ການນຳໃຊ້ MS Project

ການນຳໃຊ້ MS Project ແຫລ່ງຮີບໂຮມ ວິທີການນຳໃຊ້ໂປຣແກຣມ MS Project

ເວັບໄຊ້ນີ້ເກີດຈາກ ການຝຶກອົບຮົມ “ການນຳໃຊ້ MS Project” ຂອງ ໂຄງການສົ່ງເສີມການຜະລິດສິນຄ້າກະສິກຳ ແລະ ປ່າໄມ້ແບບຍືນຍົງ (Sustainable NRM and Productivity Enhancement Project – SNRMPEP) ລະຫວ່າງວັນທີ 16 – 18 ກໍລະກົດ 2012 ທີ່ນະຄອນຫລວງວຽງຈັນ.

ມີຜູ້ເຂົ້າຮ່ວມທັງຫມົດ 19 ທ່ານ, ນັບທັງຄູຝຶກຈາກ ບໍລິສັດທີ່ປຶກສາດ້ານການພັດທະນາ ແລະ ວິສາຫະກິດຈຳກັດ (ອີດີຊີ) 6 ທ່ານ, ຊ່ຽວຊານຂອງ ໂຄງການ SNRMPEP ຢູ່ສູນກາງ 5 ທ່ານ ແລະ ພະນັກງານທີ່ມາຈາກຕ່າງແຂວງ (ສະຫວັນນະເຂດ, ສາລາວັນ, ອັດຕະປື, ເຊກອງ ແລະ ຈຳປາສັກ) 8 ທ່ານ.

ທັງຫມົດ 19 ທ່ານຂ້າງເທິງໄດ້ຮັບການຝຶກຈາກ ທ່ານ ຍອດຊາຍ ອະພິຊິດໄພສານ – ຜູ້ຈັດການທົ່ວໄປ ແລະ ທັງເປັນທີ່ປຶກສາໂຄງການໃຫ້ແກ່ PSI Solution ຈາກປະເທດໄທ, ເພື່ອນຳໄປຝຶກຕໍ່ໃຫ້ບັນດາໂຄງການໃນແຕ່ລະເມືອງທັງຫມົດ 71 ໂຄງການຍ່ອຍ.

Address

Vientiane

Alerts

Be the first to know and let us send you an email when ການນຳໃຊ້ MS Project posts news and promotions. Your email address will not be used for any other purpose, and you can unsubscribe at any time.

Shortcuts

Share