09/01/2026
📍ໃນວັນທີ 8 ທັນວາ 2025, ທີມງານ ອີແອສແອລ ແລະ ອົງການຊ່ວຍເຫຼືອເດັກ ປະຈຳ ສປປ ລາວ ໄດ້ຈັດກອງປະຊຸມ ເພື່ອສະເໜີຮ່າງຄູ່ມືແນະນຳ ລະດັບຊຸມຊົນເພື່ອສ້າງແຜນປັບຕົວດ້ານສຸຂະພາບ ແລະ ຄວາມທົນທານຕໍ່ການປ່ຽນແປງດິນຟ້າອາກາດ ທີ່ແຂວງອຸດົມໄຊ. ໂດຍເປັນກຽດຈາກທ່ານຮອງຫົວໜ້າ ພະແນກສາທາລະນະສຸກ ແຂວງອຸດົມໄຊ ແລະ ທ່ານທີ່ປຶກສາດ້ານລະບົບສຸຂະພາບ ຂອງອົງການຊ່ວຍເຫຼືອເດັກສາກົນປະຈຳລາວເປັນປະທານ ໃນກອງປະຊຸມຄັ້ງນີ້.
🎯ກອງປະຊຸມມີຈຸດປະສົງຫຼັກ ເພື່ອຄົ້ນຄວ້າ, ປຶກສາຫາລື ແລະ ປະກອບຄຳເຫັນໃສ່ ຮ່າງຄູ່ມື ດັ່ງກ່າວ ໃຫ້ມີເນື້ອໃນໜັກແໜ້ນ ແລະ ນໍາໃຊ້ໄດ້ ໃນລະດັບຊຸມຊົນທ້ອງຖິ່ນ. ພ້ອມກັນນີ້, ກໍເພື່ອສ້າງຄວາມເຂົ້າໃຈ ແລະ ຄວາມສາມາດໃຫ້ແກ່ຊຸມຊົນໃນການຮັບມືກັບຜົນກະທົບດ້ານສຸຂະພາບຈາກການປ່ຽນແປງຂອງສະພາບອາກາດ ໃນທ້ອງຖີ່ນຂອງຕົນ.
👥 ເຊິ່ງມີຜູ້ແທນເຂົ້າຮ່ວມຈາກ ບັນດາພະແນກການ, ຫ້ອງການ ແລະ ຕົວແທນຊຸມຊົນ ທີ່ຕິດພັນກັບຜົນກະທົບດ້ານສຸຂະພາບຈາກການປ່ຽນແປງຂອງສະພາບອາກາດ ໃນ 4 ແຂວງພາກເໜືອ ລວມມີ ແຂວງ ອຸດົມໄຊ, ຫຼວງພະບາງ, ຫຼວງນ້ຳທາ ແລະ ຜົ້ງສາລີ.
✨ກອງປະຊຸມນີ້ ເປັນບາດກ້າວສຳຄັນໃນການພັດທະນາເຄື່ອງມື ເພື່ອຊ່ວຍເຫຼືອຊຸມຊົນ ໃຫ້ຮູ້ໄດ້ເຖີງໄພອັນຕະລາຍ, ຜົນກະທົບ, ແລະ ວິທີຮັບມືຢ່າງທັນການ. ຊ່ວຍໃຫ້ຊຸມຊົນສາມາດວາງແຜນຮັບມືເພື່ອຫຼຸດຜ່ອນຜົນກະທົບຕໍ່ກັບຊີວິດ ແລະ ຊັບສິນ. ນອກຈາກນີ້, ຍັງເປັນການຍົກລະດັບຄຸນນະພາບຊີວິດຂອງຊຸມຊົນເປົ້າໝາຍ ໃນເຂດຫ່າງໄກສອກຫຼີກໃຫ້ດີຂຶ້ນ.
__________________________________________________________
📍On December 8, 2025, the ESL team and Save the Children Lao PDR organized a meeting to present a draft Community-Based Health and Climate Resilience Action Planning Guide for climate change adaptation in Oudomxay province. The Deputy Director of the Department of Health of Oudomxay Province and the Health Systems Advisor of Save the Children Laos chaired this meeting.
🎯The main objective of the meeting was to discuss and provide feedback on the draft guide to ensure that the draft guide is robust and applicable at the local community level. At the same time, it sought to build understanding and strengthen communities' capacity to cope with the health impacts of climate change in their local contexts.
👥 The meeting was attended by representatives from provincial departments, district offices, and local communities who are related to the health impacts of climate change in the 4 provinces, including Oudomxay, Luang Prabang, Luang Namtha, and Phongsaly.
✨ This is an important step in developing tools to help local communities be aware of hazards, impacts, and response methods promptly, and help communities plan for response to minimize impacts on their lives and property. Additionally, it enhances the quality of life for targeted communities in remote areas.