16/09/2026
ຖ້າເວົ້າໃນທາງຍຸດທະສາດການທະຫານ ຖ້າທະຫານລາຊະອານາຈັກລາວ ແລະ ທະຫານຮັບຈ້າງ ເກັ່ງຄືເວົ້າແທ້ ກ່ອນເຈລະຈາປີ 1973 ຖ້າສາມາດບຸກຕີຍູ້ດັນທະຫານຝ່າຍປະເທດລາວ ແລະ ທະຫານອາສາສະໝັກຫວຽດນາມ ໃຫ້ກັບໄປຢູ່ເຂດໝັ້ນຜົ້ງສາລີ ແລະ ຫົວພັນໄດ້ ກໍ່ຈະເປັນຝ່າຍຮັບໄຊຊະນະໄດ້ ແຕ່ເມື່ອບໍ່ສາມາດເຮັດໄດ້ ກໍ່ເປັນຝ່າຍເສຍໄຊ...ຝ່າຍປະເທດລາວເຮັດໄດ້ດີກວ່າ ຍຶດໄດ້ຫຼາຍກວ່າ ກໍ່ເປັນຝ່າຍຮັບໄຊຊະນະ...ມັນກໍ່ເປັນສັດຈະທຳຂອງສົງຄາມ...ການເຊັນສັນຍາຢຸດຍິງຝ່າຍໃດຍຶດໄດ້ຫຼາຍກວ່າຍ່ອມໄດ້ປຽບ...ຈະວ່າໄດ້ໄຊຊະນະກໍ່ວ່າໄດ້.
ຖ້າຈະອ້າງວ່າຝ່າຍປະເທດລາວມີຫວຽດນາມຊ່ວຍ...ແຕ່ຝ່າຍລາຊະອານາຈັກ ກໍ່ມີກຳລັງພົນເໜືອກວ່າ ບໍ່ວ່າຈະກຳລັງຫຼວງ ທະຫານມົ້ງ ທະຫານຮັບຈ້າງຈາກຕ່່າງປະເທດ ຍົນຮົບ ຍົນຖິ້ມລະເບີດ...ເຊິ່ງຝ່າຍປະເທດລາວບໍ່ມີຍົນຮົບຈັກລຳ...ແຕ່ຝ່າຍລາຊະອານາຈັກກໍ່ບໍ່ສາມາດເຮັດຫຍັງໄດ້...ຖ້າເປັນສະໄໝນີ້ຈະຖືກຈັດໄດ້ວ່າເປັນກອງກຳລັງທີ່ໄຮ້ປະສິດຕິພາບ.