີ່ກະຊວງກໍ່ສ້າງ, ນະຄອນຫລວງຮ່າໂນ້ຍ ສສ ຫວຽດນາມ ກອງປະຊຸມພົບປະສອງຝ່າຍ ລະຫວ່າງ ກະຊວງໂຍທາທິການ ແລະ ຂົນສົ່ງ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ແລະ ກະຊວງກໍ່ສ້າງ ແຫ່ງ ສາທາລະນະລັດ ສັງຄົມນິຍົມ ຫວຽດນາມ. ໂດຍການເຂົ້າຮ່ວມເປັນປະທານ ຂອງທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີ ກະຊວງໂຍທາທິການ ແລະ ຂົນສົ່ງ ແລະ ທ່ານ ເຈີນ ຫົງ ມິງ ລັດຖະມົນຕີ ກະຊວງກໍ່ສ້າງ ສສ ຫວຽດນາມ ແລະ ພາກສ່ວນທີ່ກຽວຂ້ອງທັງສອງຝ່າຍເຂົ້າຮ່ວມ.

ກອງປະຊຸມພົບປະສອງຝ່າຍໃນຄັ້ງນີ້, ສອງຝ່າຍໄດ້ປຶກສາຫາລື ຮ່ວມກັນສະຫຼຸບຕີລາຄາ ບັນດາໜ້າວຽກທີ່ໄດ້ມີການຕົກລົງຮ່ວມມືກັນໃນໄລຍະທີ່ຜ່ານມາ ແລະ ໄດ້ມີຄວາມເຫັນເປັນເອກະພາບກັນ ທີ່ຈະຕ້ອງໄດ້ຮ່ວມມືກັນຢ່າງແໜ້ນແຟ້ນ ເພື່ອຊຸກຍູ້ຈັດຕັ້ງປະຕິບັດບັນດາເນື້ອໃນຍຸດທະສາດ ໃຫ້ເປັນຮູບປະທຳ ແລະ ມີປະສິດທິຜົນເປັນຈິງໂດຍໄວ ເປັນຕົ້ນ:
- ໂຄງການກໍ່ສ້າງເສັ້ນທາງດ່ວນ ວຽງຈັນ-ຮ່າໂນ້ຍ,
- ໂຄງການເສັ້ນທາງລົດໄຟລາວ-ຫວຽດນາມ (ທ່າແຂກ-ຫວຸ້ງອ່າງ),
- ການຮ່ວມມືຮອບດ້ານ ຕາມຍຸດທະສາດ 2026-2035,
- ການຍົກລະດັບພື້ນຖານໂຄງລ່າງເສັ້ນທາງເຊື່ອມຕໍ່ລະຫວ່າງແຂວງຊາຍແດນລາວ-ຫວຽດນາມ,
- ຮ່າງຍຸດທະສາດ ວ່າດ້ວຍການຮ່ວມມືດ້ານຄົມມະນາຄົມ-ຂົນສົ່ງ ແລະ ຍົກລະດັບບຸກຄະລາກອນຂະແໜງໂຍທາທິການ ແລະ ຂົນສົ່ງ ສປປ ລາວ.

ສອງຝ່າຍເປັນເອກະພາບກັນມອບໃຫ້ ກົມແຜນການ ແລະ ການເງິນ ຂອງກະຊວງໂຍທາທິການ ແລະ ຂົນສົ່ງ ສປປ ລາວ ແລະ ກົມຮ່ວມມືສາກົນ ຂອງກະຊວງກໍ່ສ້າງ ສສຫວຽດນາມ ເປັນຈຸດປະສານງານ ຢ່າງເປັນປົກກະຕິ ເພື່ອສ້າງແຜນການແລກປ່ຽນ ແລະ ຊຸກຍູ້ການຈັດຕັ້ງຜັນຂະຫຍາຍ ບັນດາເນື້ອໃນກອງປະຊຸມ ທີ່ໄດ້ຕົກລົງເປັນເອກະພາບກັນໃນກອງປະຊຸມ.

ຕອນທ້າຍ, ໄດ້ມີພິທີລົງນາມ ບົດບັນທຶກການພົບປະລະຫວ່າງ ກະຊວງໂຍທາທິການ ແລະ ຂົນສົ່ງ ແຫ່ງ ສປປ ລາວ ແລະ ກະຊວງກໍ່ສ້າງ ແຫ່ງ ສສ ຫວຽດນາມ, ພິທີມອບ-ຮັບ ຂໍ້ຕົກລົງ ລະຫວ່າງ ກຸ່ມບໍລິສັດ ເດວກ້າ ແລະ ບໍລິສັດ ປີໂຕຣລ້ຽມເທຣດດິ້ງ ລາວ ມະຫາຊົນ ກ່ຽວກັບການຮ່ວມມືລົງທຶນກໍ່ສ້າງທາງລົດໄຟເຊື່ອມຕໍ່ແຕ່ທ່າເຮືອ ຫວຸ້ງອ່າງ, ສສ ຫວຽດນາມ ຫາ ຕົວເມືອງທ່າແຂກ, ສປປ ລາວ ຢ່າງຄົບຊຸດ ແລະ ພິທີມອບ-ຮັບ ບົດບັນທຶກຄວາມເຂົ້າໃຈ ວ່າດ້ວຍກນຮ່ວມມື ລະຫວ່າງ ບໍລິສັດ ທີ່ປຶກສາດ້ານເຕັກໂນໂລຊີ, ອຸປະກອນ ແລະ ກວດກາການກໍ່ສ້າງ CONINCO ແລະ ລັດວິສາຫະກິດ ວິສະວະກຳ ຄົມມະນາຄົມ LTEC.
https://laophattananews.com/253814/

#ໜັງສືພິມລາວພັດທະນາ #ຂ່າວພາຍໃນ #ທາງລົດໄຟ
_______________@_______________
ສະໜັບສະໜູນໂດຍ: Maxim
_______________@_______________
ຂ່າວອື່ນໆ >> www.laophattananews.com
Youtube: www.youtube.com/channel/UCfSwYXQ8r6NOMO_vlp7bZYw
Twitter: https://X.com/laophattana
Whatsapp: https://whatsapp.com/channel/0029Va9dcYjHFxPArwc63g17
Tiktok: https://www.tiktok.com/
ສົນໃຈລົງໂຄສະນາໂທ: 020 9999 7139
ຕິດຕໍ່ຫານັກຂ່າວໂທ: 020 2345 0088

30/05/2026

アパホテル&リゾート〈東京ベイ幕張〉内「スカイクルーズマクハリ」様にて、LGHの水素焙煎コーヒーをご提供いただいております。
ラオス産コーヒーの豊かな香りと味わいを、環境配慮型の水素焙煎でお届けします。

▼アパホテル&リゾート〈東京ベイ幕張〉
https://www.apahotel.com/resort/makuhari/

----
LGH hydrogen-roasted coffee is now served at Sky Cruise Makuhari inside APA Hotel & Resort Tokyo Bay Makuhari.
Enjoy the rich aroma and flavor of Lao coffee roasted with environmentally friendly hydrogen energy.

----
ກາເຟຄົ່ວດ້ວຍໄຮໂດຣເຈນຂອງ LGH ກຳລັງໃຫ້ບໍລິການຢູ່ Sky Cruise Makuhari ໃນ APA Hotel & Resort Tokyo Bay Makuhari
ສຳຜັດກິ່ນຫອມ ແລະ ລົດຊາດຂອງກາເຟລາວ ດ້ວຍການຄົ່ວທີ່ເປັນມິດຕໍ່ສິ່ງແວດລ້ອມ

#水素焙煎コーヒー #ラオスコーヒー #アパホテル #スカイクルーズマクハリ #ກາເຟລາວ #ກາເຟຄົ່ວດ້ວຍໄຮໂດຣເຈນ #ພະລັງງານສະອາດ

26/05/2026

Lao coffee, tea exports generate over US$200 million

Coffee and tea have firmly established themselves as strategic cash crops for Laos, generating immense export revenue and providing jobs for over 310,000 households nationwide.
​Data released by the Department of Agriculture reveal that in 2025 alone, coffee exports surpassed US$200 million, while dried tea exports brought in approximately US$2 million. (Read more below⬇️⬇️)

Address

Vientiane Capital& Pakse Office
Vientiane

Website

Alerts

Be the first to know and let us send you an email when Invest Lao Consulting posts news and promotions. Your email address will not be used for any other purpose, and you can unsubscribe at any time.

Shortcuts

Share