ສະພາການຄ້າ ແລະ ອຸດສາຫະກຳ ແຫ່ງຊາດລາວ

ສະພາການຄ້າ ແລະ ອຸດສາຫະກຳ ແຫ່ງຊາດລາວ Lao National Chamber of Commerce and Industry.

Lao National Chamber of Commerce and Industry (LNCCI) is a civil society organization of business people which established by government of Lao PDR serving as a bridge between state organizations and business units.

ສຄອຊ ລົງເຮັດວຽກ ແລະ ທັດສະນະສຶກສາແລກປ່ຽນບົດຮຽນວຽກງານຄຸ້ມຄອງໄພພິບັດໃຫ້ແກ່ຄະນະກໍາມະການຄຸ້ມຄອງໄພພິບັດ ຂັ້ນແຂວງ, ຂັ້ນເມືອງ ແລ...
14/08/2026

ສຄອຊ ລົງເຮັດວຽກ ແລະ ທັດສະນະສຶກສາແລກປ່ຽນບົດຮຽນວຽກງານຄຸ້ມຄອງໄພພິບັດໃຫ້ແກ່ຄະນະກໍາມະການຄຸ້ມຄອງໄພພິບັດ ຂັ້ນແຂວງ, ຂັ້ນເມືອງ ແລະ ຂັ້ນບ້ານເປົ້າໝາຍ, ເມືອງໄຊ ແຂວງອຸດົມໄຊ.

ທ່ານ ສະເຫຼີມໄຊ ທ່ຽງທຳ, ຄະນະບໍລິຫານງານ ສະພາການຄ້າ ແລະ ອຸດສາຫະກຳ ແຫ່ງຊາດລາວ (ສຄອຊ) ພ້ອມຄະນະທີມງານວິຊາການຜູ້ປະສານງານ ສຄອຊ ແລະ ສາມຝ່າຍ ທີ່ກ່ຽວຂ້ອງ ໄດ້ລົງເຮັດວຽກ ແລະ ທັດສະນະສຶກສາແລກປ່ຽນບົດຮຽນວຽກງານ ຄຸ້ມຄອງໄພພິບັດໃຫ້ແກ່ຄະນະກໍາມະການຄຸ້ມຄອງໄພພິບັດ ຂັ້ນແຂວງ, ຂັ້ນເມືອງ ແລະ ຂັ້ນບ້ານເປົ້າໝາຍ ລະຫວ່າງວັນທີ 12 – 14 ສິງຫາ 2026, ທີ່ ເມືອງໄຊ ແຂວງອຸດົມໄຊ ໂດຍມີທາງຄະນະກົມສັງຄົມສົງເຄາະ ໃນນາມກອງເລຂາ ຄະນະກຳມະການຄຸ້ມຄອງໄພພິບັດ ຂັ້ນສູນກາງ, ກະຊວງແຮງງານ ແລະ ສະຫວັດດີການສັງຄົມ, ອົງການຈັດຕັ້ງທາງສັງຄົມລາວ, ສຄອ ແຂວງສະຫວັນນະເຂດ, ເມືອງ ແລະ ບ້ານເປົ້າໝາຍໃນໂຄງການພາຍໃຕ້ການມີສ່ວນຮ່ວມຂອງພາກລັດ, ພາກເອກະຊົນ ແລະ ພາກອົງການຈັດຕັ້ງທາງສັງຄົມລາວ ໃນການກະກຽມຄວາມພ້ອມຕອບໂຕ້ໄພພິບັດ ແລະ ການຮ່ວມມືສາມຝ່າຍ.

ຈຸດປະສົງແມ່ນເພື່ອລົງເຮັດວຽກ, ທັດສະນະສຶກສາ ແລະ ແລກປ່ຽນບົດຮຽນວຽກງານຄຸ້ມຄອງໄພພິບັດໃຫ້ແກ່ຄະນະກໍາມະການຄຸ້ມຄອງໄພພິບັດ ຂັ້ນແຂວງ, ຂັ້ນເມືອງ ແລະ ຂັ້ນບ້ານເປົ້າໝາຍເມືອງໄຊ ແຂວງອຸດົມໄຊ ຮ່ວມກັບ ພະແນກ ຮສສ ແຂວງອຸດົມໄຊ, ພະແນກ ກະສິກຳ ແລະ ສີ່ງແວດລ້ອມແຂວງ ອຸດົມໄຊ. ນອກນັ້ນ ຄະນະຜູ້ແທນກອງປະຊຸມໄດ້ແລກປ່ຽນ ແລະ ປຶກສາຫາລື ຢ່າງກົງໄປກົງມາ, ກ່ຽວກັບບົດຮຽນການກະກຽມຄວາມພ້ອມ, ການຕອບໂຕ້, ແລະ ການຟື້ນຟູ, ລະບົບແຈ້ງເຕືອນໄພ ແລະ ຈຸດວັດແທກລະດັບນ້ຳ.

ສຄອຊ ເຫັນໄດ້ເຖີງຄວາມສຳຄັນໃນການມີສ່ວນຮ່ວມໃນວຽກງານປົກປ້ອງທາງສັງຄົມ ເວົ້າລວມ ເວົ້າສະເພາະການມີສ່ວນຮ່ວມໃນກົນໄກການປະສານງານ Lao Disaster Preparedness Partnership (LDPP) ໂດຍອີງໃສ່ ຂໍ້ຕົກລົງຂອງຮອງປະທານຄະນະກຳມະການຄຸ້ມຄອງໄພພິບັດ ຂັ້ນສູນກາງ (ຄພສ), ສະບັບເລກທີ 10 /ຄພສ, ລົງວັນທີ 30 ມິຖຸນາ 2023, ວ່າດ້ວຍການຮັບຮອງກົນໄກການປະສານ ແລະ ການຮ່ວມມືສາມຝ່າຍໃນການກະກຽມພ້ອມໄພພິບັດ ໃນ ສປປ ລາວ (LDPP) ທີ່ປະກອບດ້ວຍ ພາກລັດຖະບານ ຕາງໜ້າໂດຍກົມສັງຄົມສົງເຄາະ, ກອງເລຂາຄະນະກຳມະການຄຸ້ມຄອງໄພພິບັດ ຂັ້ນສູນກາງ, ພາກເອກະຊົນ ຕາງໜ້າ ໂດຍ ສະພາການຄ້າ ແລະ ອຸດສາຫະກຳ ແຫ່ງຊາດລາວ (ສຄອຊ), ອົງການຈັດຕັ້ງທາງສັງຄົມລາວ ຕາງໜ້າໂດຍ ຫ້ອງການປະສານງານອົງການຈັດຕັ້ງທາງສັງຄົມລາວ (Lao CSO).





LNCCI Mission and Study Tour on Disaster Management for Provincial, District, and Target Village Committees in Xay District, Oudomxay Province
Mr. Saleumxay Thiengtham, the Executive Board of the Lao National Chamber of Commerce and Industry (LNCCI), together with the LNCCI technical coordination team and relevant tripartite representatives, conducted a field mission and study tour focused on disaster management for the provincial, district, and target village disaster management committees. The mission took place from August 12–14, 2026, in Xay District, Oudomxay Province, with the participation of the Department of Social Welfare—acting as the Secretariat for the Central Disaster Management Committee under the Ministry of Labour and Social Welfare—Lao Civil Society Organizations (Lao CSO), the Oudomxay Provincial Chamber of Commerce and Industry, and district and village authorities targeted under the project. This initiative operates under the framework of public, private, and civil society sector participation for disaster preparedness, response, and tripartite cooperation.
The primary objective of the mission was to conduct field operations, study tours, and share best practices on disaster management with the disaster management committees at the provincial, district, and target village levels in Xay District, Oudomxay Province, in collaboration with the Oudomxay Provincial Department of Labour and Social Welfare and the Oudomxay Provincial Department of Agriculture and Environment. Furthermore, the delegates engaged in candid discussions and exchanges regarding preparedness, response, and recovery strategies, early warning systems, and water level monitoring stations.
LNCCI recognizes the critical importance of engaging in social protection work, specifically through active participation in the Lao Disaster Preparedness Partnership (LDPP) coordination mechanism. This is anchored in the Decision Letter of the Vice-Chairman of the Central Disaster Management Committee (CDMC) No. 10/CDMC, dated June 30, 2023, concerning the endorsement of the coordination and tripartite cooperation mechanism for disaster preparedness in the Lao PDR (LDPP). The partnership comprises three key pillars: the Government sector, represented by the Department of Social Welfare and the Secretariat of the Central Disaster Management Committee; the Private sector, represented by the Lao National Chamber of Commerce and Industry (LNCCI); and the Lao Civil Society sector, represented by the Lao CSO Coordination Office.

Protection Welfare

14/08/2026

ວີດີໂອກົນໄກການປະສານງານ Lao Disaster Preparedness Partnership (LDPP)
LNCCI recognizes the critical importance of engaging in social protection work, specifically through active participation in the Lao Disaster Preparedness Partnership (LDPP) coordination mechanism
ສຄອຊ ເຫັນໄດ້ເຖີງຄວາມສຳຄັັນໃນການມີສ່ວນຮ່ວມໃນວຽກງານປົກປ້ອງທາງສັງຄົມ ເວົ້າລວມ ເວົ້າສະເພາະການມີສ່ວນຮ່ວມໃນກົນໄກການປະສານງານ Lao Disaster Preparedness Partnership (LDPP) ໂດຍອີງໃສ່ໜັງສືຂໍ້ຕົກລົງຂອງຮອງປະທານຄະນະກຳມະການຄຸ້ມຄອງໄພພິບັດ ຂັ້ນສູນກາງ (ຄພສ), ສະບັບເລກທີ 10 /ຄພສ, ລົງວັນທີ 30 ມິຖຸນາ 2023, ວ່າດ້ວຍການຮັບຮອງກົນໄກການປະສານ ແລະ ການຮ່ວມມືສາມຝ່າຍໃນການກະກຽມພ້ອມໄພພິບັດ ໃນ ສປປ ລາວ (LDPP) ທີ່ປະກອບດ້ວຍ ພາກລັດຖະບານ ຕາງໜ້າໂດຍກົມສັງຄົມສົງເຄາະ, ກອງເລຂາຄະນະກຳມະການຄຸ້ມຄອງໄພພິບັດ ຂັ້ນສູນກາງ, ພາກເອກະຊົນ ຕາງໜ້າ ໂດຍ ສະພາການຄ້າ ແລະ ອຸດສາຫະກຳ ແຫ່ງຊາດລາວ (ສຄອຊ), ອົງການຈັດຕັ້ງທາງສັງຄົມລາວ ຕາງໜ້າໂດຍ ຫ້ອງການປະສານງານອົງການຈັດຕັ້ງທາງສັງຄົມລາວ (Lao CSO).
LNCCI recognizes the critical importance of engaging in social protection work, specifically through active participation in the Lao Disaster Preparedness Partnership (LDPP) coordination mechanism. This is anchored in the Decision Letter of the Vice-Chairman of the Central Disaster Management Committee (CDMC) No. 10/LNDMC, dated June 30, 2023, concerning the endorsement of the coordination and tripartite cooperation mechanism for disaster preparedness in the Lao PDR (LDPP). The partnership comprises three key pillars: the Government sector, represented by the Department of Social Welfare and the Secretariat of the Central Disaster Management Committee; the Private sector, represented by the Lao National Chamber of Commerce and Industry (LNCCI); and the Lao Civil Society sector, represented by the Lao CSO Coordination Office.
Protection Welfare

🚀 ທຶນສົມທົບຮອບທີ 3​ ມາແລ້ວ!  ສະໝັກເລີຍ!!!
14/08/2026

🚀 ທຶນສົມທົບຮອບທີ 3​ ມາແລ້ວ! ສະໝັກເລີຍ!!!

🚀 ທຶນສົມທົບຮອບທີ 3​ ມາແລ້ວ!
.
💰 ທຶນສົມທົບລາວຍືນຍາວຮອບທີ 3 ຈະຈັດຫາທຶນຕັ້ງແຕ່ 5,000USD - 10,000USD ເພື່ອສົ່ງເສີມເສດຖະກິດໝູນວຽນ ແລະ ການຜະລິດແບບຍືນຍົງ ໃນຂະແໜງການທ່ອງທ່ຽວລາວ. 🌍♻️
⭐ ເງື່ອນໄຂຜູ້ສະໝັກ
✅ ທຸລະກິດຂະແໜງການທ່ອງທ່ຽວ (ໂຮງແຮມ ແລະ ບໍລິສັດທ່ອງທ່ຽວ, ອາຫານ ແລະ ເຄື່ອງດື່ມ, ຄົມມະນາຄົມຂົນສົ່ງ, ການທ່ອງທ່ຽວທາງວັດທະນະທຳ, ການແປຮູບກະສິກຳ) ທີ່ຕັ້ງຢູ່: ນະຄອນຫຼວງວຽງຈັນ, ແຂວງວຽງຈັນ, ຫຼວງພະບາງ ແລະ ຈຳປາສັກ.
✅ ກຸ່ມທີ 1 - MSME: ທຸລະກິດທີ່ມີໃບຢັ້ງຢືນ ລາວຍືນຍາວ ຫຼື Travelife ທີ່ຍັງບໍ່ໝົດອາຍຸ, ແລະ ຂໍທຶນເພື່ອແກ້ໄຂບັນຫາປະລາສຕິກທີ່ໃຊ້ໄດ້ເທື່ອດຽວ.
✅ ກຸ່ມທີ 2 - Young Entrepreneur: ຜູ້ປະກອບການໄວໜຸ່ມ (ອາຍຸ 18-35 ປີ) ທີ່ມີແນວຄິດທຸລະກິດສີຂຽວທີ່ນອນໃນຂະແໜງການທ່ອງທ່ຽວ, ແລະ ຂໍທຶນກ່ຽວກັບເສດຖະກິດໝູນວຽນ (Circular Economy), ການອຸປະໂພກ ແລະ ບໍລິໂພກແບບຍືນຍົງ (SCP), ແລະ ການສ້າງວຽກງານທີ່ມີຄ່າ (Decent Work).
✨ 👩‍💼 ພິເສດ: ວິສາຫະກິດທີ່ບໍລິຫານໂດຍແມ່ຍິງຈະໄດ້ຮັບການພິຈາລະນາເປັນພິເສດ
❌ ໝົດເຂດສະໝັກ: 30 ກັນຍາ 2026
📩 ດາວໂຫຼດແບບຟອມສະໝັກໄດ້ທີ່ https://drive.google.com/drive/folders/168f-8_dJdMelP4wevuMxoCzEmuQCpViO?usp=sharing
📌ລົງທະບຽນເພື່ອເຂົ້າຮ່ວມງານໃຫ້ຂໍ້ມູນອອນລາຍໄດ້ທີ່:​ https://forms.gle/cvqsABGP7NV8Hozb9
👉 ສົ່ງແບບຟອມສະໝັກ ຫຼື ສອບຖາມຂໍ້ມູນທີ່: [email protected]

European Union in Laos | Plan International Laos | ສະພາການຄ້າ ແລະ ອຸດສາຫະກຳ ແຫ່ງຊາດລາວ | Plan International Deutschland | EU SWITCH-Asia Programme | TUI Care Foundation

14/08/2026
ນະຄອນຫຼວງວຽງຈັນ, ໃນລະຫວ່າງວັນທີ 11-12 ສິງຫາ 2026 ທີ່ ໂຮງແຮມແລນມາກ – ກອງປະຊຸມວຽກງານສົ່ງເສີມ ແລະ ຄຸ້ມຄອງການລົງທຶນ ທົ່ວປະເທ...
13/08/2026

ນະຄອນຫຼວງວຽງຈັນ, ໃນລະຫວ່າງວັນທີ 11-12 ສິງຫາ 2026 ທີ່ ໂຮງແຮມແລນມາກ – ກອງປະຊຸມວຽກງານສົ່ງເສີມ ແລະ ຄຸ້ມຄອງການລົງທຶນ ທົ່ວປະເທດ ຄັ້ງທີ I ໄດ້ໄຂຂຶ້ນຢ່າງເປັນທາງການ, ພາຍໃຕ້ການເປັນປະທານ ຂອງ ທ່ານ ສະເຫຼີມໄຊ ກົມມະສິດ, ຮອງນາຍົກລັດຖະມົນຕີ, ຜູ້ປະຈຳການລັດຖະບານ, ປະທານຄະນະກຳມະການສົ່ງເສີມ ແລະ ຄຸ້ມຄອງການລົງທຶນ (ຄລທ).

ກອງປະຊຸມຄັ້ງນີ້ ມີບັນດາລັດຖະມົນຕີ, ເຈົ້າຄອງນະຄອນຫຼວງວຽງຈັນ, ເຈົ້າແຂວງ, ສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ (ສຄອຊ) ພ້ອມດ້ວຍ ພະນັກງານຫຼັກແຫຼ່ງຈາກສູນກາງ ແລະ ທ້ອງຖິ່ນເຂົ້າຮ່ວມ ລວມທັງໝົດ 272 ທ່ານ, ເພື່ອສະຫຼຸບຕີລາຄາການຈັດຕັ້ງປະຕິບັດວຽກງານສົ່ງເສີມ ແລະ ຄຸ້ມຄອງການລົງທຶນໃນໄລຍະຜ່ານມາ ພ້ອມທັງວາງທິດທາງແຜນການຈຸດສຸມໃນຕໍ່ໜ້າ ໃຫ້ສອດຄ່ອງກັບແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ 5 ປີ ຄັ້ງທີ X (2026-2030).
ໃນໂອກາດກ່າວເປີດກອງປະຊຸມ, ທ່ານປະທານ ໄດ້ເນັ້ນໜັກເຖິງຄວາມໝາຍຄວາມສຳຄັນຂອງການລົງທຶນພາກເອກະຊົນທັງພາຍໃນ ແລະ ຕ່າງປະເທດ ທີ່ໄດ້ປະກອບສ່ວນອັນສຳຄັນເຂົ້າໃນການພັດທະນາເສດຖະກິດ-ສັງຄົມ, ການສ້າງວຽກເຮັດງານທຳ ແລະ ການຍົກລະດັບຊີວິດການເປັນຢູ່ຂອງປະຊາຊົນ. ນັບແຕ່ປີ 1989 ຮອດປະຈຸບັນ, ປະເທດລາວສາມາດດຶງດູດການລົງທຶນໄດ້ທັງໝົດ 5,394 ໂຄງການ, ມີມູນຄ່າລວມ 65.5 ຕື້ໂດລາສະຫະລັດ. ສະເພາະໃນ 7 ເດືອນຕົ້ນປີ 2026, ທາງການໄດ້ອະນຸມັດໂຄງການໃໝ່ໃນກິດຈະການສຳປະທານ ແລະ ບັນຊີກິດຈະການຄວບຄຸມ ຈຳນວນ 34 ໂຄງການ, ມູນຄ່າ 8.5 ຕື້ໂດລາສະຫະລັດ (ເພີ່ມຂຶ້ນ 68% ເມື່ອທຽບໃສ່ໄລຍະດຽວກັນຂອງປີ 2025) ໂດຍມີການນຳເຂົ້າທຶນຕົວຈິງບັນລຸກວ່າ 1 ຕື້ໂດລາສະຫະລັດ, ເຊິ່ງປະເທດທີ່ເຂົ້າມາລົງທຶນຫຼາຍກວ່າໝູ່ແມ່ນ ສປ ຈີນ, ສສ ຫວຽດນາມ ແລະ ຣາຊາອານາຈັກໄທ.

ກອງປະຊຸມຍັງໄດ້ເອກະພາບຮັບຮອງເອົາ 10 ມາດຕະການຈຸດສຸມໃນການຄຸ້ມຄອງການລົງທຶນ ເພື່ອຫັນຈາກການເນັ້ນປະລິມານມາເປັນການຄັດເລືອກ ນັກລົງທຶນທີ່ມີຄຸນນະພາບ ທີ່ສ້າງວຽກເຮັດງານທຳ ແລະ ເພີ່ມມູນຄ່າເພີ່ມສູງ, ພ້ອມທັງຢືນຢັນຈະນຳໃຊ້ ມາດຕະການແຈ້ງເຕືອນ, ປັບໃໝ ແລະ ຖອນໃບອະນຸຍາດຢ່າງເດັດຂາດ ຕໍ່ໂຄງການທີ່ລະເມີດສັນຍາ ຫຼື ສ້າງຜົນກະທົບຕໍ່ສິ່ງແວດລ້ອມຢ່າງຮ້າຍແຮງ.

ໃນກອງປະຊຸມຄັ້ງນີ້, ທ່ານ ທະນົງສິນ ກັນລະຍາ, ຮອງປະທານສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ ໃນນາມຕາງໜ້າພາກທຸລະກິດ ໄດ້ປະກອບຄຳເຫັນຢ່າງກົງໄປກົງມາ ໂດຍສະເໜີ 5 ຈຸດສຸມສຳຄັນ ເພື່ອຊຸກຍູ້ການສົ່ງເສີມຜູ້ປະກອບການພາຍໃນ ຕາມທິດສ້າງເສດຖະກິດເອກະລາດ ເປັນເຈົ້າຕົນເອງ ດັ່ງນີ້:
1. ສືບຕໍ່ປັບປຸງທຸລະກິດໃຫ້ມີຄວາມເຂັ້ມແຂງ, ຂະຫຍາຍກົນໄກການບໍລິການແບບປະຕູດຽວ ແລະ ລະບົບການຈົດທະບຽນທຸລະກິດທາງເອເລັກໂຕຣນິກໃຫ້ກວມເອົາທຸກແຂວງ ແລະ ທຸກເມືອງໃນຂອບເຂດທົ່ວປະເທດ.
2. ເນັ້ນໃຫ້ພາກສ່ວນກ່ຽວຂ້ອງ ທະນາຄານແຫ່ງ ສປປ ລາວ, ກະຊວງອຸດສາຫະກຳ ແລະ ການຄ້າ ແລະ ທະນາຄານທຸລະກິດ ຂະຫຍາຍໂຄງການຄ້ຳປະກັນສິນເຊື່ອ ແລະ ປ່ອຍກູ້ຫຼາຍຮູບແບບ ໂດຍເນັ້ນໃສ່ ແຜນທຸລະກິດທີ່ດີ ຫຼາຍກວ່າການໃຊ້ພຽງແຕ່ກຳມະສິດທີ່ດິນເປັນຫຼັກຊັບຄ້ຳປະກັນ.
3. ສະໜັບສະໜູນການປ່ຽນຈາກການຂຸດຄົ້ນສົ່ງຂາຍແຮ່ດິບ ມາເປັນການປຸງແຕ່ງພາຍໃນ, ລວມທັງການສົ່ງເສີມຂະແໜງກະສິກຳ ແລະ ການປຸງແຕ່ງ ໂດຍນຳໃຊ້ນະວັດຕະກຳ ແລະ ພູມປັນຍາທ້ອງຖິ່ນ ເພື່ອສ້າງ ຍີ່ຫໍ້ລາວ ທີ່ມີຄຸນນະພາບ ແລະ ມີຂໍ້ມູນຢືນຢັນແຫຼ່ງກຳເນີດ ເພື່ອເພີ່ມມູນຄ່າສິນຄ້າ.
4. ເລັ່ງພັດທະນາພື້ນຖານໂຄງລ່າງດ້ານການຄ້າດິຈິຕອລ, ລະບົບພາສີ ແລະ ໂລຈິສຕິກສ໌ ໃຫ້ທັນສະໄໝ ເພື່ອຫຼຸດຜ່ອນຂອດຂັ້ນ, ຫຼຸດຜ່ອນຄ່າໃຊ້ຈ່າຍ ແລະ ເພີ່ມຄວາມສາມາດໃນການແຂ່ງຂັນໃຫ້ກັບຜູ້ສົ່ງອອກລາວ ໃນຕ່ອງໂສ້ການຜະລິດພາກພື້ນ.
5. ສະເໜີໃຫ້ມີກົນໄກການແລກປ່ຽນບົດຮຽນລະຫວ່າງລັດຖະບານ ແລະ ພາກທຸລະກິດ ເຊັ່ນ: ກອງປະຊຸມທຸລະກິດລາວ (Lao Business Forum) ໃຫ້ເປັນລະບົບຖາວອນ ເພື່ອໃຫ້ພາກລັດ ແລະ ເອກະຊົນ ສາມາດຮ່ວມມືກັນແກ້ໄຂບັນຫາຜົນກະທົບທາງເສດຖະກິດຈາກພາຍນອກໄດ້ຢ່າງທັນການ.

ກອງປະຊຸມຄັ້ງນີ້ ຖືເປັນບາດກ້າວບຸກເບີກອັນສຳຄັນ ໃນການຈັດລະບຽບ ແລະ ເພີ່ມຄວາມເຂັ້ມງວດໃນການຄຸ້ມຄອງມະຫາພາກ, ພ້ອມທັງເປັນການຢັ້ງຢືນເຖິງຄວາມພ້ອມຂອງລັດຖະບານ ໃນການອຳນວຍຄວາມສະດວກຢ່າງເຕັມທີ່ແກ່ນັກລົງທຶນທີ່ມີຄຸນນະພາບ ແລະ ມີຄວາມຮັບຜິດຊອບ ເພື່ອຮ່ວມກັນພັດທະນາປະເທດຊາດໃຫ້ບັນລຸຕາມຄາດໝາຍທີ່ວາງໄວ້.
----------------
ສະໝັກເປັນສະມາຊິກ ສຄອຊ: https://bit.ly/4uLNsy5
ຂ່າວອື່ນໆ: www.lncci.la
YouTube: www.youtube.com/
TikTok: www.tiktok.com/
Twitter: https://x.com/lncci2

ສະພາການຄ້າ ແລະ ອຸດສາຫະກຳ ແຫ່ງຊາດລາວ ຮ່ວມກັບ Inthira Group ແລະ ຮ້ານອາຫານ ຂອບໃຈເດີ້ ມອບສ່ວນຫຼຸດພິເສດ 10-20% ໃຫ້ແກ່ສະມາຊິກຂ...
12/08/2026

ສະພາການຄ້າ ແລະ ອຸດສາຫະກຳ ແຫ່ງຊາດລາວ ຮ່ວມກັບ Inthira Group ແລະ ຮ້ານອາຫານ ຂອບໃຈເດີ້ ມອບສ່ວນຫຼຸດພິເສດ 10-20% ໃຫ້ແກ່ສະມາຊິກຂອງ ສຄອຊ ເພື່ອເປັນການສົ່ງເສີມການບໍລິການ ແລະ ມອບສິດທິພິເສດໃຫ້ແກ່ສະມາຊິກ.
📍 ເງື່ອນໄຂ: ພຽງແຕ່ສະແດງບັດສະມາຊິກກ່ອນໃຊ້ບໍລິການ.
⏳ ສາມາດໃຊ້ສິດໄດ້ແຕ່ 01/06/2026 ຈົນເຖິງ 31/05/2027.
ຂໍ້ມູນເພີ່ມເຕີມ ແລະ ລາຍຊື່ບໍລິສັດທີ່ຮ່ວມລາຍການ:
🌐 https://lncci.la/mbdiscountlist
☎️ ໂທ: 020 2223 0672

ສະພາການຄ້າ ແລະ ອຸດສາຫະກຳ ແຫ່ງຊາດລາວ (ສຄອຊ) ໃນນາມຕາງໜ້າຜູ້ໃຊ້ແຮງງານຈັດກອງປະຊຸມປືກສາຫາລືກ່ຽວກັບການປັບປຸງເງິນສົມທົບກ່ຽວກັບສ...
11/08/2026

ສະພາການຄ້າ ແລະ ອຸດສາຫະກຳ ແຫ່ງຊາດລາວ (ສຄອຊ) ໃນນາມຕາງໜ້າຜູ້ໃຊ້ແຮງງານຈັດກອງປະຊຸມປືກສາຫາລືກ່ຽວກັບການປັບປຸງເງິນສົມທົບກ່ຽວກັບສະມາຊິກຂອງອົງການປະກັນສັງຄົມ ແຫ່ງຊາດ, ເພດານເງິນເດືອນປະກັນຕົນ, ການຄາດຄະເນເງິນສົມທົບ ແລະ ເງິນອຸດໜຸນບຳນານ.
----------------------------------------------
ນະຄອນຫຼວງວຽງຈັນ,ໃນວັນທີ 11 ສິງຫາ 2026, ທີ່ ຫ້ອງປະຊຸມສະພາການຄ້າ ແລະ ອຸດສາຫະກຳ ແຫ່ງຊາດລາວ (ສຄອຊ). ພະແນກພັດທະນາຜູ້ປະກອບການ ແລະ ກິດຈະກຳຕາງໜ້າຜູ້ໃຊ້ແຮງງານ (ພກ ຜຊງ), ສຄອຊ ໃນນາມເປັນກອງເລຂາຂອງຄະນະສະພາບໍລິຫານຂອງອົງການປະກັນສັງຄົມ (ຝ່າຍຕາງໜ້າຜູ້ໃຊ້ແຮງງານ) ໄດ້ຈັດກອງປະຊຸມປຶກສາຫາລື ກ່ຽວກັບການປັບປຸງເງິນສົມທົບກ່ຽວກັບສະມາຊິກຂອງອົງການປະກັນສັງຄົມ, ເພດານເງິນເດືອນປະກັນຕົນ, ການຄາດຄະເນເງິນສົມທົບ ແລະ ເງິນອຸດໜຸນບຳນານ ແລະ ເຜີຍແຜ່ ກ່ຽວກັບສິດ ແລະ ຜົນປະໂຫຍດຂອງຜູ້ປະກັນຕົນໃນນາມສະມາຊິກຂອງອົງການປະກັນສັງຄົມ ແຫ່ງຊາດ (ອປຊ) ເຊິ່ງກອງປະຊຸມດັ່ງກ່າວ ໄດ້ໃຫ້ກຽດເປັນປະທານເປີດກອງປະຊຸມໂດຍ ທ່ານ ພູໄຊ ເທບພະວົງ, ເລຂາທິການ ສະພາການຄ້າ ແລະ ອຸດສາຫະກຳ ແຫ່ງຊາດລາວ (ສຄອຊ), ໃນນາມຄະນະສະພາບໍລິຫານຂອງ ອົງການປະກັນສັງຄົມ ແຫ່ງຊາດ (ອປຊ), ແລະ ເປັນປະທານຮ່ວມ ທ່ານ ນາງ ຈັນເພັນ ມະນີແສງ, ຫົວໜ້າກົມປົກປ້ອງແຮງງານ, ສູນກາງສະຫະພັນກຳມະບານລາວ (ສກລ) ໃນນາມຄະນະສະພາບໍລິຫານຂອງ ອົງການປະກັນສັງຄົມ ແຫ່ງຊາດ (ອປຊ), ທ່ານ ເພັດສະໝອນ ສຸກທະວີພອນ ຮອງຫົວໜ້າ ອົງການປະກັນສັງຄົມແຫ່ງຊາດ, ມີບັນດາທ່ານ ຄະນະບໍລິຫານງານ ສຄອຊ, ຄະນະກຳມະທິການຕາງໜ້າຜູ້ໃຊ້ແຮງງານ, ຕາງໜ້າຈາກອົງການໄຕພາຄີສາມຝ່າຍ, ກະຊວງແຮງງານ ແລະ ສະຫວັດດີການສັງຄົມ, ສູນກາງສະຫະພັນກຳມະບານລາວ, ສະພາການຄ້າ ແລະ ອຸດສາຫະກຳ ແຫ່ງຊາດລາວ, ມີບັນດາທ່ານຕາງໜ້າ ຈາກສະມາຄົມກຸ່ມທຸລະກິດ ແລະ ຈາກຂະແໜງການທຸລະກິດ ໃນນາມ ສະມາຊິກ ສຄອຊ ເຂົ້າຮ່ວມ.

ຈຸດປະສົງຂອງກອງປະຊຸມແມ່ນເພື່ອປຶກສາຫາລືກ່ຽວກັບການປັບປຸງເງິນສົມທົບກ່ຽວກັບສະມາຊິກຂອງອົງການປະກັນສັງຄົມ, ເພດານເງິນເດືອນປະກັນຕົນ, ການຄາດຄະເນເງິນສົມທົບ ແລະ ເງິນອຸດໜຸນບຳນານ ແລະ ເຜີຍແຜ່ ກ່ຽວກັບສິດ ແລະ ຜົນປະໂຫຍດຂອງຜູ້ປະກັນຕົນໃນນາມສະມາຊິກຂອງອົງການປະກັນສັງຄົມ ແຫ່ງຊາດ (ອປຊ) ແກ່ພາກວິສາຫະກິດ ໄດ້ຮັບຮູ້ກ່ຽວກັບສິດ ແລະ ຜົນປະໂຫຍດຂອງຕົນໃນນາມຜູ້ປະກັນຕົນທີ່ເປັນສະມາຊິກຂອງ ອປຊ ແລະ ນອກນັ້ນ, ໃນກອງປະຊຸມປະຊຸມໄດ້ປຶກສາຫາລື ແລະ ປະກອບຄຳເຫັນຢ່າງກົງໄປກົງມາຕໍ່ການນຳສະເໜີຕາງໜ້າຈາກອົງການ ອປຊ.



Security system
Protection

----------------

ສະໝັກເປັນສະມາຊິກ: https://bit.ly/4uLNsy5
ຂ່າວອື່ນໆ: www.lncci.la
Youtube: www.youtube.com/
TikTok: www.tiktok.com/
Twitter: https://x.com/lncci2

The Natural Force of Li Phi.
11/08/2026

The Natural Force of Li Phi.

🥳ສະເຫຼີມສະຫຼອງຄົບຮອບ 5ປີ ໂຮງໝໍກະເສມຣາດ ອິນເຕີຣ໌ ເນຊັ່ນແນລ ວຽງຈັນ 🏥ຂໍເຊີນຊວນແມ່ມືໃໝ່ທຸກທ່ານເຂົ້າຮ່ວມກິດຈະກຳ Mother class ...
11/08/2026

🥳ສະເຫຼີມສະຫຼອງຄົບຮອບ 5ປີ ໂຮງໝໍກະເສມຣາດ ອິນເຕີຣ໌ ເນຊັ່ນແນລ ວຽງຈັນ 🏥
ຂໍເຊີນຊວນແມ່ມືໃໝ່ທຸກທ່ານເຂົ້າຮ່ວມກິດຈະກຳ Mother class ຄັ້ງທີ 3 ປະຈຳປີ 2026
📆ວັນທີ 22 ສິງຫາ 2026
💖ເຂົ້າຮ່ວມຟຣີ! ບໍ່ມີຄ່າໃຊ້ຈ່າຍ
✨ກິດຈະກຳພາຍໃນງານ:
👩‍⚕️ພົບກັບແພດຊ່ຽວຊານປະສູດ ແລະ ພະຍາດຍິງ
🥑ຄວາມຮູ້ດ້ານໂພສະນາການສຳຫຼັບແມ່ ແລະ ລູກນ້ອຍ
🛁Workshop ອາບນ້ຳລູກນ້ອຍແບບມືອາຊີບ
📢ບູທຄວາມຮູ້ຄົບວົງຈອນຕັ້ງແຕ່ເລີ່ມຖືພາຈົນເຖິງຫຼັງຄອດ
📢ບູທຜະລິດຕະພັນແມ່ ແລະ ເດັກ ພ້ອມຂອງທີ່ລະນຶກຈາກສະປອນເຊີ້
🏥ພາເບິ່ງຫ້ອງເກີດ ແລະ ຫ້ອງພັກຟື້ນໃນໂຮງໝໍ
ພ້ອມຮັບສິດທິພິເສດອື່ນໆອີກຢ່າງຫຼວງຫຼາຍ!
💬ບອກເລີຍວ່າ “ບໍ່ມາຖືວ່າພາດ!”
ມາຮຽນຮູ້ ຕຽມຕົວ ແລະ ກ້າວສູ່ການເປັນແມ່ຢ່າງໝັ້ນໃຈໄປນຳກັນ💕
📲ຈອງບ່ອນນັ່ງ / ສອບຖາມຂໍ້ມູນເພີ່ມເຕີມ: ♻️ wa.me/8562058059963
📞1661 | ລົງທະບຽນອອນລາຍໄດ້ທາງລີ້ງນີ້:🔗
https://forms.gle/y6RjvzmJ3uHcWPtEA
---------------------------------------------------
📩ສອບຖາມຂໍ້ມູນເພີ່ມເຕີມທາງຂໍ້ຄວາມ (Inbox)
☎️ເບີໂທ: 1661
🌎Website: Www.Kasemradvientiane.com
♻️WhatsApp: wa.me/8562058059963
✨Line: https://shorturl.at/bhxyS
✨TikTok: https://shorturl.at/ehtUX
✨YouTube: https://shorturl.at/knuR9
✨Google Maps: https://shorturl.at/GIKcn





#ສຸກກາຍໂດຍໂຮງໝໍກະເສມຣາດ
#ໂຮງໝໍເອກະຊົນໄທທີ່ໃຫຍ່ທີ່ສຸດໃນສປປລາວ
#ເບິ່ງແຍງໃກ້ຊິດສະໜິດຄືພີ່ນ້ອງ #ກິດຈະກຳຫ້ອງຮຽນແມ່ #ແພັກເກັດເກີດລູກ #ເກີດລູກທຳມະຊາດ #ຜ່າຕັດເກີດ #ແມ່ຖືພາ

ພິທີເປີດຕົວການຮ່ວມມື ACEBA – LNCCI, ເວທີປຶກສາຫາລືທຸລະກິດ ແລະ ການຝຶກອົບຮົມຜູ້ເລີ່ມຕົ້ນ.----------------------------------...
11/08/2026

ພິທີເປີດຕົວການຮ່ວມມື ACEBA – LNCCI, ເວທີປຶກສາຫາລືທຸລະກິດ ແລະ ການຝຶກອົບຮົມຜູ້ເລີ່ມຕົ້ນ.

------------------------------------------------

ນະຄອນຫຼວງວຽງຈັນ - ໃນວັນທີ 07 ສິງຫາ 2026, ທີ່ ໂຮງແຮມ ດັບເບິນທຣີ (DoubleTree by Hilton), ໄດ້ມີການຈັດງານເປີດຕົວການຮ່ວມມືຢ່າງເປັນທາງການ ພາຍໃຕ້ຫົວຂໍ້ "ເຮັດໃຫ້ເສດຖະກິດໝູນວຽນເຮັດວຽກໄດ້: ໂອກາດສຳລັບທຸລະກິດລາວ" (Making Circular Economy Work: Opportunities for Lao Businesses) ລະຫວ່າງ ສະພາການຄ້າ ແລະ ອຸດສາຫະກຳ ແຫ່ງຊາດລາວ (LNCCI) ແລະ ພັນທະມິດທຸລະກິດເສດຖະກິດໝູນວຽນອາຊຽນ (ACEBA), ພ້ອມທັງຈັດເວທີປຶກສາຫາລືທຸລະກິດ ແລະ ການຝຶກອົບຮົມຜູ້ເລີ່ມຕົ້ນທຸລະກິດ.

ງານໃນຄັ້ງນີ້ ສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ ໃຫ້ກຽດນຳໂດຍ ທ່ານ ວັນທອງ ສິດທິກຸນ ຮອງປະທານ ສຄອຊ ພ້ອມດ້ວຍຄະນະບໍລິຫານງານ ແລະ ຝ່າຍ ACEBA ນຳໂດຍ ທ່ານ ນາງ Helen Conefrey ທີ່ປຶກສາດ້ານການຮ່ວມມື-ທຶນມະນຸດ/ການຫັນປ່ຽນດິຈິຕອລ ຄະນະຜູ້ແທນສະຫະພາບເອີຣົບ ປະຈຳ ສປປ ລາວ. ໂດຍມີຜູ້ເຂົ້າຮ່ວມຈາກພາກລັດ, ພາກທຸລະກິດ ແລະ ຜູ້ຊ່ຽວຊານ ລວມທັງໝົດ 40 ທ່ານ.

ກິດຈະກຳສຳຄັນພາຍໃນງານ ມີ 3 ຈຸດປະສົງ:
• ການລົງນາມ MOU ຮ່ວມມືດ້ານເສດຖະກິດໝູນວຽນ: ຖືເປັນນິມິດໝາຍອັນດີໃນການສ້າງຮາກຖານການຮ່ວມມືທີ່ເຂັ້ມແຂງໃນໄລຍະຍາວ. ໂດຍໄດ້ມີພິທີລົງນາມໃນບົດບັນທຶກຄວາມເຂົ້າໃຈ (MOU) ຢ່າງເປັນທາງການ ລະຫວ່າງ LNCCI (ຕ່າງໜ້າລົງນາມໂດຍ ທ່ານ ວັນທອງ ສິດທິກຸນ ຮອງປະທານ ສຄອຊ) ແລະ ARAIBA Sdn Bhd ໃນຖານະອົງການຂອງ ACEBA (ຕ່າງໜ້າລົງນາມໂດຍ ທ່ານ Thomas, ຜູ້ຊ່ຽວຊານອາວຸໂສ SWITCH-Asia PSC ແລະ ປະທານ ARAIBA Sdn Bhd). ພິທີດັ່ງກ່າວໄດ້ຈັດຂຶ້ນໂດຍມີ ຄະນະຜູ້ແທນສະຫະພາບເອີຣົບ ປະຈຳ ສປປ ລາວ ເຂົ້າຮ່ວມເປັນສັກຂີພິຍານ.
• ເວທີປຶກສາຫາລືທຸລະກິດເສດຖະກິດໝູນວຽນ: ເປັນເວທີແລກປ່ຽນຄວາມຮູ້, ບົດຮຽນ ແລະ ປະສົບການຕົວຈິງຈາກຜູ້ປະກອບການລາວ. ພ້ອມທັງເປັນການສະທ້ອນຄວາມຄິດເຫັນລະຫວ່າງ ພາກທຸລະກິດ ແລະ ພາກລັດຖະບານ ເພື່ອຄົ້ນຫາໂອກາດທາງທຸລະກິດ ແລະ ນະວັດຕະກຳໃໝ່ໆ ທີ່ຊ່ວຍໃຫ້ທຸລະກິດເຕີບໂຕຢ່າງໝັ້ນຄົງ ຄຽງຄູ່ກັບການຮັກສາສິ່ງແວດລ້ອມ ແລະ ສ້າງປະໂຫຍດໃຫ້ສັງຄົມ.
• ການຝຶກອົບຮົມ SMEs ແລະ ຜູ້ເລີ່ມຕົ້ນທຸລະກິດ (Startup Training): ໃນພາກບ່າຍ ໄດ້ມີການລົງມືປະຕິບັດຕົວຈິງ ໂດຍນຳໃຊ້ເຄື່ອງມືທຸລະກິດຂອງ ACEBA ເຊັ່ນ: ຄູ່ມື "ການປົດລັອກໂອກາດການໝູນວຽນ" ແລະ "ການກວດສອບທຸລະກິດແບບວົງຈອນ", ເຊິ່ງຊ່ວຍໃຫ້ຜູ້ປະກອບການສາມາດນຳໄປປັບໃຊ້ໃນທຸລະກິດຂອງຕົນໄດ້ຢ່າງເປັນຮູບປະທຳ.

----------------

ສະໝັກເປັນສະມາຊິກ: https://bit.ly/4uLNsy5
ຂ່າວອື່ນໆ: www.lncci.la
Youtube: www.youtube.com/
TikTok: www.tiktok.com/
Twitter: https://x.com/lncci2

Address

Km 5, Kaysone Phomvihane Avenue, Phonphanao Village, Saysettha District
Vientiane
00000

Opening Hours

Monday 08:00 - 16:00
Tuesday 08:00 - 16:00
Wednesday 08:00 - 16:00
Thursday 08:00 - 16:00
Friday 08:00 - 16:00

Telephone

+85621453312

Alerts

Be the first to know and let us send you an email when ສະພາການຄ້າ ແລະ ອຸດສາຫະກຳ ແຫ່ງຊາດລາວ posts news and promotions. Your email address will not be used for any other purpose, and you can unsubscribe at any time.

Contact The Business

Send a message to ສະພາການຄ້າ ແລະ ອຸດສາຫະກຳ ແຫ່ງຊາດລາວ:

Shortcuts

Share