15/10/2026
NNP1PC ຈັດກິດຈະກຳແລ່ນ-ຍ່າງ ເພື່ອສົ່ງເສີມສຸຂະພາບ, ຄວາມເປັນຢູ່ທີ່ດີ ແລະ ຄວາມສາມັກຄີໃນທີມງານເປັນຄັ້ງທຳອິດ
15 ຕຸລາ 2026
NNP1PC ໄດ້ຈັດກິດຈະກຳແລ່ນ-ຍ່າງ ເປັນຄັ້ງທຳອິດຢ່າງສຳເລັດຜົນ ໃນວັນທີ 7 ຕຸລາ 2026 ໂດຍມີພະນັກງານ ແລະ ຜູ້ຕາງໜ້າຈາກບັນດາບໍລິສັດຜູ້ຮັບເໝົາເຂົ້າຮ່ວມຈຳນວນ 99 ຄົນ ໃນກິດຈະກຳແລ່ນ-ຍ່າງ ໄລຍະທາງປະມານ 5 ກິໂລແມັດ ພາຍໃນເຂດໂຄງການ ທ່າມກາງບັນຍາກາດທີ່ມ່ວນຊື່ນ ແລະ ເຕັມໄປດ້ວຍຄວາມສາມັກຄີ.
ກິດຈະກຳດັ່ງກ່າວມີຈຸດປະສົງເພື່ອສົ່ງເສີມສຸຂະພາບຮ່າງກາຍ ແລະ ຄວາມເປັນຢູ່ທີ່ດີ, ເສີມສ້າງສາຍສຳພັນລະຫວ່າງເພື່ອນຮ່ວມງານ ພ້ອມທັງສະຫຼອງການປັບປຸງຖະໜົນເຂົ້າເຖິງພື້ນທີ່ໂຄງການໃຫ້ເປັນຖະໜົນປູຢາງ. ນອກຈາກນີ້ ຍັງເປັນໂອກາດໃຫ້ຜູ້ເຂົ້າຮ່ວມໄດ້ພົບປະ, ໃຫ້ກຳລັງໃຈເຊິ່ງກັນແລະກັນ ແລະ ຮ່ວມແບ່ງປັນປະສົບການດີໆນອກເໜືອຈາກວຽກປະຈຳວັນ.
ກິດຈະກຳນີ້ສະທ້ອນໃຫ້ເຫັນເຖິງຈິດໃຈແຫ່ງການຮ່ວມມື ແລະ ຄວາມສາມັກຄີລະຫວ່າງທີມງານຕ່າງໆຂອງ NNP1PC ແລະ ບັນດາບໍລິສັດຜູ້ຮັບເໝົາ. ຄວາມສຳເລັດຂອງກິດຈະກຳເກີດຈາກຄວາມຮ່ວມແຮງຮ່ວມໃຈ ແລະ ການມີສ່ວນຮ່ວມຢ່າງກະຕືລືລົ້ນຂອງທຸກຄົນ ເຊິ່ງສະແດງໃຫ້ເຫັນວ່າ ກິດຈະກຳງ່າຍໆທີ່ເຮັດຮ່ວມກັນ ສາມາດສົ່ງເສີມການຊ່ວຍເຫຼືອເກື້ອກູນກັນ ແລະ ສ້າງສະພາບແວດລ້ອມໃນການເຮັດວຽກທີ່ດີ ແລະ ກົມກຽວກັນ.
ໃນສານຂອງທ່ານ ຮິຊາຊຶງຸ ນາກາມູຣະ (Hisatsugu Nakamura), ຜູ້ອຳນວຍການໃຫຍ່ (Managing Director), ໄດ້ເນັ້ນໜັກເຖິງແນວຄິດ “ທີມດຽວກັນ, ເປົ້າໝາຍດຽວກັນ, ອະນາຄົດດຽວກັນ” (One Team, One Goal, One Future) ພ້ອມທັງຊຸກຍູ້ໃຫ້ທຸກຄົນສືບຕໍ່ຮ່ວມແຮງຮ່ວມໃຈກັນ ເພື່ອສົ່ງເສີມຄວາມເປັນຢູ່ທີ່ດີຂອງພະນັກງານ, ເສີມສ້າງການເຮັດວຽກເປັນທີມ ແລະ ສ້າງວັດທະນະທຳການເຮັດວຽກທີ່ດີ. NNP1PC ຫວັງວ່າຈະສືບຕໍ່ຈັດກິດຈະກຳໃນລັກສະນະດຽວກັນນີ້ ເພື່ອເຊື່ອມສານຄວາມສຳພັນລະຫວ່າງເພື່ອນຮ່ວມງານ ແລະ ຕອກຢ້ຳຄວາມມຸ່ງໝັ້ນຮ່ວມກັນດັ່ງກ່າວ.
NNP1PC Holds Its First Fun Run/Walk to Promote Health, Well-being and Teamwork
15 October 2026
NNP1PC successfully organized its first Fun Run/Walk on 7 October 2026, bringing together 99 participants from staff and contractor teams for a healthy and enjoyable 5-kilometer activity at the project site.
The event aimed to promote physical health and well-being, strengthen relationships among colleagues, and celebrate improvements to the paved access road within the project area. It also provided an opportunity for participants to connect, encourage one another, and enjoy a shared experience beyond their daily work routines.
The event reflected the spirit of collaboration and unity across NNP1PC and its contractor teams. Made possible through the collective efforts and enthusiastic participation of everyone involved, the activity demonstrated how simple initiatives can foster mutual support and contribute to a positive and harmonious working environment.
In his message, Managing Director Hisatsugu Nakamura emphasized the spirit of “One Team, One Goal, One Future,” encouraging everyone to continue working together to promote staff well-being, strengthen teamwork, and build a positive workplace culture. NNP1PC looks forward to continuing similar initiatives that bring colleagues together and reinforce this shared commitment.