01/06/2026
👧👦ຊົມເຊີຍວັນເດັກນ້ອຍສາກົນ 1 ມິຖຸນາ!
ເນື່ອງໃນໂອກາດ ວັນເດັກນ້ອຍສາກົນ ວັນທີ 1 ມິຖຸນາ ທີ່ໝູນວຽນມາບັນຈົບຄົບຮອບອີກວາລະໜຶ່ງ, ບໍລິສັດ ພີວີເອັສທີ່ປຶກສາ ແລະ ກວດສອບ ຈໍາກັດ ຂໍສົ່ງຄວາມຮັກ, ຄວາມອົບອຸ່ນ ແລະ ຄວາມປາດຖະໜາດີອັນປະເສີດ ມາຍັງນ້ອງນ້ອຍເຍົາວະຊົນ ແລະ ເດັກນ້ອຍທຸກໆຄົນ.
ເດັກນ້ອຍໃນມື້ນີ້ ຄືອະນາຄົດທີ່ສົດໃສ ແລະ ເປັນກຳລັງແຮງທີ່ສຳຄັນຂອງຊາດໃນມື້ໜ້າ. ໃນມື້ທີ່ພິເສດນີ້ ທາງບໍລິສັດຂອງພວກເຮົາ ຂໍອວຍພອນໄຊໃຫ້ຫຼານນ້ອຍທຸກຄົນ:
ຈົ່ງມີແຕ່ຄວາມສຸກ, ເບີກບານມ່ວນຊື່ນສົມໄວ ແລະ ມີສຸຂະພາບພະລານາໄມທີ່ແຂງແຮງ.
ເປັນເດັກດີຂອງພໍ່ແມ່, ເປັນລູກສິດທີ່ດີຂອງຄູອາຈານ.
ຕັ້ງໃຈສຶກສາຮໍ່າຮຽນ ແລະ ເຕີບໃຫຍ່ກາຍເປັນຊັບພະຍາກອນບຸກຄົນທີ່ມີຄຸນນະພາບ ເພື່ອເປັນເສົາຄ້ຳໃນການພັດທະນາປະເທດຊາດໃນອະນາຄົດ.
ດ້ວຍຄວາມຮັກແພງ ແລະ ປາດຖະໜາດີຢ່າງເລິກເຊິ່ງ,
ບໍລິສັດ ພີວີເອັສທີ່ປຶກສາ ແລະ ກວດສອບ ຈໍາກັດ