ບໍລິສັດ ເປໂຕຣລາວ ຫົວພັນ Petrolao Houaphane

ບໍລິສັດ ເປໂຕຣລາວ ຫົວພັນ Petrolao Houaphane Contact information, map and directions, contact form, opening hours, services, ratings, photos, videos and announcements from ບໍລິສັດ ເປໂຕຣລາວ ຫົວພັນ Petrolao Houaphane, Business service, 6b Road, Vientiane.

ບັນຍາກາດທີ່ສວນຊາກຸຣະມິດຕະພາບລາວ-ຍີ່ປຸ່ນທີ່ເມືອງວຽງໄຊ
28/12/2021

ບັນຍາກາດທີ່ສວນຊາກຸຣະມິດຕະພາບລາວ-ຍີ່ປຸ່ນທີ່ເມືອງວຽງໄຊ

ຂອງຂ້ວນຕ້ອນຮັບ ວັນຊາດທີ 2 ທັນວາ ຫມັ້ນຍືນ!ຂ່າວດີ ! ປັບລົງລາຄານໍ້າມັນ ຄັ້ງທີ 3 ຂອງປີ 2021 (ປັບຂຶ້ນ 18 ຄັ້ງ) ເລີ່ມປະຕິບັດວັ...
01/12/2021

ຂອງຂ້ວນຕ້ອນຮັບ ວັນຊາດທີ 2 ທັນວາ ຫມັ້ນຍືນ!

ຂ່າວດີ ! ປັບລົງລາຄານໍ້າມັນ ຄັ້ງທີ 3 ຂອງປີ 2021 (ປັບຂຶ້ນ 18 ຄັ້ງ) ເລີ່ມປະຕິບັດວັນທີ 2 ທັນວາ 2021.

ຂື້ນຕາມລາຄາ ໂຄວິດ-19 ໂອຍ.....ຊິໄດ້ຍ່າງແລ້ວ
18/11/2021

ຂື້ນຕາມລາຄາ ໂຄວິດ-19 ໂອຍ.....ຊິໄດ້ຍ່າງແລ້ວ

ອີງຕາມແຈ້ງການສະບັບເລກທີ​ 1114/ອຄ.ກຄພນ ລົງວັນທີ 18/11/2021​ ກະຊວງອຸດສະຫະກຳແລະການຄ້າປັບລາຄານ້ຳມັນແອັດຊັງທຳມະດາ ແລະ ນ້ຳມັນກະຊວນຂື້ນ, ສ່ວນນ້ຳມັນແອັດຊັງພິເສດຮັກສາໄວ້ຄົງເດີມ ເລີ່ມປະຕິບັດ ວັນທີ​ 19/11/2021​ ເວລາ​ 06​ ໂມງເຊົ້າ​ ຢ່າລືມແວ່ໃສ່ນໍ້າມັນປໍ້າ ບໍລິສັດ ເປໂຕຣລາວ ໃນຂອບເຂດທົ່ວປະເທດເດີ້.

11 ສາເຫດເປັນຫຍັງນໍ້າມັນຈຶ່ງແພງຂຶ້ນ....
11/10/2021

11 ສາເຫດເປັນຫຍັງນໍ້າມັນຈຶ່ງແພງຂຶ້ນ....

ເປັນຫຍັງນໍ້າມັນຈຶ່ງຂຶ້ນເອົ໊າ…ຂຶ້ນເອົາ
11 ຂໍ້ ອ່ານຈົບ ຮູ້ເລື່ອງທັນທີ

ເມື່ອເຂົ້າສູ່ເດືອນ 10 ກໍມີໝອກໂປຍປາຍລົງມາທັນທີ
ສົ່ງສັນຍານວ່າ ຍາມໜາວກຳລັງໃກ້ເຂົ້າມາແລ້ວ
ແລະນອກຈາກສັນຍານແຫ່ງຄວາມໜາວເຢັນແລ້ວ
ລາຄານໍ້າມັນກໍຂຶ້ນໄປແລ້ວຫຼາຍເທື່ອເຊັ່ນກັນ
ບົດນີ້ ເຮົາຈະມາເບິ່ງວ່າ ເປັນຫຍັງນໍ້າມັນຈຶ່ງຂຶ້ນຕະຫຼອດແທ້
ເປັນນໍາພາຍໃນປະເທດ ຫຼືເກີດຂຶ້ນກັບທົ່ວໂລກກັນແທ້
11 ຂໍ້ ອ່ານຈົບ ເອົາໄປໃຫ້ເລົ່າຕໍ່ໄດ້ເລີຍ
: ບົດນີ້ ຈະບໍ່ເນັ້ນໂຕເລກຫຍັງເດີ ເພື່ອຄວາມອ່ານງ່າຍ ເອົາແບບພາບລວມໆກັນ

1. ຕົ້ນປີ 2020 ປະເທດລາວເຮົາເລີ່ມຮູ້ຈັກກັບເຊື້ອ Covid-19 ທີ່ເລີ່ມມາຈາກປະເທດຈີນ ເຊິ່ງເລີ່ມແຜ່ລະບາດມາແລ້ວ ຕັ້ງແຕ່ປາຍປີ 2019

2. ເດືອນ ມີນາ ປີ 2020 Covid-19 ແຜ່ເຊື້ອໄປທົ່ວໂລກ ເຮັດໃຫ້ຫຼາຍປະເທດຕ້ອງລັອກດາວ ຫຼືປິດປະເທດເກືອບທັງໝົດ ລວມເຖິງປະເທດລາວເຮົາກໍປິດປະເທດນັບຕັ້ງແຕ່ນັ້ນມາ

3. ຄົນທົ່ວໂລກກຳລັງກັງວົນ ແລະຢ້ານເຊື້ອໂລກຢ່າງຮ້ອນແຮງ ບໍ່ກ້າອອກໄປໃສມາໃສ ທັງພາຍໃນແລະຕ່າງປະເທດ ເຮັດໃຫ້ການບໍລິໂພກນໍ້າມັນຫຼຸດລົງ ແຕ່ການຜະລິດຍັງມີຢູ່ ສົ່ງຜົນໃຫ້ລາຄານໍ້າມັນຫຼຸດລົງທົ່ວໂລກ (ຍັງຈື່ໄດ້ບໍ່ ເດືອນ ມີນາ 2020 ນໍ້າມັນຫຼຸດລົງມາຮອດ 6,### ປາຍໆເລີຍ)

4. ເມື່ອຄວາມຕ້ອງການນໍ້າມັນຫຼຸດລົງ ແຕ່ການສະໜອງຍັງຫຼາຍຢູ່ ເຮັດໃຫ້ລາຄາຫຼຸດລົງ ບໍລິສັດທີ່ກັ່ນ ຫຼືຜະລິດນໍ້າມັນກໍຕ້ອງເຊົາການຜະລິດ ແລະຫຼາຍບໍລິສັດເຖິງກັບຕ້ອງລົ້ມລະລາຍ ເພາະມີສັນຍາຊື້ຂາຍນໍ້າມັນລ່ວງໜ້າ ແຕ່ບໍ່ສາມາດຂາຍໄດ້ ຕົວຢ່າງ ບໍລິສັດ Hin Leong Trading ຂອງສິງກະໂປ

ພ້ອມກັນນັ້ນ ບັນດາບໍລິສັດຜະລິດນໍ້າມັນຕ່າງໆໃນໂລກກໍເລີ່ມໆຫຼຸດການຜະລິດລົງ ແລະຫຼາຍບໍລິສັດກໍປິດຕົວໄປເລີຍ

5. ທາງ OPEC ເຊິ່ງເປັນປະເທດທີ່ຜະລິດນໍ້າມັນຫຼັກຂອງໂລກ ກໍຫຼຸດການຜະລິດລົງ (ເຖິງວ່າຕອນທຳອິດ ຕົກລົງກັບຣັດເຊຍບໍ່ໄດ້ ກໍເລີ່ມເພີ່ມການຜະລິດຂຶ້ນ ແບບປະຊົດຣັດເຊຍ ແລະຣັດເຊຍກໍເບະສົບປະຊົດຄືນ ຜະລິດເພີ່ມຂຶ້ນເຊັ່ນກັນ ເຮັດໃຫ້ຕອນນັ້ນ (ເດືອນ ເມສ ປີ 2020) ລາຄານໍ້າມັນຕິດລົບກັນເລີຍ ບາງຄົນເວົ້າວ່າ ນໍ້າມັນລົ້ນໂລກນັ້ນເອງ ເພາະຜະລິດມາຂາຍບໍ່ໄດ້

6. ເມື່ອປະມານເດືອນ ມີນາ ປີ 2020 ປະຊາກອນກໍເລີ່ມໄດ້ຮັບວັນຊີນປ້ອງກັນໂຄວິດກັນ ເຮັດໃຫ້ສະຖານະການທົ່ວໂລກດີຂຶ້ນ ແລະເລີ່ມມີຄວາມຫວັງວ່າ ຈະຫຼຸດພົ້ນຈາກຝຸ່ນເຝື້ອຂອງ Covid-19 ແລ້ວ ຈົນຮອດດຽວນີ້ ຄົນເລີ່ມບໍ່ຢ້ານເຊື້ອພະຍາດແລ້ວ ເຖິງວ່າຈະຍັງລະບາດກັນທົ່ວໂລກຢູ່ ໂດຍສະເພາະໄດ້ຍ້າຍມາລະບາດແຖວເອເຊຍຕາເວັນອອກເປັນສ່ວນໃຫຍ່

7. ປະເທດຈີນຕອນນີ້ເກືອບຈະບໍ່ມີຜູ້ຕິດເຊື້ອແລ້ວ ໂຮງຈັກ ໂຮງງານ ເລີ່ມເດີນເຄື່ອງການຜະລິດກັນອີກເທື່ອໜຶ່ງ

8. ທາງດ້ານບັນດາປະເທດໃນອາເມຣິກາ ແລະຢູໂຣບ ກໍເລີ່ມຄາຍການລອັກດາວ ມີການອະນຸຍາດໃຫ້ກັບຄົນທີ່ສັກວັກຊີນຄົບແລ້ວສາມາດໃຊ້ຊີວິດແບບປົກກະຕິໄດ້ ເສດຖະກິດເລີ່ມກັບມາແລ້ວ ຄົນເລີ່ມເດີນທາງຫຼາຍຂຶ້ນ ແລະເຄື່ອງຈັກໃນໂຮງງານການຜະລິດເລີ່ມກັບມາ ນັ້ນໝາຍເຖິງ ຄວາມຕ້ອງການພະລັງງານໄດ້ເພີ່ມຂຶ້ນແລ້ວ

9. ເດືອນ ສິງຫາ 2021 ປະເທດຈີນ ແລະບັນດາປະເທດຕາເວັນຕົກເລີ່ມເຈີກັບຄຳວ່າ ການຂາດແຄນພະລັງງານ ເພາະເສດຖະກິດຟື້ນຕົວ ໂດຍສະເພາະພະລັງງານດ້ານເຊື້ອໄຟ ປະເທດຈີນຫຼາຍເຂດບໍ່ມີໄຟຟ້າໃຊ້ ເພາະຂາດຖ່ານຫີນໃນໂຮງງານໄຟຟ້າ

10. OPEC ຍັງຕົກລົງກັນວ່າ ຍັງຈະບໍ່ເພີ່ມການຜະລິດນໍ້າມັນເທື່ອ ເຖິງວ່າຫຼາຍໆປະເທດໄດ້ຮຽກຮ້ອງໃຫ້ຜະລິດເພີ່ມ [ກໍກູເປັນຜູ້ຜະລິດລາຍໃຫຍ່ (40% ຂອງນໍ້າມັນທົ່ວໂລ) ກູຈະບໍ່ເພີ່ມການຜະລິດ ເພື່ອດັນລາຄາໃຫ້ສູງ] ອີ່ຫຍັງປະມານນີ້

11. ສະຫຼຸບແບບສັ້ນໆ ສາເຫດທີ່ເຮັດໃຫ້ນໍ້າມັນຂຶ້ນເອົ໊າ ຂຶ້ນເອົາໃນຕອນນີ້ກໍຄື

1. ເສດຖະກິດໂລກກຳລັງຟື້ນຕົວ ເຮັດໃຫ້ຄວາມຕ້ອງການຫຼາຍ ແຕ່ຍັງມີຜູ້ຜະລິດໜ້ອຍ ໂດຍສະເພາະໂຮງງານກັ່ນນໍ້າມັນ ຫາກໍກຳລັງກັບມາເປີດການຜະລິດ ແຕ່ຍັງບໍ່ພຽງພໍຕໍ່ຄວາມຕ້ອງການເທື່ອ
2. OPEC ຍັງບໍ່ເພີ່ມການຜະລິດນໍ້າມັນ ເຮັດໃຫ້ຍັງດັນລາຄາໃຫ້ສູງຢູ່

ບໍ່ແມ່ນເປັນແຕ່ປະເທດເຮົາ ທົ່ວໂລກກຳລັງປະສົບບັນຫານີ້
ຫວັງວ່າ ອີກບໍ່ດົນ ເມື່ອສະຖານະການກັບມາເປັນປົກກະຕິແລ້ວ ລາຄານໍ້າມັນຈະກັບລົງມາບໍ່ກາຍລິດລະ 10 ພັນກີບອີກເນາະ

====
ຂໍ້ມູນ:
https://oilprice.com/commodity-price-charts?page=chart&sym=CL*1
https://www.billionway.co/hin-leong-trading-bankruptcy-story/
https://www.moneybuffalo.in.th/economy/what-happen-to-oil-price-today
https://www.prachachat.net/world-news/news-592484

#ນໍ້າມັນ #ລາຄານໍ້າມັນ #ນໍ້າມັນເຊື້ອໄຟ #ນໍ້າມັນຂຶ້ນ

ລາຄານ້ຳມັນປະຈຳວັນທີ່ 23/09/2021 ໃຫ້ປັບລາຄານ້ຳມັນກາຊວນ 440 ກີບ/ລິດ ແລະ ປັບລາຄານ້ຳມັນແອັດຊັງ 380 ກີບ/ລິດ
22/09/2021

ລາຄານ້ຳມັນປະຈຳວັນທີ່ 23/09/2021 ໃຫ້ປັບລາຄານ້ຳມັນກາຊວນ 440 ກີບ/ລິດ ແລະ ປັບລາຄານ້ຳມັນແອັດຊັງ 380 ກີບ/ລິດ

ແຈ້ງການ ປັບລາຄານໍ້າມັນລົງ ໃຫ້ປະຕິບັດປັບລົງກ່ອນ 6ໂມງເຊົ້າຂອງວັນທີ 26/08/2021: ✓ກາຊວນປັບລົງ -200 ກີບ✓ແອັດຊັງ ປັບລົງ -200 ກ...
26/08/2021

ແຈ້ງການ ປັບລາຄານໍ້າມັນລົງ ໃຫ້ປະຕິບັດປັບລົງກ່ອນ 6ໂມງເຊົ້າຂອງວັນທີ 26/08/2021:
✓ກາຊວນປັບລົງ -200 ກີບ
✓ແອັດຊັງ ປັບລົງ -200 ກີບ

ແຈ້ງການ ປັບລາຄານໍ້າມັນລົງ ປັບລົງກ່ອນ 6ໂມງ ເຊົ້າ ຂອງວັນທີ 10/08/2021.×ນໍ້າມັນ ກາຊວນ ປັບລົງ - 70 ກີບ ×ນໍ້າມັນ ແອັດຊັງ ປັບລ...
10/08/2021

ແຈ້ງການ ປັບລາຄານໍ້າມັນລົງ ປັບລົງກ່ອນ 6ໂມງ ເຊົ້າ ຂອງວັນທີ 10/08/2021.
×ນໍ້າມັນ ກາຊວນ ປັບລົງ - 70 ກີບ
×ນໍ້າມັນ ແອັດຊັງ ປັບລົງ - 110 ກີບ.

ລາຄານ້ຳມັນປັບຂື້ນຕໍ່ເນື່ອງຕາມແຈ້ງການ ປັບລາຄາ ນໍ້າມັນຂຶ້ນ ບັນດາປໍ້າໃຫ້ປະຕິບັດປັບຂຶ້ນກ່ອນ 6 ໂມງເຊົ້າ ຂອງ ວັນທີ 24/07/2021ນ...
24/07/2021

ລາຄານ້ຳມັນປັບຂື້ນຕໍ່ເນື່ອງຕາມແຈ້ງການ ປັບລາຄາ ນໍ້າມັນຂຶ້ນ ບັນດາປໍ້າໃຫ້ປະຕິບັດປັບຂຶ້ນກ່ອນ 6 ໂມງເຊົ້າ ຂອງ ວັນທີ 24/07/2021
ນ້ໍາມັນແອັດຊັງ ປັບຂຶ້ນ +260 ກີບ ແລະ ນໍ້າມັນກາຊວນ ປັບຂຶ້ນ +40 ກີບ.

ແຈ້ງການ ປັບລາຄານໍ້າມັນຂຶ້ນ ບັນດາປໍ້າໃຫ້ປະຕິບັດ ປັບຂຶ້ນກ່ອນ 6ໂມງເຊົ້າ ຂອງວັນທີ 08/7/2021- ນໍ້າມັນ ແອັດຊັງ ປັບຂຶ້ນ +160 ກີ...
07/07/2021

ແຈ້ງການ ປັບລາຄານໍ້າມັນຂຶ້ນ ບັນດາປໍ້າໃຫ້ປະຕິບັດ ປັບຂຶ້ນກ່ອນ 6ໂມງເຊົ້າ ຂອງວັນທີ 08/7/2021
- ນໍ້າມັນ ແອັດຊັງ ປັບຂຶ້ນ +160 ກີບ
- ນໍ້າມັນ ກາຊວນ ປັບຂຶ້ນ +70 ກີບ

ແຈ້ງການ ປັບລາຄານໍ້າມັນຂຶ້ນ ປະຕິບັດປັບຂຶ້ນກ່ອນ 6ໂມງເຊົ້າ ຂອງວັນທີ29/05/2021: ນໍ້າມັນ ເເອັດຊັງ  ປັບຂຶ້ນ +100 ກີບ ແລະ ນໍ້າມ...
28/05/2021

ແຈ້ງການ ປັບລາຄານໍ້າມັນຂຶ້ນ ປະຕິບັດປັບຂຶ້ນກ່ອນ 6ໂມງເຊົ້າ ຂອງວັນທີ29/05/2021: ນໍ້າມັນ ເເອັດຊັງ ປັບຂຶ້ນ +100 ກີບ ແລະ ນໍ້າມັນ ກາຊວນ ປັບຂຶ້ນ +145

07/04/2021

ອີງຕາມແຈ້ງການສະບັບເລກທີ​ 0265/ອຄ.ກຄພນ ລົງວັນທີ 07/04/2021​ ກະຊວງອຸດສະຫະກຳແລະການຄ້າໄດ້ມີການປັບລາຄານໍ້າມັນແອັດຊັງພິເສດ ແລະ
ແອັດຊັງທຳມະດາຂື້ນ, ສ່ວນນ້ຳກະຊວນແມ່ນປັບລົງ ໃນຂອບເຂດທົ່ວປະເທດ
ເລີ່ມປະຕິບັດ ວັນທີ​ 08/04/2021​ ເວລາ​ 06​ ໂມງເຊົ້າ​ ຢ່າລືມແວ່ໃສ່ນໍ້າມັນປໍ້າ ບໍລິສັດ ເປໂຕຣລາວ ໃນຂອບເຂດທົ່ວປະເທດເດີ້.

ແຈ້ງການ ປັບລາຄານໍ້າມັນຂຶ້ນ ໃນວັນທີ20/02/2021 ໃຫ້ປັບຂຶ້ນກ່ອນ 6ໂມງເຊົ້າ ນໍ້າມັນ ແອັດຊັງ ປັບຂຶ້ນ +270 ກີບ ແລະ ນໍ້າມັນ ກາຊວນ...
19/02/2021

ແຈ້ງການ ປັບລາຄານໍ້າມັນຂຶ້ນ ໃນວັນທີ20/02/2021 ໃຫ້ປັບຂຶ້ນກ່ອນ 6ໂມງເຊົ້າ ນໍ້າມັນ ແອັດຊັງ ປັບຂຶ້ນ +270 ກີບ ແລະ ນໍ້າມັນ ກາຊວນ ປັບຂຶ້ນ +270 ກີບ

Address

6b Road
Vientiane
PETROLAO

Alerts

Be the first to know and let us send you an email when ບໍລິສັດ ເປໂຕຣລາວ ຫົວພັນ Petrolao Houaphane posts news and promotions. Your email address will not be used for any other purpose, and you can unsubscribe at any time.

Share