ສຳນັກຮວງຈຸ້ຍມະຫາໂຊກ

ສຳນັກຮວງຈຸ້ຍມະຫາໂຊກ ຊິນແສ ຜູ້ຮູ້ແຈ້ງຢ່າງແທ້ຈິງເລື່ອງໂຊກວາດສະຫນາ ແລະຮວງຈຸ້ຍ ເຮືອນ, ສຸສານ, ປະສົບການນານຫລາຍສິບປີ.

ກວດກາ ປັບແຕ່ງຮວງຈຸ້ຍ 风水 ເຮືອນ ຫ້ອງການ ບໍລິສັດ ຮ້ານຄ້າ ໂຮງງານ ຫລຸມຝັງສົບບັນພະບູຫລຸດ ແລະອື່ນໆ, ເບິ່ງດວງຈີນ ເສີມໂຊກລາບ ວາດສະຫນາບາລະມີ ທັງຫນ້າທີ່ການງານ ການເງິນ ສຸຂະພາບ ແລະຄວາມຮັກ, ຂັບໄລ່ສິ່ງຊົ່ວຮ້າຍ, ກະຕຸ້ນພະລັງງານທີ່ດີ Qi ໃຫ້ເກີດຂຶ້ນໃນທີ່ຢູ່ອາໄສ ນຳມາເຊິ່ງຄວາມສຳເລັດ ຈະເລີນຮຸ່ງເຮືອງ.

26/08/2026

ມື້ນີ້ ກະຕຸ້ນພະລັງມະຫາໂຊກໃຫຍ່ສຸດໃນຮອບປີ 2026 ເວລາ 13:29 ຈຸດທຽນໃຫຍ່ 6 ເຫລັ້ມໃສ່ຖາດເຫລັກຫລືພື້ນເຮືອນກໍ່ໄດ້ ທີ່ທິດເຫນືອໃຫ້ຮອດຫນຶ່ງຊົ່ວໂມງ ໃຕ້ໃຫ້ຖືກຈຸດຈະໄດ້ຜົນດີແຮງ ບໍ່ຊັ້ນຈະບໍ່ໄດ້ຜົນ ເອົາໃຈໃສ່ລະວັງໄຟນຳດ້ວຍ

21/08/2026

ດາລາໄທຍຊື່ດັງ เร แม็คโดแนล ເສຍຊີວິດເພາະເສັ້ນເລືອດຫົວໃຈຕີບ, ດັ່ງທີ່ອາຈານກ່າວໄວ້ໃຫ້ລະວັງພະຍາດທີ່ໂດດເດັ່ນໃນປີນີ້ ຄືພະຍາດກ່ຽວກັບທາດໄຟ ລະບົບເລືອດ ແລະຫົວໃຈ ຖ້າສະມາຊິກໃນຄອບຄົວໃຜມີປັນຫານີ້ ໃຫ້ເອົາໃຈໃສ່ຕື່ມ ຫ້າມທຸບມ້າງແປງເຮືອນທິດເຫນືອແລະທິດໃຕ້ນຳດ້ວຍ ຊ່ວງແຕ່ນີ້ຮອດທ້າຍປີພະລັງອາສູນຮ້າຍປະຈຳທິດຮຸນແຮງພິເສດ ຈະເກີດເຫດຮ້າຍທັນທີ ຖ້າຈຳເປັນຕ້ອງທຸບມ້າງຕ້ອງມີເລີກຍາມພິເສດ ແລະວາງແຜນຮວງຈຸ້ຍເຮືອນໃຫ້ດີກ່ອນ ປຶກສາອາຈານໄດ້

09/08/2026

ທ່ານທີ່ເກີດ ປີໜູ ແລະເດືອນໜູ (ເດືອນທັນວາ) ກໍຄວນລະວັງເພີ່ມເປັນພິເສດ. ຖ້າຫາກພົບວ່າມີບັນຫາໃນ ລະບົບຫົວໃຈ, ລະບົບເລືອດ ຫຼືຄວາມດັນ ຢ່າໄດ້ປະໝາດ. ເລື່ອງນີ້ອາຈານໄດ້ເຕືອນໄວ້ຕັ້ງແຕ່ຕົ້ນປີແລ້ວ. ຖ້າຜ່ານປີນີ້ໄປໄດ້ ບາງທ່ານອາດຈະຢູ່ຕໍ່ໄປໄດ້ອີກຫຼາຍປີ. ປີນີ້ ພວກເຮົາໄດ້ສູນເສຍຜູ້ນຳທີ່ເຄົາລົບຮັກ ແລະເປັນຄົນສຳຄັນຂອງປະເທດໄປຄົນໜຶ່ງ ຈາກບັນຫາກ່ຽວກັບ ລະບົບເລືອດ ແລະທ່ານກໍເກີດໃນ ເດືອນໜູ. ຈຶ່ງຢາກນຳມາເຕືອນທຸກຄົນອີກຄັ້ງ: ຮູ້ກ່ອນ ລະວັງກ່ອນ ແລະຢ່າປະໝາດ. (ກວດແກ້ຮວງຈຸ້ຍເຮືອນຄັ້ງດຽວຄຸ້ມຄ່າທັງຊີວິດນີ້)

09/08/2026

ຮວງຈຸ້ຍຂາຍດິນແລະເຮືອນຄັ້ງທີ2: ວັນຈັນມື້ອື່ນເວລາ 17:30 ໃຫ້ເດີນທາງໄປວັດທີ່ຢູ່ທິດຕາເວັນອອກສ່ຽງໃຕ້ຂອງເຮືອນ(ເບິ່ງວັດນຳແຜນທີ່ Google ສັງເກດເຂັມທິດທີ່ຢູ່ຂ້າງຂວາ ປົກກະຕິແລ້ວທິດນີ້ຈະຢູ່ດ້ານລຸ່ມແຕ່ສຽງໄປເບື້ອງຂວາຂອງຈຸດທີ່ຕັ້ງເຮືອນເຮົາສະເຫມີ) ກ່ອນໄປຢືນຢູ່ຫນ້າທາງຂອງເຮືອນ ຖ້າເບິ່ງເຫັນຄົນໃສ່ເສື້ອຂາວຂັບລົດເກງຫລືຂັບລົດບິກໄບ້ມາກ່ອນຈຶ່ງເລີ່ມເດີນທາງໄປວັດ ກ່ອນເຂົ້າວັດຢືນເຮັດຄືກົ່າອີກຄັ້ງເຫັນແລ້ວຈຶ່ງເຂົ້າວັດແລ້ວໄຕ້ທຽນຂໍພອນນຳຍ່າແມ່ທໍລະນີໃຫ້ໄດ້ຂາຍດິນ ໂດຍຫັນຫນ້າໄປທາງທິດຕາເວັນອອກສຽງໃຕ້ໃນເວລາອະທິຖານ.

🙏 ຮ່ວມກັນໄວ້ອາໄລ ຜູ້ນຳທີ່ເຄົາລົບຮັກ ທ່ານ ໄຊສົມພອນ ພົມວິຫານຂໍໃຫ້ດວງວິນຍານຂອງທ່ານ ໄປສູ່ສຸຄະຕິ. 🙏ອາຈານເຄີຍໂພສເຕືອນໄວ້ຫຼາຍຄັ...
09/08/2026

🙏 ຮ່ວມກັນໄວ້ອາໄລ ຜູ້ນຳທີ່ເຄົາລົບຮັກ ທ່ານ ໄຊສົມພອນ ພົມວິຫານ

ຂໍໃຫ້ດວງວິນຍານຂອງທ່ານ ໄປສູ່ສຸຄະຕິ. 🙏

ອາຈານເຄີຍໂພສເຕືອນໄວ້ຫຼາຍຄັ້ງໃນປີນີ້ວ່າ ຕ້ອງລະວັງເປັນພິເສດກ່ຽວກັບ ພະຍາດທີ່ສຳພັນກັບທາດໄຟ ເຊັ່ນ ລະບົບຫົວໃຈ, ລະບົບເລືອດ ແລະຄວາມດັນ.

ໂດຍສະເພາະ ຜູ້ທີ່ມີພະຍາດປະຈຳຕົວ, ຜູ້ສູງອາຍຸ ແລະຄົນໃນຄອບຄົວທີ່ຢູ່ໃນກຸ່ມດວງທີ່ຄວນລະວັງ ໂດຍສະເພາະ ຜູ້ເກີດປີຊົງຄືປີໜູ ເຊິ່ງຊົງກັບປີມ້າ ແລະຜູ້ທີ່ເກີດ ເດືອນໜູ ຫຼືເດືອນທັນວາ(ເດືອນຊົງ), ກ່ອນນີ້ເຄີຍໂພສຕົວຢ່າງຜູ້ເສຍຊີວິດຄົນລາວທີ່ເຫດການໄຟໄຫມ້ຢູ່ໄທຍສຳລັບຄົນທີ່ເກິດໃນເດືອນຫນູ(ເດືອນຊົງ).

ຈາກຂໍ້ມູນຊີວະປະຫວັດທີ່ອາຈານນຳມາອ້າງອີງ, ທ່ານ ໄຊສົມພອນ ພົມວິຫານ ເກີດວັນທີ 13 ທັນວາ ເຊິ່ງຢູ່ໃນເດືອນໜູພໍດີ.

ເຫດການນີ້ຈຶ່ງເຮັດໃຫ້ອາຈານຢາກນຳເລື່ອງນີ້ມາເຕືອນທຸກຄົນອີກຄັ້ງວ່າ ການຮູ້ແນວໂນ້ມຂອງດວງ ກໍເປັນອີກໜຶ່ງວິທີໃນການເຕືອນໃຫ້ເຮົາບໍ່ປະໝາດ.

ຫຼາຍຄົນອາດຄິດວ່າ “ໝໍດູ” ແມ່ນພວກງົມງາຍ ການສຸ່ມທາຍ ນັ່ງທາງໃນຫລືນັ່ງສາກໄພ້ແລ້ວທາຍເອົາເອງ ອາດແມ່ນປະເພດນັ້ນ. ແຕ່ສາດທີ່ອາຈານສຶກສາ ບໍ່ໄດ້ອາໄສພຽງການຄາດເດົາ.

ອາຈານນຳ ຫຼັກວິຊາດວງດາວ, ຕຳແໜ່ງດາວ ແລະວົງຈອນຂອງດາວ ມາໃຊ້ເປັນຂໍ້ມູນໃນການວິເຄາະດວງຊະຕາ. ແຕ່ການຈະຕັດສິນວ່າສາດໃດໜຶ່ງເປັນ “ງົມງາຍ” ໂດຍບໍ່ເຄີຍສຶກສາຫຼັກການຂອງມັນ ກໍອາດເປັນການດ່ວນຕັດສິນເກີນໄປ.

ແນ່ນອນວ່າ ບໍ່ມີສາດໃດສາມາດທຳນາຍອະນາຄົດໄດ້ 100% ແລະການວິເຄາະກໍອາດມີຄວາມຄາດເຄື່ອນໄດ້. ແຕ່ຈຸດສຳຄັນຄື ການຮູ້ແນວໂນ້ມລ່ວງໜ້າ ສາມາດເຕືອນໃຫ້ເຮົາ ບໍ່ປະໝາດ ແລະຮູ້ຈັກກຽມຕົວ.

🏠 ຮູ້ດວງແລ້ວ ຈະແກ້ແນວໃດ?
ຕາມຫຼັກຮວງຈຸ້ຍ ການ ແກ້ ແລະເສີມດວງ ສ່ວນໜຶ່ງສາມາດເຮັດຜ່ານ ຮວງຈຸ້ຍຂອງເຮືອນ ໂດຍການກວດສອບທິດທາງ, ຮູບແບບ ແລະພະລັງງານຂອງບ້ານ ແລ້ວປັບແກ້ໃຫ້ເໝາະສົມ.

ການກວດແກ້ໄວ ກໍດີກວ່າລໍຖ້າໃຫ້ເກີດບັນຫາແລ້ວຈຶ່ງແກ້.

ເພາະຫຼັກການສຳຄັນຂອງການເສີມດວງ ບໍ່ແມ່ນລໍຖ້າໃຫ້ເກີດເຫດກ່ອນ ແຕ່ແມ່ນ ຮູ້ກ່ອນ, ກຽມກ່ອນ ແລະແກ້ກ່ອນທີ່ຈະສາຍເກີນໄປ.

🙏 ຂໍໃຫ້ດວງວິນຍານຂອງທ່ານ ໄຊສົມພອນ ພົມວິຫານ ໄປສູ່ສຸຄະຕິ.

✨ ສຳເລັດໄປອີກ 1 ເຄສ ຂອງການຄັດເລືອກດວງເກີດສຳລັບລູກຜ່າຄອດ ✨ອີກໜຶ່ງຄອບຄົວທີ່ໄວ້ວາງໃຈ ໃຫ້ອາຈານຄຳນວນ ແລະ ຄັດເລືອກວັນ–ເວລາເກີດ...
05/08/2026

✨ ສຳເລັດໄປອີກ 1 ເຄສ ຂອງການຄັດເລືອກດວງເກີດສຳລັບລູກຜ່າຄອດ ✨

ອີກໜຶ່ງຄອບຄົວທີ່ໄວ້ວາງໃຈ ໃຫ້ອາຈານຄຳນວນ ແລະ ຄັດເລືອກວັນ–ເວລາເກີດ ໂດຍອີງຕາມຫຼັກວິຊາດວງຊະຕາປາຈື້ 八字 ເພື່ອເລືອກຊ່ວງເວລາທີ່ເໝາະສົມ ແລະ ມີຈຸດເດັ່ນຫຼາຍທີ່ສຸດຕາມຫຼັກວິຊາ.

ດວງເກີດແຕ່ລະດວງອາຈານໃຊ້ເວລາຫຼາຍວັນໃນການວິເຄາະ ແລະ ປຽບທຽບດວງຫຼາຍສິບແບບ ເພື່ອຄັດເລືອກດວງທີ່ມີໂຄງສ້າງໂດດເດັ່ນ ທັງດ້ານຖານະ, ການເງິນ, ອຳນາດ, ບາລະມີ, ຄວາມເປັນຜູ້ນຳ ແລະ ໂອກາດໃນຊີວິດ.

ສິ່ງທີ່ພໍ່ແມ່ຫຼາຍຄົນໃຫ້ຄວາມສຳຄັນ ບໍ່ແມ່ນມີແຕ່ຄວາມຮັ່ງມີ. ອາຈານຍັງໃຫ້ຄວາມສຳຄັນໃນການຫຼີກລ້ຽງດວງທີ່ຕາມຫຼັກວິຊາຖືວ່າບໍ່ເໝາະສົມ ເຊັ່ນ ດວງທີ່ມີການປະທະຕໍ່ຄວາມສຳພັນຂອງຄອບຄົວ, ດວງທີ່ອາດສະທ້ອນເຖິງການແຍກທາງຂອງພໍ່ແມ່ ດວງທີ່ເກີດມາແລ້ວເປັນລູກກຳພ້າພໍ່ແມ່ອາດອາຍຸສັ້ນຖ້າເດັກບັງເອີນເກີດໃນວັນນັ້ນ, ຫຼື ຮູບແບບດວງທີ່ໃນຕຳລາຖືວ່າບໍ່ເປັນມົງຄຸນຕໍ່ຄອບຄົວ. ຈຸດປະສົງຄືການຄັດເລືອກໂຄງສ້າງດວງທີ່ເປັນສິລິມົງຄຸນຕາມຫຼັກວິຊາ.

ອາຈານສາມາດຄຳນວນດວງເກີດໃຫ້ສອດຄ່ອງກັບເປົ້າໝາຍຂອງແຕ່ລະຄອບຄົວ ເຊັ່ນ:
👑 ດວງຜູ້ນຳ ແລະ ຜູ້ບໍລິຫານ
💰 ດວງທຸລະກິດ ແລະ ມະຫາເສດຖີ
📚 ດວງນັກປາດ ແລະ ອັດສະລິຍະ
🎭 ດວງສິນລະປິນ ແລະ Super Star
👨‍👩‍👧 ດວງທີ່ເນັ້ນການສົ່ງເສີມຄອບຄົວ ແລະ ພໍ່ແມ່ ເຊັ່ນດວງລູກພໍ່ລວຍເກີດມາໄດ້ຮັບມໍລະດົກສົມບັດເພາະເກີດແລ້ວມີພໍ່ລວຍ.

🎁 ສະເພາະມື້ນີ້! ອາຈານແຈກວັນ–ເວລາເກີດທີ່ຄຳນວນແລ້ວໃຫ້ຟຣີ. ຜູ້ໃດທີ່ມີກຳນົດຜ່າຄອດມື້ນີ້ ສາມາດນຳໄປພິຈາລະນາໃຊ້ໄດ້ ເບິ່ງວັນເວລາໃນພາບໂພສທີສອງເລີຍ.

ບໍ່ວ່າດວງຈະດີພຽງໃດ ຄວາມສຳເລັດທີ່ແທ້ຈິງຍັງຂຶ້ນກັບການລ້ຽງດູ, ການສຶກສາ, ວິໄນ, ຄວາມພາກພຽນ ແລະ ຄຸນນະທຳ. ຂໍໃຫ້ລູກນ້ອຍທຸກຄົນເຕີບໃຫຍ່ເປັນຄົນດີ ມີຄວາມກະຕັນຍູ ຊື່ສັດ ແລະ ສ້າງຄຸນປະໂຫຍດໃຫ້ແກ່ສັງຄົມ.

📞 ສອບຖາມ ຫຼື ນັດປຶກສາ
WhatsApp: 020 9111 9228

☎️ ກະລຸນາໂທຫາໂດຍກົງ ເພາະອາຈານບໍ່ສະດວກຕອບຂໍ້ຄວາມ.

27/07/2026

“Speaking words of wisdom, ‘Let it be.’”
ຄວາມເມດຕາອັນສູງສົ່ງຕໍ່ທຸກສັບພະສິ່ງຕ່າງຫາກ ທີ່ທຳໃຫ້ຊີວິດເຮົາເປັນອຳມະຕະ ດຳລົງຢູ່ຢ່າງມີຄວາມປິຕິສຸກ ແລະກ້າວຕໍ່ໄປສະເຫມີ ບໍ່ມີວັນສິ້ນສຸດ

22/07/2026

ປີຊົງ, ຂ່າວດັງຈາກສື່ການເສຍຊີວິດໃນໄວ 18 ປີ(ຂໍ້ມູນຈາກພໍ່ລາວ) ເກີດປີຫນູ ຊົງຫນັກໃນ 2026 R.I.P ນັກສະແດງສາວໄວລຸ້ນຮອລລີວູດ Kaylee Hottle ເສຍຊີວິດແລ້ວວານນີ້ ຈາກອຸບັດຕິເຫດທາງລົດເວລາປະມານ 2 ໂມງບ່າຍໃນວັນທີ 21/7/2026, ສະແດງຫນັງດັງ Godzilla vs. Kong ໃນປີ 2021 Godzilla x Kong: The New Empire ໃນປີ 2024(ເບິ່ງຕື່ມທີ່ຄັອມເມ້ນ).

20/07/2026

ເຄັດລັບສຳລັບຮວງຈຸ້ຍອີກຢ່າງຫນຶ່ງໃນຍຸກ 9 ນີ້ມັງກອນພູເຂົາ正神(ເຈິງເຊິນ)ພູເຂົາສູງໃຫຍ່ທີ່ມີບາລະມີມົງຄຸລ ຢູ່ທິດ ໃຕ້, ຕາເວັນຕົກ, ຕາເວັນຕົກສຽງເຫນືອ, ຕາເວັນອອກສ່ຽງເຫນືອ. ເຮືອນໃນຕົວເມືອງຈະໃຊ້ຕຶກສູງແທນພູເຂົາ ດັ່ງນັ້ນເຮືອນໃຜຫາກປະກົດມີຕຶກສູງຢູ່ໃນທິດເລົ່ານີ້ຖືວ່າເປັນຮວງຈຸ້ຍດີແລ້ວສ່ວນຫນຶ່ງ ເປັນສິລິມົງຄຸນຕະຫລອດຍຸກ 9 ນີ້ (ເລີ່ມປີ 2017- 2043) ຖ້າຕຶກສູງຢູ່ຜິດບ່ອນຈາກທິດເລົ່ານີ້ຈະລຳບາກຫຍຸ້ງຍາກບໍ່ເປັນມົງຄຸລນອກເສຍຈາກມີສ່ວນດີທາງຮວງຈຸ້ຍອື່ນມາເສີມ.

Address

ບ້ານ ຄຳສະຫວາດ
Vientiane
01000

Opening Hours

Monday 08:30 - 17:00
Tuesday 08:30 - 17:00
Wednesday 08:30 - 17:00
Thursday 08:30 - 17:00
Friday 08:30 - 17:00
Saturday 08:00 - 18:00

Telephone

+8562091119228

Alerts

Be the first to know and let us send you an email when ສຳນັກຮວງຈຸ້ຍມະຫາໂຊກ posts news and promotions. Your email address will not be used for any other purpose, and you can unsubscribe at any time.

Contact The Business

Send a message to ສຳນັກຮວງຈຸ້ຍມະຫາໂຊກ:

Shortcuts

Share