01/02/2024
1. ຈຸດທີ່ອັນຕະລາຍເວລາຂັບລົດ ຄື ຮູ້ວ່າໂຕເອງງ່ວງນອນແລ້ວຍັງຝືນຂັບໄປຕໍ່... ພຽງແຕ່ເສືອບຫຼັບ ເສດ 1/3 ວິນາທີ ບວກກັບ ຢຽບຄວາມໄວ 100 Km/h ອາດສົ່ງເຮົາໄປສູ່ມິຕິໃໝ່ຂອງການນອນ...😅😅😅
2. ຈຸດທີ່ອັນຕະລາຍເວລາເຮັດວຽກ ຄື ການເອົາຄວາມຄິດຂອງຕົນເອງເປັນໃຫຍ່ ໂດນບໍ່ສົນໃຈສະພາບແວດລ້ອມ (ເຈົ້າຕ້ອງ ມັນຕ້ອງແລ້ວ ອັນນີ້ຕ້ອງຕັດອອກ ເຮັດຕາມສັ່ງໂລດນ່າ)....😅😅😅
3. ຈຸດທີ່ອັນຕະລາຍສຳຫຼັບຄົນທີ່ຂື້ນເປັນຜູ່ນຳ ຄື ບໍ່ມີຜູ່ໃດເຕືອນໄດ້ ແລະ ບໍ່ຟັງຄຳເຕືອນໃຜທັງນັ້ນ....😁😁😁.................ມີວະລີໜຶ່ງກ່າວໄວ້...................
"ຍິ່ງສູງຍິ່ງໜາວ ຍິ່ງສູງຍິ່ງໂດດດ່ຽວ" ~ ຄຳກ່າວນີ້ ຈະມີຜົນກໍ່ຕໍ່ເມື່ອ ເຮົາຂື້ນເປັນຜູ່ນຳ ຫຼື ຜູ່ບໍລິຫານ ແລ້ວບໍ່ໄດ້ສ້າງຖານອຳນາດທີ່ໝັ້ນຄົງໄວ້.
ພື້ນຖານຂອງອຳນາດນັ້ນຄືຫຍັງ?....
ຄວາມຮູ້ປະດັບປາຣະມີ...
ກັນຍານະມິດຮ່ວມງານ...
ສາດ ແລະ ສິລະປະ ບໍລິຫານຄົນ (Put the right man on the right jobs)...
ແລະ ທີ່ສຳຄັນ "ຝຶກການຮູ້ທັນແລະຄວບຄຸມອາຣົມ" ..........................
ບາງຄົນບອກວ່າບໍ່ມັກ ອະດິດຫົວໜ້າ/ຜູ່ນຳ/ຜູ່ບໍລິຫານ ຂອງຕົນທີ່ໃສ່ອາຣົມກັບຕົນເວລາສັ່ງວຽກ ແລະ ເມື່ອເວລາຜ່ານໄປ ບຸຄົນນັ້ນໄດ້ຂື້ນມສເປັນຫົວໜ້າ/ຜູ່ນຳ/ຜູ່ບໍລິຫານ ກັບສະແດງພຶດຕິກຳ ແລະ ອາຣົມບໍ່ແຕກຕ່າງຈາກອະດິດຫົວໜ້າທີ່ຜ່ານມາຂອງຕົນ.............................
ເລື່ອງນີ້ສອນໃຫ້ຮູ້ວ່າ "ຢ່າລືມ/ຢ່າຫຼົງຕົນເອງ ວ່າປຣະເສີດໄປກວ່າຄົນອື່ນ, ການເປີດໃຈຮັບຟັງ/ການເປັນຜູ່ຟັງທີ່ດີ ຈະຊ່ວຍໃຫ້ເຮົາເປັນມະນຸດທີ່ສົມບູນຂື້ນ"
#ບໍ່ໄດ້ຂຽນເພື່ອສອນໃຜ_ແຕ່ເກັບໄວ້ເຕືອນໂຕເອງ
#ແຮງຈູງໃຈໃຫ້ປະຕິບັດ #ກົດຂໍ້ບັງໃຊ້