05/05/2022
ເນື່ອງໃນໂອກາດງານສະເຫຼີມສະຫຼອງວັນຊັບສິນທາງປັນຍາໂລກ 26 ເມສາ 2022 ແລະ ເພື່ອເປັນການເຜີຍແຜ່, ສົ່ງເສີມໃຫ້ປະຊາຊົນລາວຮັບຮູ້ ແລະ ເຂົ້າໃຈກ່ຽວກັບຊັບສິນທາງປັນຍາ ພ້ອມທັງເປັນການກະຕຸກຊຸກຍູ້ຫົວຄິດປະດິດສ້າງ - ຫົວຄິດປະດິດແຕ່ງ ໃນການສ້າງສັນນະວັດຕະກໍາ, ສິນລະປະກໍາ, ວັນນະກໍາ ແລະ ອື່ນໆທີ່ເປັນຜົນງານທາງດ້ານຊັບສິນທາງປັນຍາໃຫ້ຫຼາຍຂື້ນ ກົມຊັບສິນທາງປັນຍາ ກະຊວງອຸດສາຫະກໍາ ແລະ ການຄ້າ ຂໍເຊີນທຸກທ່ານຮ່ວມຫຼີ້ນກິດຈະກໍາ ສະແດງຄວາມຄິດເຫັນ ກ່ຽວກັບຫົວຂໍ້ “ ຊັບສິນທາງປັນຍາ ແລະ ໄວໜຸ່ມ ສ້າງສັນສິ່ງໃໝ່ ເພື່ອອະນາຄົດທີ່ດີກວ່າ” ເພື່ອລຸ້ນຮັບຂອງລາງວັນເປັນ ເສື້ອງາມໆ ເທ້ໆ ງ່າຍໆພຽງແຕ່ປະຕິບັດຕາມເງື່ອນໄຂດັ່ງຕໍ່ໄປນີ້:
1 ກົດ Like, Share ແລະ ກົດຕິດຕາມ, ໂພສຂອງກິດຈະກໍາພ້ອມທັງໃສ່ ແຮັດແທກ #ວັນຊັບສິນທາງປັນຍາໂລກ26ເມສາ2022 #ຊັບສິນທາງປັນຍາແລະໄວໜຸ່ມ .
2 ສະແດງຄໍາຄິດເຫັນຂອງທ່ານກ່ຽວກັບ “ຊັບສິນທາງປັນຍາ ແລະ ໄວໜຸ່ມ ສ້າງສັນສິ່ງໃໝ່ ເພື່ອອະນາຄົດທີ່ດີກວ່າ”
ທາງກົມຊັບສິນທາງປັນຍາຈະຄັດເລືອກເອົາຜູ້ໂຊກດີ ຈໍານວນ 50 ທ່ານ ເພື່ອຮັບຂອງລາງວັນຈາກພວກເຮົາ.
ອ່ານຂໍ້ມູນເພີ່ມເຕີມກ່ຽວກັບຊັບສິນທາງປັນຍາ:
https://dip.gov.la